ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການແຂ່ງຂັນກ໊ອຟ ເພື່ອເປັນກຽດ ໃຫ້ມື້ລາງ ນາຍພົນ ວັງ ປາວ (ສະໄລດ໌)


ເມືອງ St. Saint Paul, ລັດ Minnesota ​ໃນ​ລັດ​ພາກ​ເໜືອ
ຕອນ​ກາງຂອງ​ສະຫະລັດທີ່​ມີ​ຊາຍ​ແດນຕິດ​ກັບປະເທດ​ກາ​ນາ​ດາ
​ເປັນ​ລັດ​ທີ່ມີ​ຊາວ​ອົບ​ພະຍົບລາວ-​ມົ້ງ ອາ​ໄສ​ຢູ່ຫຼາຍ ໃນ​ເດືອນ
​ພຶດສະພາ​ຜ່ານ​ມາ​ນີ້ ທາງ​ສະມາ​ຄົມກ໊ອຟ ມົ້ງ ​ແຫ່ງ​ຊາດ ຫຼື
Hmong National Golf Association ​ໄດ້​ຮວມຕົວ​ກັນ
ຈັດການ​ແຂ່ງຂັນ​ປະຈຳ​ປີ ທີ່​ຕັ້ງ​ຊື່​ເປັນ​ພາສາ​ອັງກິດ​ວ່າ First
Annual General Vang Pao Memorial Golf Tourna-
ment ທີ່​ຈັດ​ພິ​ເສດ​ເພື່ອ​ລະ​ລຶກ​ເຖິງ​ແລະ​ເປັນ​ກຽດ ​ແກ່ມື້​ລາງ​
ທ່ານ​ນາຍ​ພົນ ວັງ ປາວ​ ຊຶ່ງ​ຖື​ວ່າປີ​ນີ້ ​ເປັນ​ປີ​ທຳ​ອິດ ທີ່ໄດ້​ມີ
ນັກ​ກ໊ອຟ ຮ້ອຍ​ກວ່າ​ຄົນມາ​ລົງ​ແຂ່ງຂັນ ທີ່ໄດ້​ພາກັນ​ເດີ​ນ
ທາງ​ມາ​ຈາກ​ຫຼາຍໆ​ລັດ ຮ່ວມ​ທັງ ກາ​ນາ​ດາ ​ນຳ.
ລິງໂດຍກົງ
ປະທານ​ຈັດງານຂອງສະມາຄົມກ໊ອຟມົ້ງແຫ່ງຊາດ ທ່ານ Kou Vang
ປະທານ​ຈັດງານຂອງສະມາຄົມກ໊ອຟມົ້ງແຫ່ງຊາດ ທ່ານ Kou Vang


​ທ່ານ Kou Vang ປະທານ​ຈັດ​ງານ​ຂອງ​ສະມາ ຄົມກ໊ອຟ ມົ້ງ ​ແຫ່ງ​ຊາດ​ ຫຼື Hmong National Golf Association ​ໄດ້​ໂອ້​ລົມກັບ VOA ​ແລະ​ອະທິບາຍ​ເຖິງ​ຈັດ​ງານ​ຄັ້ງ​ນີ້ວ່າ:
ລິງໂດຍກົງ


ການຈັດ​ງານ​ແມ່ນ​ມີ​ຂຶ້ນ 3 ມື້ ຊຶ່ງເລີ້ມ​ຂຶ້ນ​ໃນ​ແລງ​ວັນ​ສຸກ ຖື​ວ່າ ​ເປັນ​ການ​ເປີດ​ງານ
​ຢ່າງເປັນ​ທາງ​ການ ຕ້ອນຮັບບັນດາ​ແຂກຕ່າງ​ລັດ ມີ​ການ​ປະກອບສ່ວນ ຈາກ​ຄະນະ
​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຕາງ​ໜ້າ​ເຈົ້າຄອງລັດ ​ເຈົ້າ​ເມືອງ​ແລະສະມາຊິກ​ສະພາຂອງ​ລັດ
​ເຂົ້າ​ຮ່ວມ​ເປີດ​ງານ​ ຊຶ່ງກໍ​ໄດ້​ມີ​ການ​ປະກອບສ່ວນ​ຂອງ​ສະມາຄົມ​ນັກ​ລົບ​ເກົ່າ ທີ່​ໄດ້ນຳ
​ຮູ​ບທີ່​ເປັນ​ສັນຍາ​ລັກຂອງມື້​ລາງ​ທ່ານ​ນາຍ​ພົນ ວັງ ປາວ​ ມາ​ວາງ​ໄວ້​ເທີງ​ເວທີ ​ແລະ​ກໍ​ໄດ້​ມີ​ການ​ທຳ​ການ​ຄັບ​ນັບ​ແບບ​ທະຫານ ທີ່​ທ່ານ Toudoua ຫົວໜ້າຝ່າຍປະຊາສຳພັນ​ແລະ​ສື່ສານ​ຂອງສະມາຄົມ​ນັກລົບ​ເກົ່າ ໄດ້​ມີ​ຄວາມ​ເຫັນ​ກັບ VOA ຟັງ​ວ່າ:
ລິງໂດຍກົງ
ທ່ານ Toudua Vang
ທ່ານ Toudua Vang

ພ້ອມນີ້ ທ່ານ Zong Yia ນຶ່ງໃນສະມາຊິກຂອງສະມາຄົມນັກລົບ
ເກົ່າກໍໄດ້ອອກຄວາມຄິດເຫັນ ໃນການຮ່ວມພິທີປະກອບໄວ້ອາໄລ
ມື້ລາງທ່ານນາຍພົນ ຊຶ່ງທ່ານ Zong ກ່າວວ່າ:
ລິງໂດຍກົງ
ພິທີຄຳນັບ ໃຫ້ແກ່ມື້ລາງທ່ານນາຍພົນວັງ ປາວ
ພິທີຄຳນັບ ໃຫ້ແກ່ມື້ລາງທ່ານນາຍພົນວັງ ປາວ

​ເຈົ້າ​ຂອງ​ທຸລະ​ກິດ ປະກັນ​ໄພ​ສຸຂະພາບທ່ານ Richard
Chao Vangຜູ້​ອຸບປະຖຳ​ລາຍ​ໃຫຍ່​ຂອງ​ການຈັດ​ງານ​
ຄັ້ງ​ນີ້ ທີ່​ໄດ້​ເດີນທາງ​ມາ​ຈາກລັດWisconsin ກໍ​ໄດ້ກ່າວ​
ເຖິງ​ຄວາມ​ຮູ້ສຶກໃນ​ການ​ສະໝັກໃຈ​ເປັນ​ຜູ້​ອຸບປະຖຳ​ລາຍ​
ໃຫຍ່​ຂອງ​ງານໃນ​ຄັ້ງ​ນີ້​ວ່າ:​

ທ່ານ Richard Vang ພ້ອມດ້ວຍພັນລະຍາ ຂຶ້ນກ່າວໃນພິທີ
ທ່ານ Richard Vang ພ້ອມດ້ວຍພັນລະຍາ ຂຶ້ນກ່າວໃນພິທີ

​ການ​ແຂ່ງ​ຂັນ​ກ໊ອຟ ມື້​ທີ 2 ​ໄດ້​ຈັດ​ພິທີຂຶ້ນຢູ່ສະໜາມ​ກ໊ອຟ Manitou Ridge ທີ່​ເມືອງ White Bear Lake ໂດຍ​ທີ່​ມີ​ນາງ​ສາວ​ລາວ ມົ້ງ ປີ 2014 ​ແລະ ​ບ່າວ​ມົ້ງ​ເປັນ​ຜູ້​ຖືພາ​ບສັນຍາ​ລັກຂອງ​ມື້​ລາງ​ທ່ານ​ນາຍ​ພົນ ວັງ ປາວ ຈັດ​ແຫ່​ເປັນຂະ​ບວນ ອັນ​ມີ​ບັນດານັກ​ລົບ​ເກົ່າ ​ຜູ້ນຳ​ສະມາຄົມ​ທ້ອງ​ຖິ່ນ ຂອງປະຊາ​ຄົມ​ລາວ-​ມົ້ງ-ອາ​ເມຣິກັນ ​ແລະ​ສ່ວນ​ບຸກຄົນ ຫຼັງ​ຈາກ​ຮ້ອງ​ເພງ​ຊາດທັງ​ຂອງ ລາວ ​ແລະ​ອາ​ເມຣິກັນ ​ແລະ​ປະທານ​ກ່າວ​ເປີດ​ງານແລ້ວ ນັກ​ກ໊ອຟທັງຫຼາຍ​ກໍ​ແຍ​ກຍ້າຍກັນ​ໄປ ລົງ​ແຂ່ງຕາມ​ສາຍ​ຕ່າງໆ.
ຄະນະ​ກຳມະການ​ກ່າວ​ມອບ​ລາງວັນ
ຄະນະ​ກຳມະການ​ກ່າວ​ມອບ​ລາງວັນ

ການ​ແຂ່ງຂັນ​ກ໊ອຟນີ້​ຖື​ວ່າ​ເປັນ​ການ​ແຂ່ງຂັນ​ທີ່​ດຳ​ເນີນ​ໄປ​ເລື້ອຍໆທັງ​ວັນ ຊຶ່ງມື້​ທີ 2 ກໍຖື​ວ່າ​ເປັນ​ມື້ສຸດທ້າຍ​ແລະ​ສະຫຼຸບ​ຜົນ ​ຊຶ່ງຜູ້​ທີ່​ຊະນະ​ປີນີ້​ໄດ້​ແກ່​ທ່ານ Mark Her ຊຶ່ງ​ທ່ານ Mark ກໍ​ໄດ້​ກ່າວ​ຂອບ​ໃຈຄະນະ​ກຳມະການ ​ຜູ້​ອຸບປະຖຳ​ຕ່າງໆແລະຜູ້​ລົງ​ແຂ່ງຂັນ ​ໃນ​ຄັ້ງ​ນີ້ ຊຶ່ງ​ທ່ານ Mark ກ່າວ​ວ່າ:
ລິງໂດຍກົງ
Mark Her ເຈົ້າຂອງລາງວັນຊະນະເລີດ
Mark Her ເຈົ້າຂອງລາງວັນຊະນະເລີດ

ຂ້າພະ​ເຈົ້າ​ຖາມ​ວ່າ ​ໃນ​ຖານະ​ທີ່ເປັນ​ຜູ້​ຊະນະ ​ແລະ​ຄອງຕຳ​ແໜ່​ງ​ໃນ​ການ​ແຂ່ງຂັນ​ນີ້​ Mark ຈະ​ແນະນຳ​ຢ່າງ​ໃດ​ແດ່​ໃຫ້​ພວກ​ນັກ​ກ໊ອຟລຸ້ນ​ໃໝ່ເອົາ​ໃຈ​ໃສ່ ຢ່າງ​ຈິງ​ຈັງ​ໃນ​ການ​ຫຼິ້ນ​ກ໊ອຟ.
ລິງໂດຍກົງ
ພິທີມອບລາງວັນ ຂອງການແຂ່ງຂັນກ໊ອຟ
ພິທີມອບລາງວັນ ຂອງການແຂ່ງຂັນກ໊ອຟ

ຄວາມຈິງ​ແລ້ວການ​ແຂ່ງຂັນກ໊ອຟຂອງ​ສະມາຄົມ Hmong
National Golf Association ​ໄດ້​ຈັດ​ກັນ​ມາ​ທຸກໆປີ ​ເປັນ​ປະຈຳ
​ແຕ່​ໄດ້​ປ່ຽນ​ຊື່​ມາ​ເປັນ​ການ​ແຂ່ງຂັນກ໊ອຟ​ໃນ​ຄວາມ​ຊົງ​ຈຳ​ຂອງ​
ທ່ານ​ນາຍ​ພົນວັງ ປາວ ຫຼື GVP Annual Golf Tournament
​ເປັນ​ປີ​ທຳ​ອິດ​ ຊຶ່ງ​ກໍ​ໄດ້​ຈົບ​ລົງ​ດ້ວຍ​ດີ ຢ່າງ​ສົມບູນ​ແບບ ​ໂດຍ​ການ
​ເຂົ້າ​ຮ່ວມ​ແຂງ​ຂັນ ບໍ່​ພຽງ​ແຕ່ ຊາວ​ລາວ-​ມົ້ງ-ອາ​ເມຣິກັນ​ເທົ່າ​ນັ້ນ
​ແຕ່​ເປັນ​ການ​ປະກອບສ່ວນ​ຂອງ​ຊາວ​ເອ​ເຊຍ​ທັງຫຼາຍ ກໍ​ຖື​ໄດ້​ວ່າ​
ເປັນ​ການ​ແຂງ​ຂັນລະດັບສູງ ຕາມ​ກົດ​ກະຕິ​ກາ​ແບບ​ມື​ອາຊີ​ບ​ ​
ເພື່ອ​ເປັນ​ກຽດ​ແລະ​ລະ​ລຶກ​ເຖິງຄຸນງາມ​ຄວາມ​ດີ​ຂອງ​ມື້​ລາງ
ທ່ານ​ນາຍ​ພົນວັງ ປາວ ຊຶ່ງ​ຈັດ​ໃຫ້​ຕົງ​ກັນ​ກັບ​ວັນ​ລະ​ລຶກ​ເຖິງ​
ດວງ​ວິນ​ຍານ​ຂອງ​ບັນດາທະຫານ​ທີ່​ເສຍ​ຊີວິດ ພໍດີ. VOA ​
ກໍ​ຈະ​ນຳ​ເລື່ອງ​ລາວ​ດີໆ​ກ່ຽວ​ກັບ​ວິຖີ​ຊີວິດ​ຂອງ​ຊາວ​ລາວ ​ໃນ​ທົ່ວ​ສາລະ​ທິດ​ມາຝາກທ່ານ​ຜູ້​ຟັງ​ອີກ…​ໃນ​ທຸກ​ໆວັນ​ພະຫັດ … ກະລຸນາ​ຄອຍ​ຕິດ​ຕາມຮັບ​ຟັງ.
XS
SM
MD
LG