ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Hollande ເດີນທາງໄປ ຣັດເຊຍ ເພື່ອເຈລະຈາ ການເປັນ ພັນທະມິດ ຮ່ວມກັນ


ຮູບພາບນີ້ໄດ້ຖືກເປີດເຜີຍໃນວັນທີ 23 ພະຈິກ 2015 ໂດຍຫ້ອງການ ການສື່ສານ ສຽງ ແລະ ພາບທະຫານບົກ ຝຣັ່ງ (ECPAD) ສະແດງໃຫ້ເຫັນເຮືອບິນຮົບ Rafale ຂອງທະຫານບົກ ຝຣັ່ງ ບິນຂຶ້ນຈາກກຳປັ່ນບັນທຸກເຮືອຂອງ ຝຣັ່ງ Charles De Gaulle, ໃນທະເລ ເມດີເທີເຣນຽນ.
ຮູບພາບນີ້ໄດ້ຖືກເປີດເຜີຍໃນວັນທີ 23 ພະຈິກ 2015 ໂດຍຫ້ອງການ ການສື່ສານ ສຽງ ແລະ ພາບທະຫານບົກ ຝຣັ່ງ (ECPAD) ສະແດງໃຫ້ເຫັນເຮືອບິນຮົບ Rafale ຂອງທະຫານບົກ ຝຣັ່ງ ບິນຂຶ້ນຈາກກຳປັ່ນບັນທຸກເຮືອຂອງ ຝຣັ່ງ Charles De Gaulle, ໃນທະເລ ເມດີເທີເຣນຽນ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ເດີນທາງ ໄປປະເທດຣັດເຊຍ ໃນວັນພະຫັດມື້ນີ້ ​ເຊິ່ງເປັນສ່ວນໜຶ່ງໃນຄວາມ ພະຍາ ຍາມທີ່ຈະສ້າງພັນທະມິດທົ່ວໂລກ ເພື່ອເພີ້ມທະວີການຕໍ່ສູ້ ກັບພວກລັດ ອິສລາມ ອັນເປັນຜົນເນື່ອງມາຈາກການໂຈມຕີທີ່ຮ້າຍ ແຮງໃນນະຄອນ ຫຼວງ ປາຣີ.

ທ່ານ Hollande ຈະພົບປະກັບປະທານາທິບໍດີ Vladimir Putin ໃນນະຄອນຫຼວງມົສກູ ​ເຊິ່ງເປັນການສືບຕໍ່ການ​ເດີນທາງທີ່ໄດ້ ເຮັດໃຫ້ທ່ານໄດ້ຮັບການສະໜັບສະໜູນຈາກບັນດາຜູ້ນຳຂອງ ສະຫະລັດ ອັງກິດ ແລະ ເຢຍຣະມັນ.

ກຸ່ມລັດອິສລາມ ເຊິ່ງຄວບຄຸມພື້ນທີ່ສ່ວນໃຫຍ່ໃນປະເທດ ອີຣັກ ແລະ ຊີເຣຍ, ໄດ້ອ້າງເອົາ ຄວາມ​ຮັບຜິດຊອບ​ໃນການໂຈມຕີ​ແບບ​ມີ​ການ​ປະ ສານ​ງານກັນດ້ວຍປືນ ແລະ ລະເບີດທີ່ນະ ຄອນຫຼວງ ປາຣີ ໃນວັນທີ 13 ພະຈິກທີ່ຜ່ານມາ, ເຊິ່ງເຮັດໃຫ້ 130 ຄົນເສຍຊີວິດ.

ຝຣັ່ງ ໄດ້ເປັນສ່ວນໜຶ່ງຂອງພັນທະມິດຫຼື​ແນວ​ໂຮມ​ພາຍ​ໃຕ້​ການນຳພາໂດຍ ສະຫະລັດ ທີ່ ແນເປົ້າໂຈມຕີໃສ່ພວກຫົວຮຸນແຮງ, ແຕ່ຜູ້ນຳ ຝຣັ່ງ ​ໄດ້​ຖືກກົດດັນຢ່າງ​ໜັກ ໃຫ້ເຮັດວຽກຕື່ມ ອີກເພື່ອຈະເອົາຊະນະອົງການກໍ່ການຮ້າຍດັ່ງກ່າວ ຫຼັງຈາກການໂຈມຕີຢູ່ ປາຣີ.

ມັນຍັງບໍ່ທັນກະຈ່າງແຈ້ງ​ເທື່ອວ່າທ່ານ Hollande ສາມາດຊັກຈູງທ່ານ Putin ​ໄດ້​ຫຼາຍປານ​ໃດ ​ເພື່ອໃຫ້ເຂົ້າຮ່ວມໃນປະຕິບັດການຕໍ່ຕ້ານພວກ ລັດ​ອິສລາມ. ຄວາມຫວັງດັ່ງກ່າວນັ້ນ ໄດ້ຫຼຸດເຫຼືອໜ້ອຍລົງ ຫຼັງຈາກເຮືອບິນຮົບຂອງ ຣັດເຊຍ ໄດ້ຖືກຍິງຕົກໂດຍ ເທີກີ ເຊິ່ງເປັນ ພັນທະມິດຂອງອົງການ NATO.

ເຮືອບິນຮົບ ຣັດເຊຍ ໄດ້ເຂົ້າຮ່ວມໃນການ​ໂຈມ​ຕີ​ຢູ່ໃນປະເທດ ຊີເຣຍ ​ເຊິ່ງມີເປົ້າໝາຍ​ແນໃສ່ ​ເພື່ອຮັບປະກັນການຢູ່ລອດ ຂອງລັດຖະບານປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad, ​ໂດຍສ່ວນໃຫຍ່​ແລ້ວ​ແມ່ນໂຈມຕີກຸ່ມຕໍ່ຕ້ານລັດຖະບານ ທີ່ໜູນຫຼັງໂດຍປະເທດ ຕາເວັນ ຕົກ.

ລັດຖະສະພາຝຣັ່ງ ໄດ້ລົງຄະແນນສຽງໃນວັນພຸດວານນີ້ເພື່ອຂະຫຍາຍ ການໂຈມຕີທາງອາ ກາດໃສ່ພວກລັດອິສລາມ.

ສະພາສູງໄດ້ລົງຄະແນນສຽງ 325 ຕໍ່ 0 ​ໂດຍ​ມີ 21 ຄົນ​ບໍ່ອອກສຽງ ​ໃຫ້ຂະຫຍານເວລາການ ໂຈມຕີທາງອາກາດໃນ ຊີເຣຍ ກາຍຕົ້ນເດືອນມັງກອນປີໜ້າ. ສ່ວນສະພາຕ່ຳກ່ອນໜ້ານີ້ໄດ້ ລົງຄະແນນສຽງ 515 ຕໍ່ 4 ຕໍ່ການສະໜັບສະໜູນການ​ປະຕິບັດ​ງານ​ດັ່ງກ່າວ.

Islamic State Unfazed by Losses in Iraq, Syria
please wait

No media source currently available

0:00 0:01:49 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG