ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Gotye feature Kinbra - “Somebody That I Used to Know”


A couple walks through some of the two thousand and thirteen United States flags, that are part of the Aurora Healing Fields to honor veterans, during Veterans Day weekend, Aurora, Illinois, Nov., 10, 2013.
A couple walks through some of the two thousand and thirteen United States flags, that are part of the Aurora Healing Fields to honor veterans, during Veterans Day weekend, Aurora, Illinois, Nov., 10, 2013.

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາຣົບ ​ວັນນະ​ສອນ​ວ່າ​ຫຼັງ​ຈາກ​ທີ່ຟັງເພງ​ລາວມາ​ໄດ້​ຫຼາຍອາທິດ​ແລ້ວ ຄໍ່າ​ຄືນ​ນີ້​ທ່ານ​ຈະ​ໄດ້​ຮັບ​ຟັງ​ເພງ​ສາກົນ​ທີ່​ຕິດ Top Ten Chart ຢູ່ໃສະຫະລັດ ​ເພງ​ທໍາ​ອິດນີ້​ເປັນ​ຂອງ Gotye ທີ່ feature Kinbra ​ໃນ​ບົດ​ເພງ “Somebody That I Used to Know.” ຂໍ​ຈັດ​ມອບ​ໃຫ້​ນັກ​ຟັງ​ເພງ​ທຸກໆ​ທ່ານ​ທີ່​ມັກ​ຮັກ​ໃນ​ແນວ​ເພງ Pop ນີ້ ​ເພງ​ນີ້​ໜ້າ​ສົນ​ໃຈ​ແລະ​ວັນນະ​ສອນ ຄິດ​ວ່າ​ເປັນຄວາມ​ສາມາດ​ລ້ວນໆ​ເລີຍ ​ເພາະວ່າ​ ສຽງ​ດົນຕີ​ແຕ່​ລະ​ສຽງ​ແມ່ນ​ມາ​ຈາກ ກິ​ຕ້າ ​ເຊັ່ນ​ການ​ເຄາະ ຫຼິ້ນ ເບ​ສ ຄອດ​ຕ່າງໆ ທີ່​ນັກ​ດົນຕີ​ຕ່າງ​ຄົນ​ຕ່າງ​ກໍ​ຫຼິ້ນ ​ໂນ໊ຕຂອງ​ໃຜລາວ ​ໃນ​ກິຕ້າໜ່ວຍ​ດຽວ ຕ້ອງ​ມີ​ສະມາທິ​ສູງ ເອົາ​ລອງ​ໄປ​ຟັງ​ເບິ່ງ​ວ່າ ຈະ​ສົມ
​ກັບ​ຄໍາ​ທີ່​ກ່າວໄວ້​ຫຼື​ບໍ່ ?

ເພງ: “Somebody That I Used to Know” - Gotye feature Kinbra

​ໄດ້​ແຕ່​ເອີຍ​ຊື່​ຂອງ​ເພງ​ນີ້ ກໍ​ສາມາດ​ບອກ​ໄດ້​ເລີຍ​ວ່າ ​“ໂດນ​ໃຈ” ​ໄວຣຸ່ນ “We Are Young” ​ເປັນ​ເພງຂອງ Fun featuring Janelle Monae ທີ່​ມີ​ເນື້ອ​ຫາ ບອກ​ວ່າ ມັນ ​ແລະ​ໄວລຸ້ນສຸດໆ.

ເພງ: “We Are Young” - Fun featuring Janelle Monae

​ໄດ້​ມີຫຼາຍໆ​ເພງ​ບໍ່ວ່າຈະເປັນ​ເພງ​ລາວ​ ​ເພງ​ໄທ ທີ່​ໄດ້​ພາດ​ເຖິງ ​ໂທລະ​ສັບ ​ແຕ່ນີ້​ເປັນ​ເພງ​ສາກົນ ຊື່ວ່າ “Pay Phone” ທີ່ Maroon 5 feature ກັບ Wiz Kalifa ຊຶ່ງ​ວັນນະ​ສອນ​ຄິດ​ວ່າ ທັງ 3 Pop ທີ່​ຕິດ​ອັນ​ດັບ 1-2-3 ​ໃນ Top Ten Chart ນີ້ ຈະ​ພາ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ກ້າວ​ທັນ​ໂລກ​ ທັນ​ເຫດການ ບໍ່​ວ່າ​ຈະ​ເປັນ​ຂ່າ​ວສາ​ນ
ສາລະ​ຄະດີ ການ​ແພດ ການ​ກະ​ເສດ ​ແລະ​ເສດຖະກິດ ​ແມ່ນ​ແຕ່​ດົນຕີ ເພາະວ່າ​ທ່ານ​ໄດ້​ຮັບຟັງ
VOA ສຽງ​ອະ​ເມຣິກາ ພະ​ແນ​ກພາສາ​ລາວ.

ເພງ: “Pay Phone” - Maroon 5 feature Wiz Kalifa

XS
SM
MD
LG