ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງ Clinton ແລະ ທ່ານ Sanders ຖົກຖຽງກັນວ່າ ໃຜເປັນຜູ້ ມີຫົວກ້າວໜ້າ

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ສະມາຊິກສະພາສູງ ທ່ານ Bernie Sanders (ຊ້າຍ) ແລະ ອະດີດລັດຖະມົນຕີ ຕ່າງປະເທດ ທ່ານນາງ Hillary Clinton ເຂົ້າຮ່ວມກອງປະຊຸມຕອບຄຳຖາມຜູ້ຂ້ອງໃຈ ໃນເມືອງ Derry ຂອງລັດ New Hampshire, ວັນທີ 3 ກຸມພາ 2016.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ
ທ່ານນາງ Hillary Clinton ແລະທ່ານ Bernie Sanders ໄດ້
ຍົກເອົາເລື່ອງທ່າອຽງທາງດ້ານການເມືອງຂອງຕົນ ມາສົນທະ
ນາກັນ ໃນລະ ຫວ່າງກອງປະຊຸມຕອບຄຳຖາມຜູ້​ຂ້ອງ​ໃຈທີ່ລັດ
New Hampshire ຊຶ່ງ​ໄດ້​ມີ​ການຖ່າຍ​ທອດອອກອາກາດທາງ
ໂທລະພາບ ເມື່ອຕອນແລງວັນພຸດວານນີ້.

ທ່ານ Sanders ຜູ້ປະກາດຕົນເອງ ວ່າ ເປັນພັກພັກ​ເດ​ໂມ​ແຄ​ຣັດ
ສັງຄົມນິຍົມຈາກລັດ Vermont ທີ່ໃກ້ຄຽງນັ້ນ ໄດ້ຕັ້ງຄຳຖາມ ຕໍ່
ອະ ດີດລັດຖະມົນຕີຕ່າງປະເທດ ​ເຖິງຄຸນສົມບັດຕ່າງໆກ່ຽວກັບ
ການເປັນຜູ້ທີ່ນິຍົມແນວທາງເສລີ ຫຼື ແນວທາງແບບກ້າວໜ້າ
ຕະຫຼອດເຖິງ ເລື່ອງການຈັດຕັ້ງກົດລະບຽບ ຕະຫຼາດຮຸ້ນ Wall Street, ການປະຕິຮູບ
ການລະດົມທຶນເພື່ອໃຊ້ໃນການຫາສຽງ ແລະ ການລົງຄະແນນສຽງເພື່ອອະນຸມັດການ
ບຸກລຸກປະເທດອີຣັກ ໃນປີ 2003 ເວລາທ່ານນາງເປັນສະມາຊິກສະພາສູງ ຈາກລັດ
New York.

ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton (ຂວາ) ກ່າວຖະແຫລງ ຄຽງຂ້າງ ຜູ້ດຳເນີນລາຍການ ທ່ານ Anderson Cooper ໃນລະຫວ່າງ ກອງປະຊຸມຕອບຄຳຖາມຜູ້ຂ້ອງໃຈ ໃນເມືອງ Derry ຂອງລັດ New Hampshire ທີ່ອຸປະຖຳໂດຍຕາໜ່າງຂ່າວ CNN, ວັນທີ 3 ກຸມພາ 2016.

​ທ່ານ Sanders ກ່າວຕໍ່ບັນດາຜູ້​ເຂົ້າຮ່ວມ​ວ່າ “ຂ້າພະເຈົ້າບໍ່ຮູ້ຈັກຜູ້ທີ່ນິຍົມແນວທາງ
ແບບກ້າວໜ້າ​ ຜູ້ໃດ ທີ່ມີຄະນະກຳມະການ ຊູເປີ້ PAC ຢູ່ແລ້ວ ແລະຍັງຮັບເອົາເງິນ
15 ລ້ານໂດລາ ຈາກຕະຫຼາດຮຸ້ນ Wall Street”
ຢູ່ທີ່ກອງປະຊຸມ ຈັດຂຶ້ນໂດຍຕາໜ່າງ
ຂ່າວ CNN ຫຼັງຈາກທີ່ມີການຕອບໂຕ້ກັນ ກັບໄປກັບມາເປັນເວລາໜຶ່ງມື້ ຂອງທັງສອງ
ຝ່າຍ ຜ່ານທາງ Twitter ກ່ຽວກັບວ່າ ຜູ້ໃດເປັນຜູ້ຕາງໜ້າໃຫ້ແກ່ພັກ ຝ່າຍທີ່ມີ​ຫົວ​ກ້າວໜ້າ
​ຂອງ​ພັກ.

ສ່ວນທ່ານນາງ Clinton ໄດ້ກ່າວວ່າ ຄູ່ແຂ່ງຂອງນາງ ໄດ້ “ຕັ້ງຕົນເອງເປັນຜູ້ເຝົ້າຍາມ
ກວດເບິ່ງວ່າ ຜູ້ໃດ ເປັນຜູ້ມີ​ຫົວ​ກ້າວໜ້າ,”
ແລະ ວ່າ ພາຍໃຕ້ມາດຕະຖານຂອງຜູ້ກ່ຽວ
ຊຶ່ງປະທານາທິບໍດີ ບາຣັກ ໂອບາມາ ຫຼືຮອງປະທານາທິບໍດີ ໂຈ ບາຍເດນ ແມ່ນບໍ່​ໄດ້ຢູ່
ພາຍໃຕ້ປະເພດທີ່ກ່າວນັ້ນ. ທ່ານນາງໄດ້ປົກປ້ອງປະຫວັດຂອງທ່ານນາງ ໃນການຕໍ່ສູ້
ກ່ຽວ​ກັບເລື່ອງຕ່າງໆເຊັ່ນການຮັກສາສຸຂະພາບ.

ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ Bernie Sanders (ຂວາ) ຮັບຟັງຄຳຖາມ ຈາກຜູ້ຊົມຄົນໜຶ່ງ ຄຽງຂ້າງ ຜູ້ດຳເນີນລາຍການ ທ່ານ Anderson Cooper ໃນລະຫວ່າງ ກອງປະຊຸມຕອບຄຳຖາມຜູ້ຂ້ອງໃຈ ໃນເມືອງ Derry ຂອງລັດ New Hampshire ທີ່ອຸປະຖຳໂດຍຕາໜ່າງຂ່າວ CNN, ວັນທີ 3 ກຸມພາ 2016.

​ກອງປະຊຸມໃນວັນພຸດວານ​ນີ້ ໄດ້ມີຂຶ້ນ ສອງມື້ ຫຼັງຈາກທີ່ທ່ານນາງ Clinton ໄດ້ເອົາ
ຊະນະ ທ່ານ Sanders ຢ່າງຫວຸດຫວິດ ໃນການເລືອກຕັ້ງທີ່ລັດ Iowa ຊຶ່ງເປັນລັດ​ທີ່​
ມີການຄັດ​ເລືອກບ່ອນທຳອິດ ໃນການແຂ່ງຂັນເປັນປະທານາທິບໍດີ ປີ 2016. ແຕ່ທ່ານ
Sanders ຍັງມີຄະແນນນຳໜ້າ ຫຼາຍສົມຄວນ ກວ່າ ທ່ານນາງ Clinton ໃນຂະນະທີ່
ມຸ້ງໜ້າເຂົ້າສູ່ ການເລືອກຕັ້ງຂັ້ນຕົ້ນ ​ຂອງລັດ New Hampshire ໃນວັນທີ 9 ກຸມພາ
ຈະມາເຖິງນີ້ ທີ່ມີຜູ້ມີສິດປ່ອນບັດທີ່ມີຊາວໜຸ່ມ ເປັນສ່ວນໃຫຍ່ ທີ່ໄດ້ຮັບແຮງດົນໃຈ ໂດຍ
ຂໍ້ສະເໜີຂອງທ່ານ Sanders ​ເພື່ອ​ເຮັດ​ໃຫ້ຄວາມບໍ່ສະເໝີພາບ ຂອງລາຍໄດ້ ແລະ
ການມີອິດທິພົນຕໍ່ການເມືອງ ຂອງພວກນາຍທຶນ ຍຸຕິ​ລົງ. ທ່ານ Sanders ໄດ້ຮັບຄະ
ແນນສຽງ 84 ເປີເຊັນ ຈາກບັນດາຜູ້ມີສິດປ່ອນບັດ ອາຍຸຕ່ຳກວ່າ 30 ປີ ທີ່ນິຍົມພັກ
ເດໂມແຄຣັດ ​ໃນການປະຊຸມຄັດເລືອກທີ່ລັດ Iowa ເມື່ອວັນຈັນທີ່ຜ່ານມາ.

ໃນຂະນະທີ່ຍອມຮັບຮູ້ເຖິງຄວາມລົ້ມແຫລວ ​ເພື່ອຈະເຊື່ອມຕໍ່ກັບພວກຊາວໜຸ່ມ ທີ່ມີສິດ
ປ່ອນບັດ ສັງກັດພັກເດໂມແຄຣັດນັ້ນ ທ່ານນາງ Clinton ໄດ້ກ່າວວ່າ “ພວກເຂົາເຈົ້າບໍ່
ຕ້ອງເຮັດໃຫ້ຂ້າພະເຈົ້າ, ຂ້າພະ ເຈົ້າຈະເປັນຜູ້ທີ່ຈະ​ເຮັດ ​ເພື່ອພວກເຂົາເຈົ້າ.”

US Politics New Hampshire
please wait

No media source currently available

0:00 0:01:41 0:00

XS
SM
MD
LG