ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Hagel ປະກາດ ຂໍ້ລິເລີ້ມ ເພື່ອຊຸກຍູ້ ເທັກໂນໂລຈີ ດ້ານທະຫານ ສ​ຫລ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ຖະແຫຼງຕໍ່ສື່ມວນຊົນ ໃນະຫວ່າງການຢ້ຽມຢາມ ຖານທັບອາກາດ Minot ທີ່ລັດ North Dakota (14 ພະຈິກ 2014)
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ຖະແຫຼງຕໍ່ສື່ມວນຊົນ ໃນະຫວ່າງການຢ້ຽມຢາມ ຖານທັບອາກາດ Minot ທີ່ລັດ North Dakota (14 ພະຈິກ 2014)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Chuck
Hagel ໄດ້ປະກາດກ່ຽວກັບການດຳເນີນຄວາມພະຍາຍາມ ທີ່
ຈະສ້າງລະບົບອາວຸດເພື່ອຊຸກຍູ້ໃຫ້ສະຫະລັດສືບຕໍ່ຮັກສາການ
ຄອບງຳທາງທະຫານຂອງຕົນເອົາໄວ້.

ໃນຄຳປາໄສຢູ່ສະພາປ້ອງກັນປະເທດ Reagan ທີ່ລັດແຄລີຟໍ
ເນຍໃນວັນເສົາມື້ວານນີ້ ທ່ານ Hagel ກ່າວວ່າຂໍ້ລິເລີ້ມນະວັດ
ຕະກຳໃໝ່ ໃນດ້ານປ້ອງກັນປະເທດ ແມ່ນຈະເພັ່ງເລັງໃສ່ການ ພັດທະນາເທັກໂນໂລຈີທີ່ກ້າວໜ້າທັນສະໄໝແລະຍຸດທະສາດ ໃໝ່ທີ່ອາດພາໃຫ້ມີການປ່ຽນແປງທັງໝົດ.

ທ່ານເວົ້າວ່າ ກະຊວງປ້ອງກັນປະເທດ ຈະຕ້ອງສືບຕໍ່ປັບປຸງຄວາມສາມາດ ຂອງປະເທດ
ໃຫ້ກ້າວໜ້າທັນສະໄໝ ແລະມີຄວາມຍືນຍົງໃນດ້ານການປະຕິບັດງານແລະຄວາມກ້າວ ໜ້າໃນດ້ານເທັກໂນໂລຈີ.

ໃນມື້ວັນສຸກແລ້ວນີ້ ທ່ານ Hagel ກ່າວວ່າ ຄັງອາວຸດນິວເຄລຍ ແລະເຈົ້າໜ້າທີ່ຂອງສະ
ຫະລັດ ແມ່ນໄດ້ຮັບຜົນກະທົບຈາກການບໍລິຫານງານ ທີ່ຜິດພາດບໍ່ຖືກຕ້ອງ ແລະມີກຳ
ລັງໃຈຕ່ຳ ແລະໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ສະໜັບສະໜຸນເງິນ ກ້ອນໃໝ່ 10 ຕື້ໂດລາ. ທ່ານກ່າວວ່າ ກຳລັງນິວເຄລຍຂອງສະຫະລັດ ແມ່ນບໍ່ໄດ້ຮັບເງິນ ແລະການສະໜັບສະ ໜຸນມາໂດຍຕະຫລອດ.

ທ່ານກ່າວວ່າ ທຳນຽບຫ້າແຈ ຈະເພີ້ມງົບປະມານໃຫ້ແກ່ກຳລັງນິວເຄລຍ ຂຶ້ນຕື່ມປະມານ
10 ເປີເຊັນ ເພື່ອຕ່າວປີ້ນບັນຫາຕ່າງໆ ເຊັ່ນວ່າ ການພາດພັ້ງຂອງຜູ້ນຳ ແລະຂໍ້ບົກຜ່ອງ
ໃນດ້ານຄວາມປອດໄພ.

ລັດຖະມົນຕີ Hagel ໄດ້ຮຽກຮ້ອງ ໃຫ້ມີການທົບທວນກ່ຽວກັບເລື່ອງນີ້ ລຸນຫລັງທີ່ໄດ້ເກີດ ເຫດການຫຼາຍໆຢ່າງ ເປັນລຳດັບມາທີ່ພົວພັນກັບເຈົ້າໜ້າທີ່ຂອງກຳລັງນິວເຄລຍ. ນຶ່ງໃນ ນັ້ນກໍແມ່ນຂ່າວນອງນັນທີ່ທະຫານອາກາດຖືກຈັບໄດ້ໃນການໂກງຂໍ້ສອບກ່ຽວກັບຄວາມ ສາມາດສຳຫລັບບຸກຄົນທີ່ຈະເປັນຜູ້ຍິງລູກສອນໄຟຂີປະນາວຸດຂ້າມທະວີບນັ້ນ.

US NUCLEAR SOTVO
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG