ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ຮົງກົງ ມ້າງສິ່ງກີດຂວາງ ຢູ່ບ່ອນປະທ້ວງ ຄຸ້ມ Mong Kok


ຕຳຫລວດກຳລັງຈັບນັກສຶກສາ ປະທ້ວງຄົນນຶ່່ງໃຫ້ອອກຈາກ ຖະໜົນຫລວງ
ຕຳຫລວດກຳລັງຈັບນັກສຶກສາ ປະທ້ວງຄົນນຶ່່ງໃຫ້ອອກຈາກ ຖະໜົນຫລວງ

ບັນດາ​ເຈົ້າ​ໜ້າ​ທີ່ຮົງ​ກົງໄດ້​ຍົກຍ້າຍ​ສິ່ງ​ກີດ​ຂວາງ​ອອກຈາກຖະ
ໜົນ ຢູ່ບ່ອນ​ປະ​ທ້ວງແຫ່ງນຶ່ງ ທີ່ພວກເດີນຂະບວນສະໜັບສະ
ໜູນ​ປະຊາທິປະໄຕ ໄດ້​ຕັ້ງ​ຄ້າຍມາ​ ເປັນ​ເວລາ ​ເກືອບ​ສອງ​
ເດືອນແລ້ວ.

ເຈົ້າ​ໜ້າ​ທີ່​ຕຳຫລວດ​ສານ ທີ່ໄດ້ຮັບການ​ໜູນ​ຫລັງ​ໂດຍ​ເຈົ້າ​ໜ້າ
​ທີ່ຕຳຫລວດອີກ ຫລາຍສິບຄົນ ​ໄດ້​ຍົກຍ້າຍ​ເຄື່ອງກີດ​ຂວາງ
ອອກ ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຈາກ​ຖະໜົນ Argyle ຢູ່​ເຂດ
Mong Kok.

ພວກ​ປະ​ທ້ວງ​ບໍ່​ໄດ້ຂັດຂືນ ​ແລະ​ມີແຕ່​ພາກັນ​ຢືນ​ຢູ່​ໃກ້ໆຮ້ອງ​ໃສ່​
ຕຳຫລວດແທນ. ​ແຕ່​ໃນເວລາຕໍ່ມາ ຈຳນວນ​ນຶ່ງ​ໄດ້ເຂົ້າຂັດຂວາງຕຳຫລວດ ແລະເຈົ້າໜ້າ
ທີ່ກໍໄດ້​ຈັບ​ກຸມຫລາຍໆຄົນ.

ທ່ານ Ng Boon-duk ຜູ້​ປະ​ທ້ວງ​ອາຍຸ 78 ປີ ກ່າວ​ວ່າ ທ່ານ​ບໍ່​ຢ້ານ​ທີ່​ຈະ​ຖືກ​ຈັບ.

“ຖ້າ​ຫາກ ຂ້າ​ພະ​ເຈົ້າ ຖືກ​ຈັບ ​ແລະ​ສົ່ງ​ໄປ​ຕິດ​ຄຸກ ຄວາມ​ເສຍ​ສະລະ​ທີ່ ຂ້າພະ​ເຈົ້າ​ເຮັດ​ຈະ
​ໃຫຍ່​ກວ່າ ການ​ປະ​ທ້ວງ​ຢູ່​ຕາມ​ຖະໜົນ​ຫົນທາງ. ຂ້າພະ​ເຈົ້າ ຢາກ​ເສຍ​ສະລະ​ໃນສິ່ງທີ່​
ໃຫຍ່​ກວ່າ​ນັ້ນ.”

ມັນ​ເປັນ​ເທຶຶ່ອທີສອງ ​ໃນ​ໄລຍະສອງອາທິດ ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ
​ສານ ເພື່ອໃຫ້​ຍົກຍ້າຍ​ບາງສ່ວນ​ຂອງພວກປະ​ທ້ວງອອກໄປ.

ສື່ມົນຊົນ​ທ້ອງ​ຖິ່ນກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ກຳລັງ​ວາງ​ແຜ​ນ ທີ່ຈະຍົກຍ້າຍສ່ວນ​ໃຫຍ່ຂອງ
ການ​ປະ​ທ້ວງ​ອອກໄປຈາກເຂດ Mong Kok ຊຶ່ງຕັ້ງຢູ່ໃກ້​ໆຖະໜົນ Nathan Road ​ໃນ​ວັນ​ພຸດ​ມື້​ອຶ່ນນີ້​.

ພວກ​ປະ​ທ້ວງໄດ້ຫລຸດ​ໜ້ອຍລົງ​ໃນບໍ່​ເທົ່າ​ໃດອາທິດ​ທີ່​ຜ່ານມານີ້ ​ແລະ​ບັນດາ​ຜູ້​ຈັດ​ຕັ້ງ
​ກຳລັງ​ດີ້ນ​ລົນ​ຊອກ​ຫາຊ່ອງທາງ ເພື່ອກະຕຸ້ນໃຫ້ມີການ​ທ້ອນໂຮມ​ກຳລັງ​ຄືນ​ໃໝ່ ຕໍ່ອັນ​ທີ່
​ຮ້ອງ​ວ່າ ຂະບວນການ​ເຄຶ່ອນ​ໄຫວ​ເພື່ອເຂົ້າຍຶດຄອງຫລື Occupy Movement.

HONG KONG PROTEST VO
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG