ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວມຽນ​ມາ ມີ​ຄວາມ​ເປັນຫ່ວງວ່າ ການ​ເລືອກ​ຕັ້ງ​ປີ​ນີ້ ຈະບໍ່ທ່ຽງ​ທຳ​ (ວີດີໂອ ພາສາລາວ)


Growing Concerns Over Whether Myanmar’s Next Elections Will Be Fair
please wait

No media source currently available

0:00 0:02:56 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ມຽນມາ​ມີ​ໝາຍກຳນົດ ຈັດ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ແຫ່ງ​ຊາດ ​
ໃນ​ເດືອນພະຈິກທ້າຍປີນີ້ ຊຶ່ງຄາດກັນ​ວ່າ ​ຈະ​ຮວມ​ທັງການ​ລົງ
​ປະຊາ​ມະຕິ ​ອັນເປັນຂີດ​ໝາຍ ໃນການປ່ຽນແປງທີ່ສຳຄັນ ກ່ຽວ
​ກັບ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ. ​ແຕ່​ກໍ​ມີຄວາມ​ເປັນ​ຫ່ວງ​ເພີ້ມ
ຂຶ້ນວ່າ ລັດຖະບານ​ ​ກຳລັງ ເອົາ​ບາດກ້າວທີ່​ຈຳ​ເປັນ ເພື່ອກະກຽມ
​ການ​ປ່ອນ​ບັດ​ຢ່າງ​ເສລີແລະ​ຍຸດຕິ ທຳຫລື​ບໍ່. Steve Herman
ນັກ​ຂ່າວວີ​ໂອ​ເອຫາ​ກໍ່​ກັບມາຈາກມຽນມາ ​ແລະ​ ສົ່ງ​ລາຍ​ງານມາ​
ຈາກ​ຫ້ອງການ ປະຈຳ​ເຂດເອ​ເຊຍ​ອາຄະ​ເນ ທີ່ ບາ​ງກອກ ຊຶ່ງ
ກິ່ງ​ສະຫວັນ ຈະ​ນຳ​ເອົາລາຍລະອຽດ ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ການ​ເລືອກ​ຕັ້ງ​ໃນມຽນມາ ຊຶ່ງຄາດ​ວ່າ​ຈະ​ມີ​ຂື້ນ ​ໃນ​ເດືອນພະ​ຈິກ​ທ້າຍປີ​ນີ້ ແຕ່ວ່າ ​ໄດ້​ເກີດ​
ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບເລື້ອງຂາດການ​ກະກຽ​ມ ​ໂດຍ​ສະ​ເພາະ ການວາງ​ແຜນ​ໃນຂອບ
ເຂດອັນກວ້າງຂວາງທີ່ຈຳເປັນ ເພື່ອ​ຮວມເອົາ​ບັນດາ​ຊົນຊາດຊົນ​ເຜົ່າ​ຕ່າງໆ ທີ່ຢູ່​ໃນ​ຂົງ​
ເຂດສອກ ຫລີກຫ່າງໄກ ໃຫ້ເຂົ້າມາຮ່ວມນຳ.

ນັກວິ​ເຄາະ Yan Myo Thein ທີ່​ເຄີຍ​ເປັນອ​ະດີດ​ນັກ​ໂທດ​ການ​ເມືອງ ​ມາເກືອບ​ສາມປີ
ກ່າວ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ລັດຖະບານ​ຈະ​ຕັດສິນ​ໃຈ ​ ບໍ່ຈັດໃຫ້ມີການປ່ອນ​ບັດ
ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ບັນຫາຕ່າງໆບ່ອນ​ທີ່ພັກ​ຝ່າຍຄ້ານ ​ທີ່ໃຫຍ່ທີ່ສຸດ ມີ​ຄວາມ​ເຂັ້ມ​ແຂງນັ້ນ.

ທ່ານ Yan Myo Thein ກ່າວ​ວ່າ “​ໃນ​ກໍລະນີ ທີ່ມີການປະກາດພາວະສຸກ​ເສີນ
ການ​ເລືອກ​ຕັ້ງ​ສາມາດ​ເລື່ອນເວລາອອກໄປໄດ້ ບໍ່​ພຽງ​ແຕ່​ ໝົດທັງ​ປະ​ເທດ ​
ແຕ່ຢູ່​ໃນບາງລັດ ບາງຂົງ​ເຂດ​ຂອງປະ​ເທດ ກໍເລື່ອນເວລາໄດ້.”

​ໂຄສົກພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາ​ທິປະ​ໄຕ​ ຫລື NLD ທ່ານ Nyan Win ກ່າວ​ຕໍ່
ວີ​ໂອ​ເອ ວ່າ ພັກ​ຂອງ​ທ່າ​ນ ມີ​ຄວາມ​ເປັນ​ຫ່ວງ​ຄືກັນ ກ່ຽວ​ກັບ​ບັນຫາ​ເຫລົ່ານັ້ນ.

ທ່ານ Nyan Win ກ່າວ​ວ່າ “ພວກ​ເຮົາ​ຄວນທີ່​ຈະມີ​ຄວາມ​ເປັນ​ຫ່ວງ ​ອີງ​ຕາມ​ສິ່ງ​ທີ່ໄດ້​ເກີດ
​ຂື້ນ​ໃນ​ການ​ເລືອກ​ຕັ້ງພິເສດ ​ປີ 2012 ທີ່ເນຶ່ອງ ມາ​ຈາກ​ເຫດຜົນດ້ານຄວາມ​ປອດ​ໄພ ພວກ
​ເຈົ້າ​ໜ້າ​ທີ່ ບໍ່​ໄດ້​ອະນຸ​ຍາດ​ໃຫ້​ປ່ອນ​ບັດ​ຢູ່​ສາມ​ເຂດ ​ໃນ​ລັດ Kachin ທີ່ພັກ NLD ສົມຄວນ
​ທີ່​ໄດ້​ຮັບໄຊຊະນະຢ່າງ​ຖ້ວມ​ລົ້ນ​. ພວກ​ເຮົາ​ຄາດ​ວ່າ ສິ່ງ​ເຫລົ່າ​ນີ້​ອາດຈະ​ເກີດ​ຂື້ນອີກ ​ໃນ
​ການ​ເລືອກ​ຕັ້ງຄັ້ງ​ຈະ​ມານີ້.”

​ແຕ່​ເຖິງ​ແມ່ນວ່າ ຖ້າ​ຫາກ​ການ​ບ່ອນ​ບັດ ຢູ່​ເຂດທີ່ໝັ້ນຂອງພັກ NLD ໄດ້ຖືກຍົກເລີກໄປ ​ໂຄສົກທ່ານນີ້​ກ່າວ​ວ່າ ພັກຂອງທ່ານກໍ​ບໍ່​ມີ​ແຜນ​ທີ່​ຈະຄັດຄ້ານຫລືບອຍຄອດການ​ເລືອກ​ຕັ້ງ.

ທ່ານ Nyan Win ​ກ່າວ​ຕື່ມວ່າ “ພວກ​ເຮົາ​ບໍ່ສາມາດ​ ທີ່​ຈະພຽງ​ແຕ່ບໍ່ ຫົວຊານຳ​ການ
ເລືອກ​ຕັ້ງ ​ຍ້ອນພວກ​ເຮົາ​ເຊື່ອ​ໝັ້​ນຢ່າງແຮງກ້າວ່າ ການ​ປ່ອນ​ບັດ ​ເປັນ​ສິ່ງ​ສຳຄັນ​
ທີ່​ສຸດ ​ຕໍ່ປະຊາທິປະ​ໄຕ.” ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່ ກໍບໍ່​ສາມາດທີ່ຈະຄາດຫວັງໄດ້ວ່າ
ຈະ​ຈັດ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ ​ແລະ​ຍຸດຕິທໍາ ໂດຍປາດສະຈາກບັນຫາໃດໆ.
ພວກ​ເຮົາ​ຕ້ອງໄດ້​ພະຍາຍ​າມ​ຈັດການ​ເລືອກ​ຕັ້ງ​ທີ່​ດີ​ທີ່ສຸດ ເທົ່າທີ່​ເຮົາ​ມີ​ຄວາມ
ສາມາດ​ເຮັດໄດ້.”

ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາ​ທິປະ​ໄຕ​ ​ໄດ້​ຮັບໄຊຊະນະ​ການຢ່າງ ເຕັມທີ່ໃນການ
​ເລື​ອກຕັ້ງທັງສອງ​ຄັ້ງ ທີ່​ຕົນ​ເຂົ້າຮ່ວມ ນັບ​ແຕ່ໄດ້​ສ້າງ​ຕັ້ງ​ຂຶ້ນມາໃນ​ປີ 1988. ​ແຕ່​ວ່າ ລັດ
ຖະບານ​ທະຫານ ​ໄດ້​ປະຕິ​ເສດ​ບໍ່ຍອມ ​ຮັບ​ຮູ້ຜົນ​ຂອງ​ການ​ປ່ອນ​ບັດ ​ປີ 1990 ​ເຮັດ​ໃຫ້​ຜູ້
ນຳ​ພັກ​ສັນນິບາດແຫ່ງຊາດ​ເພື່ອ​ປະຊາ​ທິປະ​ໄຕ ທ່ານ​ນາງ Aung San Suu Kyi ໄດ້
ຖືກກັກ​ບໍລິ​ເວນ.

ນັກວິເຄາະ Yan Myo Thein ບໍ່ມີ​ຄວາມ​ສົງ​ໄສເລີຍ​ວ່າ ຜົນຈະອອກ ມາ​ເປັນ​ຢ່າງ​ໃດ
ຖ້າ​ຫາກການປ່ອນບັດ ໃນທົ່ວປະເທດ ຈັດຂຶ້ນຢ່າງຖືກ ຕ້ອງຕາມກົດໝາຍ.

ທ່ານ Yan Myo Thien ກ່າວ​ວ່າ “ຖ້າ​ການ​ປ່ອນ​ບັດ​ຫາກດຳເນີນໄປ ຢ່າງເສລີ ​
ແລະ​ຍຸດຕິ​ທຳ ​ແລະຂັ້ນຕອນປະຊາທິປະ​ໄຕຫາກມີຂຶ້ນຢ່າງ ແທ້ຈິງ ​ອີງ​ຕາມ​
ການ​ສັງ​ເກດ​ຂອງ​ຂ້າພະ​ເຈົ້າ​ແລ້ວ ທ່ານ​ນາງ Aung San Su Kyi ສາມາດ
ຈັດຕັ້ງ​ລັດຖະບານໄດ້.”

ແຕ່ແນວໃດກໍຕາມ ຍັງ​ມີ​ບັນຫາອີກອັນນຶ່ງ ທີ່ຜູ້ນຳພັກ​ສັນນິບາດແຫ່ງຊາດ ເພື່ອ​ປະຊາ​
ທິປະ​ໄຕ​ ​ແລະ​ຜູ້​ໄດ້ເຄີຍ​ຮັບລາງວັນໂນ​ແບລ​ຂະ​ແໜງ​ສັນຕິພາບ ຈະຕ້ອງໄດ້​ປະ​ເຊີນ​ໜ້າ.

ວັກ​ນຶ່ງ​ຢູ່​ໃນລັດຖະມຳ​ມະນູນ ​ໄດ້​ໃຫ້​ສິດ​ແກ່​ທະຫານ​ ໃຊ້​ອຳນາດ​ຢັບຢັ້ງ​ ຕໍ່​ການ​ປ່ຽນ​ແປງ
ລັດຖະທຳ​ມະນູນ​ໃດໆ ຮວມທັງ​ວັກ​ທີ່​ຫ້າມ ​ການ​ເລືອກ​ເອົາ​ປະທານາທິບໍດີ ທີ່ມີສາມີຫລື
​ພັນ​ລະ​ຍາ ຫລື​ພວກລູກໆ​ເປັນ​ຊາວ​ຕ່າງ​ດ້າວ. ຫລາຍ​ຄົນ​ເຊື່ອ​ວ່າ ນີ້ແມ່ນ​ຂຽນ​ຂຶ້ນໂດຍ​
ສະເພາະເຈາະ​ຈົງ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ ທ່ານ​ນາງ Suu Kyi ​ມາ​ເປັນປະທານ​າທິບໍດີ.

Steve Herman ນັກ​ຂ່າວ ວີ​ໂອ​ເອ ກ່າວ​ວ່າ ບໍ່​ວ່າສິ່ງ​ໃດຈະ​ເກີດ​ຂື້ນ​ໃນ​ໄລຍະ ​ສອງສາມ
ເດືອນ​ຂ້າງ​ໜ້ານີ້ ຈະ​ມີການຈັບຕາເບິ່ງ ຢ່າງໃກ້ຊິດ ​ຢູ່ໃນ​ທົ່ວ​ຂົງ​ເຂດ ​ແລະ​ໃນແຫ່ງ​ອື່ນໆ
ເພື່ອໃຫ້ເປັນທີ່​ແນ່ນອນ​ວ່າ ລັດຖະບານມຽນມາ ແລະພັກທີ່ປົກຄອງປະເທດຢູ່ໃນເວລານີ້
ມີຄວາມຈິງ​ຈັງຫລືບໍ່ ​ກ່ຽວກັບການນຳເອົາມຽນມາ ກ້າວໄປໜ້າ ​ສູ່​ປະຊາທິປະໄຕ.

XS
SM
MD
LG