ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບົດຮຽນ GoEnglish.Me: Food - Beginner, Part 1


MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ບົດຮຽນພາສາອັງກິດ GoEnglish.Me ຊຶ່ງເປັນບົດ​ສົນທະນາ ​ພາສາ​ອັງກິດ​ກັບ​ພາສາ
ລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍ ຄໍາສັບ​ແລະສໍານວນ​ຕ່າງໆ.

LESSON: Food - Beginner

MC: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອພາກພາສາລາວ ແລະສະຖານີວິທະຍຸແຫ່ງຊາດລາວ. ​
ມື້ນີ້ ​ເຮົາຈະມາ​ເລີ້ມບົດຮຽນໃໝ່​ກັນ ໃນ​ຫົວ​ຂໍ້ Food ຫລືອາຫານ ຕອນ​ທີ​ນຶ່ງ. ​ໃນ​ບົດ​ນີ້ Winnie ຫລື Winnifred ຜູ້ດໍາເນີນລາຍການ ກັບ Professor Bowman ຈະພາທ່ານ
ໄປຟັງ​ບົດ​ສົນທະນາ ກ່ຽວ​ກັບ​ວິທີ​ການ​ສັ່ງ​ອາຫານ​ປະ​ເພດ ​ໄວ​ທັນ​ໃຈ ຫລື fast food.
​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

MC: Today we’re learning some beginner words for talking about ordering
fast food. ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ ຄຳ​ສັບ​ຂັ້ນ​ເລີ້ມ​ຕົ້ນ ສຳ​ຫລັບ​ໃຊ້​ໃນ​ການ​ສັ່ງ​ອາຫານ
ປະ​ເພດ​ໄວ​ທັນ​ໃຈ. Doug, short for Douglass, and Liz, for Elizabeth, are
going to the store to buy groceries. ທ້າວ Doug ຊຶ່ງ​ຊື່​ເຕັມ​ແມ່ນ Douglass ກັບ
ນາງ Liz ຫລື Elizabeth ກຳລັງ​ຈະ​ໄປ​ຮ້ານ​ຕະຫລາດ ​ເພື່ອ​ຊື້ອາຫານ ຫລື groceries g-r-o-c-e-r-i-e-s ຊຶ່ງເປັນ​ຄຳ​ສັບ​ທີ່​ໃຊ້ໝາຍ​ເຖິງ​ອາຫານທົ່ວ​ໄປ ທີ່​ຊື້​ໄປ​ໄວ້ ສຳ​ຫລັບປຸງ
ແຕ່ງ​ເຮັດ​ກິນ. But on the way there, Doug gets hungry ​ແຕ່​ວ່າ​ໃນ​ລະຫວ່າງ​ເດີນ
ທາງ​ໄປ Doug ກໍ​ເກີດ​ຫິວ​ຂຶ້ນ​ມາ and wants to stop to get a hamburger at a fast-food restaurant. ​ແລະ​ຢາກ​ແວ່​ຊື້ ​ແຮມ​ເບີ​ເກີ ກິນຢູ່​ຮ້ານ​ອາຫານ​ໄວ​ທັນ​ໃຈ.

Professor: Winnie. Do you ever get hungry when you go shopping?
ວິນ​ນີ່ ​ເຈົ້າ​ເຄີຍ​ຫິວ​ເຂົ້າ​ບໍ່ ​ເວລາ​ເຈົ້າ​ໄປ​ຊອບ​ປິ້ງ?

MC: Of course! ​ແນ່ນ​ອນ! I always make sure to eat a big meal before I go
to the store, ຍາມໃດ ຂ້ອຍ​ກໍ​ເຮັດໃຫ້​ແນ່​ໃຈ​ວ່າ ຂ້ອຍ​ກິນ​ເຂົ້າ​ຫລາຍ​ໆ ກ່ອນ​ຈະ​ໄປ​ຮ້ານ because if I feel really hungry walking around the supermarket I will just
want to buy everything! ​ເພາະວ່າ​ຖ້າ​ຂ້ອຍ​ຫິວ​ເຂົ້າ​ຫລາຍ ​ເວລາ​ຍ່າງ​ຢູ່​ຮ້ານ super-market ​ຫລືຕະຫລາດ​ໃຫຍ່ ຂ້ອຍ​ກໍ​ຈະ​ຢາກຊື້​ເອົາທຸກ​ຢ່າງ​ເລີຍ​ແຫລະ! ​Let’s listen to
Doug and Liz. ໄປ​ຟັງ​ເບິ່ງ​ວ່າ Doug ກັບ Liz ລົມ​ກັນ​ວ່າ ​ແນວ​ໃດ.

Doug: Hey Liz, I’m really hungry. Let’s stop and eat something.

Liz: Alright, where do you want to eat?

Doug: There is a McDonald's nearby.

Liz: Fast food is so unhealthy. But if you are really hungry, we can go through the drive-through.

Doug: No, let’s go inside. I don’t want to spill my drink in the car.

Professor: So Winnie, did you hear where Doug wants to eat? ​ເອົ໋າ ວິນ​ນີ່
ເຈົ້າ​ໄດ້​ຍິນ​ບໍ່​ວ່າ ດັກ ຢາກ​ໄປ​ກິນ​ຢູ່​ໃສ?

MC: Yes, he wants to eat at McDonald's. ​ເຈົ້າ.. ລາວ​ຢາກ​ໄປ​ກິນ​ຢູ່​ຮ້ານ​ McDonald's. ​ Everybody knows McDonald's. ໃຜໆກໍ​ຮູ້ຈັກ McDonald's. But
I’m not sure I know what a drive-through is. ​ແຕ່​ຂ້ອຍບໍ່​ແນ່​ໃຈ​ວ່າ ຂ້ອຍ​ຮູ້​ວ່າ ​ a
drive-through ແມ່ນ​ຫຍັງ? ​But I would guess it is the place where you drive through and order you food through a window, right? ​ແຕ່​ຂ້ອຍ​ຢາກຈະເດົາ
​ວ່າ ມັນ​ເປັນ​ບ່ອນ​ທີ່ ເຮົາ​ຂັບ​ລົດ​ຜ່ານ​ໄປ drive through ​ແລ້ວ​ສັ່ງ​ອາຫານ ທາງ​ປ່ອງອ້ຽມ
ແມ່ນ​ບໍ່?

Professor: Exactly! Why doesn’t Doug want to use the drive-through? ຖືກຕ້ອງ! ​ແຕ່​ວ່າ ​ເປັນ​ຫຍັງ ດັ໊ກ ຈຶ່ງ​ບໍ່​ຢາກ​ໃຊ້ drive through?

MC: He says he doesn’t want to spill his drink in the car. ລາວ​ເວົ້າ​ວ່າ ລາວ
​ບໍ່​ຢາກ​ເຮັດ​ນ້ຳ​ດຶ່ມຂອງ​ລາວ ​ເຮ່ຍ​ໃສ່​ລົດ​ຂອງ​ລາວ. Personally, I think it’s pretty dangerous to eat while you drive anyway. ​ໂດຍ​ສ່ວນ​ຕົວ​ແລ້ວ ຂ້ອຍ​ກໍຄິດ​ວ່າ
ມັນ​ອັນຕະລາຍ​ສົມຄວນ ທີ່​ຈະ​ກິນ​ໄປ​ພ້ອມ ກັບຂັບ​ລົດ​ໄປ​ພ້ອມ.

Professor: That’s true. I guess there are two ways eating fast food can kill you. ​ເປັນຄວາມ​ຈິງ​. ຂ້ອຍ​ເດົາ​ວ່າ ມີ​ສອງ​ທາງ​ທີ່​ການ​ກິນ​ອາຫານ​ໄວ​ທັນ​ໃຈ ຈະ​ສາມາດ
ຂ້າ​ເຈົ້າ​ໄດ້.

MC: Right ​ແມ່ນ​ແລ້ວ. If it doesn’t give you a heart attack, ຖ້າ​ມັນ​ບໍ່​ເຮັດ​ໃຫ້​ເຈົ້າ
ຫົວ​ໃຈ​ວາຍ​ຕາຍ it will get you in a car accident! ມັນ​ກໍ​ຈະ​ເຮັດ​ໃຫ້​ເຈົ້າເກີດອຸບັດເຫດ
​ລົດ​ໄດ້! Now let’s listen to Doug and Liz talking to the cashier. ​ບັດ​ນີ້ ​ໄປ​ຟັງ
Doug ກັບ Liz ​ເວົ້າ​ກັບ​ cashier ຄົນ​ເກັບ​ເງິນ ກໍ​ຄື​ຄົນ​ຮັບ​ຄຳ​ສັ່ງ​ອາຫານ ຫລັງ​ຈາກຟັງ
​ຄຳ​ແປ​ຂອງ​ບົດ​ສົນທະນາ ມື້​ກີ້​ນີ້.

Doug: Hey Liz, I’m really hungry. Let’s stop and eat something. ​ເອີ່ Liz
ຂ້ອຍ​ຫິວ​ອີ່ຫລີ. ​ໄປ​ແວ່​ຊອກ​ຫຍັງ​ກິນ​ກັນເນາະ?

Liz: Alright, where do you want to eat? ຕົກລົງ ​ເຈົ້າ​ຢາກ​ໄປ​ກິນ​ຢູ່​ໃສ​ລ່ະ?

Doug: There is a McDonald's nearby. ມີ​ຮ້ານ McDonald's ຢູ່​ໃກ້ໆ​ນີ້.

Liz: Fast food is so unhealthy. ອາຫານ​ໄວ​ທັນ​ໃຈ ​ແມ່ນ​ບໍ່​ດີ​ຕໍ່​ສຸຂະພາບ​ຫລາຍ​ເດີ້.
But if you are really hungry, we can go through the drive-through. ​ແຕ່​ວ່າ
ຖ້າ​ເຈົ້າ​ຫິວ​ອີ່ຫລີ ​ເຮົາ​ໄປ drive-through ສັ່ງ​ທາງ​ປ່ອງອ້ຽມ ກໍ​ໄດ້.

Doug: No, let’s go inside. I don’t want to spill my drink in the car. ບໍ່​ດອກ
ເຂົ້າ​ໄປ​ທາງ​ໃນ​ຊະ. ຂ້ອຍ​ບໍ່​ຢາກເຮັດ​ນ້ຳ​ດຶ່ມຂ້ອຍ ​ເຮ່ຍ​ໃສ່​ລົດ.

Cashier: Welcome to McDonald's! May I take
your order?

Doug: Yes, I’d like two hamburgers, a large
Coke and a large fries. ​

Cashier: Do you want anything, mam? ​

Liz: No thanks, I’m on a diet.

Cashier: For here or to go?

Doug: For here.

Cashier: Alright, that will be $11.50. ​

MC: Well at least one of them has the good sense not to eat fast food​. ​ເອີ່
ຢ່າງ​ນ້ອຍ ຜູ້ນຶ່ງ​ໃນ​ສອງ​ຄົນ​ເຂົາ​ເຈົ້າ ກໍ​ມີສຳນຶກ​ທີ່​ດີ ທີ່​ຈະ​ບໍ່​ກິນ​ອາຫານ​ປະ​ເພດ ​ໄວ​ທັນ​ໃຈ.
Liz says she is on a diet. Liz ​ເວົ້າ​ວ່າ ລາວ​ກຳລັງ diet ລົດ​ຄວາມ​ອ້ວນ. But if
Doug eats all that food himself he’s going to need a new wardrobe.​ ແຕ່​ວ່າ
ຖ້າ​ດັ໊ກ ກິ​ນອາຫານ​ນັ້ນ​ ໝົດ​ຄົນ​ດຽວ ລາວ​ກໍ​ຈະ​ຕ້ອງການ​ເສື້ອ​ຜ້າ​ໃໝ່ ທັງ​ໝົດ​ແຫລະ.

