ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາຜູ້ທີ່ມີຄວາມຫວັງ ຈະໄດ້ເປັນປະທານາທິບໍດີ ຈາກພັກ ຣີພັບບລີກັນ ໂຕ້ຖຽງກັນ ໃນລັດ New Hampshire

2016 Republican Debate
please wait

No media source currently available

0:00 0:01:39 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດາຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດ
ພັກຣີພັບບລີກັນ ໄດ້ເວົ້າຢ່າງຮຸນແຮງ ກ່ຽວກັບ ນະໂຍບາຍ
ການຕ່າງປະເທດ ແລະ ເວົ້າໂຈມຕີຢ່າງດຸເດືອດໃສ່ຄູ່ແຂ່ງ
ຂອງຕົນໃນຂະນະທີ່ພວກເພິ່ນເລີ່ມແຂ່ງຂັນກັນ ໂຕ້ວາທີຢູ່
ໃນລັດ New Hampshire ໃນວັນເສົາວານນີ້. ການໂຕ້ວາ
ທີ ໄດ້ຈັດຂຶ້ນພຽງແຕ່ 3 ມື້ກ່ອນການເລືອກຕັ້ງຂັ້ນຕົ້ນ ເອົາ
ຕຳແໜ່ງ ປະທານາທິບໍດີທີ່ມີຄວາມສຳຄັນຂອງລັດ New
Hampshire ເຊິ່ງອາດຈະສ້າງ ຫຼື ທຳລາຍການສະເໜີຊື່
ເປັນປະທານາທິບໍດີຂອງຜູ້ລົງແຂ່ງຂັນຫຼາຍໆຄົນ.

ເປັນທີ່ເຫັນໄດ້ຊັດຈາກຄວາມຮູ້ສຶກທີ່ມີຄວາມກົດດັນນັ້ນ,
ຜູ້ລົງແຂ່ງຂັນທີ່ມີຈຳນວນໜ້ອຍລົງໄດ້ອອກມາເວົ້າໃຫ້ຄູ່ແຂ່ງຂອງຕົນ ບ້ອຍວ່າ ການໂຕ້
ວາທີ ໄດ້ເລີ່ມຂຶ້ນ.

ຜູ້ປົກຄອງລັດ New Jersey ທ່ານ Chris Christie ຊີ້ໄປໃນທາງ ຜູ້ແຂ່ງຂັນສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ສະມາຊິກສະພາສູງ ທ່ານ Marco Rubio ຢູ່ສົ້ນສຸດ ເທິງເວທີ ໃນຂະນະທີ່ ໝໍຜ່າຕັດສະໝອງ ທີ່ກະສຽນແລ້ວ ທ່ານ Ben Carson ແນມເບິ່ງ ຢູ່ນັ້ນ.

ໃນການໂຕ້ວາທີດັ່ງກ່າວບໍ່ມີໃຜທີ່ຈະຮຸນແຮງໄປກວ່າເຈົ້າຄອງລັດ New Jersey ທ່ານ
Chris Christie, ເຊິ່ງທ່ານໄດ້ແນເປົ້າໃສ່ສະມາຊິກສະພາສູງລັດ Florida ທ່ານ Marco
Rubio ໃນຕອນຕົ້ນໆຂອງການໂຕ້ວາທີນັ້ນ. ທ່ານ Christie ໄດ້ເວົ້າໃຫ້ທ່ານ Marco Rubio ເຊິ່ງເປັນສະມາຊິກສະພາສູງສະໄໝທຳອິດວ່າ “ເພິ່ນບໍ່ມີປະສົບການເພື່ອທີ່ຈະ
ມາເປັນປະທານາທິບໍດີ ສະຫະລັດ ແລະ ທຳການຕັດສິນຕ່າງໆ.”

ຜູ້ແຂ່ງຂັນ ສະໝັກເປັນປະທານາທິບໍດີ ທ່ານ Jeb Bush (ຊ້າຍ) ແລະ ທ່ານ Donald Trump (ຂວາ) ຕອບໂຕ້ກັນຢູ່ນັ້ນ ສະມາຊິກສະພາສູງ ທ່ານ Marco Rubio ຢືນຟັງ ໃນລະຫວ່າງ ການໂຕ້ວາທີ ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ຢູ່ທີ່ St. Anselm College, ວັນທີ 6 ກຸມພາ 2016, ໃນເມືອງ Manchester, ລັດ New Hampshire.

ທ່ານ Christie ໄດ້ກ່າວຫາ ທ່ານ Rubio ກ່ຽວກັບການກ່າວຊ້ຳ “ຄຳປາໄສແບບທ່ອງ
ຂຶ້ນໃຈ 25 ວິນາທີ”
ທີ່ທ່ານໄດ້ໃຊ້ໃນງານໂຄສະນາຫາສຽງ, ແລະໄດ້ກ່າວວ່າທ່ານສະມາ
ຊິກສະພາສູງຜູ້ນັ້ນ ໄດ້ບັນລຸວຽກງານພຽງໜ້ອຍດຽວເທົ່ານັ້ນ ໃນລະຫວ່າງການເຮັດວຽກໃນລັດຖະສະພາຂອງທ່ານ.

ປາກົດວ່າທ່ານ Rubio ຮູ້ສຶກສັ່ນສະເທືອນຍ້ອນການເວົ້າໂຈມຕີດັ່ງກ່າວ, ແຕ່ວ່າ ແທນທີ່
ທ່ານ Rubio ຈະກ່າວຕອບໂຕ້ຄືນ ທ່ານໄດ້ເພັ່ງເລັງໃສ່ການຕຳໜິປະທານາທິບໍດີ ໂອບາມາ,
ຜູ້ທີ່ທ່ານກ່າວວ່າໄດ້ດຳເນີນການກ່ຽວກັບການ “ໃຊ້ຄວາມພະຍາຍາມ ຢ່າງເປັນລະບົບ
ເພື່ອປ່ຽນແປງ ອາເມຣິກາ.”

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ສະມາຊິກສະພາສູງ ທ່ານ Ted Cruz ສະແດງທ່າທີ ໃນຂະນະທີ່ ກ່າວຖະແຫລງ ຢູ່ນັ້ນ.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ສະມາຊິກສະພາສູງ ທ່ານ Ted Cruz ສະແດງທ່າທີ ໃນຂະນະທີ່ ກ່າວຖະແຫລງ ຢູ່ນັ້ນ.

ທ່ານ Rubio ໄດ້ຖືກພິຈາລະນາວ່າເປັນຕົວເກັງຂອງຝ່າຍພັກຣີພັບບລີກັນ, ໂດຍສະເພາະ
ຫຼັງຈາກຄະແນນຂອງທ່ານໄດ້ເລື່ອນຂຶ້ນມາເປັນອັນດັບ 3 ເຊິ່ງດີກວ່າທີ່ໄດ້ຄາດເອົາໄວ້
ໃນການປະຊຸມຄັດເລືອກທີ່ລັດ Iowa ສັບປະດາທີ່ຜ່ານມາ, ອັນເປັນການແຂ່ງຂັນຄັດ
ເລືອກຄັ້ງທຳອິດຂອງປະເທດ.

ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ສະມາຊິກສະພາສູງ ທ່ານ Marco Rubio ພວມຕອບຄຳຖາມຢູ່ນັ້ນ.
ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ສະມາຊິກສະພາສູງ ທ່ານ Marco Rubio ພວມຕອບຄຳຖາມຢູ່ນັ້ນ.

Young Voters at Debate Party Enthusiastic About Election
please wait

No media source currently available

0:00 0:01:24 0:00

XS
SM
MD
LG