ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຣິສ ໃຫ້ຮ່ອງຮອຍ ຈະບໍ່ຮັບເອົາ ແຜນການ ມັດທະຍັດ ຂອງຢູໂຣບ


Greece Teeters on Brink of Euro Exit as Referendum Approaches
please wait

No media source currently available

0:00 0:03:07 0:00

ບັນດາ​ທະນາຄານ​ຂອງກຣິສ ຍັງພາກັນ​ປິດຢູ່ ​ໃນ​ວັນ​ອັງຄານ
​ມື້​ນີ້ ​ໃນ​ຂະນະ​ທີ່​ປະ​ເທດດັ່ງກ່າວ ມີກຳນົດທີ່ຈະຜິດສັນຍາ​ຢ່າງ​
ເປັນ​ທາງ​ການ ໃນການ​ຈ່າຍເງິນ​ກູ້ຢືມຄືນ 1 ພັນ 8 ຮ້ອຍ​ລ້ານ​
ໂດ​ລາ ​ແກ່ອົງການກອງ​ທຶນ​ສາກົນ IMF.

​ໃນ​ຂະນະ​ທີ່​ອະນາ​ຄົດທາງດ້ານເສດຖະກິດ​ຂອງ​ກຣີສຍັງ​ບໍ່​
ເປັນ​ທີ່​ແນ່ນອນເທື່ອ ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ມື້​ນີ້ ກະຊວງ
​ການເງິນ​ກຣິສ ກ່າວ​ວ່າ ຕົນ​ຈະ​ເປີດ​ສາຂາ​ທະນາຄານ
ປະມານ 1000 ແຫ່ງ ຢູ່​ທົ່ວ​ປະ​ເທດ ​ເພື່​ອ​ອຳນວຍ​ໃຫ້ ພວກ
ທີ່ ອອກກິນ​ເບ້ຍບຳນານ ຊຶ່ງ​ຫລາຍ​ຄົນ​ບໍ່​ມີ​ບັດ​ເບີກ​ເງີ​ນຈາກ
ATM ​ຖອນ​ເງິນໄດ້​ ຢ່າງ​ພຽງພໍ ​ໃຫ້​ກຸ້ມນຶ່ງອາທິດ​.

ກຣິສ ​ໄດ້​ຕັ້ງ​ກຳນົດ​ປ່ອນ​ບັດ​ໃນ​ວັນ​ທີ 5 ​ເດືອນ​ກໍລະກົດ ​ເພື່ອ​ລົງ​ປະຊາ​ມະຕິ​ຄັ້ງ ໃໝ່
ກ່ຽວກັບມາດ​ຕະການ​ປະຢັດມັດທະຍັດ​ຂອງ​ຢູ​ໂຣບ ຊຶ່ງ​ນາຍົກລັດຖະມົນຕີ Alexis
Tsipras ​ໄດ້​ຄັດຄ້ານ.

Greece Bailout
please wait
Embed

No media source currently available

0:00 0:01:54 0:00

ທ່ານ Tsipras ກ່າວ​ໃນວັນ​ຈັນ​ວານ​ນີ້​ວ່າ ທ່ານຈະ​ໃຫ້ການ​ເຄົາລົບ ​ຕໍ່ຜົນ​ຕອບຂອງ
​ການ​ລົງ​ປະຊາ​ມະຕິ ​ໃນ​ວັນ​ອາທິດ ​ແຕ່​ທ່ານ​ໄດ້​ເຕືອນວ່າ ລັດຖະບານຊ້າຍ​ຈັດ​ຂອງ​|
ທ່ານ ຈະ​ບໍ່​ເປັນ​ຜູ້ນຳ​ພາ​ການ​ປະຕິ​ຮູບ​ໃໝ່​ດັ່ງກ່າວ ຊຶ່ງ​ບັນດາ​ຜູ້​ໃຫ້​ເງິນ​ກູ້​ຢືມ​ຢູ​ໂຣບ
ກຳລັງ​ຮຽກຮ້ອງ​ໃຫ້ Athen ຈັດຕັ້ງປະຕິບັດ ເພື່ອ​ແລກປ່ຽນ​ກັບການ ຊ່ອຍເຫຼືອກອບ
ກູ້ເສດຖະກິດໃໝ່ ຫລາຍ​ພັນ​ລ້ານ​ໂດ​ລາ.

ໃນ​ຂະນະ​ທີ່ທ່ານ Tsipras ​ໄດ້​ກ່າວ ​ໃນ​ຕອນ​ແລງ​ວັນ​ຈັນວານນີ້ ຜ່ານທາງໂທ ລະ​ພາບ
​ແຫ່ງ​ຊາດ ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ຕໍ່ຕ້ານການປະຢັດ​ມັດທະຍັດ ພາ ກັນ​ເດີນ​ຂະ​ບວນ
ຢູ່​ທີ່​ນະຄອນ Athens ​ແລະ​ການ​ຊ່າ​ລືກັນ​ເພີ້​ມຂື້ນ​ວ່າ ລັດຖະ ບານຈະຜິດ​ສັນຍາ​ຢ່າງ​ເປັນ
​ທາງ​ການ ຕໍ່​ການ​ໃຊ້​ໜີ້​ເງິນ​ກູ້ຢືມ​ ໃຫ້ແກ່ອົງການ ກອງ​ທຶນ​ສາກົນ. ການ​ຜິດສັນຍານີ້ ຈະ
​ເຮັດກຣິສກຽມການ ທີ່ອາດ​ຈະຕ້ອງໄດ້​ອອກ​ຈາກ​ກຸ່ມ 19 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ.

XS
SM
MD
LG