Professor: Yes, fast food has a lot of fat in it. ແມ່ນ​ແລ້ວ. ອາຫານ​ໄວ​ທັນ​ໃຈ
ມີ​ໄຂມັນ​ຫລາຍ. But Winnie, does Doug want the food “for here” or “to go”?
ແຕ່​ວ່າ ວິນ​ນີ່ ດັ໊ກຕ້ອງການ​ອາຫານ​ຢູ່​ນີ່ “for here” ຫລື​ວ່າ “to go” ​ເອົາ​ໄປ​ນຳ?

MC: Doug asks for the food “for here,” ດັ໊ກຂໍ​ອາຫານສຳ​ຫລັບ​ກິນ​ຢູ່​ນີ່ meaning that he wants to eat inside the restaurant ​ແປ​ວ່າ ລາວ​ຢາກກິນ​ຢູ່​ໃນ​ຮ້ານ; otherwise he would ask for the food “to go” as they say in America, ບໍ່​ດັ່ງ​ນັ້ນ ລາວ​ກໍ​ຈະ​ບອກ​ວ່າ ເອົາ​ໄປ​ນຳ ຫລື ​“to go” ດັ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ກັນ​ຢູ່​ອາ​ເມຣິກາ or “take away” as I heard them say in Australia, England, Europe and even in Laos ຫລື​ “take away” ດັ່ງ​ທີ່​ຂ້ອຍ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າ​ກັນ​ ຢູ່ ອອສ​ເຕຣ​ເລຍ ອັງກິດ
ຢູ​ໂຣບ ​ແລະ​ແມ່ນ​ແຕ່​ ຢູ່​ປະ​ເທດ​ລາວ​ເອງ.

Professor: Yes. When you take food home from a restaurant, you can also say the food is for “take out.” ​ແມ່ນ​ແລ້ວ. ​ເວລາ​ເຈົ້າ​ເອົາ​ອາຫານຈາກ​ຮ້ານ
​ເມືອ​ເຮືອນ ​ເຈົ້າ​ຈະ​ເວົ້າ​ວ່າ ສຳ​ຫລັບ “take out” ກໍ​ໄດ້.

MC: Oh, so when you want to take food home, you can ask for it “to go”
or “for take out.” ​ໂອ ສະ​ນັ້ນ ​ເວລາ​ເຈົ້າ​ຢາກ​ເອົາ​ອາຫານ​ເມືອ​ເຮືອນ ​ເຈົ້າ​ກໍ​ຂໍ​ໃຫ້ຮ້ານ​ຈັດ​ໃຫ້​ເຈົ້າ ​ແລະ​ບອກວ່າ “to go” ຫລື “for take out” ກໍ​ໄດ້​ເນາະ.

Professor: Now Doug and Liz are eating their food. Let’s listen. ຕອນ​ນີ້
ດັ໊ກ ກັບ ລີ​ສ ກຳລັງ​ກິນ​ອາຫານ​ຂອງ​ເຂົາ​ເຈົ້າຢູ່. ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ.

MC: ​ແຕ່ໄປ​ຟັງ ດັ໊ກສັ່ງ​ອາຫານ ພ້ອມ​ກັບ​ຄຳ​ແປ​ກັນ​ກ່ອນເນາະ.

Cashier: Welcome to McDonalds! May I take your order? ຍິນ​ດີ​ຕ້ອນຮັບ​ສູ່ McDonalds! ຂໍ​ຮັບ​ອໍ​ເດີ້ ​ໄດ້​ບໍ່?

Doug: Yes, I’d like two hamburgers, a large Coke and a large fries. ​ເຈົ້າ... ຂ້ອຍ​ຢາກ​ໄດ້ ​ແຮມ​ເບີ​ເກີ້ ສອງ​ອັນ, ນ້ຳ​ໂຄ໊ກ ຂະໜາດ​ໃຫຍ່ ອັນ​ນຶ່ງ ​ແລະມັນຝຣັ່ງທອດ ຂະໜາດ​ໃຫຍ່​ອັນ​ນຶ່ງ.

Cashier: Do you want anything, mam? ​ເຈົ້າ​ເດ້ ຕ້ອງການ​ຫຍັງ​ບໍ່ ມາດາ​ມ?

Liz: No thanks, I’m on a diet. ບໍ່ ຂອບ​ໃຈ ຂ້ອຍ​ກຳລັງ​ diet.

Cashier: For here or to go? ກິນ​ຢູ່​ນີ່​ບໍ ຫລື​ວ່າ ​ເອົາໄປ​ນຳ?

Doug: For here. ກິນ​ຢູ່​ນີ່.

Cashier: Alright, that will be $11.50. ​ໂອ​ເຄ. ທັງ​ໝົດ ຕົກ​ເປັນ 11 ​ໂດ​ລາ ກັບ
50 ​ເຊັນ.

Doug: Do you want to eat my tomato? I don’t like them. The only topping
I like is ketchup.

Liz: Sure, I love tomatoes. They’re a healthy food.

Doug: That’s true. Are you sure you don’t want anything?

Liz: Well I know the French fries are very unhealthy, but they look so good.

Doug: Come on Liz, try one. It won’t kill you.

Liz: Well alright, I’ll have just one.

Doug: Great! I’m going to get a refill of soda.

MC: It sounds like Liz’s resolve is weakening. ຟັງ​ແລ້ວ ​ເບິ່ງ​ຄື​ວ່າ ຄວາມ​ຕັ້ງ​ໃຈ​ຂອງ​ລີ​ສ ກຳລັງ​ຈະ​ອ່ອນ​ແອ​ລົງ. Even though she has been talking about how terrible fast food is, ​ເຖິງ​ແມ່ນວ່າ​ລາວ​ໄດ້​ເວົ້າ​ວ່າ ອາຫານ​ໄວ​ທັນ​ໃຈ​ຂີ້ຮ້າຍ​ຫລາຍ​ປານ​ໃດກໍ​ຕາມ once she sees how delicious Doug’s fries look, she caves in and has one. ​ແຕ່​ເມື່ອ​ລາວ​ເຫັນ​ວ່າ ​ມັນຝຣັ່ງທອດ​ຂອງ​ດັ໊ກ​ເປັນຕາ​ແຊບ​ຫລາຍ ລາວ​ກໍ​ໃຈ​ອ່ອນ ​ແລະ​ກິນ​ອັນ​ນຶ່ງ.

Professor: That’s right. And did you hear what topping Doug likes, and which one he doesn’t like? ​ແມ່ນ​ແລ້ວ. ​ແລ້ວ​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ດັ໊ກ​ມັກ topping
ອັນ​ໃດ ​ແລະ​ອັນ​ໃດ ​ລາວ​ບໍ່​ມັກ?

MC: Let’s see … Doug says that the only “topping” he likes is ketchup, and he doesn’t like tomatoes. ເອີ່......ດັ໊ກ​ເວົ້າ​ວ່າ topping ອັນ​ດຽວທີ່​ລາວ​ມັກ ​ແມ່ນ ketchup ຫລື​ຊອສໝາກເລັ່ນ ​ແລະ​ລາວ​ບໍ່​ມັກໝາກ​ເລັ່ນ. That’s pretty weird seeing as ketchup is made from tomatoes. ​ແປກດີ​ເນາະ ​ໃນ​ເມື່ອ​ວ່າ ketchup ​ແມ່ນ​ເຮັດ​ຈາກ​ໝາກ​ເລັ່ນ.

Professor: That’s right. What does Doug say he is going to do at the end? ​ແມ່ນ​ແລ້ວ. ​ໃນ​ຕອນ​ທ້າ​ຍ ດັ໊ກ​ເວົ້າ​ວ່າ​ ລາວ​ຈະ​ໄປ​ເຮັດ​ຫຍັງ​ເກາະ?

MC: He says he’s going to get a “refill” on his soda. ລາວ​ເວົ້າ​ວ່າ ລາວ​ຈະ​ໄປ​ເອົາ “refill” ນ້ຳ​ອັດ​ລົມ. Professor, the word “refill” r-e-f-i-l-l comes from the word “fill” and it means to fill up again, right? ອາ​ຈານ ຄຳ​ສັບ “refill” r-e-f-i-l-l ​ແມ່ນ​ມາ​ຈາກ ຄຳ​ວ່າ “fill” ​ແລະ​ແປ​ວ່າ ຕື່ມ​ໃຫ້​ເຕັມອີກ​ ແມ່ນ​ບໍ່?

Professor: That’s right! When you go to a restaurant, you can ask the waiter, “Do you have free refills?” ​ແມ່​ນແລ້ວ. ​ເວລາ​ເຈົ້າ​ໄປ​ຮ້ານ​ອາຫານ ​ເຈົ້າ​ສາມາດ​ຖາມ​ຄົນ​ເສີ​ບ​ໄດ້​ວ່າ “​ເຈົ້າ​ມີ​ນະ​ໂຍບາຍ ​ໃຫ້​ຕື່ມ​ນ້ຳ​ອັດ​ລົມ ຟີ​ບໍ່?” Now let’s see what Doug says when he returns to the table. ບັດ​ນີ້ ​ໄປ​ຟັງ​ກັນ​ວ່າ ດັ໊ກ​ເວົ້າ​ຫຍັງ ​ເວລາ​ລາວ​ກັບ​ຄືນ​ມາ​ໂຕະ.

MC: ​ແຕ່​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄຳ​ແປກ່ອນ​ເນາະ

Doug: Do you want to eat my tomato? I don’t like them. ເຈົ້າ​ຢາກກິນ​ໝາກ​ເລັ່ນ​ຂ້ອຍ​ບໍ່? ຂ້ອຍ​ບໍ່​ມັກ​ໝາກ​ເລັ່ນ. The only topping I like is ketchup. ສິ່ງ​ດຽວ
​ທີ່​ຂ້ອຍ​ມັກ​ເອົາ​ໃສ່ທາງ​ເທິງ ແມ່ນ​ ketchup ຊອສໝາກ​ເຂືອ​ເທດ.

Liz: Sure, I love tomatoes. They’re a healthy food. ​ແນ່ນອນ ຂ້ອຍ​ມັກ​ໝາກ​ເລັ່ນ​ຫລາຍ. ມັນ​ເປັນ​ອາຫານ ທີ່​ດີ​ສຳ​ຫລັບ​ສຸຂະ​ພາບ.

Doug: That’s true. Are you sure you don’t want anything? ເປັນຄວາມ​ຈິງ​.
​ແນ່​ໃຈ​ເບາະ ວ່າ​ເຈົ້າ​ບໍ່​ຕ້ອງ​ການ​ຫຍັງ​?

Liz: Well I know the French fries are very unhealthy, but they look so good. ​ເອີ... ຂ້ອຍ​ຮູ້​ວ່າ ມັນຝຮັ່ງ​ທອດ ບໍ່​ດີແທ້ໆ​ສຳ​ຫລັບ​ສຸຂະພາບ ​ແຕ່​ມັນ​ເປັນຕາ​ແຊບ​ຫລາຍ.

Doug: Come on Liz, try one. It won’t kill you. ​ໂອ້​ຍ ບໍ່​ເປັນ​ຫຍັງ​ດອກ ລີ​ສ. ລອງ​ຊີມ​ອັນ​ນຶ່ງ​ເບິ່ງ ມັນ​ບໍ່​ຂ້າ​ເຈົ້າ​ດອກ.

Liz: Well alright, I’ll have just one. ​ໂອ... ຕົກລົງ ຂ້ອຍ​ຈະ​ກິນ​ອັນ​ດຽວ​ເທົ່າ​ນັ້ນ​ແຫລະ.

Doug: Great! I’m going to get a refill of soda. ດີ​ຫລາຍ. ຂ້ອຍ​ຈະ​ໄປ​ເອົາ​ນ້ຳອັດ​ລົມ ຕື່ມ​ອີກ​ກ່ອນ.

Doug: Liz, where are all my fries? Did you eat them all?

Liz: I’m sorry, Doug. They were just so good! Once I started eating them,
I couldn’t stop.

Doug: Don’t worry Liz. If I’m going to get really fat, you should get really fat too! We will look really cute together.

Liz: Wow, that is a really scary thought. I need to exercise right now!

MC: I don’t know if they will look cute if they both put on weight, ຂ້ອຍ​ບໍ່​ຮູ້​ວ່າ ​ເຂົາ​ເຈົ້າ​ຈະ​ເບິ່ງ​ໜ້າ​ຮັກ​ຫລື​ບໍ່ ຖ້າ​ຫາກວ່າ​ເຂົາ​ເຈົ້າ​ທັງ​ສອງອ້ວນ​ຂຶ້ນ but I know that they won’t be healthy ​ແຕ່​ຂ້ອຍ​ຮູ້​ໃຈ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ມີ​ສຸຂະພາບ​ດີ. I hope they buy some healthy food at the store. ຂ້ອຍ​ຫວັງ​ວ່າ ​ເຂົາ​ເຈົ້າ​ຈະ​ຊື້​ອາຫານ​ທີ່​ດີ ສຳ​ຫລັບ​ສຸຂະ​ພາບ ຢູ່​ຮ້ານ​ຕະຫລາດ.

Professor: Well listen next time to find out! ​ເອີ່ ກະ​ລໍຖ້າ​ຟັງ​ກັນ ​ໃນ​ບົດຮຽນ​ໜ້າ.

MC: ​ຄັນ​ຊັ້ນ ກໍໄປ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄຳ​ແປກ່ອນ:

Doug: Liz, where are all my fries? Did you eat them all? ລີ​ສ ມັນຝຣັ່ງທອດ​ຂ້ອຍ​ໄປ​ໄສ​ໝົດ? ​ເຈົ້າ​ກິນ​ມັນ​ໝົດ​ວະ?

Liz: I’m sorry, Doug. They were just so good! Once I started eating them,
I couldn’t stop. ຂໍ​ໂທດ ດັ໊ກ. ມັນແຊບ​ຫລາຍອີ່ຫລີ! ພໍ​ຂ້ອຍ​ເລີ້ມ​ກິນ​ມັນ ຂ້ອຍ​ກໍ​ເຊົາ​ບໍ່​ເປັນ.

Doug: Don’t worry Liz. If I’m going to get really fat, you should get really fat too! ບໍ່​ຕ້ອງ​ເປັນ​ຫ່ວງ ລີ​ສ. ຖ້າ​ຂ້ອຍ​ຈະ​ອ້ວນ​ຫລາຍ​ແທ້ໆ ​ເຈົ້າ​ກໍ​ຄວນ​ຈະ​ອ້ວນ​ຫລາຍ​ນຳຄື​ກັນ! We will look really cute together. ​ແລ້ວພວກ​ເຮົາ​ກໍ​ຈະ​ເບິ່ງ​ໜ້າ​ຮັກ ​ນຳ​ກັນ.

Liz: Wow, that is a really scary thought. I need to exercise right now! ​ໂອ້​ຍ... ນັ້ນ​ເປັນຄວາມ​ຄິດ​ທີ່​ໜ້າຢ້ານ​ຫລາຍ. ຂ້ອຍ​ຈຳ​ເປັນ​ຕ້ອງ​ໄດ້​ອອກກຳລັງ​ກາຍ​ດຽວ​ນີ້!

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ
ແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານທາງສະຖານີແຫ່ງນີ້
ເປັນປະຈໍາ. ໂປດຕິຕຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆທ່ານ
ທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG