ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສິນລະປິນໄລບີເຣຍ ຮ້ອງເພງ ປຸກຄວາມຕື່ນຕົວ ກ່ຽວກັບ ເຊື້ອໄວຣັສ ອີໂບລາ (ສະໄລດ໌/ວີດີໂອ)


ທະຫານໄລຍີເຣຍ ກວດເບິ່ງປະຊາຊົນ ທີ່ເດີນທາງໄປມາ ໃນເຂດ Bomi County, ວັນທີ 11 ສິງຫາ 2014.
ທະຫານໄລຍີເຣຍ ກວດເບິ່ງປະຊາຊົນ ທີ່ເດີນທາງໄປມາ ໃນເຂດ Bomi County, ວັນທີ 11 ສິງຫາ 2014.

ຢູ່​ນະຄອນຫລວງ​ຂອງ​ໄລບີ​ເຣຍ ອີ​ໂບລາ​ໄດ້​ເຂົ້າ​ຄອບ​ງຳ​ຄື້ນວິທະ
ຍຸ ແຕ່ບໍ່​ແມ່ນ​ໃນ​ຂ່າວ​ກ່ຽວ​ກັບ​ໂຣກຮ້າຍ​ແຮງ ​ທີ່​ພາ​ໃຫ້​ຕາຍ​ໄດ້​ນັ້ນ
ຫາກແມ່ນ​ເພງ​ດັງ​ທີ່​ຊື່ວ່າ Ebola in Town ທີ່​ມີຈັງ​ວະ​ເຕ້ນ​ແບບ​
ຄຶກຄື້ນ ​ແລະ​ມີເນື້ອ​ໃນ​ເຕືອນ​ໃຫ້​ຫລີກ​ເວ້ນຈາກການ​ຕິດ​ເຊື້ອອີ​
ໂບລາ. ຢູ່​ປະ​ເທດ​ນີ້ ພວກ​ພະນັກງານ​ຮັກສາ​ສຸຂະພາບ ​ທີ່​ຕໍ່ສູ້​ກັບ
​ການ​ແຜ່ລະບາດ​ຂອງ​ເຊື້ອ​ອີ​ໂບລາ ຍັງຕ້ອງ​ໄດ້​ຕໍ່ສູ້​ກັບ​ຂ່າວ​ຊ່າ​ລື
ຄວາມ​ບໍ່​ໄວ້​ວາງ​ໃຈ ຄວາມ​ບໍ່​ຮູ້ເລື້​ອງຫຍັງ ​ແລະ​ຂໍ້​ມູນ​ທີ່​ຜິດ​ພາດ
ທີ່​ໄດ້​ມີ​ສ່ວນ​ຊ່ວຍ​ເຮັດ​ໃຫ້​ເຊື້ອ​ອີ​ໂບລາ ​ແຜ່​ລະບາດ​ກ້ວາງ​ອອກ​
ໄປ​ນັ້ນ. ​ແຕ່​ວ່າ ​ເພັງ​ຈະ​ສາມາດ​ປ່ຽນ​ແນວ​ຄິດແລະ​ຄວາມ​ປະພຶດ
​ຂອງ​ຄົນ​ໄດ້​ບໍ? ຜູ້​ສື່​ຂ່າວ​ວີ​ໂອ​ເອ Steve Baragona ມີ​ລາຍ​ງານ
ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ​.

ຟັງລາຍງານນີ້ ເປັນພາສາອັງກິດ:

ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ນັກ​ດົນຕີ​ໄລ​ບີ​ເຣຍສາມ​ຄົນ ມີ​ຄວາມ​ຄິດ​ວ່າ ປະຊາຊົນ​
ພາກັນ​ຖື​ເບົາ​ເຊື້ອ​ອີ​ໂບລາ​ຫລາຍ​ເກີນ​ໄປ. ຫລາຍໆ​ຄົນ​ຄິດ​ວ່າ ມັນ​ເປັນ​ເລ່ກົນ​ຂອງ
ລັດຖະບານເພື່ອ​ໃຫ້​ໄດ້​ຮັບ​ເງິນ​ຊ່ວຍ​ເຫລືອ.

​ເຂົາ​ເຈົ້າ​ຈຶ່ງ​ຢາກ​ດຶງ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ ມາ​ໃສ່ເຊື້ອ​ໄວຣັສອັນ​ນີ້. ແລະ​ມັນ​ກໍ​ໄດ້ຜົນ.
ບໍ່​ເທົ່າ​ໃດ​ມື້ ຫລັງຈາກ​ທີ່​ພວກ​ເຂົາ​ເຈົ້າ​ພາກັນ​ອັດ​ເພັງ​ນີ້​ອອກ​ມາ Ebola in Town ຫລື
ອີ​ໂບລາ​ມາ​ຮອດເມື​ອງແລ້ວ ມັນກໍ​ດັງ​ຄັບ​ ນະຄອນຫລວງ​ມອນ​ໂຣເວ​ຍ.

ນັກ​ດົນຕີ Samuel "Shadow" Morgan ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຢາກ​ອັດ​ເພັງ​ປຸກໃຫ້​
ຕື່ນ​ຕົວ ​ແບບ​ທົ່ວໆ​ໄປ​ທີ່​ເຄີຍ​ເຮັດ​ມາ ທີ່​ມີ​ທຳນອງ​ຊ້າໆ ເສົ້າ​ແລະ​ເຄ່ງ​ຂຶມ. ​ເຂົາ​ເຈົ້າ​ຢາກ​
ໄດ້​ເພັງ​ທີ່​ມີ​ທຳນອງ​ຄຶກຄື້ນ ທີ່​ຜູ້​ຄົນສາມາດ​ເຕ້ນ​ໄປ​ນຳ​ໄດ້. Samuel Morgan ​ເວົ້າ​ວ່າ:

“​ເນື່ອງ​ຈາກ​ວ່າ ​ທຸກ​ມື້​ນີ້ ​ໃຜໆ​ກໍ​ຢາກ​ເຕ້ນ​ລຳ​ ເຂົາ​ເຈົ້າ​ກໍ​ຈະ​ເຕ້ນ​ໃສ່​ຈັງ​ວະ​ເພັງ​ກ່ອນ ​
ແລະ​ໃນ​ຂັ້ນ​ຕໍ່​ໄປ ​ເຂົາ​ເຈົ້າ​ກໍ​ຈະ​ຮຽນຮ້ອງ​ບົດ​ສອຍ ​ແລ້ວ​ກໍ​ຈະ​ເຂົ້າ​ໄປ​ຫາ​ເນື້ອ​ຮ້ອງ
ແລ້ວກໍ​ຈະ​ເຂົ້າ ໃຈ​ ເນື້ອ​ໃນ​ແທ້ໆ​ຂອງ​ມັນ ວ່າມັນກ່ຽວກັບ​ຫຍັງ?”


ຕົວຢ່າງ ​ເນື້ອ​ຮ້ອງ​ວັກ​ສຸດ​ທ້າຍ ​ແມ່ນ​ບອກໃຫ້​ຮູ້​ວ່າ ​ທ່ານສາມາດ​ຕິດ​ເຊື້ອ​ອີ​ໂບລາ​ໄດ້​
ແນວ​ໃດ ຈາກ​ການ​ກິນ​ຊີ້ນ​ລີງ ແລະ​ຊີ້ນ​ສັດປ່າ​ອື່ນໆ. ເນື້ອ​ຮ້ອງ​ຂອງ​ວັກ​ນີ້​ເວົ້າ​ວ່າ

If you like the monkey/ ຖ້າ​ເຈົ້າ​ມັກ​ລີງ
Don't eat the meat/ ຢ່າ​ກິນ​ຊີ້ນ​ລີງ
If you like the baboon/ ຖ້າ​ເຈົ້າ​ມັກ​ຊະນີ
I said don't eat the meat/ ຂ້ອຍ​ບອກ​ວ່າ ຢ່າ​ກິນ​ຊີ້ນມັນ
If you like the bat-o/ ຖ້າ​ເຈົ້າ​ມັກໂຕ​ເຈຍ
Don't eat the meat/ ຢ່າ​ກີ​ນຊີ້ນ​ມັນ
Ebola in town/ ອີ​ໂບລາ ມາ​ຮອ​ດ​ເມືອງ​ແລ້ວ.

Jennifer Chu ​ເຮັດ​ວຽກ​ດ້ານການ​ຕະຫລາ​ດ ກ່ຽວ​ກັບ​ການ​ໂຄະ​ນາ​ ເຜີ​ຍແຜ່ຂ່າວ
ສາທາລະນະ​ສຸກ​ຕໍ່ສັງຄົມ ​ໃຫ້​ບໍລິສັດ Ogilvy Public Relations ທີ່​ວໍ​ຊິງ​ຕັນ. ລາວ
​ເວົ້າ​ວ່າ ​ເພັງ​ນີ້ເປັນເພັງງ່າຍໆ​ ກົງ​ໄປ​ກົງ​ມາ ແລະຍາກ​ທີ່​ຈະ​ຫາ​ເພັງ​ອື່ນ​ໃດ ທີ່​ທັງ​ໃຫ້
​ຂໍ້​ມູນ​ແລະໄດ້​ຮັບ​ຄວາມ​ນິຍົມ ຈາກ​ຜູ້​ຟັງ. Jennifer Chu ​ເວົ້າ​ວ່າ:

“​ເປັນ​ແນວ​ໃດ​ບໍ່​ຮູ້ ​ມັນ​ເປັນເພັງທີ່​ຕິດ​ຫູ​ຢ່າງ​ໜ້າ​ມະຫັດສະຈັນ ​ແລະ​ກໍ​ມີ​ຂໍ້ຄວາມ
​ດ້ານ​ສາ​ທາ​ລະນະ​ສຸກ​ທີ່​ດີ.”


Susan Krenn ​ເປັນ​ຜູ້ອຳນວຍການ ສູນ​ກາງ​ໂຄງການ​ສື່ສານ​ (Center for Communication Programs) ຂອງໂຮງຮຽນສາທາລະນະ​ສຸກ Bloomberg ຂອງ
ມະຫາ​ວິ​ທະຍາ​ໄລ Johns Hopkins ຢູ່​ນະຄອນ Baltimore ລັດ​ Maryland. ລາ​ວ
ກ່າວວ່າ ດົນຕີ​ສາມາດ​ເປັນ​ເຄື່ອງມື​ທີ່​ມີ​ພະລັງ​ໄດ້ ສຳ​ຫລັບ​ສົ່ງ​ສານດ້ານ​ສຸຂະພາບ​ອອກ
​ໄປ. Susan Krenn ​ເວົ້າ​ວ່າ:

“​ເພາະວ່າເຈົ້າ​ຢູ່ໃນ​ຄື້ນວິທະຍຸ​ຫັ້ນ​ ພ້ອມ​ກັບ ສິ່ງ​ນຶ່ງ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຄົນ​
ຢູ່​ແລ້ວ ​ແລະ​ມັນ​ກໍ​ເປັນຄວາມ​ບັນ​ເທິງ ສະ​ນັ້ນ ກໍ​ແມ່ນ​ວ່າ ທ່ານ​ຊະນະ​ການ​ຕໍ່ສູ້​
ໄປ​ໄດ້​ເຄິ່ງນຶ່ງ​ແລ້ວ.”

ທ່ານ​ນາງ Krenn ກ່າວ​ວ່າ ການຕອບ​ຮັບດ້ວຍຄວາມ​ຮູ້ສຶກມ່ວນ​ຊື່ນ ​ຕໍ່​ທຳນອງ​ເພັງ
​ທີ່ມ່ວນ​ຫູ ຊ່ວຍ​ເຮັດ​ໃຫ້ການ​ສົ່ງ​ສານ​ຫລື​ຂໍ້​ມູນ ງ່າຍ​ຂຶ້ນ.

ສູນ​ກາງຂອງ​ທ່ານ​ນາງ​ໄດ້​ເຮັດ​ວຽກ​ເຜີຍ​ແຜ່​ແບບ​ນີ້ ມາ​ດົນ​ກ່ວາ 20 ປີ​ແລ້ວ.

​ໃນ​ສ​ະ​ໄໝທ້າຍຊຸມ​ປີ 1980 ​ເຂົາ​ເຈົ້າ​ໄດ້​ຮ່ວມ​ກັບ​ນັກ​ຮ້ອງ​ໄນ​ຈີ​ເຣຍ ສອງ​ຄົນ ຄື
Onyeka Onwenu ກັບ King Sunny Ade ​ເຮັ​ດ​ເພັງ​ນຶ່ງ​ອອກ​ມາ ກ່ຽວ​ກັບ​ການ
ວາງແຜນ​ຄອບຄົວ ທີ່​ຊື່​ເພັງ Wait for Me ຫລື ຖ້າ​ຂອ້ຍ​ແດ່.

​ເພັງ​ນີ້​ບໍ່​ພຽງ​ແຕ່ໄດ້​ຮັບ​ຄວາມ​ນິຍົມ​ຫລາຍ​ເທົ່າ​ນັ້ນ ​ແຕ່ຍັງ​ຊ່ວຍ​ເຮັດ​ໃຫ້​ເລື້ອງ​ການວາງ
​ແຜນ​ຄອບຄົວ ກາຍ​ມາ​ເປັນ​ຫົວ​ຂໍ້​ການ​ສົນທະນາ​ຢູ່​ໃນ​ໝູ່​ປະຊາຊົນ​ໄນ​ຈີ​ເຣຍ ​ແຕ່​ທ່ານ​
ນາງ Krenn ກ່າວ​ວ່າ ມັນ​ບໍ່​ແມ່ນ​ແຕ່​ເພັງ​ທີ່​ເຮັດ​ໃຫ້​ເປັນ​ເຊັ່ນ​ນັ້ນ. ທ່ານ​ນາງ Krenn
ກ່າວ​ວ່າ:

“​ເພັງໆ​ດຽວ​ບໍ່​ສາມາດ​ທີ່​ຈະ​ສ້າງ​ແຕກ​ຕ່າງ ​ໄດ້​ສະ​ເໝີ​ໄປ. ຂ້າພະ​ເຈົ້າ​ຢາກ​ຈະ​
ເວົ້າ​ວ່າ ທາງ​ທີ່​ດີ​ທີ່​ສຸດ​ກໍ​ຄື​ໃຫ້​ໃຊ້​ເພັງ ​ໃນ​ຊຸດໂຄ​ສະ​ນາ ທີ່ໃຫຍ່​ກ່ວາ​ນັ້ນ.”


ຊຸດເພັງ​ໂຄສະນາ​ຢູ່​ໄນ​ຈີ​ເຣຍນັ້ນ ມີ​ຮວມທັງ​ລາຍການ​ໂຄສະນາ​ທາງ​ວິທະຍຸ ​ແລະ​ໂທລະ
ພາບ ທັງ​ບົດ​ຂຽນ​ໃນໜັງສືພິມ ນິຕະຍະ​ສານ ​ແລະ​ອື່ນໆ ຊື່​ງອົງການພັດທະນາ​ລະຫວ່າງ
ປະ​ເທດ​ຂອງ​ສະຫະລັດ (U.S. Agency for International Development) ຫລື
USAID ​ເປັນ​ຜູ້​ໃຫ້​ທຶນ.

ສູນ​ກາງຂອງ​ທ່ານ​ນາງ Krenn ​ໄດ້​ທຳ​ການ​ຄົ້ນ​ຄ້ວາ​ເບິ່ງ​ຜົນ​ຂອງ​ຂອງ​ການ​ໂຄສະນາ ​
ແລະ​ພົບ​ວ່າ ຍິ່ງ​ຜູ້​ຄົນ​ໄດ້​ເຫັນ​ການ​ໂຄສະນາ​ຫລາຍ​ເທົ່າ​ໃດ ກໍ​ມີ​ທາງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ​
ວ່າ ​ເຂົາ​ເຈົ້າ​ຈະ​ໃຊ້​ວິທີ​ການວາງ​ແຜນ​ຄອຍ​ຄົວ​ແບບ​ໃດ​ແບບ​ນຶ່ງ. ຕົວຢ່າງ​ກໍ​ຄື ພວກ​ທີ່​
ໄດ້​ເຫັນ​ການ​ໂຄສະນາຫລາຍ​ທີ່​ສຸດ ກໍ​ແມ່ນ​ມີ​ທາງ​ວ່າ ຈະ​ໃຊ້​ວິທີ​ຄຸມ​ກຳ​ເນີ​ດຫລາຍ​ກ່ວາ
ພວກ​ທີ່​ບໍ່​ໄດ້​ເຫັນ​ການ​ໂຄສະ​ນາ​ນັ້ນ ​ເຖິງ​ສອງ​ເທົ່າ.

ຢູ່​ໄລ​ບີ​ເຣຍນັ້ນ Ebola in Town ບໍ່ແມ່ນ​ເພັງ​ດຽວ​ທີ່​ທ່ານ​ຈະ​ໄດ້​ຍິນ ກ່ຽວ​ກັບ​ໂຣກນີ້.
ກະຊວງ​ສາທາລະນະ​ສຸກ​ຍັງ​ໄດ້​ນຳ​ເອົາ​ເພັງ​ນີ້ ອອກເຜີຍ​ແຜ່​ນຳ.

Always wash your hands with soap and water/
Always cook your food very well/
Go to the health facility any time you have headache/
Fever, pain, diarrhea, rash, red eyes and vomiting.

​ເນື້ອ​ໃນ​ວັກນີ້ຂອງ​ເພັງ​ ເວົ້າ​ວ່າ:

“​ໃຫ້ລ້າງ​ມື​ຂອງ​ທ່ານ​ ກັບ​ສະ​ບູ່​ແລະ​ນ້ຳ​ຕະຫລອດ​ເວລາ/
ປຸງ​ແຕ່ງອາຫານ​ຂອງ​ທ່ານ​ໃຫ້​ສຸກ​ດີ/​
ໃຫ້​ໄປ​ສຸກສາລາ ​ເວລາ​ໃດ​ທີ່​ທ່ານເຈັບຫົວ/
ມີ​ໄຂ້ ​ເຈັບ​ປວດ ທ້ອງສຸ ​ເປັນ​ຜືນ​ຄັນ ຕາ​ແດງ ​ແລະ​ຮາກອອກມາ.”

ວີດີໂອ: ຊາວອາເມຣິກັນ ສົ່ງເຄື່ອງຂອງໄປຊ່ວຍເຫລືອ ປະຊາຊົນໃນປະເທດ
ອາຟຣິກາຕາເວັນຕົກ ຮັບມືກັບ ອີໂບລາ:

Americans, Ex-Pats Send Relief Supplies to West Africa
please wait

No media source currently available

0:00 0:02:45 0:00

XS
SM
MD
LG