ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດ ກ່າວວ່າ ອາຊະຍາກຳຄ້າມະນຸດ ອັນຊົ່ວຮ້າຍ ຕ້ອງຍຸດຕິລົງ


ໂສເພນີຄົນນຶ່ງ ກຳລັງຢືນລໍຖ້າ ລູກຄ້າ ຢູ່ເມືອງ Nice ພາກໃຕ້ຂອງ ຝຣັ່ງ.
ໂສເພນີຄົນນຶ່ງ ກຳລັງຢືນລໍຖ້າ ລູກຄ້າ ຢູ່ເມືອງ Nice ພາກໃຕ້ຂອງ ຝຣັ່ງ.

ສະຫະ​ປະຊາ​ຊາດ ກຳລັງ​ຮຽກ​ຮ້ອງ ​ໃຫ້​ຍຸດຕິການ​ຄ້າ​ມະນຸດ ​ໃ​ນ
ພິທີ​ຂີດ​ໝາຍ ວັນ​ຕໍ່ຕ້ານການ​ຄ້າ​ມະນຸດ​ໂລກ​ ເທື່ອທຳ​ອິດ​ໃນ​ມື້​ນີ້.

ວັນຕໍ່ຕ້ານ​ການ​ຄ້າ​ມະນຸດ​ໂລກ ແມ່ນ​ໄດ້​ມີ​ຂື້ນ​ສີ່​ປີ​ ຫລັງ​ຈາກກອງ
ປະຊຸມ ສະມັດ ຊາໃຫຍ່ ສະຫະປະຊາຊາດ ​ໄດ້​ຮັບ​ຮອງເອົາ ​ແຜນ​
ປະ​ຕິບັດການ​ທົ່ວ​ໂລກ ​ເພື່ອ​ຕໍ່ສູ້​ກັບ​ອາ​ຊະ​ຍາ​ກຳຄ້າ​ມະນຸດ. ​ແຜນ
​ດັ່ງກ່າວ​ນີ້ ແມ່ນ​ສຸມໃສ່ ການ​ປ້ອງ​ກັນຂັດ ຂວາງ​ການ​ຄ້າ​ມະນຸດ
ຈັບ​ກຸມຜູ້​ທຳ​ຄວາມ​ຜິດມາ​ດຳ​ເນີນ​ຄະດີ ​ແລະ​ປົດປ້ອງ​ຜູ້​ເຄາະ​ຮ້າຍ.
ສະຫະ​ປະຊາ​ຊາດ​ຮ້ອງ​ຂໍ​ໃຫ້ ບັນດາ​ລັດ ຕັ້ງ​ໂຄ​ງການແຫ່ງ​ຊາດຂອງ​ຕົນ​ຂຶ້ນ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ເຫລົ່າ​ນີ້.

ບັນ​ກາ​ກຸ່ມ​ສິດທິ​ມະນຸດ ຖື​ວັນ​ດັ່ງກ່າວ​ນີ້​ວ່າ ​ເປັນ​ບາດ​ກ້າວ​ທີ່​ສຳຄັນ​ຢ່າງ​ນຶ່ງ ​ໃນ​ການ​ຕໍ່ສູ້​
ຕ້ານ​ລະບົບຂ້າ​ທາດ​ສະ​ໄໝ​ໃໝ່. ທ່ານ​ນາງ Youla Haddadin ທີ່​ປຶກສາຝ່າຍຄ້າ​ມະນຸດ
​ປະຈຳຂ້າ​ຫລວງ​ໃຫຍ່ຝ່າຍ​ສິດທິ​ມະນຸດ​ຂອງສະຫະ​ປະຊາ​ຊາດ ກ່າວ​ຕໍ່ວີ​ໂອ​ເອວ່າ ການ​
ຂາຍ ​ແລະ​ການ​ສວຍ​ເອົາ​ປະ​ໂຫຍ​ດຈາກ​ຜູ້​ຄົນ​ເພື່ອ​ຜົນປະ​ໂຫຍ​ດ​ທາງ​ເສດຖກິດ ​ແມ່ນ​ເກີດ
​ຂື້ນ​ຢູ່​ທົ່ວ​ໂລກ. ທ່ານ​ນາງກ່າວ​ວ່າ ບໍ່​ມີ​ປະ​ເທດ​ໃດ ທີ່​ຖືກ​ຍົກ​ເວັ້ນຈາກ​ອາຊະຍາ​ກຳ​ດັ່ງກ່າວ.
ທ່ານ​ນາງ​ເວົ້າ ມັນ​ເກີດ​ຂຶ້ນ​ຢູ່​ໃນ​ຟາມ ​ໃນໂຮງຈັກ​ໂຮງງານ ​ໃນ​ເຮືອນ​ສ່ວນ​ໂຕ ​ແລະ​ເກີດ​ຂຶ້ນ
ໃນ​ຮູບແບບ​ຂອງ​ການ​ບັງຄັບ​ໃຫ້​ຂາຍ​ໂຕ ເປັນ​ໂສ​ເພນີ ໃຫ້​ຄ້າ​ປະ​ເວ​ນີ.

ການ​ຄ້າ​ປະ​ເວນີຈະ​ເລີ​ນງອກ​ງາມ ກໍ​ເ​ເພາະວ່າ​ມັນ​ໃຫ້​ກຳ​ໄລ​ງາມ. ອົງການ​ແຮ​ງງານ​ສາກົນ (ILO) ລາ​ຍງານ​ວ່າ ພວກ​ຄ້າ​ມະນຸດ ພວກ​ນາຍ​ຈ້າງ ​ແລະ​ພວກແກ້ງ​ອາຊະ​ຍາ​ກຳ ພາກັນ​ກວດເອົາ​ເງິນ​ເຂົ້າຖົງ​ເຖິງ 150 ພັນ​ລ້ານ​ໂດ​ລ່າ​ຕໍ່​ປີ​ ຈາກການ​ສວຍ​ເອົາ​ປະ​ໂຫຍດທາງເພດ ​
ແລະສວຍ​ເອົາ​ປະ​ໂຫຍ​ດທາງເສດຖະກິດ​.

​ອົງການ​ແຮ​ງງານ​ສາກົນ ຄາດຄະ​ເນ​ວ່າ ມີຜູ້​ຊາຍ ຜູ້ຍິງ ​ແລະເດັກນ້ອຍ 21 ລ້ານ​ຄົນ ທີ່ຕົກ ເປັນ​ຜູ້​ເຄາະ​ຮ້າຍ ຖືກບັງ​ຄັບຂາຍ​ແຮງ​ງານ ​ແລະ​ບັງຄັບ​ໃຫ້​ເປັນ​ໂສ​ເພນີ. ລາຍ​ງານບອກ​ວ່າ ຂົງ​ເຂດ​ເອ​ເຊຍປາຊິ​ຟິກ ​ແມ່ນ​ມີພວກ​ຖືກບັງ​ຄັບໃຫ້ອອກ​ແຮງ​ງານ ຫລາຍ​ທີ່​ສຸດໃນ​ໂລກ ຕິດຕາມ​ດ້ວຍ ອາ​ຟຣິກາ ​ແລະ ລາ​ຕິ​ນອາ​ເມຣິກາ.

XS
SM
MD
LG