ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດຮຽນ GoEnglish.Me: College, Part 2 - Intermediate


ຕຶກ Kirkland House ໃນບໍລິເວນ campus ຂອງມະຫາວິທະຍາໄລ Harvard ທີ່ເມືອງ Cambridge ລັດ Massachusetts.
ຕຶກ Kirkland House ໃນບໍລິເວນ campus ຂອງມະຫາວິທະຍາໄລ Harvard ທີ່ເມືອງ Cambridge ລັດ Massachusetts.

ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ລາຍການ​ຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍຄໍາສັບ​ແລະສໍານວນ​ຕ່າງໆ.

LESSON: College - Intermediate

ດາຣາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາ ອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ. ບົດຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ College ຫລື​ມະຫາ​ວິທະຍາ​ໄລ ຕອນ​ທີ​ສອງ ຊຶ່ງທ່ານ
ຈະ​ໄດ້​ຍິນເພື່ອນ​ນັກ​ສຶກສາ​ສອງ​ຄົນລົ​ມສູ່​ກັນຟັງ​ ກ່ຽວ​ກັບ​ຫ້ອງ​ຮຽນ​ແລະ​ຊີວິດ​ນັກ​ສຶກສາ​ຂອງ​ເຂົາ​ເຈົ້າ. ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ເຊີນ​ທ່ານ​ພົບ​ກັບສອງ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ເລີຍ.

MC: Today we’re going to learn some intermediate words for talking about life at college. Eric and Patty are two friends talking about their lives on campus. Eric and Patty have just been talking about the clubs they’re in. ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ ຄໍາ​ສັບ​ທີ່​ຍາກ​ໃນ​ລະດັບ​ປານ​ກາງ ສໍາລັບ​ໃຊ້​ໃນ​ການ​ສົນທະ
ນາ​ກ່ຽວ​ກັບ ​ຊີວິດ​ນັກ​ສຶກສາ​ໃນຮົ້ວ​ມະຫາວິທະຍາ​ໄລ ຊຶ່ງ​ເຮົາ​ໄດ້​ພາ​ທ່ານ​ຕິດຕາມ​ໝູ່​ບ້ານ​ດຽວ​ກັນ​ສອງ​ຄົນ ທີ່ໄປ​ຮຽນ​ມະຫາວິທະຍາ​ໄລ​ດຽວ​ກັນ​ອີກ. ​ໃນ​ບົດຮຽນ​ທີແລ້ວ Eric ກັບ Patty ຖາມ​ກັນ​ກ່ຽວ​ກັບ​ຫ້ອງ​ຮຽນ​ຫລື​ວິຊາ​ທີ່​ເຂົາເຈົ້າ​ເລືອກ​ຮຽນ ຊຶ່ງ​ເຂົາ​ເຈົ້າ​ຈະ​ໃຊ້​ຄໍາ​ວ່າ classes ​ເຊັ່ນ​ຄໍາ​ຖາມ​ປະ​ໂຫຍກນີ້ What classes are you taking? ​ເຈົ້າເອົາ ຫລື ຮຽນ​ຫ້ອງ​ໃດ​ ກໍ​ຄື ວິຊາ​ໃດ​ແດ່? ນອກ​ນັ້ນ ຢູ່​ມະຫາວິ​ທະຍາ​ໄລ ​ອາ​ເມຣິກັນ ຍັງ​ມີ extracurricular activities ຫລື​ກິດຈະ​ກໍາ​ນອກ​ຫລັກສູດ ​ໃຫ້​ເຮັດ​ນໍາ ທີ່ເອີ້ນ​ວ່າ clubs ສະມາຄົມ​ ຫລື​ຊົມ​ລົ​ມ.

Professor: Eric wants to find out what clubs Patty is in. In this section, listen for the word “acappella,” which means singing without any instruments. ​ເອຣິກ ຢາກ​ຮູ້​ວ່າ ​ແພ​ຕຕີ້​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ໃດ​ແດ່. ​ໃນ​ຕອນ​ນີ້ ​ໃຫ້​ຟັງ​ຄໍາ​ສັບ “acappella” ທີ່​ແປ​ວ່າ ການ​ຮ້ອງ​ເພງ ​ໂດຍ​ບໍ່​ໃຊ້​ເຄື່ອງ​ດົນຕີ​ໃດໆ.

Eric: So Patty, tell me about what kind of clubs you like to do.

Patty. Well, I’ve always loved singing, but it’s pretty hard to get into the singing clubs.

Eric: I know, they can be pretty competitive. But if they don’t accept you, you should start an acappella group! I’m sure lots of people would want to join.

Patty: Do you think it’s hard to start a club?

Eric: I don’t think it’s very hard. You should talk to the student life officials. I think you just have to find a professor to sponsor you.

Patty: That’s all? That’s really easy. I think I’ll do that.

MC: Patty isn’t in a singing club yet? ​ແພ​ຕຕີ້​ຍັງ​ບໍ່​ໄດ້​ເຂົ້າ​ສະມາຄົມ​ຮ້ອງ​ເພງ​ເທື່ອ​ວະ? Well, she said she really loves singing, ​ເອີ ລາວ​ເວົ້າ​ວ່າ ລາວ​ມັກ​ຮ້ອງ​ເພງ​ຫລາຍ but she hasn’t been accepted into a singing club ​ແຕ່​ວ່າ​ລາວບໍ່​ໄດ້ຖືກ​ຮັບ​ເຂົ້າ​ສະມາຄົມ​ຮ້ອງ​ເພງ​ because getting into them can be very competitive. ​ເພາະວ່າ ການ​ເຂົ້າ​ສະມາຄົມ​ເຫລົ່າ​ນັ້ນ ມັນ​ຍາກຍ້ອນ​ມີ​ຄົນ​ແຂ່ງ​ກັນ​ເຂົ້າ​ຫລາຍ.

Professor: Right. So what does Eric suggest that she do? ຖືກ​ຕ້ອງ. ​ແລ້ວ​ເອຣິກ ສະ​ເໜີແນະ​ ​ໃຫ້​ລາວ​ເຮັດ​ແນວ​ໃດ?

MC: She should start her own “acappella club.” ກໍ​ຄື ລາວ​ຄວນ​ຈະ​ຕັ້ງ​ສະມາຄົມພວກ​ຮ້ອງ​ເພງ​ໂດຍ​ບໍ່​ມີ​ດົນຕີ ​ຂອງ​ລາວ​ເອງ. ສະມາຄົມ​ແບບ​ນັ້ນ ກະ​ມີ​ຄົນ​ນິຍົມ​ກັນ​ບໍ ຢູ່​ມະຫາ​ວິທະຍາ​ໄລ​ໃນ​ອາ​ເມຣິກາ? Are those clubs popular on American universities?

Professor: Yes, they’re very popular. Now we’re going to learn about what Eric does in his free time. Listen for the word “cramming,” which means to study really hard. ​ແມ່ນ ​ສະມາຄົມ​ພວກ​ນັ້ນ​ໄດ້​ຮັບ​ຄວາມ​ນິຍົມ​ກັນ​ຫລາຍຕົ່ວ. ​ໃນ​ບົດ​ສົນທະນາ​ຕໍ່​ໄປ​ນີ້ ​ເຮົາ​ຈະ​ໄດ້ຮູ້​ວ່າ ​ເອຣິກ​ເຮັດ​ຫຍັງ ​ໃນ​ເວລາ​ວ່າງຂອງ​ລາວ.​ ໃຫ້​ຟັງ​ເບິ່ງ​ຄໍາ​ສັບ “cramming” ທີ່​ແປ​ວ່າ ຮຽນ​ໜັກ​ ຫລື​ຮຽນ​ຫລາຍ.

MC: ​ແຕ່​ວ່າ ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ກັນ​ອີກ​ກ່ອນ ພ້ອມ​ກັບ​ຄໍາ​ແປ:

Eric: So Patty, tell me about what kind of clubs you like to do. ​ແພ​ຕຕີ້ ​ເວົ້າ​ສູ່​ຟັງແດ່ ​ເຈົ້າ​ມັກ​ເຂົ້າ​ຮ່ວມ​ສະມາຄົມ​ປະ​ເພດໃດ?

Patty. Well, I’ve always loved singing, but it’s pretty hard to get into the singing clubs. ​ໂອ..ຂ້ອຍ​ມັກ​ຮ້ອງ​ເພງ​ມາ​ຕະຫລອດ ​ແຕ່​ວ່າ​ມັນ​ຍາກ​ສົມຄວນ​ທີ່​ຈະ ​ເຂົ້າ​ຮ່ວມພວກ​ສະ​ມາ​ຄົມ​ຮ້ອງ​ເພງ.

Eric: I know, they can be pretty competitive. But if they don’t accept you, you should start an acappella group! I’m sure lots of people would want to join. ຂ້ອຍ​ຮູ້. ພວກ​ສະມາຄົມ​ເຫລົ່າ​ນັ້ນ ມີ​ຄົນ​ແຂ່ງ​ກັນ​ເຂົ້າ​ຫລາຍ​ສົມຄວນ. ​ແຕ່​ວ່າ ຖ້າ​ເຂົາ​ເຈົ້າ​ບໍ່ຮັບ​ເອົາ​ເຈົ້າ ​ເຈົ້າ​ຄວນ​ຈະ​ຕັ້ງ​ກຸ່ມ​ພວກ​ມັກ​ຮ້ອງ​ເພງຂຶ້ນ! ຂ້ອຍ​ແນ່​ໃຈ​ວ່າ ຈະ​ຕ້ອງ​ມີ​ຫລາຍ​ຄົນ​ຢາກ​ເຂົ້າ​ຮ່ວມ!

Patty: Do you think it’s hard to start a club? ​ເຈົ້າ​ຄິດ​ວ່າ​ມັນ​ຍາກ​ບໍ່ ທີ່​ຈະ​ ຕັ້ງສະມາຄົມ​ຂຶ້ນ?

Eric: I don’t think it’s very hard. You should talk to the student life officials. I think you just have to find a professor to sponsor you. ຂ້ອຍ​ຄິດ​ວ່າ ມັນ​ບໍ່​ຍາກ​ຫລາຍ​ດອກ. ​ເຈົ້າ​ຄວນ​ຈະ​ໄປ​ລົມ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ຊີວິດ​ນັກ ຮຽນ. ຂ້ອຍ​ຄິດ​ວ່າ ​ເຈົ້າ​ຈະ​ພຽງ​ແຕ່​ຕ້ອງການ ຊອກ​ຫາ​ອາຈານ​ຄົນ​ນຶ່ງ ​ໃຫ້​ເປັນ​ຜູ້​ອຸບ​ປະຖໍາ ສະ​ໜັບສະ​ໜຸນ​ເຈົ້າ​ເທົ່າ​ນັ້ນ.

Patty: That’s all? That’s really easy. I think I’ll do that. ​ເທົ່າ​ນັ້ນ​ວະ? ​ຊັ້ນ​ກະ​ງ່າຍ​ຫລາຍ​ແທ້ໆ​ເນາະ. ຂ້ອຍ​ຄິດ​ວ່າ ຂ້ອຍ​ຈະ​ເຮັດ​ແນວ​ນັ້ນ​ແຫລະ.

Patty: What about you, Eric? What kind of clubs and activities do you do outside of class?

Eric: Personally, I don’t have time for clubs.

Patty: Why not? Do you have to do a lot of cramming for the three English classes you take?

Eric: Actually, I’m not busy because I have to spend lots of time cramming. I’m busy because I have a part-time job.

MC: Oh! I thought Eric was lazy because he only takes three easy English classes. ​ໂອ ຂະ​ນ້ອຍ​ຄິດ​ວ່າ ​ເອຣິກຂີ້ຄ້ານເພາະວ່າ​ລາວ​ເອົາ​ແຕ່​ວິຊາ​ພາສາ​ອັງກິດ ທີ່​ງ່າຍໆ​ສາມ​ຫ້ອງ​ເທົ່າ​ນັ້ນ. But it turns out, he has a part time job that takes up a lot of his time ​ແຕ່​ແລ້ວ ກັບ​ກາຍ​ເປັນ​ວ່າ ລາວ​ມີ​ວຽກນອກ​ໂມງ​ຮຽນ​ເຮັດ​ ເຄິ່ງ​ເວ​ລາ ທີ່​ເອົາ​ເວລາ​ສ່ວນ​ໃຫຍ່​ຂອງ​ລາວ​ໄປ. Do lots of students have part time jobs? ​ມີ​ນັກ​ສຶກສາ​ຫລາຍ​ຄົນບໍ່ ທີ່​ເຮັດ​ວຽກ​ເຄິ່ງ​ເວລາ​?

Professor: In America, lots of students have part-time jobs to help pay for college. ຢູ່​ອາ​ເມຣິກາ ມີ​ນັກ​ສຶກສາ​ຈໍານວນ​ຫລວງຫລາຍ ທີ່​ເຮັດ​ວຽກ​ເຄິ່ງ​ເວລາ​ເພື່ອ​ຫາ​ເງິນ ມາຊ່ວຍ​ເສຍ​ຄ່າຮຽນ​ມະຫາວິທະຍາ​ໄລ.

MC: What kinds of jobs? ວຽກແບບ​ໃດ​ເນາະ?

Professor: Some students work on campus in places like the library. Others work off campus as waiters at restaurants. ນັກ​ສຶກສາ​ບາງ​ຄົນ ກໍ​ເຮັດ​ວຽກ​ຢູ່​ໃນ​ເຂດ​ມະຫາວິທະຍາ​ໄລ ເຊັ່ນ​ຢູ່​ຫ້ອງ​ສະມຸດເປັນ​ຕົ້ນ​. ຄົນ​ອື່ນໆ​ກໍ​ເຮັດ​ຢູ່​ນອກເຂດມະຫາວິທະຍາ​ໄລ ​ເຊັ່ນ​ເປັນ​ພະນັກງານ​ເສີ​ບ ຢູ່​ຕາມ​ຮ້ານ​ອາຫານ.

MC: I see. Hmmm… I wonder what job Eric has. ​ໂອ ​ເຂົ້າ​ໃຈ​ແລ້ວ. ຮື່ມ... ຂ້ອຍ​ສົງ​ໄສ​ວ່າ ​ເອຣິກ​ເຮັດ​ວຽກ​ຫຍັງ? ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ຕໍ່ ຫລັງ​ຈາກ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄໍາ​ແປ.

Patty: What about you, Eric? What kind of clubs and activities do you do outside of class? ​ແລ້ວ​ເຈົ້າ​ເດ້ ​ເອຮິ​ກ ​ເຈົ້າເຂົ້າ​ສະມາຄົມ​ແລະ​ເຮັດ​ກິດຈະ​ກໍາ​ຫຍັງ​ແດ່ ຢູ່​ນອກ​ຫ້ອງ​ຮຽນ?

Eric: Personally, I don’t have time for clubs. ສ່ວນ​ໂຕ​ແລ້ວ ຂ້ອຍ​ບໍ່​ມີ​ເວລາ​ທີ່​ຈະ​ເຂົ້າ​ຮ່ວມ​ສະມາ​ຄົມ​ໃດໆ​ດອກ.

Patty: Why not? Do you have to do a lot of cramming for the three English classes you take? ​ເປັນ​ຫຍັງ? ​ເຈົ້າ​ຕ້ອງ​ໄດ້​ເລ່ງ​ຮຽນ​ໜັກ ສໍາລັບ​ວິຊາ​ພາສາ​ອັງກິດ ສາມ​ຫ້ອງທີ່​ເຈົ້າ​ເອົາ​ຫັ້ນ​ເບາະ?

Eric: Actually, I’m not busy because I have to spend lots of time cramming. I’m busy because I have a part-time job. ຄວາມ​ຈິງ​ແລ້ວ ຂ້ອຍ​ບໍ່​ໄດ້​ຫຍຸ້ງ ຍ້ອນ​ວ່າ​ຂ້ອຍ​ຕ້ອງ​ໃຊ້​ເວລາ​ຫລາ​ຍ ​ເພື່ອ​ເລ່ງ​ຮຽນ​ໜັກ​ດອກ. ຂ້ອຍ​ບໍ່​ມີ​ເວລາ​ຍ້ອນ​ຂ້ອຍ​ມີ​ວຽກ​ເຮັດ ​ເຄິ່ງ​ເວລາ.

Patty: What do you do for your part-time job?

Eric: I work at a restaurant bartending and serving food.

Patty: Oh cool! How do you like it?

Eric: I love it because all my hours are at night, so I can save my days for class and studying.

Patty: That’s very convenient. Do you make a lot of money?

Eric: Yeah, the tips are great and I meet a lot of fun people.

MC: Eric is a bartender at night? ​ເອຣິກ ​ເປັນ​ຄົນ​ປຸງເຫລົ້າ​ຕອນ​ກາງຄືນຊັ້ນ​ວະ? Wow, that sounds like fun! ວ້າວ ຟັງ​ແລ້ວ ໜ້າ​ສະໜຸກ​ເນາະ!

Professor: Yes, but he must be very tired going to school all day and working all night. Did you hear how Eric is paid at the restaurant? ​ແມ່ນ​ແລ້ວ ​ແຕ່​ວ່າ ລາວ​ຄົງ​ຈະ​ເມື່ອຍ​ຫລາຍ ທີ່​ຕ້ອງ​ໄປ​ໂຮງຮຽນ​ໝົດ​ມື້ ​ແລະ​ໄປ​ເຮັດ​ວຽກ​ໝົດ​ຄືນ​ອີກ. ​ເຈົ້າ​ໄດ້​ຍິນ​ບໍ່​ວ່າ ​ເອຣິກ​ໄດ້​ເງິນ​ແບບ​ໃດ ຢູ່​ຮ້ານ​ອາຫານ?

MC: Yes, he gets paid in “tips” ໂດຍ ລາ​ວ​ໄດ້​ເງິນເປັນ​ເງິນ​ທິປ. He said that “the tips are great” ລາວ​ເວົ້າ​ວ່າ ​ເງິນ​ທິປດີ​ຫລາຍ ໝາຍ​ຄວາມ​ວ່າ ​ໄດ້​ຫລາຍ. Also, he gets to meet a lot of fun people. ນອກ​ນັ້ນ​ແລ້ວ ລາວ​ຍັງ​ໄດ້​ພົບ​ກັບ​ຜູ້​ຄົນ​ທີ່​ສະໜຸກໆ ຈໍາ​ນວນ​ຫລວງຫລາຍ​ອີກ.

Professor: Exactly. Now let’s find out if Patty has a job. ​ຖືກຕ້ອງ. ບັດ​ນີ້​ໄປ​ຟັງ​ເບິ່ງວ່າ ​ແພ​ຕຕີ້​ມີ​ວຽກ​ເຮັດ​ບໍ່?

MC: ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ຕໍ່ ຫລັງ​ຈາກ​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄໍາ​ແປ:

Patty: What do you do for your part-time job? ວຽກ​ເຄິ່ງ​ເວລາ​ນອກ​ໂມງ​ຮຽນຂອງ​ເຈົ້າ ​ແມ່ນວຽກ​ຫຍັງ?

Eric: I work at a restaurant bartending and serving food. ຂ້ອຍ​ເຮັດ​ວຽກ​ຢູ່​ຮ້ານອາຫານ ​ປຸງ​ເຫລົ້າ​ກັບ​ເສີ​ບອາຫານ.

Patty: Oh cool! How do you like it? ​ໂອ້ ດີ​ເນາະ! ​ເຈົ້າ​ມັກ​ບໍ່ ວຽກ​ນີ້?

Eric: I love it because all my hours are at night, so I can save my days for class and studying. ຂ້ອຍ​ມັກ​ຫລາຍ ​ເພາະວ່າ​ຂ້ອຍ​ໄດ້​ເຮັດວຽກ​ຕອນ​ກາງ ຄືນ ​ເຮັດ​ໃຫ້​ຂ້ອຍ​ສາມາດ​ຈົ່ງ​ເວລາ​ກາງ​ເວັນ ​ໄວ້​ໄປ​ຫ້ອງ​ຮຽນ​ແລະ​ຮຽນ​ໜັງສື.

Patty: That’s very convenient. Do you make a lot of money? ສະດວກ​ດີ​ເນາະ. ​ເຈົ້າເຮັດ​ວຽກ ​ໄດ້​ເງິນ​ຫລາຍ​ບໍ່?

Eric: Yeah, the tips are great and I meet a lot of fun people. ​ເອີ ​ໄດ້​ຫລາຍ​ຢູ່. ​ເງິນ​ທິປ ດີ​ຫລາຍ ​ແລະ​ຂ້ອຍ​ກໍ​ໄດ້ພົບ​ກັບ​ຜູ້ຄົນ​ທີ່​ສະໜຸກ ຈໍານວນ​ຫລວງຫລາຍ.

Eric: What about you? Do you have a part-time job?

Patty: No, I got a scholarship, so I don’t have to worry about working.

Eric: That’s great. Does your scholarship pay for everything, including classes, housing and food?

Patty: That’s right, thanks to my good grades in high school I got a full ride.

MC: Oh, Patty doesn’t have to work because she has a “scholarship” ​ໂອ້ ​ແພ​ຕຕີ້ບໍ່​ຈໍາ​ເປັນ​ຕ້ອງ​ໄດ້​ເຮັດ​ວຽກ ​ເພາະ​ວ່າ​ລາວ​ໄດ້​ທຶນ​ການ​ສຶກສາ. “scholarship” ​ແປ​ວ່າ ທຶນ​ສຶກສາ. But professor, I don’t understand what a “full ride” is. ​ແຕ່​ອາຈານ ຂະ​ນ້ອຍ​ບໍ່ເຂົ້າໃຈ​ວ່າ ຄໍາ​ວ່າ “full ride” ​ແປ​ວ່າ​ຫຍັງ? We’re not talking about a car ride at all. ​ພວກ​ເຮົາ​ບໍ່​ໄດ້​ເວົ້າ​ກັນ​ເລື້ອງ​ຂີ່​ລົດ​ເລີຍ.

Professor: Some scholarships only pay for part of college. But if your scholarship pays for everything, you can say it’s a “full ride” scholarship. ທຶນ​ສຶກສາ​ບາງ​ທຶນ ຈ່າຍ​ຄ່າ​ມະຫາວິ​ທະຍາ​ໄລ​ໃຫ້​ເປັນ​ບາງ​ສ່ວນ​ເທົ່າ​ນັ້ນ. ​ແຕ່​ວ່າ ຖ້າ​ທຶນ​ການ​ສຶກສາ​ຂອງ​ເຈົ້າ ຈ່າຍໃຫ້​ໝົດ​ທຸກ​ຢ່າງ ​ເຈົ້າ​ກໍ​ເວົ້າ​ໄດ້​ວ່າ ມັນ​ເປັນ a "full ride".

MC: Oh…so a "full ride" is a full scholarship. A “full ride” ​ແປ​ວ່າ ທຶນ​ສຶກສາ​ເຕັມ​ ທີ່​ຈ່າຍ​ໃຫ້​ໝົດ​ທຸກ​ຢ່າງ. Patty must be very smart to get a full scholarship. ​ແພ​ຕຕີ້​ຄົງ​ຈະສະຫລາດ​ແລະ​ຮຽນ​ເກ່ງ​ຫລາຍ​ເນາະ ທີ່​ໄດ້ທຶນ​ສຶກສາ​ເຕັມ​ແບບ​ນັ້ນ.

Professor: Yes, she said she got good grades in high school. ​ແມ່ນ​ແລ້ວ. ລາວ​ເວົ້າ​ວ່າ ລາວ​ໄດ້​ຄະ​ແນນ​ດີ​ຫລາຍ ຕອນ​ຢູ່​ມັດທະ​ຍົມ.

MC: ​ໄປ​ຟັງ​ຄໍາ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້ ​ແລ້ວ​ຟັງ​ວ່າ​ເຂົາ​ເຈົ້າ​ລົມ​ຫຍັງ​ກັນ​ຕໍ່.

Eric: What about you? Do you have a part-time job? ​ແລ້ວ​ເຈົ້າ​ເດ້ ​ເຈົ້າ​ມີ​ວຽກ​ເຄິ່ງ​ເວ​ລາ​ເຮັດ​ບໍ່?

Patty: No, I got a scholarship, so I don’t have to worry about working. ບໍ່ ຂ້ອຍ​ໄດ້​ທຶນ​ສຶກສາ ສະ​ນັ້ນ ຂ້ອຍ​ກໍ​ເລີຍ​ບໍ່​ຈໍາ​ເປັນ​ຕ້ອງ​ໄດ້​ເປັນ​ຫ່ວງ​ນໍາ​ການເຮັດ​ວຽກ.

Eric: That’s great. Does your scholarship pay for everything, including classes, housing and food? ​ດີ​ຫລາຍ​ແລ້ວ​ເດ້. ທຶນ​ສຶກສາ​ຂອງ​ເຈົ້າ ຈ່າຍ​ໃຫ້​ໝົດ​ທຸກ​ຢ່າງ​ບໍ່ ​ໂຮມ​ທັງ​ຫ້ອງ​ຮຽນ ບ່ອນຢູ່ ​ແລະ​ອາຫານ​ນໍາວະ?

Patty: That’s right, thanks to my good grades in high school I got a full ride. ​ແມ່ນ​ແລ້ວ ຍ້ອນ​ຂ້ອຍ​ໄດ້​ຄະ​ແນນ​ດີ​ຫລາຍ​ຢູ່​ມັດທະຍົມ ຂ້ອຍ​ກໍເລີຍ​ໄດ້​ທຶນ​ສຶກສາ​ເຕັມ.

Eric: Wow, I wish I had studied harder in high school so that I got a scholarship.

Patty: Well, there is one big problem. Since the scholarship pays for my meals, I have to eat the food in this dorm.

Eric: Oh right, the cafeteria food is terrible. But whenever you want a good meal, come to the restaurant I work at and you can eat for free.

Patty: Believe me, that is an offer that I will not refuse.

MC: It sounds like the food in the “cafeteria” isn’t very good. ຟັງ​ເບິ່ງ​ແລ້ວ ຄື​ວ່າ ອາຫານ​ຢູ່​ຫ້ອງ​ອາຫານ​ຂອງ​ມະຫາວິທະຍາ​ໄລ ຄົງ​ຈະ​ບໍ່​ແຊບ​ປານໃດ​ເນາະ. Professor, what is it like living in a “dorm” on a US college campus? ​ແລ້​ວຊີວິດ​ຢູ່​ໃນ​ຫໍ​ພັກຂອງ​ມະຫາ​ວິທະຍາ​ໄລ​ໃນ​ສະຫະລັດ​ເດ້ ​ເປັນ​ແນວໃດ ອາຈານ?

Professor: Tune in next time to learn more about it. ຕິດຕາມບົດຮຽນ​ຕໍ່​ໄປ ​ເພື່ອ​ຈະ​ໄດ້​ຮຽນ​ຮູ້​ຕື່​ມອີກ.

MC: ອ້າວ ໝົດ​ເວລາ​ແລ້ວ​ວະ? ຄັນ​ຊັ້ນ ກະ​ໄປ​ຟັງ ​ເອຣິກກັບ​ແພ​ຕຕີ້​ລົມ​ກັນ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄໍາ​ແປ.

Eric: Wow, I wish I had studied harder in high school so that I got a scholarship. ວ້າວ ​ເສຍດາຍ​ເດ້ ທີ່ຂ້ອຍບໍ່​ໄດ້​ຮຽນ​ໜັກ​ກ່ວາ​ນີ້ຕອນ​ຢູ່​ມັດທະຍົມ. ຄັນ​ຊັ້ນ ຂ້ອຍ​ກໍຄົງ​ໄດ້​ທຶນ​ການ​ສຶກສາ.

Patty: Well, there is one big problem. Since the scholarship pays for my meals, I have to eat the food in this dorm. ​ແຕ່​ວ່າ ມັນ​ມີ​ບັນຫາ​ໃຫຍ່​ຢູ່​ຢ່າງ​ນຶ່ງ. ​ເນື່ອງ​ຈາກ​ວ່າທຶນ​ການ​ສຶກສາ​ຈ່າຍ​ຄ່າ​ອາຫານ​ໃຫ້ ຂ້ອຍ​ກໍ​ເລີຍ​ຕ້ອງ​ໄດ້​ກິນເຂົ້າຢູ່​ຫໍ​ພັກ.

Eric: Oh right, the cafeteria food is terrible. But whenever you want a good meal, come to the restaurant I work at and you can eat for free. ​ໂອ ​ແມ່​ນ​ແລ້ວ ອາຫານ​ຢູ່​ຫ້ອງ​ອາຫານ​ຂອງ​ຫໍ​ພັກ ຂີ້ຮ້າຍ​ຫລາຍ. ​ແຕ່​ວ່າ ​ເອົາ​ຈັ່ງ​ຊີ້ ​ເວລາໃດເຈົ້າ​ຢາກກິນເຂົ້າ​ແຊບໆ ​ໄປ​ຮ້ານ​ອາຫານ​ທີ່​ຂ້ອຍ​ເຮັດ​ວຽກ​ຢູ່ ​ແລ້ວ​ຂ້ອຍ​ຈະ​ໃຫ້​ກິ​ນ ຟີ​ດອກ.

Patty: Believe me, that is an offer that I will not refuse. ​ເຊື່ອ​ບໍ່ ນັ້ນ​ແມ່ນ​ຂໍ້​ສະ​ເໜີ​ທີ່​ຂ້ອຍ​ຈະ​ບໍ່​ປະຕິເສດ​ເລີຍ.

Closing:

ດາຣາ: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ທີ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະ​ລັດ​ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG