ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບົດຮຽນ GoEnglish.Me: Movie, Intermediate - Part 2


ພາບໜຶ່ງຈາກຮູບເງົາ ເລື່ອງ ‘the Desperate Crossing: Mayflower’
ພາບໜຶ່ງຈາກຮູບເງົາ ເລື່ອງ ‘the Desperate Crossing: Mayflower’

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸ
ແຫ່ງຊາດລາວ ພູມໃຈສະເໜີ ລາຍການ​ຮຽນພາສາອັງກິດ
GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ
ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍຄໍາສັບແລະສໍານວນ​ຕ່າງໆ.

LESSON: Movie - Intermediate

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບສູ່ລາຍການຮຽນ ພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີ ວິທະຍຸ ແຫ່ງຊາດລາວ. ​ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ​ຕອນ​ທີ​ສອງ ​ຂອງ​ບົດຮຽນທີ່ມາໃນ​ຫົວ​ຂໍ້ Movie ຫລື ​ຮູບ​ເງົາ ຊຶ່ງ​ເຮົາ​ຈະ​ໃຫ້​ທ່ານຟັງນັກ​ສຶກສາ​ສອງຄົນ ລົມ​ກັນ​ເລື້ອງຮູບ​ເງົາຕໍ່. ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ​ເຊີນ​ທ່ານ​ພົບ​ກັບ​ຜູ້​ດໍາ​ເນີນ​ລາຍການທັງ​ສອງ ກໍ​ຄື Professor Bowman ກັບ Winnie ໄດ້​ເລີຍ.

MC: Emily and Peter are on a blind date. Emily ກັບ Peter ກຳລັງອອກ​ເດດ ​ເທື່ອ​ທຳ​ອິດ ​ໂດຍ​ທີ່​ບໍ່​ເຄີຍ​ເຫັນ​ກັນ​ມາ​ກ່ອນ ​ແບບ​ຄົນ​ຕາບອດ ທີ່​ເອີ້ນ​ວ່າ blind date ​ແລະ​ທັງ​ສອງ​ກຳລັງ​ລົມ​ກັນ​ເລື້ອງຮູບ​ເງົາ ​ແລະ​ສິ່ງ​ທີ່​ເຂົາ​ເຈົ້າ​ມັກ​ເຮັດ ​ເພື່ອ​ຄວາມ​ມ່ວນ​ຊື່​ນ. They are talking about movies and what they do for fun.

Professor: Winnie, we already know that both of them like going to movies in the theaters. Now let’s listen to them talk about other ways to watch movies. ວິນ​ນີ່ ພວກ​ເຮົາ​ຮູ້​ແລ້ວ​ວ່າ ທັງ​ສອງ​ຄົນ​ນັ້ນ​ມັກ​ໄປ​ເບິ່ງ​ຮູບ​ເງົາ ຢູ່​ໃນ​ໂຮງ. ບັດ​ນີ້ ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ ​ກ່ຽວ​ກັບ​ການ​ຊອກ​ເບິ່ງ​ຮູບ​ເງົາ ໂດຍ​ໃຊ້​ວິທີ​ອື່ນໆ. ​

P: Did you do anything fun over the weekend?

E: I didn’t want to go out last weekend, so I decided to stay at home and watch a movie.

P: Why didn’t you want to go out?

E: I was very tired after working all week. Sometimes on the weekend I don’t have enough energy to go out to a movie theater.

P: Did you download a movie or rent it at the store?

E: I downloaded it so that I didn’t have to remember to return it.

Professor: So Winnie, besides going to the movie theater, what are the two other ways to watch movies that Emily and Peter talked about? ເອົາ ວິນ​ນີ່ ນອກຈາກ​ ໄປ​ເບິ່ງ​ຮູບ​ເງົາຢູ່ໂຮງ​ແລ້ວ Emily ກັບ Peter ລົມ​ກັນ ກ່ຽວ​ກັບອີກ​ສອງ​ວິ​ທີ ທີ່​ເຂົາ​ເຈົ້າ​ສາມາດ​ເບິ່ງ​ຮູບ​ເງົາ​ໄດ້. ມັນມີ​ວິທີ​ໃດ​ແດ່?

MC: They said you can rent them at a store, or you can download them off the Internet.

ເຂົາ​ເຈົ້າ​ເວົ້າວ່າ ເຮົາ​ສາມາດເຊົ່າຢູ່ຮ້ານໄດ້ ມາ​ເບິ່ງ ຫລື​ບໍ່​ກໍ​ດາວ​ໂຫລ​ດ ຈາກອິນ​ເຕີ​ແນັດ​.

Professor: Right. And what’s better about renting a movie by downloading it? ​ຖືກຕ້ອງ. ​ແລ້ວການ​ເຊົ່າ​ຈາກ​ການ​ດາວໂຫລ​ດ​ເອົາ​ນັ້ນ ມັນ​ດີ​ກ່ວາ​ການ​ເຊົ່າ​ຈາກ​ຮ້ານ ​ແນວ​ໃດ? ​

MC: You don’t have to return it! ເຮົາ​ບໍ່​ຕ້ອງ​ເອົາ​ໄປ​ສົ່ງ​ຄືນຫັ້ນ​ແລ້ວ! That’s really convenient! ມັນສະ​ດວກ​ດີ​ແທ້ໆ!

Professor: I agree Winnie! Now let’s listen to Peter talk about the other activity he really likes. ຂ້ອຍ​ເຫັນ​ພ້ອມ ວິນ​ນີ່! ບັດ​ນີ້ ​ໄປ​ຟັງ ພີ​ເຕີ້ ​ເວົ້າ​ເຖິງ​ອີກ​ກິດຈະກຳ​ນຶ່ງ ທີ່​ລາວ​ມັກ​ເຮັດ.

MC: But let’s listen to their conversation with translation first: ແຕ່​ໄປ​ຟັງ​ຄຳ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້ ​ກັນ​ກ່ອນ​ເນາະ.

P: Did you do anything fun over the weekend? ​ເຈົ້າ​ໄດ້​ເຮັດ​ຫຍັງ​ມ່ວນໆ​ບໍ່ ​ສຸດ​ສັບປະ ດາ​ຜ່ານ​ມາ​ນີ້?

E: I didn’t want to go out last weekend, so I decided to stay at home and watch a movie. ຂ້ອຍ​ບໍ່​ຢາກອອກ​ໄປ​ໃສ ທ້າຍ​ອາທິດ​ຜ່ານ​ມາ​ນີ້ ຂ້ອຍ​ກໍ​ເລີຍ​ຕັດສິນ​ໃຈ ຢູ່​ບ້ານ ​ແລະ​ເບິ່ງ​ຮູບ​ເງົາ.

P: Why didn’t you want to go out? ​ເປັນ​ຫຍັງ ​ເຈົ້າ​ຈຶ່ງ​ບໍ່​ຢາກ​ອອກ​ໄປ​ໃສ?

E: I was very tired after working all week. ຂ້ອຍ​ເໝື່ອຍຫລາຍ ຫລັງ​ຈາກ​ເຮັດ​ວຽກມາ ​ໝົດ​ອາທິດ. Sometimes on the weekend I don’t have enough energy to go out to a movie theater. ບາງຄັ້ງ ​ ໃນ​ເວລາ​ສຸດ​ສັບປະດາ ຂ້ອຍ​ກໍ​ບໍ່​ມີ​ເຫື່ອ​ແຮງ ທີ່​ຈະ​ອອກ​ໄປ​ເບິ່ງ​ຮູບ​ເງົາ ຢູ່​ໂຮງ​ໜັງ.

P: Did you download a movie or rent it at the store? ​ເຈົ້າ​ດາວ​ໄຫລ​ດຮູບ​ເງົາ​ ​ເອົາບໍ ຫລື​ວ່າ ​ໄປ​ເຊົ່າ​ມາ​ຈາກ​ຮ້ານ?

E: I downloaded it so that I didn’t have to remember to return it. ຂ້ອຍ​ດາວໂຫລດ​ເອົາ ​ເພາະວ່າ​ຂ້ອຍ​ຈະ​ບໍ່​ຕ້ອງໄດ້​ຈື່​ວ່າ ຕ້ອງ​ໄດ້​ເອົາ​ໄປ​ສົ່ງ​ຮ້ານ.

P: Last weekend I didn’t want to go out either, so I stayed at home and played video games by myself. It was really fun!

E: Oh yeah, that sounds pretty cool, I guess …

P: Yeah, I’m really into video games. In fact, all of my friends are on the Internet. I’ve never met any of them in the real world.

E: Oh really … well you must be very popular on the Internet. But it’s true that it’s nice to do some things in the comfort of your own home.

MC: What? Peter’s only friends are the ones he talks to online when playing video games? ​ແມ່ນ​ຫຍັງ​ເກາະ ​ເພື່ອນ​ທີ່​ພີ​ເຕີ້​ມີ​ຢູ່ ​ແມ່ນ​ພວກ​ທີ່​ລາວ​ລົມ​ນຳ​ທາງ​ອອນ​ລາຍ ​ເວລາລາວ​ຫລິ້ນ​ວີ​ດີ​ໂອ​ເກ​ມ ​ເທົ່າ​ນັ້ນ​ວະ? Emily didn’t sound very impressed by that. ຟັງ​ເບິ່ງ ຄື​ເອມີ​ລີ ບໍ່​ຮູ້ສຶກ​ປະ​ທັບ​ໃຈກັບ​ເລື້ອງ​ນີ້​ເລີຍ.

Professor: I think you’re right Winnie. ຂ້ອຍ​ຄິດ​ວ່າ ​ເຈົ້າ​ເວົ້າ​ຖືກ ວິນ​ນີ່. Emily didn’t sound very impressed by Peter being “into” video games? ຟັງ​ເບິ່ງ ​ເອມີ​ລີ​ບໍ່​ຮູ້ສຶກ​ປະ​ທັບ​ໃຈ​ປານ​ໃດ ກັບ​ເລື້ອງ​ທີ່​ພີ​ເຕີ້​ມັກ​ວີ​ດີ​ໂອ​ເກ​ມຫລາຍ ​ແມ່ນ​ບໍ່? ​ By the way, saying you’re “into” something is a casual way of saying you really like it. ເອີ ​ເວລາ​ເຮົາ​ເວົ້າ​ວ່າ you’re “into” something ມັນ​ແມ່ນ​ວິທີ​ເວົ້າ​ແບບ​ກັນ​ເອງ​ວ່າ ​ເຮົາ​ມັກ​ສິ່ງ​ນັ້ນ​ອີ່ຫລີ. ​

MC: Oh, so I could say that “I’m really into politics”? ໂອ ຄັນ​ຊັ້ນ ຂ້ອຍ​ກໍ​ເວົ້າ​ໄດ້​ລະຕິ​ວ່າ “I’m really into politics”? ​ເພາະວ່າ​ຂະ​ນ້ອຍ​ມັກ​ເລື້ອງ​ການ​ເມືອງ​ຫລາຍ. ​

Professor: Exactly. I wonder if Emily is “into” guys who spend all their time playing video games. Let’s listen and find out. ຖືກຕ້ອງ ຂ້ອຍ​ສົງ​ໄສ​ວ່າ ​ເອມີ​ລີ​ຈະ​ມັກ​ພວກ​ຜູ້​ຊາຍ ທີ່​ໃຊ້​ເວລາ​ໝົດ​ມື້​ໝົດ​ເວັນ ຫລິ້ນ​ວີ​ດີ​ໂອ​ເກ​ມບໍ່. ​ໄປ​ຟັງ​ກັນ​ເບິ່ງເນາະ. ​

Repeat with translation: ຫລັງ​ຈາກ​ທີ່​ເຮົາ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄຳ​ແປ.

P: Last weekend I didn’t want to go out either, so I stayed at home and played video games by myself. It was really fun! ສຸດ​ສັບ​ປະດາ​ແລ້ວ​ນີ້ ຂ້ອຍ​ກໍ​ບໍ່​ຢາກ​ອອກ​ໄປ​ນອກ​ຄື​ກັນ. ສະ​ນັ້ນ ຂ້ອຍ​ກໍ​ເລີຍ​ຢູ່​ບ້ານ ​ແລະ​ຫລິ້ນ​ເກ​ມວີ​ດີ​ໂອ ຕາມ​ລຳພັງຄົນ​ດຽວ. ມ່ວນ​ຫລາຍ​ອີ່ຫລີ.

E: Oh yeah, that sounds pretty cool, I guess … ​ໂອ້ ຂ້ອຍ​ເດົາ​ວ່າ ມັນ​ຄື​ຊິ​ມ່ວນ​ສົມຄວນ​ເນາະ.

P: Yeah, I’m really into video games. In fact, all of my friends are on the Internet. I’ve never met any of them in the real world. ມ່ວນ​ຕົ່ວ ຂ້ອຍ​ມັກ​ວີ​ດີ​ໂອ​ເກ​ມ​ແທ້ໆ. ຄວາມ​ຈິງ​ແລ້ວ ໝູ່​ຂອງ​ຂ້ອຍ​ໝົດ​ທຸກ​ຄົນ ​ແມ່ນ​ຢູ່​ໃນ​ອິນ​ເຕີ​ແນັດທັງ​ນັ້ນ. ຂ້ອຍບໍ່ເຄີຍ​ພົບ​ພວກ​ເຂົາ ​ໃນ​ໂລກ​ໂຕ​ຈິງ​ຈັກ​ຄົນ. ​

E: Oh really … well you must be very popular on the Internet. But it’s true that it’s nice to do some things in the comfort of your own home. ໂອ ອີ່ຫລີ​ວະ...ຄັນ​ຊັ້ນ ​ເຈົ້າກໍ​ຄົງ​ຈະ​ມີ​ຄົນ​ນິຍົມ​ຫລາຍ​ເນາະ ຢູ່​ໃນ​ອິນ​ເຕີ​ແນັດ. ​ແຕ່​ມັນ​ກໍ​ເປັນຄວາມ​ຈິງ​ເນາະ ທີ່​ວ່າ​ມັນມ່ວນ​ດີ ​ທີ່​ເຮົາ​ໄດ້​ເຮັດ​ກິດຈະກຳ​ໃດ​ນຶ່ງ ຢູ່​ພາຍໃນ​ຄວາມ​ສະດວກ​ສະບາຍ ​ຂອງ​ບ້ານ​ເຮືອນ​ເຮົາ​ເອງ.

P: You’re right. Watching movies at home is way cheaper than going to the theater, too. I like downloading movies too because it’s easy and fast.

E: I agree. It’s very convenient.

P: Have you ever heard of a movie rental company called Netflix? They send the movies directly to your house in the mail.

E: Really? That’s great! I’m going to try that next time.

P: Yeah, but I wish they delivered video games too. Then I would never leave my house!

Professor: Winnie, did you hear Peter say why he likes watching movies at home? ວິນ​ນີ່ ​ເຈົ້າ​ໄດ້​ຍິນ​ພີ​ເຕີ້​ເວົ້າບໍ່ວ່າ ​ເປັນ​ຫຍັງ​ລາວ​ຈຶ່ງ​ມັກ​ເບິ່ງ​ຮູ​ບ​ເງົາ ຢູ່​ກັບ​ບ້ານ. ​

MC: Yes, he said that it is cheaper than going to the theater. ​ເຈົ້າ ​ລາວ​ເວົ້າ​ວ່າ ມັນ​ຖືກ​ກວ່າ​ໄປ​ເບິ່ງ​ຢູ່​ໂຮງ​ໜັງ. But Professor, why did he say it is “way cheaper”? ​ແຕ່​ວ່າ ​ເປັນ​ຫຍັງ​ລາວ​ຈຶ່ງ​ເວົ້າ​ວ່າ “way cheaper”?

Professor: The world “way” can be slang for “very.” ຄຳ​ເວົ້າ “way” ສາມາດ​ໃຊ້​ເປັນ​ຄຳ​ slang (ສະ​ແລງ) ທີ່​ແປ​ວ່າ “ຫລາຍ” ​ໄດ້.

MC: So I could say that “Peter is way w-a-y into video games?” ​ໂອ ສະ​ນັ້ນ ຂ້ອຍ​ກໍເວົ້າ​ໄດ້​ຕົ່ວວ່າ ພີ​ເຕີ້​ມັກ​ວີ​ດີ​ໂອ​ເກ​ມຫລ້າຍ​ຫລາຍ? ​ And I could say that “It’s way hot outside today.” ແລະ​ຂ້ອຍ​ສາມາດ​ເວົ້າ​ໄດ້​ວ່າ “ມັນ​ຮ້ອນ​ຫລາຍໆ ຢູ່​ທາງ​ນອກ​ມື້​ນີ້.”

Professor: That’s it! ຖືກຕ້ອງ!

MC: ​ໂອ​ເຄ ​ໄປ​ຟັງເຂົາ​ເຈົ້າ​ລົມ​ກັນ​ຕໍ່ ຫລັງ​ຈາກ​ຟັງຄຳ​ແປ​ຂອງ​ບົດ​ສົນທະນາ​ມື້ກີ້ນີ້.

P: You’re right. Watching movies at home is way cheaper than going to the theater, too. I like downloading movies too because it’s easy and fast. ​ເຈົ້າ​ເວົ້າ​ຖືກ​ແລ້ວ.​ ​ນອກ​ນັ້ນ ເບິ່ງ​ຮູບ​ເງົາ​ຢູ່ເຮືອນ ​ຍັງ​ຖືກ​ຫລາຍ​ກ່ວາ ​ໄປ​ເບິ່ງ​ຢູ່​ໂຮງ​ມັນອີກ. ຂ້ອຍ​ມັກ​ດາວໂຫລ​ດຮູບ​ເງົາຄື​ກັນ ​ເພາະວ່າ ມັນ​ງ່າຍ​ແລະ​ກໍ​ໄວ.

E: I agree. It’s very convenient. ຂ້ອຍ​ເຫັນ​ນຳ. ມັນ​ສະດວກ​ຫລາຍ. ​

P: Have you ever heard of a movie rental company called Netflix? They send the movies directly to your house in the mail. ເຈົ້າ​ເຄີຍ​ໄດ້​ຍິນຊື່​ບໍລິສັດ​ໃຫ້​ເຊົ່າ​ຮູບ​ເງົາ ທີ່​ຊື່ Netflix ຈັກ​ເທື່ອ​ບໍ່? ​ເຂົ​າເຈົ້າສົ່ງຮູບ​ເງົາ ໄປ​ໃຫ້​ເຮືອນ​ເຈົ້າ​ ໂດຍ​ກົງ​ເລີຍ.

E: Really? That’s great! I’m going to try that next time. ອີ​ຫລີ່​ນ່ະ? ດີ​ຫລາຍ​! ຂ້ອຍ​ຈະ​ລອງ​ເຊົ່າ​ເບິ່ງ​ ເທື່ອ​ໜ້າ. ​

P: Yeah, but I wish they delivered video games too. Then I would never leave my house! ແມ່ນ​ຕົ່ວ ​ແຕ່​ຂ້ອຍ​ປາດ​ຖະໜາ ຢາກ​ໃຫ້​ເຂົາ​ສົ່ງ​ວີ​ດີ​ໂອ​ເກ​ມ ​ໃຫ້​ນຳ. ແລ້ວ​ຂ້ອຍ​ຈະ​ບໍ່​ຕ້ອງ​ໄດ້​ອອກ​ບ້ານ ​ຈັກ​ເທື່ອ! ​

P: So Emily, do you still want to see a movie together this weekend?

E: Well, what do you want to see? I don’t think there are many good movies out right now.

P: Hmmm … I know! We can go to a really bad sci-fi movie and sit in the back of the theater and make fun of it. What do you think?

E: Now that’s a great plan. It’s a date!

MC: Success! Despite talking about video games too much, it seems like Emily is still willing to give him a second date. ສຳ​ເລັດ! ​ເຖິງ​ແມ່ນ​ຈະ​ລົມກັນ​ເລື້ອງ​ວີ​ດີ​ໂອ​ເກ​ມຫລາຍ​ເກີນ​ໄປ ​ແຕ່​ກໍ​ເບິ່ງ​ຄື​ວ່າ ​ເອມິ​ລີ​ຍັງ​ເຕັມ​ໃຈ ທີ່​ຈະ​ອອກ​ເດດ​ກັບ​ລາວ ​ເປັນ​ເທື່ອ​ທີ່​ສອງ​ຢູ່. And so when we say “a movie is out,” that means it is playing now? ​ແລະ​ເວລາ​ເຮົາ​ເວົ້າ​ວ່າ “a movie is out,” ມັນ​ໝາຍ​ຄວາມ​ວ່າ ຮູບ​ເງົາ​ເລື້ອງ​ນັ້ນກຳລັງ​ສາຍ​ຢູ່​ໂຮ​ງ ​ແມ່ນ​ບໍ່ອາຈານ? ​

Professor: That’s right. When you say that a movie is out, that means that it is playing in the theatres. ແມ່ນ​ແລ້ວ ​ເວລາ​ເຈົ້າ​ເວົ້າ​ວ່າ “a movie is out,” ຮູບ​ເງົາ​ອອກ​ມາ​ແລ້ວ ມັນກໍ​ແປ​ວ່າ ຮູບ​ເງົາເລື້ອງ​ນັ້ນກຳລັງ​ສາຍ​ຢູ່​ໂຮງ.

MC: Oh, so I could say that I really want to see the new Brad Pitt movie, but it won’t be out until next month. ໂອ ຄັນ​ຊັ້ນ ຂ້ອຍ​ກໍ​ເວົ້າ​ໄດ້​ວ່າ ຂ້ອຍ​ຢາກ​ເບິ່ງ​ຮູບ​ເງົາເລື້ອງ​ໃໝ່​ຂອງ Brad Pitt ອີ່ຫລີ​ ແຕ່​ມັນຈະ​ຍັງ​ບໍ່​ອອກມາ ຈົນ​ກ່ວາ​ເດືອນ​ໜ້າ. Professor, do you think Emily and Peter’s second date will go as well as the first? ​ອາຈານ​ຄິດ​ວ່າ ການ​ອອກ​ເດດຄັ້ງ​ທີ​ສອງ​ ຂອງ​ເອມິ​ລີ​ກັບ​ພີ​ເຕີ້ ຈະ​ໄປ​ໄດ້​ດີ​ເທົ່າ​ກັບ​ຄັ້ງ​ທຳ​ອິດບໍ່? ​

Professor: For that Winnie, we’ll have to tune in next time and find out! ເອີ... ​ເຮົາ​ກໍ​ຕ້ອງ​ໄດ້​ກັບ​ມາ​ຟັງ ​ໃນ​ບົດຮຽນ​ໜ້າ​ແລ້ວ!

MC: ​ ແຕ່​ວ່າ ​ໄປຟັງ​ບົດ​ສົນທະນາ​ມື້​ກີ້​ອີກ​ກ່ອນເນາະ ພ້ອມ​ກັບຄຳ​ແປ​. ​

P: So Emily, do you still want to see a movie together this weekend? ເອົ້າ ວ່າ​ຈັ່ງ​ໃດ ​ເອມິ​ລີ ​ເຈົ້າ​ຍັງ​ຢາກ​ຈະ​ໄປ​ເບິ່ງ​ໜັງ​ນຳ​ກັນ​ຢູ່​ບໍ່ ທ້າຍ​ອາທິດນີ້?

E: Well, what do you want to see? I don’t think there are many good movies out right now. ​ເອີ... ​ເຈົ້າ​ຢາກ​ເບິ່ງ​ເລື້ອງ​ຫຍັງ​ລ່ະ? ຂ້ອຍ​ຄິດ​ວ່າ ມັນ​ບໍ່​ມີ​ເລື້ອງ​ມ່ວນ​ຫລາຍ​ປານ​ໃດ ກຳລັງ​ສາຍ​ຢູ່​ຕອນ​ນີ້.

P: Hmmm … I know! We can go to a really bad sci-fi movie and sit in the back of the theater and make fun of it. What do you think? ຮຶ່ມມມ...ຂ້ອຍ​ຮູ້! ​ເຮົາ​ຈະ​ໄປ​ເບິ່ງ​ໜັງ ​ຊາຍ​ຟາຍ ທີ່​ຂີ້ຮ້າຍ​ອີ່ຫລີ​ກໍ​ໄດ້ ​ແລະ​ນັ່ງ​ຢູ່​ທາງ​ຫລັງ ​ແລ້ວ​ກໍຫົວ​ຂັວນມັນ. ​ເຈົ້າ​ຄິດ​ວ່າ​ແນວ​ໃດ?

E: Now that’s a great plan. It’s a date! ນັ້ນ​ເປັນ​ແຜນການ​ທີ່​ດີ​ລະ​ເບາະ! ຄັນ​ຊັ້ນ​ກະ​ຕົກລົງ ​ໄປ​ເດດ​ກັນ!

Music… up and under…

MC: ນ້ອງໆ​ນັກ​ສຶກສາ​ທີ່​ຮັກ​ແພງ ​ເວລາ​ຂອງ​ເຮົາ​ຍັງ​ເຫລືອ​ຢູ່​ໜ້ອຍ​ໜຶ່ງ ​ເພາະ​ສະ​ນັ້ນ ​ເຮົາ​ຈະ​ລື້​ມຄືນ ບົດຮຽນ English in a Minute ຫລື ຮຽນ​ສຳນວນພາສາ​ອັງກິດ​ໃນ​ໜຶ່ງ​ນາທີ ທີ່​ເຮົາ​ໄດ້ສະ​ເໜີ​ໄປ​ໃນ​ຕອນ​ທີ່​ແລ້ວ ຊຶ່ງ​ແມ່ນ​ສຳນວນ Raining cats and dogs. ນ້ອງໆ​ຈື່​ໄດ້​ບໍ່​ວ່າ ມັນ​ແປ​ວ່າ​ຫຍັງ? ​ໄປ​ຟັງ​ກັນ​ອີກ​ເບິ່ງ ​ເພື່ອ​ຈະ​ຈື່​ໄດ້ ​ແລ້ວ​ກໍ​ຢ່າ​ລືມແອບ​ເວົ້າເດີ້ ​ເວລາ​ຝົນຕົກ​ແຮງ​ໆ​ແບບ​ລືມ​ຫູ​ລືມ​ຕາ​ບໍ່​ຂຶ້ນ ວ່າ It is raining cats and dogs today.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG