ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບົດຮຽນ GoEnglish.Me: Movie, Beginner - Part One


ສາກໜຶ່ງ ຈາກຮູບເງົາ ເລື້ອງ ‘The Patriot’
ສາກໜຶ່ງ ຈາກຮູບເງົາ ເລື້ອງ ‘The Patriot’

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດ
ລາວ ພູມໃຈສະເໜີລາຍການ​ຮຽນພາສາອັງກິດ GoEnglish.Me
ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ ​
ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍຄໍາສັບ​ແລະສໍານວນ​ຕ່າງໆ.

LESSON: Movie – Beginner

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບສູ່ລາຍການຮຽນ ພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີ ວິທະຍຸ ແຫ່ງຊາດລາວ. ​
ມື້​ນີ້ ​ເຮົາ​ຈະ​ເລີ້ມ​ບົດຮຽນໃໝ່ ມາໃນ​ຫົວ​ຂໍ້ Movie ຫລື ​ຮູບ​ເງົາ ຕອນ​ທີ​ນຶ່ງ ຊຶ່ງ​ເຮົາ​ຈະພາ
ທ່ານ​ໄປຟັງນັກ​ສຶກສາ​ສອງຄົນ ລົມ​ກັນເລື້ອງ​ຮູບ​ເງົາ. ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ​ເຊີນ​ທ່ານ​ພົບ​ກັບ​ຜູ້​ດໍາ​ເນີນ​ລາຍການທັງ​ສອງ ​ ກໍ​ຄື Professor Bowman ກັບ Winnie ແລະເຂົ້າ​ສູ່​ລາຍການໄດ້​ເລີຍ

Professor: Winnie, today we’re going to listen to Emily and Peter talking about movies on their blind date. ມື້​ນີ້ ພວ​ກ​ເຮົາ​ຈະ​ໄປ​ຟັງ ​ເອມິ​ລີ ກັບ ພີ​ເຕີ້ ລົມ​ກັນ​ກ່ຽວ ​ເລື້ອງ​ຮູບ​ເງົາ ​ໃນ​ມື້​ທີ່​ເຂົ​າເຈົ້າອອກ​ blind date ​ນໍາ​ກັນ ​ກໍ​ຄືອອກ​ເດດໂດຍ​ບໍ່​ເຄີຍ​ເຫັນ ​ຫລື​ຮູ້ຈັກ​ກັນ​ມາ​ກ່ອນ.

MC: Professor, I think that they are both movie fans​. Do you agree? ອາຈານ ຂະ​ນ້ອຍຄິດ​ວ່າ ​ພວກ​ເຂົາ​ເຈົ້າ​ທັງ​ສອງ ​ເປັນ​ຄົນ​ມັກ​ເບິ່ງ​ຮູບ​ເງົາ. ອາຈານເຫັນ​ນຳບໍ່?

Professor: I agree. Now let’s find out if they both like going to movies in their free time. ຂ້ອຍ​ເຫັນ​ນໍາ. ບັດ​ນີ້ ​ໄປ​ຟັງ​ກັນ​ເບິ່ງວ່າ ​ເຂົາ​ເຈົ້າ​ທັງ​ສອງ​ມັກ​ໄປ​ເບິ່ງ​ຮູບ​ເງົາ ​ໃນ​ຍາມ​ເວລາ​ຫວ່າງ​ຂອງ​ເຂົາ​ເຈົ້າ ຫລື​ບໍ່?

P: So Emily, what do you like to do for fun?

E: I like to go to the movies. What do you do in your free time?

P: I also like going to the movies.

E: Well that’s great! It’s nice that we have something in common.

MC: They both like movies! ​ເຂົາ​ເຈົ້າ​ມັກ​ເບິ່ງ​ຮູບ​ເງົາ​ທັງ​ສອງ​ຄົນ! But Professor Bowman, what’s the difference between doing something “for fun” and doing something “in your free time?” ​ແຕ່​ວ່າ ອາ​ຈານ ມັນ​ແຕກ​ຕ່າງ​ຫຍັງ​ກັນ ລະຫວ່າງ​ປະ​ໂຫຍ​ກ doing something “for fun” ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ເພື່ອ​ໃຫ້​ມ່ວນ​ຊື່ນ ຫລື​ເພື່ອ​ຄວາມ​ມ່ວນ​ຊື່ນ ກັບ doing something “in your free time?” ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ໃນເວລາຫວ່າງ​ຂອງ​ເຈົ້າ?

Professor: They’re very similar. When you want to know what people’s hobbies are, you can ask them what they do “for fun,” or what they do
“in their free time,” ມັນ​ຄ້າຍໆ​ກັນ​ຫລາຍ. ​ເວລາ​ເຈົ້າ​ຢາກ​ຮູ້​ວ່າ ງານ​ອະ​ດິ​ເຫລກຂອງ​ຄົນ​ອື່ນ​ແມ່ນ​ຫຍັງ ​ເຈົ້າ​ຈະ​ຖາມ​ເຂົາ​ເຈົ້າວ່າ ​ເຂົາ​ເຈົ້າ​ເຮັດ​ຫຍັງ​ເພື່ອ​ຄວາມ​ມ່ວນ​ຊື່ນ ກໍ​ໄດ້ ຫລື ​ເຂົາ​ເຈົ້າ​ເຮັດ​ຫຍັງ​ໃນ​ເວລາ​ຫວ່າງ​ຂອງ​ເຂົາ​ເຈົ້າ ກໍ​ໄດ້.

MC: Then I could say “I like studying English in my free time?” ​ໂອ້ ຄັນຊັ້ນ​ ນ້ອງຕອບ​ວ່າ “I like studying English in my free time?” ຂ້ອຍ​ມັກ​ຮຽນ​ພາສາ​ອັງກິດ ​ໃນ​ຍາມ​ຫວ່າງ​ຂອງ​ຂ້ອຍ” ກໍ​ໄດ້​ແມ່ນ​ບໍ່?

Professor: Exactly. Now let’s listen and see when they go to the movies. ​ຖືກຕ້ອງ. ບັດ​ນີ້ ​ໄປ​ຟັງ​ກັນ​ວ່າ ​ເຂົາ​ເຈົ້າ​ພາກັນ​ໄປ​ເບິ່ງ​ຮູບ​ເງົາ ​ເວລາ​ໃດ?

MC: ​ແຕ່​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ມື້​ກີ້​ນີ້ກ່ອນ ພ້ອມ​ກັບ​ຄໍາ​ແປ.

P: So Emily, what do you like to do for fun? ​ເອີ່ ​ເອມິ​ລີ ​ເຈົ້າ​ມັກ​ເຮັດ​ຫຍັງ​ເພື່ອ​ໃຫ້​ມ່ວນ​ຊື່ນ.

E: I like to go to the movies. What do you do in your free time? ຂ້ອຍ​ມັກ​ໄປ​ເບິ່ງ​ຮູບ​ເງົາ. ​ເຈົ້າ​ເດ້ ​ເຮັດ​ຫຍັງ​ໃນເວລາຫວ່າງ​ຂອງ​ເຈົ້າ?

P: I also like going to the movies. ຂ້ອຍ​ກໍ​ມັກ​ໄປ​ເບິ່ງ​ຮູ​ບ​ເງົາ ​ຄື​ກັນ.

E: Well that’s great! It’s nice that we have something in common. ​ໂອ ດີ​ຫລາຍ​ຊັ້ນ! ດີ​ເນາະ ທີ່​ພວກ​ເຮົາ​ມີ​ສິ່ງ​ນຶ່ງ​ຄື​ກັນ.

E: When do you usually go to the movies?

P: I usually go in my free time on the weekends. How about you?

E: The movie theater is always so crowded on the weekends. I like to go to the movies during the week.

P: That’s true. And sometimes the tickets are cheaper during the week as well.

Professor: It looks like Emily and Peter are going to the movies at different times. Did you hear the difference, Winnie? ​ເບິ່ງ​ຄື​ວ່າ ​ເອມິ​ລີ​ກັບ​ພີ​ເຕີ້ ມັກ​ໄປ​ເບິ່ງ​ຮູບ​ເງົາ​ໃນ​ເວລາ​ຕ່າງ​ກັນ. ​ເຈົ້າ​ໄດ້​ຍິນ​ຄວາມ​ແຕກ​ຕ່າງ​ບໍ່?

MC: ໂດຍ ພີ​ເຕີ້​ມັກ​ໄປ​ໃນ​ເວລາ​ທ້າຍ​ອາທິດ Yes, Peter goes to the movies on the weekend, and Emily goes to the movies during the week because the theater isn’t as crowded. ແລະເອມິ​ລີມັກ​ໄປ​ເບິ່ງ​ຮູບ​ເງົາ​ໃນ​ມື້​ທໍາ​ມະ​ດາເພາະວ່າ​ ໂຮງ​ສາຍ​ຮູບ​ເງົາ​ ມັນ​ບໍ່​ແໜ້ນ​ຄື​ກັນ​ກັບ​ຍາມ​ທ້າຍ​ອາທິດ.

Professor: That’s right, and Peter says the tickets are cheaper during the week too. What kind of movies do you think they like? ແມ່ນ​ແລ້ວ ​ແລະ​ພີ​ເຕີ້​ເວົ້າ​ວ່າ ປີ້​ກໍ​ຖື​ກ່ວາ ​ໃນ​ມື້​ທໍາ​ມະ​ດາ​ຄື​ກັນ. ​ເຈົ້າ​ຄິດ​ວ່າ ​ເຂົາ​ເຈົ້າ​ມັກ​ຮູບ​ເງົາ​ປະ​ເພດແບບ​ໃດ?

MC: Well, men and women sometimes like different kinds of movies. ໂອ ບາງ​ເທື່ອ ​ຜູ້​ຊາຍ​ກັບແມ່ຍິງກໍ​ມັກ​ຮູບ​ເງົາ​ປະ​ເພດ​ຕ່າງ​ກັນ. I hope there’s at least one kind of movie they both like so they can go on a second date! ​ ນ້ອງ​ຫວັງ​ວ່າ ຄົງ​ຈະ​ມີ​ຮູບ​ເງົາ ຢ່າງ​ນ້ອ​ຍກໍປະ​ເພດ​ນຶ່ງ ທີ່​ເຂົາ​ເຈົ້າ​ທັງ​ສອງມັກ​ນໍາ​ກັນ ​ເພື່ອ​ວ່າ ​ເຂົາ​ເຈົ້າ​ຈະ​ອອກ​ເດດຄັ້ງ​ທີ​ສອງ ​ນໍາ​ກັນ.

Professor: Let’s listen and find out. ຄັນຊັ້ນ ກະໄປຟັງກັນເບິ່ງ

MC: ຫລັງ​ຈາກ​ທີ່​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ມື້​ກີ້​ນີ້​ກ່ອນ​ ພ້ອມ​ກັບ​ຄໍາ​ແປ.

E: When do you usually go to the movies? ປົກກະ​ຕິ​ແລ້ວ ​ເຈົ້າ​ໄປ​ເບິ່ງ​ຮູບ​ເງົາ ຍາມ​ໃດ?

P: I usually go in my free time on the weekends. How about you? ປົກກະຕິ​ແລ້ວ ຂ້ອຍ​ໄປ​ໃນ​ເວລາ​ຂ້ອຍ​ຫວ່າງ ຍາມ​ທ້າຍ​ອາທິດ. ​ແລ້ວ​ເຈົ້າ​ເດ້?

E: The movie theater is always so crowded on the weekends. I like to go to the movies during the week. ​ໂຮງສາຍ​ຮູບ​ເງົາ​ ຍາມ​ໃດ​ກໍ​ມີ​ຄົນ​ຫລາຍໆ ​ໃນ​ໄລຍະ​ທ້າຍ​ອາທິດ. ຂ້ອຍ​ມັກ​ໄປ​ເບິ່ງ​ຮູບ​ເງົາ​ໃນ​ມື້​ທໍາ​ມະ​ດາ.

P: That’s true. And sometimes the tickets are cheaper during the week as well. ເປັນຄວາມ​ຈິງ. ​ແລະ​ບາງ​ຄັ້ງ ປີ້​ກໍ​ລາຄາ​ຖືກ​ກ່ວາ​ນໍາ ​ໃນ​ມື້​ທໍາ​ມະ​ດາ.

P: I like watching comedies, like Borat. Do you like watching comedies too?

E: Not really, I like watching horror movies, like The Unborn.

P: You like horror movies? I don’t like them because they’re too scary! I like comedies because I love to laugh.

E: I like horror movies because I like to be scared.

MC: Uh oh, it looks like Peter and Emily like different kinds of movies. ໂອຍ ຕາຍ... ​ເບິ່ງ​ຄື​ວ່າ ພີ​ເຕີ້​ກັບ​ເອມິ​ລີ ມັກ​ຮູບ​ເງົາ​ປະ​ເພດ​ຕ່າງ​ກັນ. Emily likes horror movies, but Peter thinks they’re too scary. ເອມິ​ລີ​ມັກ​ເລື້ອງ​ຜີ ​ແຕ່​ພີ​ເຕີ້​ຄິດ​ວ່າ ​ເລື້ອງ​ຜີ​ເປັນຕາ​ຢ້ານ​ໂພດ. But Professor Bowman, why did Peter just say “comedies” instead of “comedy movies?” ແຕ່​ວ່າ ອາຈານ​ ​ໂບ​ເມິ​ນ ​ເປັນ​ຫຍັງ ພີ້​ເຕີ້​ ຈຶ່ງ​ເວົ້າ​ວ່າ “comedies” ​ຊື່​ໆ ແທນ​ທີ່​ຈະ​ເວົ້າ​ວ່າ “comedy movies”?

Professor: Well Winnie, for some kinds of movies, you don’t have to use the word “movies” after them. ​ໂອ ວິນ​ນີ່ ສໍາລັບ​ຮູບ​ເງົາ​ບາງ​ປະ​ເພດ ​ເຈົ້າ​ບໍ່​ຕ້ອງໃຊ້​ຄໍາ​ວ່າ “movies” ຫລື​ຮູບ​ເງົາ ນໍາ​ຫລັງ​ຄໍາ​ສັບ. For example, you can talk about “comedies,” “dramas” and “thrillers,” and everyone will know you’re talking about movies. ​ໂຕ​ຢ່າງ ​ເຈົ້າສາມາດ​ເວົ້າ​ວ່າ “comedies,” “dramas” ​ແລະ “thrillers” ຊື່ໆ​ກໍໄດ້ ​ໂດຍ​ບໍ່​ຕ້ອງ​ຕື່ມ​ຄໍາ​ວ່າ​ຮູບ​ເງົາ​ໃສ່ ​ແລະ​ທຸກໆ​ຄົນ​ກໍ ​ຈະ​ເຂົ້າ​ໃຈ​ວ່າ ​ເຈົ້າ​ເວົ້າ​ເຖິງ​ຮູບ​ເງົາ​.

MC: Oh, so I can say “comedies,” ສໍາລັບ​ຮູບ​ເງົາ​ປະ​ເພດ​ຕະລົກ ​ແລະ “dramas” ສໍາລັບ​ປະ​ເພດ​ຊີວິດ ​ແລະ “thrillers” ສໍາລັບ​ປ​ະ​ເພດສະ​ຫຍອງຂວັນ. Well I hope this disagreement doesn’t derail their date! ​ໂອ໋... ຂະ​ນ້ອຍ​ຫວັງ​ວ່າ ການ​ບໍ່​ເຫັນ ພ້ອມ​ນໍາ​ກັນໃນ​ເລື້ອງ​ນີ້ ຄົງຈະ​ບໍ່​ເຮັດ​ໃຫ້ການ​ອອກ​ເດດ​ຂອງ​ເຂົາ​ເຈົ້າ​ພັງ.

Professor: I think if they really like each other, they’ll find a way to solve the problem. Let’s listen. ຂ້ອຍຄິດວ່າ ຖ້າ​ຫາກ​ວ່າ ​ເຂົາ​ເຈົ້າ​ຖືກ​ໃຈ​ກັນ​ອີ່​ຫລີ່ ​ເຂົາ​ເຈົ້າກໍ​ຈະ​ຊອກ​ຫາ​ທາງ​ແກ້​ໄຂ​ບັນຫາ​ນີ້​ເອງ​ແຫລະ. ​ໄປ​ຟັງເຂົາ​ເຈົ້າ​ລົມ​ກັນ​ຕໍ່.

MC: ​ແຕ່​ໄປ ຟັງ​ບົດ​ສົນ​ທະ​ນາ​ມື້​ກີ້​ນີ້ ກ່ອນ​ເນາະ ພ້ອມ​ກັບ​ຄຳ​ແປ:

P: I like watching comedies, like Borat. Do you like watching comedies too? ຂ້ອຍ​ມັກ​ເບິ່ງ​ຮູບ​ເງົາ​ປະ​ເພດ​ຕະຫລົກ ​ເຊັ່ນເລື້​ອງ Borat ​ເປັນ​ຕົ້ນ. ​ເຈົ້າ​ກະ​ມັກ​ເບິ່ງຮູບ​ເງົາຕະຫລົກ ຄື​ກັນ​ບໍ?

E: Not really, I like watching horror movies, like The Unborn. ກະ​ບໍ່​ມັກ​ປານ​ໃດ. ຂ້ອຍ​ມັກ​ເບິ່ງ​ເລື້ອງ​ປະ​ເພດສະ​ຫຍອງ​ຂວັນ ​ເຊັ່ນ​ເລື້ອງ The Unborn.

P: You like horror movies? ​ເຈົ້າມັກ​ເບິ່ງຮູບ​ເງົາ​ປະ​ເພດສະ​ຫບອງ​ຂວັນນ່ະ? I don’t like them because they’re too scary! ຂ້ອຍ​ບໍ່ມັກ​ເລື້ອງແບບນີ້ ເພາະ​ມັນ​ເປັນຕາ​ຢ້ານ​ໂພດ. I like comedies because I love to laugh. ຂ້ອຍ​ມັກ​ເບິ່ງ​ຮູບ​ເງົາ​ປະ​ເພດ​ຕະຫລົກ ​ເພາະວ່າ​ຂ້ອຍ​ມັກ​ຫົວ.

E: I like horror movies because I like to be scared. ຂ້ອຍມັກຮູບເງົາ ປະເພດສະຫຍອງຂວັນ ເພາະວ່າຂອ້ຍມັກ ຄວາມຢ້ານ.

P: Well, it’s too bad that we like different kinds of movies. Maybe we’re just different kinds of people.

E: Yeah it’s too bad … but actually I think I know what to do.

P: What’s that?

E: We can go to a horror movie, and I’ll hold your hand so you don’t get scared.

P: You mean … like on a second date?

E: Of course! Or are you still too scared!

P: No way! That sounds great!

MC: ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ກ່ອນ ພ້ອມ​ກັບ​ຄຳ​ແປ:

P: Well, it’s too bad that we like different kinds of movies. Maybe we’re just different kinds of people. ​ເອີ້ ໜ້າ​ເສຍ​ດາຍ​ເນາະ ທີ່ພວກ​ເຮົາ​ມັກ​ຮູບ​ເງົາ ​ຄົນ​ລະ​ປະ​ເພດ. ບາງທີ ພວກ​ເຮົາ​ອາດ​ຈະ​ແຕກ​ຕ່າງ​ກັນ ກໍ​ໄດ້

E: Yeah it’s too bad … but actually I think I know what to do. ​ແມ່ນ ​ເສຍດາຍ​ເນາະ... ​ແຕ່​ຄວາມ​ຈິງ​ແລ້ວ ຂ້ອຍ​ຄິດ​ວ່າ ຂ້ອຍ​ຮູ້​ວ່າຈະ​ເຮັດ​ແນວ​ໃດ?

P: What’s that? ຈະ​ເຮັດ​ແນວ​ໃດ?

E: We can go to a horror movie, and I’ll hold your hand so you don’t get scared. ພວກ​ເຮົາ​ກໍ​ໄປ​ເບິ່ງ​ຮູບ​ເງົາ​ທີ່​ສະຫຍອງ​ຂວັນ​ກໍ​ໄດ້ ​ແລະ​ຂ້ອຍ​ກໍ​ຈະ​ຈັບ​ມື​ເຈົ້າ​ໄວ້ ເຈົ້າ​ຈຶ່ງ​ຈະ​ບໍ່​ຢ້ານ.

P: You mean … like on a second date? ​ເຈົ້າ​ໝາຍ​ຄວາມ​ວ່າ....​ໄປ​ອອກ​ເດດ​ເທື່ອທີ​ສອງ ຊັ້ນ​ວະ?

E: Of course! Or are you still too scared! ​ແນ່ນອນ! ຫລື​ວ່າ ​ເຈົ້າ​ຍັງ​ຢ້ານ​ໂພດ​ຢູ່​ເບາະ?

P: No way! That sounds great! ບໍ່​ມີ​ທາງ! ນັ້ນ​ເປັນຄວາມ​ຄິດ​ທີ່​ດີ​ເລີດ!

MC: Uh hah, Emily is really smart! She found a way to arrange a second date, and she thought of a good excuse for them to hold hands! ໂອ້ໂຮ້ ເອມິລີສະຫລາດອີ່ຫລີ! ລາວພົບຫົນທາງ ຈັດແຈງໃຫ້ມີການອອກເດດກັນ ເທື່ອທີສອງ ແລະຄິດຫາຂໍ້ອ້າງດີໆໄດ້ ເພື່ອທີ່ຈະໄດ້ຈັບມືກັນ.

Professor: That was indeed very smart of her, Winnie. It looks like this date was a success after all. ເປັນເລື້ອງທີ່ສະຫລາດອີ່ຫລີຫັ້ນແຫລະ ທີ່ລາວຄິດໄດ້ແບບນັ້ນ. ວິນນີ່ ເບິ່ງຄືວ່າ ການອອກເດດເທື່ອນີ້ ເປັນຄວາມສໍາເລັດເນາະ ເຖິງແມ່ນຈະເລີ້ມຕົ້ນບໍ່ຄັກປານໃດກໍຕາມ.

MC: Do you think they’ll make a good couple? ອາຈານຄິດວ່າ ເຂົາເຈົ້າຈະ ເປັນຄູ່ຮັກ ທີ່ໄປໄດ້ດີນໍາກັນບໍ່?

Professor: Well, we’ll have to listen in next time and see what happens. ໂອ.. ເຮົາຈະຕ້ອງໄດ້ຖ້າຟັງບົດຮຽນໜ້າແລ້ວ ເພື່ອຈະໄດ້ຮູ້ວ່າແມ່ນຫຍັງ ຈະເກີດຂຶ້ນ.

Music…..

MC: ທ່ານ​ນັກ​ສຶກສາ​ທີ່​ຮັກ​ແພງ ​ເວລາ​ເຮົາ​ຍັງມີ​ເຫລືອ​ຢູ່. ສະ​ນັ້ນ ​ເຮົາ​ຂໍ​ສະ​ເໜີ​ບົດຮຽນ​ English in a Minute ຫລື ຮຽນສຳ​ນວນ​ພາສາ​ອັງກິດ​ໃນ​ນຶ່ງ​ນາທີ. ​ສຳນວນ​ທີ່​ເຮົາ​ຈະ​ຮຽນ​ໃນ​ມື້​ນີ້ ແມ່ນເໝາະຫລາຍກັບສະພາບການຢູ່ໃນປະເທດລາວ ໂດຍສະເພາະໃນຍາມ ຝົນ.​ ນັ້ນກໍຄື ສໍານວນ raining cats and dogs. ໄປ​ຟັງ​ກັນ​ເບິ່ງ​ວ່າ ມັນ​ມີ​ຄວາມ​ໝາຍ​ແນວ​ໃດ:

Welcome to English in a Minute where we teach you all about idioms in American English.

It I told you it was “raining cats and dogs” today,

I don’t think you would see this little kitten falling from the sky. But what would you see? Let’s find out:

Talent 1: The rain is coming down so hard!

Talent 2: I know, it’s raining cats and dogs today!

This is a very common expression in American English.

When you say that it’s raining cats and dogs in a conversation,​ it’s another way to say that it’s raining very hard or raining a lot. You can use this expression anytime and everybody will understand you!

So until the next time, stay dry! And that’s English in a Minute.

MC: ເປັນແນວໃດ ນ້ອງໆນັກສຶກສາ ຄົງຈະພໍເຂົ້າໃຈຢູ່ຕິເນາະ ແຕ່ເພື່ອຄວາມແນ່ໃນ ໄປຟັງກັນອີກເທື່ອນຶ່ງ ພ້ອມກັບຄຳແປ:

Welcome to English in a Minute where we teach you all about idioms in American English. ຂໍ​ຕ້ອນຮັບ​ສູ່​ລາຍການ​ຮຽນ​ພາສາ​ອັງກິດ​ໃນ​ນຶ່ງ​ນາທີ ຊຶ່ງ​ເຮົາ​ຈະ​ສອນ​ທ່ານ​ໃຫ້​ເວົ້າ ສໍານວນ​ພາສາ​ອັງກິດ​ແບບ​ອາ​ເມຣິກັນ.

It I told you it was “raining cats and dogs” today, ຖ້າ​ຂ້າພະ​ເຈົ້າ​ເວົ້າ​ກັບ​ທ່ານ​ວ່າ it was “raining cats and dogs” ມື້​ນີ້

I don’t think you would see this little kitten falling from the sky. ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ ທ່ານ​ຈະ​ເຫັນ ​ແມວ​ນ້ອຍ​ໂຕ​ນີ້ ຕົກລົງ​ມາ​ຈາກ​ທ້ອງຟ້າ ດອກ

But what would you see? Let’s find out: ​ແຕ່​ວ່າ​ທ່ານ​ຈະ​ເຫັນ​ຫຍັງ​ລ່ະ? ​ໄປຟັງກັນເບິ່ງ:

Talent 1: The rain is coming down so hard! ຝົນຕົກລົງມາແຮງຫລາຍ ມື້ນີ້.

Talent 2: I know, it’s raining cats and dogs today! ຂ້ອຍຮູ້ ຝົນຕົກ ແມວກັບໝາ ມື້ນີ້!

This is a very common expression in American English. ມັນ​ເປັນ​ສໍານວນ​ທີ່​ໃຊ້​ກັນ​ທົ່ວ​ໄປ​ຫລາຍ ​ໃນ​ພາສາ​ອັງກິດ​ ແບບອາ​ເມຣິກັນ.

When you say that it’s raining cats and dogs in a conversation,​ ເວລາ​ທ່ານ​ເວົ້າ​ວ່າ it’s raining cats and dogs ​ໃນການສົນທະນາ​ກັບ​ໃຜ​ຜູ້​ນຶ່ງ

it’s another way to say that it’s raining very hard or raining a lot. ມັນ​ແມ່ນ​ວິທີ​ນຶ່ງ ​ໃນ​ການ​ເວົ້າ​ວ່າ ຝົນ​ກໍາລັງ​ຕົກລົງ​ມາ​ຢ່າງ​ໜັກ ​ແລະ​ແຮງ​ຫລາຍ.

You can use this expression anytime and everybody will understand you! ທ່ານ​ສາມາດ​ໃຊ້​ປະ​ໂຫຍ​ກນີ້ ​ໃນ​ທຸກໆ​ເວລາ ​ແລະ​ທຸກໆ​ຄົນ​ກໍ​ຈະ​ເຂົ້າ​ໃຈ​ທ່ານ!

So until the next time, stay dry! And that’s English in a Minute. ສະ​ນັ້ນ ລາ​ກ່ອນ ຈົນ​ກ່ວາ​ຈະ​ເຖິງ​ໂອກາດ​ໜ້າ. ຢ່າ​ໄປ​ຕາກ​ຝົນ​ເດີ້! ແລະ​ນັ້ນ​ກໍ​ຄື​ລາຍການ​ຮຽນ​ພາສາ​ອັງກິດໃນນຶ່ງນາທີຂອງເຮົາ.

ວີດີໂອ ຮຽນພາສາອັງກິດໃນໜຶ່ງນາທີ:

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG