ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບົດຮຽນພາສາອັງກິດ GoEnglish.Me: Shopping, Part 1 - Beginner


ັ້A clothing store: ຮ້ານຂາຍເສື້ອຜ້າ
ັ້A clothing store: ຮ້ານຂາຍເສື້ອຜ້າ
ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ລາຍການ​ຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍຄໍາສັບ ​ແລະສໍານວນພາສາ​ອັງ​ກິດ​ຕ່າງໆ.

LESSON: Shopping: Beginner

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບເຂົ້າສູ່ລາຍການ ຮຽນພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະ ສະຖານີວິທະຍຸ ແຫ່ງຊາດລາວ. ບົດຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ Shopping ຫລື ​ໄປ​ເລາະ​ຊື້​ເຄື່ອງ ຕອນ​ທີນຶ່ງ ຊຶ່ງ​ເຮົາ​ຈະ​ພາທ່ານຕິດຕາມ​ນັກ​ສຶກສາ​ຄົນ​ນຶ່ງ ​ໄປ​ຊື້​ເສື້ອຜ້າ. ​ເຊີນ​ທ່ານ​ພົບ​ກັບສອງ​ຜູ້​ດໍາ​ເນີນ​ລາຍ
ການ Winnie ກັບ Professor Bowman ໄດ້​ເລີຍ ເພື່ອ​ບໍ່​ໃຫ້​ເສຍ​ເວລາ.

Music up…and under…..

Shopping: Beginner

MC: Today we’re going to learn some beginner words for talking about going shopping. Kevin is preparing to go on a special date with his girlfriend to celebrate her birthday. Today he is at the store to buy a new suit for the occasion. The salesperson is helping him pick one.

ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ​ຄໍາ​ສັບ​ຂັ້ນ​ເລີ້ມ​ຕົ້ນ ສໍາລັບ​ໃຊ້​ໃນ​ການ​ຖາມ ​ເວລາ​ທ່ານ​ໄປ​ຊື້​ເຄື່ອງ ຫລື shopping. ​ເຄວິນ​ກໍາລັງ​ກຽມ​ໂຕ​ ຈະ​ໄປ​ອອກ​ເດດ​ພິ​ເສດ ກັບ​ແຟນຫລື​ຄູ່​ຮັກຂອງ​ລາວ ​ເພື່ອ​ສະຫລອງ​ວັນ​ເກີດ​ຂອງ​ນາງ. ມື້​ນີ້ ລາວ​ໄປ​ທີ່​ຮ້ານ​ນຶ່ງ ​ເພື່ອ​ໄປ​ຊື້ suit s-u-i-t ກໍ​ຄື​ສູທ ຫລື​ຊຸດ​ເສື້ອ​ໃຫຍ່ຊຸດ​ໃໝ່ ສໍາລັບ​ໃສ່​ໄປ​ອອກ​ເດດ​ພິ​ເສດ​ນັ້ນ. ພະນັກງານ​ຂາຍກໍາລັງ​ຊ່ວຍ​ລາວ​ເລືອກ​ສູທ.

P: Winnie, I think Kevin must be a very good boyfriend. It’s nice of him to buy a new suit for his girlfriend’s birthday. ວິນ​ນີ່ ຂ້ອຍ​ຄິດ​ວ່າ ​ເຄວິນ​ຕ້ອງ​ເປັນ​ຄົນ​ຮັກ​ທີ່​ດີ​ຫລາຍ​ແຫລະ. ມັນ​ເປັນ​ທ່າ​ທີ​ທີ່ດີ ທີ່​ລາວ​ຈະ​ຊື້​ສູ​ທ​ໃໝ່ ສໍາລັບ​ໃສ່​ໄປ​ສະຫລອງ​ວັນ​ເກີດ​ຂອງ​ແຟນລາວ.

MC: Oh come on …Professor Bowman, if he was a good boyfriend, ​ໂອ້​ຍ ອາຈານ​ໂບ​ເມິ​ນ ຖ້າວ່າ​ລາວ​ເປັນ​ແຟນທີ່​ດີ he would be out buying a birthday present for his girlfriend ລາວ​ກໍ​ຈະ​ອອກ​ໄປ​ຊື້​ຂອງຂວັນ​ໃຫ້​ແຟນລາວ instead of buying new suits for himself! ​ແທນ​ທີ່​ຈະ​ຊື່​ສູ​ທ​ໃໝ່ ​ໃຫ້​ລາວ​ເອງ!

P: That’s true. Let’s listen and we will see who is right! ກະ​ແມ່ນ​ຢູ່. ​ໄປ​ຟັງ​ເບິ່ງ ​ແລ້ວ​ຈະ​ຮູ້​ວ່າ​ ​ໃຜ​ເວົ້າ​ຖືກ!

Salesperson: Hello sir, can I help you find something?

Kevin: Yes, I’m looking for a new suit.

S: What is your size?

K: I usually wear a size 42.

A: Alright, I’ll show you the rack where we have our size 42 suits.

P: So Winnie, did you hear what size suit Kevin usually wears? ວິນ​ນີ່ ​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ປົກກະຕິ​ແລ້ວ ​ເຄວິນ​ໃສ່​ສູທ ​ເບີໃດ?

MC: Yes, he said he usually wears a size 42. ​ໂດ​ຍ ລາວ​ເວົ້າ​ວ່າ ປົກກະຕິ​ແລ້ວ ລາວ​ໃສ່ເບີ 42. But Professor, what is a “rack”? Does she mean all the suits hanging in the store? ​ແຕ່​ວ່າ ອາຈານ ຄຳ​ວ່າ “rack” ​ແປ​ວ່າ​ຫຍັງ. ລາວໝາຍ​ເຖິງ​ຊຸດ​ສູທທັງ​ໝົດ ​ທີ່​ຫ້ອຍຢູ່​ໃນ​ຮ້ານ​ຫັ້ນ​ເບາະ?

P: That’s right. If you can’t find something you want “on the rack,” you can ask someone at the store if they have it “in the back.” ​ແມ່ນ​ແລ້ວ. ຖ້າ​ເຈົ້າ​ບໍ່​ເຫັນ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ເຈົ້າ​ຕ້ອງ​ການ ​ຫ້ອຍ​ຢູ່​ຫັ້ນ ກໍ​ຄື “on the rack” ​ເຈົ້າ​ກໍ​ສາມາດ​ຖາມ​ຜູ້​ໃດ​ຜູ້​ນຶ່ງ ຢູ່​ໃນ​ຮ້ານ​ວ່າ ​ເຂົາ​ເຈົ້າ​ມີສິ່ງ​ນັ້ນ ຢູ່ທາງ​ຫລັງ​ຮ້ານ​ ຫລື “in the back” ບໍ່?

MC: Ah… so clothes that are “on the rack” are in the showroom ​ໂອ ຄັນ​ຊັ້ນ ພວກ​ເສື້ອ​ຜ້າ ທີ່ຢູ່​ໃນ “rack” ກໍ​ແມ່ນ​ເສື້ອ​ຜ້າ ​ທີ່​ຫ້ອຍວາງສະ​ແດງ ຢູ່​ໃນ​ຮ້ານ and available for customers to see ​ແລະ​ມີ​ໄວ້​ໃຫ້​ລູກ​ຄ້າ​ເບິ່ງ, and those that are
“in the back” are the extra clothes held in storage. ​ແລະ​ພວກ​ທີ່ຢູ່​ທາງ​ຫລັງ​ຮ້ານ ຫລື “in the back” ກໍ​ຄື​ເສື້ອຜ້າ​ທີ່​ຍັງ​ມີ​ເຫລືອ ທີ່​ເກັບ​ໄວ້. ​ເອົາ​ໄປ​ຟັງ​ບົດ​ສົນທະນາ ມື້​ກີ້​ນີ້​ອີກ ພ້ອມ​ກັບຄໍາ​ແປ.

Salesperson: Hello sir, can I help you find something? ສະບາຍດີ​. ​ໃຫ້​ຂ້ອຍ​ຊ່ວຍ​ຊອກ​ຫາ​ສິ່ງ​ໃດ​ບໍ່?

Kevin: Yes, I’m looking for a new suit. ​ເຈົ້າ ຂ້ອຍ​ກໍາລັງ​ຊອກ​ຊື້ສູທ​ໃໝ່​ຢູ່​ ໜຶ່ງຊຸດ.

S: What is your size? ​ເຈົ້າ​ໃສ່ເບີ ​ເທົ່​າ​ໃດ​ເນາະ?

K: I usually wear a size 42. ປົກກະຕິ​ແລ້ວ ຂ້ອຍ​ກໍ​ໃສ່​ເບີ 42 ນີ້​ແຫລະ.

A: Alright, I’ll show you the rack where we have our size 42 suits. ​ໂອ​ເຄ
ຄັນ​ຊັ້ນ ຂ້ອຍ​ຈະ​ພາ​ໄປ​ເບິ່ງ​ບ່ອນ​ທີ່​ພວກ​ເຮົາຫ້ອຍ​ສູທ ​ເບີ 42 ​ໄວ້.

A: Do you see anything you like?

K: Hmmm… I really like this black suit.

A: Yes, you would look great in that suit. Do you want to try it on?

K: Sure. Where are your dressing rooms?

A: The dressing rooms are downstairs. I’ll show you where they are.

MC: So Kevin found a black suit that he likes, ຕົກລົງ ​ເຄວິນເຫັນ​ສູທສີດໍາ​ຊຸດ​ນຶ່ງທີ່​ລາວ​ມັກ so he’s going to “try it on.” ສະ​ນັ້ນ ລາວ​ຈະ​ໄປ ລອງ​ໃສ່​ເບິ່ງ “try something on” ​ແປ​ວ່າ ​ລອງ​ໃສ່ເສື້ອ​ຜ້າເບິ່ງ.

P: Exactly. When you find something you like at a store, you can always tell the store employee, “I want to try this on.” ​ແມ່ນ​ແລ້ວ. ​ເວລາ​ເຈົ້າເຫັນ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ເຈົ້າ​ມັກ​ຢູ່​ໃນ​ຮ້ານ ​ເຈົ້າ​ສາມາດ​ບອກ​ພະນັກງານ​ຮ້ານ​ໄດ້​ທຸກ​ຍາມ​ວ່າ “I want to try this on” ກໍ​ຄື “ຂ້ອຍ​ຢາກ​ລອງ​ໃສ່​ໂຕ​ນີ້​ເບິ່ງ.”

MC: I see. This salesperson seems pretty good. ​ເຂົ້າ​ໃຈ​ແລ້ວ. ຄົນ​ຂາຍຂອງ​ຄົນ​ນີ້ ​ເບິ່ງ​ຄື​ດີ​ສົມຄວນ​ເນາະ. She knows how to flatter Kevin ລາວ​ຮູ້​ຈັກ​ວິ​ທີ​ຍ້ອງ​ຂາຍ​ໃຫ້​ເຄວິນ by telling him that he “would look great in that suit.” ​ໂດຍ​ການ​ບອກ​ລາວ​ວ່າ ລາວ​ຈະ​ເບິ່ງ ສະງ່າ​ງາມ​ຫລາຍ ຢູ່​ໃນ​ສູທ​ໂຕ​ນັ້ນ.

P: Correct. You can also look good in a color. For example, you can say “You always look great in blue.” ຖືກຕ້ອງ. ເຈົ້າ look good ຫລື​ເບິ່ງ​ງາມ ໄດ້​ຄື​ກັນ ໃນ​ສີ​ໃດ​ສີ​ນຶ່ງ. ​ໂຕ​ຢ່າງ ເຈົ້າ​ເວົ້າ​ໄດ້ວ່າ “You always look great in blue” ​ເຈົ້າ​ເບິ່ງ​ໂກ້ຫລາຍ ທຸກ​ຍາມ ​ໃນ​ຊຸດ​ສີຟ້າ.

MC: Oh, so you can tell someone they “look great in” a color, ໂອ ເຈົ້າ​ສາມາດ​ບອກ​ໃຜ​ຜູ້​ນຶ່ງ​ໄດ້​ວ່າ ​ເຂົາ​ເຈົ້າ​ເບິ່ງ​ງາມ ​ເບິ່ງ​ໂກ້​ຫລາຍ ​ເວລາ​ເຂົາ​ເຈົ້າໃສ່​ສີ​ໃດ​ສີ​ນຶ່ງ or a style, or a certain article of clothing ຫລື​ວ່າ ​ໃສ່ສະ​ຕາຍ​ໃດ​ສະ​ຕາຍ​ນຶ່ງ ຫລື​ເສື້ອ​ຜ້າ​ຊຸດ​ໃດ​ຊຸດ​ນຶ່ງ. In the next section, Kevin has put on the suit and the salesperson is giving him advice. ​ໃນ​ຕອນ​ຕໍ່​ໄປ ​ເຄວິນ​ໄດ້​ລອງ​ໃສ່​ ສູທຊຸດ​ນັ້ນ​ແລ້ວ ​ແລະ​ຄົນຂາຍ​ກໍ​ໃຫ້​ຄໍາ​ແນະ​ນໍາ​ລາວ. ​ໄປ​ຟັງ​ບົດ​ສົນທະນາມື້​ກີ້​ນີ້​ອີກ ພ້ອມ​ກັບຄໍາ​ແປ ​ແລ້ວ​ຈຶ່ງ​ໄປ​ຟັງ​ວ່າ ຄົນຂາຍ​ແນະ​ນໍາ​ເຄວິ​ນ​ແບບ​ໃດ.

A: Do you see anything you like? ​ເຫັນ​ອັນ​ໃດ ມັກ​ບໍ່?

K: Hmmm… I really like this black suit. ຣຶ່ມ...ຂ້ອຍ​ມັກ​ສູທສີດໍາ​ນີ້​ຫລາຍ​ໄດ໋.

A: Yes, you would look great in that suit. Do you want to try it on? ​ເຈົ້າ​ຈະ​ເບິ່ງໂກ້ຫລາຍ ຢູ່​ໃນ​ສູທຊຸດ​ນັ້ນ. ຢາກ​ລອງ​ໃສ່​ເບິ່ງ​ບໍ່?

K: Sure. Where are your dressing rooms? ​ແນ່ນອນ. ຫ້ອງ​ລອງ​ເຈົ້າ​ຢູ່​ໃສ?

A: The dressing rooms are downstairs. I’ll show you where they are. ຫ້ອງ​ລອງ​ເສື້ອ ​ຢູ່​ຕະລ່າງ. ຂ້ອຍ​ຈະ​ໄປບອກ​ເຈົ້າ​ວ່າ ຢູ່​ໃສ.

K: Oh, this is a really great suit! It’s totally my style. What do you think?

A: Uh… I think that suit is too tight, sir. You need one size larger.

K: No way! I love it. Really tight suits are the European style.

A: Well alright … but if you rip it when you sit down, you can’t return it.

MC: Hmmm…I’m beginning to doubt Kevin’s fashion sense. ຂະ​ນ້ອຍ​ເລີ້ມ
​ມີ​ຄວາມ​ສົງໄສ​ແລ້ວ ກ່ຽວ​ກັບ​ຄວາມ​ນິຍົມ​ທາງ​ແຟຊັ່ນ​ຂອງ​ເຄວິນ. The salesperson says the suit is too tight, ຄົນ​ຂາຍ​ບອກ​ວ່າ ສູທມັນ​ຄັບ​ເກີນ​ໄປ but Kevin thinks
it makes him look European ​ແຕ່​ເຄວິນ​ບອກ​ວ່າ ມັນ​ເຮັດ​ໃຫ້​ລາວ​ເບິ່ງ​ຄື​ຄົນ​ຢູ​ໂຣບ because they wear their suits tighter than in America. ​ເພາະວ່າ​ເຂົາ​ເຈົ້າ​ມັກ​ໃສ່ສູທຂອງ​ເຂົາ​ເຈົ້າ ຄັບ​ກ່ວາ​ຢູ່​ອາ​ເມຣິກາ.

P: Right. Kevin says the suit “is totally my style.” You can say something is “my style” if you think you really look good in it. ຖືກຕ້ອງ. ​ເຄວິນ​ເວົ້າ​ວ່າ ສູທຊຸດ​ນັ້ນ​ແມ່ນ​ສະ​ຕາຍ​ຂອງ​ລາວ​ທັງ​ໝົດ. ​ເຈົ້າ​ສາມາດ​ເວົ້າ​ໄດ້​ວ່າ ຊຸດ​ໃດ​ຊຸດນຶ່ງ​ແມ່ນ​ສະ​ຕາຍ​ຂອງ​ເຈົ້າ ຖ້າ​ເຈົ້າ​ຄິດ​ວ່າ ​ເຈົ້າເບິ່ງ​ໂກ້ ຫລື​ເບິ່ງ​ງາມ​ຫລາຍ ​ໃນ​ຊຸດ​ນັ້ນ.

MC: I see … so Kevin thinks tight suits “are his style.” ເຂົ້າ​ໃຈ​ແລ້ວ. ​ເຄວິນ​ຄິດ​ວ່າ ຊຸດ​ທີ່​ຄັບໆ​ແມ່ນ​ສະ​ຕາຍ​ຂອງ​ລາວ. Well I hope it’s not too expensive.
ຂະ​ນ້ອຍ​ຫວັງ​ວ່າ ມັນ​ຄົງ​ຈະ​ບໍ່​ແພງ​ເກີນ​ໄປ. The salesperson said if the suit rips when he sits down, he can’t return it. ​ຄົນຂາຍ​ເວົ້າ​ວ່າ ຖ້າ​ສູທຈີກ​ຂາດ​ເວລາ​ລາວ​ນັ່ງ​ລົງ ລາວ​ຈະ​ສົ່ງ​ຄືນ​ບໍ່​ໄດ້.

P: Well, let’s find out how much the suit costs. ​ເອີ ຄັນ​ຊັ້ນ​ກະ​ໄປ​ຟັງ​ກັນ​ເບິ່ງ​ວ່າ ລາຄາ​ມັນ​ຈະ​ເທົ່າ​ໃດ ຫລັງ​ຈາກ​ທີ່​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄໍາ​ແປ.

K: Oh, this is a really great suit! It’s totally my style. What do you think? ​ໂອ້ ສູທນີ້​ແມ່ນ​ຄັກ​ຫລາຍ​ແທ້ໆ! ມັນ​ແມ່ນ​ສະ​ຕາຍ​ຂ້ອຍ​ທີ່ສຸດໆ ​ເຈົ້າ​ຄິດ​ບໍ່?

A: Uh… I think that suit is too tight, sir. You need one size larger.

​ເອີ່............ ຂ້ອຍ​ຄິດ​ວ່າ ມັນ​ຢາກຄັບເກີນ​ໄປ. ​ເຈົ້າ​ຕ້ອງ​ໃສ່​ໃຫຍ່​ກ່ວານີ່ເບີ​ໜຶ່ງ.

K: No way! I love it. Really tight suits are the European style. ບໍ່​ມີ​ທາງ! ຂ້ອຍ​ມັກ​ຫລາຍ. ສູທທີ່​ຄັບ​ອີ່​ຫລີ ​ແມ່ນ​ສະ​ຕາຍຂອງ​ຄົນ​ຢູ​ໂຣບ.

A: Well alright … but if you rip it when you sit down, you can’t return it. ​ໂອ​ເຄ ຄັນ​ຊັ້ນ.........​ແຕ່​ວ່າ​ຖ້າ​ເຈົ້າ​ເຮັດ​ມັນ​ຈີກ​ຂາດ ​ເວລາ​ເຈົ້າ​ນັ່ງ​ລົງ ​ເຈົ້າ​ຈະ​ສົ່ງ​ຄືນ​ບໍ່​ໄດ້​ໄດ໋.

K: So, how much is this suit?

A: That one is $1,000.

K: $1,000? Ummm… do you think it will go on sale anytime soon?

A: No. We only sell that suit for the full price.

K: Well, it’s very expensive. But I’m willing to sacrifice for my girlfriend so that I look really great on our date!

MC: So Kevin thinks he is making a “sacrifice” for his girlfriend by buying himself a $1,000 suit? ​ເຄວິນ​ຄິດ​ວ່າ ລາວ​ກໍາລັງ​ທໍາ​ການ​ເສຍ​ສະລະ​ໃຫ້​ຜູ້​ສາວຂອງ​ລາວ ​ໂດຍ​ການ​ຊື້​ສູທ ຊຸດລາຄາ 1000 ດອລລ່າ ​ໃຫ້​ຕົນ​ເອງຊັ້ນ​ຫວະ? He won’t have any money left to buy her a present! ລາວ​ຈະ​ບໍ່​ມີ​ເງິນ​ເຫລືອ ​ເພື່ອ​ຊື້​ຂອງຂວັນ​ໃຫ້​ແຟນ​ເລີຍ!

P: But that is her present: A really well-dressed boyfriend on their special date. ​ແຕ່​ວ່າ ນັ້ນ​ແຫລະ​ຄື​ຂອງຂວັນ​ລາວ: ​ແຟນ​ທີ່​ນຸ່ງ​ເຄື່ອງ​ດີ​ໆ ງາມໆ ​ໄປ​ອອກ​ເດດ​ພິ​ເສດ​ຂອງ​ເຂົາ​ເຈົ້າ.

MC: Oh god, you’ve got to be kidding me. Is this really how men think? ​ໂອ໊ຍ ອາ​ຈານ​ຕ້ອງ​ເວົ້າ​ຢອກ​ຂະ​ນ້ອຍແນ່ໆ​ເລີຍ. ພວກ​ຜູ້​ຊາຍ​ພາກັນ​ຄິດ​ແບບ​ນັ້ນ ​ແທ້ໆ​ຫວະ?

P: I won’t try to answer that question. But Winnie, can you guess what it means when something is “on sale”? ຂ້ອຍ​ຈະ​ບໍ່​ພະຍາຍາມ​ຕອບ​ຄໍາ​ຖາມ​ຂໍ້​ນັ້ນ​ດອກ. ​ແຕ່ ວິນ​ນີ່ ​ເຈົ້າ​ເດົາ​ໄດ້​ບໍ່​ວ່າ ​ເວລາຂອງ​ສິ່ງ​ນຶ່ງ​ມັນ “on sale” ນັ້ນ ​ແປວ່າ​ຫຍັງ?

MC: That’s easy. ໂອ້ຍ ງ່າຍ. “On sale” ​ແປ​ວ່າ ຫລຸດ​ລາຄາ. So in that case, does “full price” mean “Not on sale”? ຄັນ​ຊັ້ນ “full price” ລາຄາ​ເຕັມ ກໍ​ແປ​ວ່າ ບໍ່​ຫລຸດ​ລາຄາ ​ແມ່ນ​ບໍ່?

P: Exactly. I’m afraid after buying this expensive suit, Kevin will have to buy something on sale for his girlfriend. ຖືກຕ້ອງ. ຂ້ອຍ​ຢ້ານ​ວ່າ ຫລັງ​ຈາກ​ທີ່​ຊື້​ສູທລາຄາ​ແພງ​ນີ້​ແລ້ວ ​ເຄວິນ​ຈະ​ຕ້ອງ​ໄດ້​ຊື້​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ຫລຸດ​ລາຄາ​ແລ້ວ ​ໃຫ້​ແຟນຂອງ​ລາວ.

MC: Probably. ກໍ​ຄົງ​ຈະ​ເປັນ​ເຊ່ນ​ນັ້ນ. But Professor, I was definitely right about our bet. ​ແຕ່ ອາຈານ ຂະ​ນ້ອຍ​ເວົ້າ​ຖືກ​ແນ່ນອນ ກ່ຽວ​ກັບ​ອັນ​ທີ່​ພວກ​ເຮົາ​ພະນັນ​ກັນ.This guy is a bad boyfriend! ຊາຍ​ຄົນ​ນີ້ ​ແມ່ນ​ແຟນທີ່​ບໍ່​ດີ! I wonder what terrible present he’s going to buy his girlfriend. ຂະ​ນ້ອຍ​ສົງ​ໄສ​ວ່າ ລາວ​ຈະ​ຊື້​ຂອງຂວັນ​ທີ່​ຂີ້ຮ້າ​ຍ​ແບບ​ໃດ ​ໃຫ້​ແຟນ​ລາວ.

P: Listen next time to find out! ​ຕິດຕາມ​ຟັງ​ບົດຮຽນ​ໜ້າ ​ເພື່ອ​ຈະ​ໄດ້​ຮູ້!

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ ພ້ອມ​ກັບ​ຄໍາ​ແປກັນ​ກ່ອນ.

K: So, how much is this suit? ຕົກລົງ, ສູດ​ຊຸດ​ນີ້ ລາຄາ​ເທົ່າ​ໃດ?

A: That one is $1,000. ຊຸດ​ນັ້ນ​ແມ່ນ 1000 ດອລລ່າ.

K: $1,000? Ummm… do you think it will go on sale anytime soon? 1000 ດອລລ່າ! ຮຶ່ມ....​ເຈົ້າ​ຄິດ​ວ່າ ມັນ​ຈະ​ຫລຸດ​ລາຄາ​ ​ເວລາ​ໃດ​ເວລາ​ໜຶ່ງໃນ​ໄວໆ​ນີ້​ບໍ່?

A: No. We only sell that suit for the full price. ບໍ່ດອກ. ສູ​ທຊຸດ​ນັ້ນ ພວກ​ເຮົາ​ຂາຍໃນ​ລາຄາ​ເຕັມ ​ເທົ່າ​ນັ້ນ.

K: Well, it’s very expensive. But I’m willing to sacrifice for my girlfriend so that I look really great on our date! ​ໂອ້ ມັນ​ແພງ​ຫລາຍ. ​ແຕ່​ຂ້ອບກໍ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະລະ ເພື່ອ​ແຟນຂອງ​ຂ້ອຍ​ຈະ​ໄດ້ເບິ່ງຂ້ອຍ​ໂກ້ ​ໃນ​ມື້ອອກ​ເດດ​ຂອງ​ເຮົາ!

MC: ທ່ານ​ນັກ​ສຶກສາ​ທີ່​ຮັກ​ແພງ ​ເວລາ​ຂອງ​ເຮົາ​ຍັງ​ເຫລືອ​ໜ້ອຍ​ນຶ່ງ ສະ​ນັ້ນ ຂ້າພະ​ເຈົ້າ​ຈະ​ພາ​ທ່ານລື້​ມຄືນ​ ຄໍາ​ສັບນຶ່ງ​ທີ່​ເຮົາ​ໄດ້​ຮຽນ​ມື້​ນີ້ ກໍ​ຄື​ຄໍາ​ນາມ salesperson ທີ່ໃຊ້​ທົ່ວ​ໄປ​ສໍາລັບ​ພະນັກງານຂາຍ salesperson s-a-l-e-s-p-e-r-s-o-n ​ແມ່ນເອົາ​ສອງ​ຄໍາ​ມາ​ລວມກັນ ກໍ​ຄື​ຄໍາ sales ​ແລະ person ​ເປັນ salesperson ກໍ​ຄື​ຄົນຂາຍນັ້ນ​ເອງ. ​ແຕ່​ຖ້າ​ຈະ​ເວົ້າ​ໃຫ້ເຈາະ​ຈົງ​ວ່າ ​ຜູ້​ຍິງ​ຫລື​ຜູ້ຊາຍ ກໍວ່າ saleslady ຫລື salesman. ອີກ​ສອງ​ຄໍາ​ທີ່​ເຮົາ​ໄດ້​ຍິນ ທີ່​ມີ sale ຢູ່​ນໍາ ກໍ​ຄື for sale ກັບ on sale ຊຶ່ງ​ສອງ​ຄໍາ​ນີ້ ຄົນ​ທີ່​ຮຽນ​ພາສາ​ອັງກິດ​ໃໝ່ໆ ມັກ​ໃຊ້​ຫລົງ​ກັນ. ​ເຮົາ​ຕ້ອງ​ຈື່​ວ່າ ຖ້າ​ມີ​ຄໍາ​ for ​ແປ​ວ່າ ​ໃຫ້​ຂາຍ​ຫລື ສໍາລັບ​ຂາຍ ​ເຊັ່ນ house for sale ເຮືອນ​ສໍາລັບ​ຂາຍ ຫລືເຮືອນ​ໃຫ້​ຂາຍ ຄື​ກັນ​ກັບ house for rent ​ເຮືອນໃຫ້​ເຊົ່າ. ​ແຕ່​ຖ້າ​ມີ​ຄໍາ​ວ່າ on ກໍ​ແປ​ວ່າ​ຫລຸດ​ລາຄາ ​ເຊັ່ນ Shoes on sale! 50% off! ​ເກີບ​ຫລຸດ​ລາຄາ! ຫລຸດ 50%! ສໍານວນ ຫລຸດ 50% ນີ້ ​ເຮົາ​ກໍ​ເວົ້າ​ໄດ້​ສອງ​ຢ່າງ ຄື 50% off! Off ກໍ​ຂຽນ o-f-f ຫລື​ເວົ້າ​ວ່າ 50% discount! D-i-s-c-o-u-n-t discount. ​ແລະ​ຄໍາ​ນາມ sale ກໍ​ແມ່ນ​ມາ​ຈາກ​ຄໍາ​ກິລິຍາ to sell ທີ່​ແປ​ວ່າ ຂາຍ​ນັ້ນ​ເອງ. ອີກ​ປະ​ໂຫຍ​ກນື່ງທີ່​ທ່ານ​ສາມາດ​ເວົ້າ​ໄດ້​ ​ເວລາຖາມ​ລາຄາ​ສິ່ງ​ຂອງ​ກໍ​ຄື How much are you selling this for? ແປ​ວ່າ ອັນ​ນີ້ ​ເຈົ້າ​ຂາຍ​ຈັ່ງ​ໃດ ຫລື​ຂາຍລາຄາ​ເທົ່າ​ໃດ? ຊຶ່ງ​ທ່ານ​ກໍ​ອາດ​ຈາະ​ໄດ້​ຮັບຄໍາ​ຕອບ​ວ່າ $5 a piece ອັນ​ລ່ະ 5 ດອລລ່າ ຫລື 2 for $10 ສອງ​ອັນ 10 ດອລລ່າ ຫລື​ຖ້າ​ມັນ on sale ກໍ​ຈະ​ເປັນ 3 for $10 ຫລື​ອາດ​ຈະ​ຫລຸດ​ຮອດ​ນຶ່ງ​ເທົ່າ​ໂຕ​ຫລື 100% ກໍ​ຈະ​ເປັນ 4 for $10 and that’s even better, right? ​ແລະ​ນັ້ນ​ແຮ່ງ​ດີ​ຂຶ້ນ​ໄປ​ອີກ​ແມ່ນ​ບໍ່? ຢູ່​ສະຫະລັດ ຮ້ານ​ເສື້ອ​ຜ້າ​ທຸກ​ຮ້ານ​ແມ່ນ​ຈະ​ມີ​ຫ້ອງ​ໃຫ້​ລອງ ທີ່​ເອີ້ນ​ວ່າ dressing room ​ຫລື fitting room ຊຶ່ງ​ມີ​ຄວາມ​ໝາຍ​ດຽວ​ກັນ. ສະ​ນັ້ນ ຖ້າ​ທ່ານ​ເຫັນ​ປ້າຍ​ນີ້ ກໍເຂົ້າ​ໄປ​ລອງ​ເສືອ​ຜ້າ​ໄດ້​ເລີຍ. ​ແຕ່​ບາງ​ຮ້ານ​ກໍ​ອາດ​ຈະ​ມີ​ຄົນເຝົ້າ​ຢູ່ ​ເພາະສະ​ນັ້ນ ທ່ານ​ກໍ​ຄວນ​ບອກ​ເຂົາ​ເຈົ້າ​ກ່ອນ​ວ່າ I would like to try this on ຂ້ອຍ​ຢາກ​ລອງໂຕ​ນີ້​ເບິ່ງ ຫລືຖາມ​ວ່າ Can I try this on? ຂ້ອຍ​ຂໍ​ລອງ​ໂຕ​ນີ້​ໄດ້​ບໍ່? ດັ່ງ​ນີ້​ເປັນ​ຕົ້ນ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອ ພາກພາສາລາວ ທີ່​ນະຄອນ ຫລວງວໍ​ຊິງ​ຕັນ ດີ​ຊີ ສະຫະລັດອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນ
ປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆທ່ານ
ທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG