ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບົດຮຽນ GoEnglish,Me: Health - Intermediate, Part 2


ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸ
ແຫ່ງຊາດລາວ ພູມໃຈສະເໜີບົດຮຽນພາສາອັງກິດ
GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ
ພາສາລາວ ລະຫວ່າງອາຈານ ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍ ຄໍາສັບ​ແລະສໍານວນ​ຕ່າງໆ.

LESSON: Health: Intermediate

MC: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອພາກພາສາລາວ ແລະສະຖານີວິທະຍຸແຫ່ງຊາດລາວ. ​ມື້ນີ້ ​ ເຮົາ​ຈະ​ພາ​ທ່ານ​ຮຽນ​ຕອນ​ທີ​ສອງ ​ຂອງ​ບົດຮຽນ ທີ່​ມາໃນ​ຫົວ​ຂໍ້ Health ຫລືສຸຂະພາບ ຊຶ່ງ​ໃນ​ຕອນນີ້ Winnie ຜູ້ດໍາເນີນລາຍການ ກັບອາ​ຈານ​ຂອງ​ລາວ Professor Bowman
ທີ່​ເຂົ້າ​ໃຈ​ພາສາ​ລາວ​ ຈະພາທ່ານໄປຟັງ​ບົດ​ສົນທະນາ ລະຫວ່າງ Helen ກັບ​ນາຍ​ແພດ​. ​ເຊີນພົບ​ກັບ​ເຂົາ​ເຈົ້າ​ໄດ້​ເລີຍ.

MC: Today we’re learning some intermediate words for talking ​with a doctor
about your symptoms. ມື້​ນີ້ ​ເຮົາ​ຈະ​ມາ​ຮຽນ​ຄຳ​ສັບ​ໃນ​ລະດັບ​ປານ​ກາງ​ກັນ ສຳ​ຫລັບ​ໃຊ້​
ໃນ​ການ​ເວົ້າ​ລົມ​ກັບ​ທ່ານໝໍ. In the last episode Helen got some medicine at the pharmacy because she had a stomachache and headache. ​ໃນ​ຕອນ​ທີ​ແລ້ວ ​ເຮ​ເລີ​ນ​ໄປ​ຊື້​ຢາ​ຢູ່​ຮ້ານ​ຂາຍ​ຢາ​ແຫ່ງ​ນຶ່ງ​ມາ​ກິ​ນ ​ເພາະວ່າ​ລາວ​ເຈັບທ້ອງ ​ແລະ​ເຈັບຫົວ.
But the medicine didn’t help much, so today she is visiting the doctor to get
a diagnosis. ​ແຕ່​ວ່າ ຢາ​ນັ້ນ​ບໍ່​ຊ່ວຍ​ຫຍັງ​ຫລາຍ. ສະ​ນັ້ນ ມື້​ນີ້ ລາວ​ກໍ​ເລີ​ຍ​ໄປ​ຫາ​ໝໍ
​ເພື່ອ​ໃຫ້​ໝໍ​ວິນິດ​ໄສ ອາການ​ຂອງ​ລາວ.

Professor: That’s right, Winnie. In this first part, Helen is describing her symptoms to the doctor. Let’s listen. ​ແມ່ນ​ແລ່​ວ ວິນ​ນີ່. ​ໃນ​ຕອນ​ທຳ​ອິດ​ນີ້ ​ເຮ​ເລິ​ນ
ບັນ​ລະ​ຍາຍ ​ອາ​ການ​ຂອງ​ລາວ ​ສູ່ດອກ​ເຕີ້​ຟັງ. ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ເລີຍ.

Helen: I hope you can help me doctor. I really haven’t been feeling well the past few days.

Doctor: I see. Can you describe your symptoms for me?

Helen: I’ve had a persistent pain in my stomach, and I’ve been getting really bad headaches too.

Doctor: Can you describe the stomach pain? Is it a dull pain or a sharp pain?

Helen: It’s mostly a dull pain. No matter what I do, nothing seems to make it go away.

MC: Professor, Helen said she is having “headaches” and “stomach pain.” ອາຈານ ​ເຮ​ເລິນ​ເວົ້າ​ວ່າ​ລາວ ​ເຈັບຫົວ “headaches” ​ກັບເຈັບທ້ອງ “stomach pain” ຊຶ່ງ​ຕ່າງ​ຈາກ “stomachache” ທີ່​ໝາຍ​ຄວາມ​ວ່າ ​ເຈັບທ້ອງ​ແບບຢາກ​ໄປ​ຫ້ອງ​ນ້ຳ. But what does she mean when she says these symptoms have been “persistent”? ​ແຕ່​ວ່າ ລາວ​ໝາຍ​ຄວາມ​ວ່າແນວ​ໃດ ຕອນ​ລາວ​ເວົ້າ​ວ່າ ອາການ​ເຫລົ່າ​ນີ້ “persistent”?

Professor: You can call a symptom “persistent” if it won’t go away. ​ເຈົ້າ​ວ່າ ອາການ​ໃດ​ນຶ່ງ persistent ຖ້າວ່າ​ ມັນ​ບໍ່​ຍອມ​ຫາຍໄປ. For example, “I get a persistent headache every afternoon as soon as my children come home from school.” ​ໂຕ​ຢ່າງປະ​ໂຫຍ​ກນີ້: “ຂ້ອຍ​ເຈັບຫົວບໍ່​ເຊົາ​ ທຸກໆ​ຕອນບ່າຍ ທັນທີ​ທີ່​ພວກ​ລູກໆ​ຂ້ອຍ ກັບ​ມາ​ຈາກ​ໂຮງຮຽນ.”

MC: So a “persistent” headache is a headache that won’t go away. ​ໂອ...ອາການ​ເຈັບຫົວ​ແບບ persistent p-e-r-s-i-s-t-e-n-t ກໍ​ຄື​ການ​ເຈັບຫົວ​ແບບ​
ບໍ່​ເຊົາ​ຈັກ​ເທື່ອ.

Professor: Exactly. And do you know what sharp and dull pains are? ຖືກຕ້ອງ ​ແລະ​ເຈົ້າ​ຮູ້​ບໍ່​ວ່າ ອາການ​ເຈັບ ​ແບບ sharp ກັບ dull ນັ້ນ ມັນ​ເປັນ​ແນວ​ໃດ?

MC: Hmm … you mean sharp and dull like a knife? ຮື່ມມ...​ເຈົ້າ​ໝາຍຄວາມວ່າ “​ແຫລມ ກັບ ປູ້” ຄື​ກັນ​ກັບມີດ​ຫັ້ນ​ຫວະ? In that case a “sharp pain” would be ​ເຈັບ​ແບບ ​ເຈັບ​ສຽບໆ and a “dull pain” would be ​ເຈັບ​ແບບ ​ປວດ​ຫຸ່ມໆ. ​ໄປ​ຟັງ​ບົດ​ສົນ
ທະນາ​ມື້​ນີ້ ພ້ອມກັບ​ຄຳ​ແປ.

Helen: I hope you can help me doctor. I really haven’t been feeling well the past few days. ຂ້ອຍ​ຫວັງ​ວ່າ ​ເຈົ້າ​ຈະ​ສາມາດ​ຊ່ວຍ​ຂ້ອຍ​ໄດ້​ດອກ​ເຕີ້. ຂ້ອຍ​ຮູ້ສຶກ
​ບໍ່​ສະບາຍ​ອີ່​ຫລີ ມາ​ໄດ້​ຫລາຍ​ມື້​ແລ້ວ.

Doctor: I see. Can you describe your symptoms for me? ​ໂອ... ​ເລົ່າ​ອາການ​ຂອງ​ເຈົ້າ ສູ່​ຟັງ​ໄດ້​ບໍ່?

Helen: I’ve had a persistent pain in my stomach, and I’ve been getting really bad headaches too. ຂ້ອຍ​ເຈັບທ້ອງ​ຢູ່​ບໍ່​ເຊົາ ​ແລະ​ກໍ​ເຈັບ​ຫົວ​ຫລາຍ ​ອີ່​ຫລີ.

Doctor: Can you describe the stomach pain? Is it a dull pain or a sharp pain? ​ເວົ້າ​ເລື້ອງ​ເຈັບທ້ອງ​ໃຫ້​ຟັງ​ໄດ້​ບໍ່​ວ່າ ມັນ​ເປັນ​ແນວ​ໃດ? ​ເຈັບ​ແບບ​ປວດ​ຫຸ່ມໆ​ເບາະ ຫລື​ວ່າ​ເຈັບ​ແບບ ສຽບໆ.

Helen: It’s mostly a dull pain. No matter what I do, nothing seems to make it go away. ສ່ວນ​ໃຫຍ່​ແມ່ນເຈັບ​ແບບ​ປວດ​ຫຸ່ມໆ. ບໍ່​ວ່າ​ຂ້ອຍ​ຈະ​ເຮັດ​ຫຍັງ ກໍ​ເບິ່ງ​ຄື​ວ່າ ບໍ່​ມີ​ຫຍັງ​ເຮັດ​ໃຫ້​ມັນ​ເຊົາ​ໄດ້.

Doctor: Do you have a history of these kinds of symptoms?

Helen: Well I’ve had stomach aches and headaches before, but never this serious and for so long.

Doctor: Right. How long have you been feeling ill? Is it every day?

Helen: It’s been on-and-off for a few months. I’ve tried taking aspirin to lessen the pain, but it doesn’t help

.

Professor: So Winnie, how long has Helen had these symptoms? ​ເອົາ ວິນ​ນີ່ ​ເຮ​ເລີ​ນມີ​ອາການ​ແບບ​ນີ້ ມາ​ໄດ້​ດົນ​ປານ​ໃດ​ແລ້ວ?

MC: Well I understood when she said that she had them for a few months, ​ໂອ ຂ້ອຍ​ເຂົ້າໃຈ ຕອນ​ລາວ​ເວົ້າ​ວ່າ ລາວ​ມີ​ອາການ​ແບບ​ນີ້ ມາ​ໄດ້​ 2-3 ​ເດືອນ​ແລ້ວ but I’m not sure what she means when she says the symptoms are “on-and-off.” ​ແຕ່​ຂ້ອຍ​ບໍ່​ແນ່​ໃຈວ່າ ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ ​ເວລາ​ລາວ​ເວົ້າ​ວ່າ ອາການ​ມັນ “on-and-off.”

Professor: That means that sometimes she has them, and sometimes she doesn’t. ມັນ​ແປ​ວ່າ ບາງ​ເທື່ອ​ລາວ​ກໍ​ມີ​ອາການ​ແບບ​ນັ້ນ ບາງ​ເທື່ອ​ລາວ​ກໍ​ບໍ່​ມີ.

MC: Oh, you mean like ມັນ​ ບຶດ​ເປັນ ບຶດ​ເຊົາ ຊັ້ນ​ຫວະ?

Professor: Right. You can use this phrase for other things too. ຖືກຕ້ອງ. ​ເຈົ້າ​ສາມາດ​ໃຊ້​ປະ​ໂຫຍ​ກນີ້ ກັບ​ສິ່ງ​ອື່ນໆ​ນຳ. For example, “Chris and Tammy keep breaking up, but then getting back together. ​ໂຕ​ຢ່າງ​ປະ​ໂຫຍ​ກນີ້: ຄຣີສ ກັບ ​ແທມມີ່ ​ເລີ​ກກັນ​ຢູ່​ເລີຍໆ ​ແລ້ວ​ກໍ​ກັບ​ຄືນ​ມາ​ຫາ​ກັນ​ອີກ. Their relationship has been on-and-off for the past year. ຄວາມ​ສຳພັນ​ຂອງ​ເຂົາ​ເຈົ້າ ​ແມ່ນ​ໄປໆ​ມາໆ ​ໃນ​ໄລຍະ​ນຶ່ງ​ປີ​ມາ​ນີ້.

MC: And what about when the doctor asks if she “has a history” of these symptoms? ​ແລ້ວ​ຕອນ​ທີ່​ດອກ​ເຕີ້​ຖາມ​ວ່າ ລາວ​ມີ “a history” ຂອງ​ອາການ​ເຫລົ່າ​ນີ້​ບໍ່ ຫັ້ນ​ເດ້? Does that mean ລາວ​ເຄີຍ​ມີ​ປະຫວັດ ໝາຍ​ຄວາມ​ວ່າ ​ເຄີຍ​ມີ​ອາການ​ແບບ​ນີ້ ມາ​ກ່ອນ​ບໍ່ ​ແມ່ນ​ເບາະ?

Professor: Right again! ຖືກ​ອີກ! The doctor might also ask if you have a “family history” of a disease, ທ່ານ​ໝໍອາດ​ຈະ​ຖາມ​ເຈົ້າ​ຄື​ກັນ​ວ່າ ​ເຈົ້າ​ມີ​ປະຫວັດ​ເປັນ​ພະຍາດ​ນີ້ ຢູ່​ໃນ​ຄອບຄົວ​ບໍ່? meaning that other people in your family have had the same thing. ​ແປ​ວ່າ ຄົນ​ອື່ນໆ​ໃນ​ຄອບຄົວ​ເຈົ້າ ​ເຄີຍ​ມີ​ອາການແບບ​ດຽວ​ກັ​ນ​ນີ້​ບໍ່?

MC: ​Got it! ໂອ ​ເຂົ້າ​ໃຈ​ແລ້ວ. ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ຕໍ່ ຫລັງ​ຈາກ​ຟັງ​ຄຳ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ນີ້.

Doctor: Do you have a history of these kinds of symptoms? ​ເຈົ້າ​ມີ​ປະວັດ ເຄີຍ​ມີອາການ​ແບບນີ້ບໍ່?

Helen: Well I’ve had stomach aches and headaches before, but never this serious and for so long. ​ເອີ ຂ້ອຍ​ກໍ​ເຄີຍ​ເຈັບທ້ອງ ກັບ​ເຈັບຫົວມາ​ກ່ອນ​ຢູ່ ​ແຕ່​ກໍ​ບໍ່​ເຄີຍເຈັບ​ແຮງສ່ຳ​ນີ້ ​ແລະ​ດົນ​ປານ​ນີ້ ຈັກ​ເທື່ອ.

Doctor: Right. How long have you been feeling ill? Is it every day? ​ໂອ​ເຄ. ດົນ​ປານ​ໃດ​ແລ້ວ ທີ່​ເຈົ້າ​ຮູ້ສຶກ​ບໍ່​ສະບາຍ​ແບບ​ນີ້? ​ເຈັບ​ທຸກ​ມື້​ບໍ?

Helen: It’s been on-and-off for a few months. ມັນ​ ບຶດ​ເປັນບຶດ​ເຊົາ ມາ​ໄດ້ 2-3 ​ເດືອນ​ແລ້ວ. I’ve tried taking aspirin to lessen the pain, but it doesn’t help. ຂ້ອຍ​ພະຍາຍາມ​ກິນ​ຢາ aspirin ​ເພື່ອ​ຜ່ອນ​ເບົາ​ຄວາມ​ເຈັບ ​ແຕ່​ມັນ​ກໍ​ບໍ່​ຊ່ວຍ​ຫຍັງ.

Doctor: I’m not sure what the problem is. I need to do some tests before I can diagnose you.

Helen: How long will that take?

Doctor: It will take about a week for the test results to come back. Until then, I can give you some pain killers to help alleviate the pain.

Helen: Thanks doctor. I think that would be really helpful.

MC: So the doctor says he has to do some tests before he can diagnose Helen, ດອກ​ເຕີ້​ເວົ້າ​ວ່າ ລາວ​ຕ້ອງ​ໄດ້​ທຳການກວດບາງ​ຢ່າງ ກ່ອນ​ລາວ​ຈະ​ສາມາດ​ວິນິດ​ໄສ ອາການ​ຂອງ​ເຮ​ເລີ​ນ​ໄດ້ but they won’t know the results for a week. ​ແຕ່​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຮູ້​ຜົນ ຈົນ​ກ່ວາ​ອາທິດ​ນຶ່ງ.

Professor: Yes, Winnie. ​ແມ່ນ​ແລ້ວ ວິນ​ນີ່. And what does the doctor say he will do to help Helen alleviate the pain ​ແລະ​ດອກ​ເຕີ້​ເວົ້າ​ວ່າ ລາວ​ຈະ​ເຮັດ​ຫຍັງ ​ເພື່ອ​ຊ່ວຍ​ຜ່ອນ​ເບົາ​ຄວາມ​ເຈັບ​ປວດ​ຂອງເຮ​ເລິນ while they are waiting for the test results? ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ລໍຖ້າ​ຟັງ ​ຜົນ​ການກວດ?

MC: He says he will give her some “pain killers” to “alleviate” the pain. ລາວ​ເວົ້າ​ວ່າ ລາວ​ຈະ​ເອົາ​ປາ​ແກ້​ປວດ “pain killers” ​ໃຫ້ເຮ​ເລິນ​ ​ເພື່ອ​ຊ່ວຍ​ຜ່ອນ​ເບົາ ຄວາມ​ເຈັບ​ປວດ. To “alleviate” “a-l-l-e-v-i-a-t-e” alleviate ​ແປ​ວ່າ ຊ່ວຍ​ຜ່ອນ​ເບົາ ຫລື​ເຮັດ​ໃຫ້​ຮ້າຍ​ແຮງ​ນ້ອຍ​ລົງ. ​ເອົ໋າ​ ໄປ​ຟັງ​ຍົດ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄຳ​ແປ.

Doctor: I’m not sure what the problem is. ຂ້ອຍ​ບໍ່​ແນ່​ໃຈ​ວ່າ ບັນຫາ​ຄື​ຫຍັງ.
I need to do some tests before I can diagnose you. ຂ້ອຍ​ຈຳ​ເປັນ​ຕ້ອງ​ໄດ້
ທຳ​ການກວດ​ບາງ​ຢ່າງກ່ອນ​ ກ່ອນທີ່​ຈະ​ສາມາດ​ວິນິດ​ໄສ​ເຈົ້າ​ໄດ້.

Helen: How long will that take? ມັນ​ຈະ​ໃຊ້​ເວລາ​ດົນ​ປານ​ໃດ​ເນາະ?

Doctor: It will take about a week for the test results to come back. ມັນ​ຈະ​
ໃຊ້​ເວລາ​ດົນ​ປະມານ​ນຶ່ງ​ອາທິດ ກ່ອນ​ທີ່​ຜົນ​ການກວດ​ຈະ​ຄືນ​ມາ. Until then, I can give you some pain killers to help alleviate the pain. ​ໃນ​ລະຫວ່າງ​ນີ້ ຂ້ອຍ​ຈະ​ເອົາ​ຢາ​ແກ້​ປວດ​ໃຫ້​ເຈົ້າ ​ເພື່ອ​ຊ່ວຍ​ຜ່ອນ​ເບົາ​ຄວາມ​ເຈັບ​ປວດ.

Helen: Thanks doctor. I think that would be really helpful. ຂອບ​ໃຈ​ດອກ​ເຕີ້. ຂ້ອຍ​ຄິດ​ວ່າ ມັນ​ຈະ​ຊ່ວຍ​ໄດ້​ຫລາຍ.

Doctor: I have just one last question. Have there been any big changes in your life that have affected your mental health?

Helen: Actually, my dog died a couple of weeks ago, and I’ve been really sad about it.

Doctor: You know, sometimes when you are under a lot of mental stress, it can cause physical health problems. Have you thought about talking to a therapist?

Helen: No, I haven’t. Do you think that would help?

Doctor: It might. You should think about it.

MC: Ah, the doctor thinks that Helen’s physical problems might be related to mental stress, ​ໂອ້ ດອກ​ເຕີ້ຄິດ​ວ່າ ບັນຫາ​ທາງ​ຮ່າງກາຍ​ຂອງ​ເຮ​ເລີ​ນ ອາດ​ຈະ​ພົວພັນ​ກັບ​ຄວາມ​ກົດ​ດັນ​ ຫລື​ຄວາມ​ເຄັ່ງ​ຄຽດທາງ​ຈິດ​ໃຈ so she might want to talk to a “therapist.” ​ເພາະ​ສະ​ນັ້ນ ລາວ​ອາດ​ຈະ​ຕ້ອງການ​ໄປ​ລົມ​ກັບ “therapist” t-h-e-r-a-p-i-s-t “therapist” ​ແປ​ວ່າ ນັກ​ບຳບັດ.

Professor: That’s right. ​ແມ່ນ​ແລ້ວ. Usually when Americans mention “therapist” ຕາມ​ປົກກະຕິ​ແລ້ວ ​ເວລາ​ຄົນ​ອາ​ເມຣິກັນເອີ່ຍ​ເຖິງ “therapist,” they refer to someone whom you talk to about your mental health, ​ແມ່ນ​ເຂົາ​ເຈົ້າ​ ໝາຍ​ເຖິງ​ໃຜ​ຜູ້​ນຶ່ງ ທີ່​ເຂົ​າ​ເຈົ້າ​ໄປ​ລົມ​ນຳ ​ກ່ຽວ​ກັບ​ສຸຂະພາບ​ຈິດ​ຂອງ​ເຂົາ​ເຈົ້າ but a physical therapist is someone who helps people recover from physical injuries. ​ແຕ່​ວ່າ a physical therapist ​ແມ່ນ​ຜູ້​ທີ່​ຊ່ວຍ​ຄົນ​ອື່ນໆ ​ໃຫ້ຫາ​ຍດີ​ຈາກ​ການ​ບາດແຜ​ທາງ​ຮ່າງ​ກາຍ.

MC: I see. When you simply say a “therapist” you mean a mental therapist, ​ເຂົ້າ​ໃຈ​ແລ້ວ ​ເວລາ​ເຈົ້າ​ເວົ້າ​ແຕ່​ພຽງຄຳ​ວ່າ “therapist” ​ເຈົ້າ​ໝາຍ​ເຖິງ​ນາຍ​ໝໍ ບຳບັດ​ຈິດ but a “physical therapist” ​ແຕ່​ວ່າ “physical therapist” ໝາຍ​ເຖິງ ນັກກາ​ຍະ​ພາກ​ບໍາບັດ. So Professor, do you think Helen will take the doctor’s advice? ​ເອີ ອາຈານ​ຄິດ​ວ່າ ​ເຮ​ເລິນ​ຈະ​ປະຕິບັດ​ຕາມ​ຄຳ​ແນະນຳ​ຂອງ​ດອກ​ເຕີ້​ບໍ່?

Professor: Let’s listen next time to find out! ​ໄປ​ຟັງ​ກັນ​ໃນ​ບົດຮຽນ​ໜ້າ.

MC: ເອົ໊າ ຄັນ​ຊັ້ນ​ກໍ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ ພ້ອມ​ກັບ​ຄຳ​ແປ​ກັນ​ກ່ອນ.

Doctor: I have just one last question. ຂ້ອຍ​ມີ​ຄຳ​ຖາ​ມຂໍ້​ສຸດ​ທ້າຍ​ຂໍ້​ນຶ່ງ ​ເທົ່າ​ນັ້ນ​ແຫລະ. Have there been any big changes in your life that have affected your mental health? ​ໄດ້​ມີ​ການ​ປ່ຽນ​ແປງ​ໃຫຍ່​ໃດໆ​ບໍ່ ​ໃນ​ຊີວິດ​ຂອງ​ເຈົ້າ ທີ່​ໄດ້​ສົ່ງ​ຜົນ​ກະທົບ ຕໍ່​ສຸຂະພາບ​ຈິດ​ຂອງ​ເຈົ້າ?

Helen: Actually, my dog died a couple of weeks ago, and I’ve been really sad about it. ຄວາມ​ຈິງ​ແລ້ວ ໝາ​ຂອງ​ຂ້ອຍ​ຕາຍ​ເມື່ອ​ສອງ​ອາທິດ​ກ່ອນ​ນີ້ ​ແລະ​ຂ້ອຍ​ກໍ​ໂສກ​ເສົ້າ​ຫລາຍ​ອີ່ຫລີ ກ່ຽວ​ກັບ​ເລື້ອງ​ນີ້.

Doctor: You know, sometimes when you are under a lot of mental stress, ​ເຈົ້າ​ຮູ້​ບໍ່ ບາງ​ເທື່ອ ​ເວລາ​ເຈົ້າເຄັ່ງຄຽດ​ຫລາຍ it can cause physical health problems. ມັນ​ກໍ​ສາມາດ​ສ້າງ​ບັນ​ຫາ​ສຸຂະພາບ​ ທາງ​ຮ່າງກາຍໃຫ້ເຈົ້າ​ໄດ້. Have you thought about talking to a therapist? ​ເຈົ້າ​ເຄີຍຄິດ​ຈະ​ໄປ​ລົມ​ກັບ ໝໍ​ບຳບັດ​ຈິດ​ບໍ່?

Helen: No, I haven’t. Do you think that would help? ບໍ່ ບໍ່​ເຄີຍ. ​ເຈົ້າ​ຄິດ​ວ່າ ມັນ​ຈະ​ຊ່ວຍ​ໄດ້​ບໍ?

Doctor: It might. You should think about it. ມັນ​ອາດ​ຈະ​ຊ່ວຍ​ໄດ້. ​ເຈົ້າ​ຄວນ​ຄິດ​ກ່ຽວ​ກັບ​ເລື້ອງ​ນີ້.

MC: ນ້ອງໆ​ນັກ​ສຶກສາ​ທີ່​ຮັກ​ແພງ ​ເວລາ​ເຮົາ​ຍັງມີ​ເຫລືອ​ຢູ່ໜ້ອຍ​ໜຶ່ງ. ສະ​ນັ້ນ ​ເຮົາ​ຂໍ​ສະ​ເໜີ​ບົດຮຽນ​ English in a Minute ຫລື ຮຽນສຳ​ນວນ​ພາສາ​ອັງກິດ​ໃນ​ນຶ່ງ​ນາທີ. ​ສຳນວນ​ທີ່​ເຮົາ​ຈະ​ຮຽນ​ໃນ​ມື້​ນີ້ ກໍຄື “get on my nerves” ​ ​ມັນ​ມີ​ຄວາມ​ໝາຍ​ແນວ​ໃດ? ​ໄປຟັງ​ກັນ​ ​ ພ້ອມ​ກັບຄຳ​ແປ.

get on my nerves

TED: Welcome to English in a Minute. ຂໍຕ້ອນຮັບເຂົ້າສູ່ລາຍການ ຮຽນພາສາອັງກິດໃນນຶ່ງນາທີ.

Have you heard the phrase “get on my nerves?” What does it mean in American English? Let’s find out.

ທ່ານ​ເຄີຍ​ໄດ້​ຍິນ​ປະ​ໂຫຍ​ກນີ້​ບໍ໋ “get on my nerves”? ມັນ​ແປ​ວ່າ​ແນວ​ໃດ ​ໃນ​ພາສາ​ອັງກິດ​ແບບ​ອາ​ເມຣິກັນ? ​ໄປ​ຟັງ​ກັນ​ເບິ່ງ​ເນາະ.

TALENT 1: It really irritates me when a person’s cell phone goes off during a movie!

ຂ້ອຍລໍາ​ຄານໆ ​ເວລາ​ສຽງ​ໂທລະສັບ​ມື​ຖືຂອງ​ໃຜ​ຜູ້​ນຶ່ງ​ດັງ​ຂຶ້ນ ​ໃນ​ຂະນະ​ທີ່​ກໍາລັງ​ເບິ່ງ​ຮູບ​ເງົາ​ຢູ່.

TALENT 2: Yeah, me too. It really gets on my nerves.

​ເອີ ຂ້ອຍ​ຄື​ກັນ. ມັນ​ກວນ​ປະສາດ​ຂ້ອຍ​ແທ້ໆ.

TED: The human nervous system is a collection of the nerves in our bodies that helps us feel things. ລະບົບ​ປະສາດ​ຂອງ​ມະນຸດ​ເຮົາ ​ແມ່ນ​ປະກອບ​ດ້ວຍ​ເສ້ນ​ປະສາ​ດຫລາຍໆ​ເສ້ນ​ຢູ່​ໃນ​ຮ່າງ ກາຍ​ຂອງ​ເຮົາ ທີ່​ຊ່ວຍ​ໃຫ້​ເຮົາ​ຮູ້ສຶກເຖິງ​ສິ່ງ​ຕ່າງໆ.

When something affects those nerves in a bad way, we can feel strange or troubled. ​ເວລາ​ສິ່ງ​ໃດ​ສິ່ງ​ນຶ່ງ​ໄປກະທົບ​ຫລື​ແຕະຕ້ອງ​ເສ້ນ​ປະສາດ​ເຫລົ່າ​ນັ້ນ​ໃນ​ທາງ​ທີ່​ບໍ່​ດີ ​ເຮົາ​ກໍ​ຈະ​ຮູ້ສຶກ​ແປກໆ​ຫລື​ມຸດ​ມັດ.

When that happens in a non-physical way, we can say it “gets on our nerves.” ​ເວລາ​ໃດ​ທີ່​ຄວາມ​ຮູ້ສຶກ​ແບບ​ນັ້ນ​ເກີດ​ຂຶ້ນ ​ຊຶ່ງບໍ່​ກ່ຽວ​ກັບ​ຮ່າງກາຍ ​ເຮົາ​ກໍ​ສາມາດ​ເວົ້າ​ໄດ້​ວ່າ “ມັນ​ກວນ​ປະສາດ​ຂອງ​ເຮົາ.”

Someone else’s actions or words can “get on your nerves,” if they do it over and over, and you want them to stop. ການ​ກະທໍາ​ຫລື​ຄໍາ​ເວົ້າ​ຂອງ​ໃຜ​ຜູ້​ນຶ່ງ ສາມາດ​ກວນ​ປະສາດ ຂອງ​ທ່ານ​ໄດ້ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ເຮັດ​ຫລື​ເວົ້າ​ແບບ​ນັ້ນ​ຢູ່​ຊໍ້າໆ​ຊາກໆ ​ ​ແລະ​ທ່ານ​ຢາກໃຫ້​ເຂົາ​ເຈົ້າ​ເຊົາ​ເຮັດ.

And that’s English in a Minute. ​ແລະ​ນັ້ນ​ກໍ​ຄື​ລາຍການ​ຮຽນ​ພາສາ​ອັງກິດໃນນຶ່ງນາທີ
ຂອງເຮົາ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ
ແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້
ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກ ທ່ານ
ທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG