ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບົດຮຽນພາສາອັງກິດ GoEnglish.Me: Taking a Flight, Pt. 1


LESSON: Taking a Flight – 1 - Beginner

ລິງໂດຍກົງ

MC: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍ ການຮຽນພາສາອັງກິດ GoEnglish.Me ຂອງວີໂອເອ ພາກ ພາສາລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ. ​ມື້ນີ້ ເຮົາ​ຈະ​ພາ​ທ່ານ​ຮຽນບົດຮຽນ Taking a Flight ຊຶ່ງ Winnie ຫລື Winnifred ຜູ້ດໍາເນີນລາຍການ ກັບ Professor Bowman ອາຈານຄົນ​ອາ​ເມຣິກັນຂອງນາງ
ຈະພາທ່ານຕິດຕາມໄປກັບ Todd ທີ່ກຳລັງ ຈະເດີນທາງ ກັບຄືນເມືອຢາມ ບ້ານຊື່ງ
ທ່ານຈະໄດ້ຮຽນຮູ້ວ່າ ການເດີນທາງຢູ່ ສະໜາມບິນໃນສະຫະລັດນັ້ນ ມັນວຸ້ນວາຍ ສ່ຳໃດ.

Music up…and under…..

MC: Today we’re going to learn some beginner words for talking about taking a flight. Todd is a student studying in Los Angeles, and today he is at a travel agent buying a plane ticket back home to Alaska to see his family for Christmas.

ມື້ນີ້ ເຮົາຈະພາທ່ານຮຽນບາງຄຳສັບແລະສຳນວນ ທີ່ໃຊ້ ເວລາເວົ້າກ່ຽວກັບການເດີນທາງ ທາງເຮືອບິນ ໂດຍຈະພາທ່ານຕິດຕາມໄປກັບ Todd ທີ່ເປັນນັກສຶກສາ ຢູ່ນະຄອນ ລອສ ແອນຈີແລສ ລັດແຄລິຟໍເນຍ. ​ໃນ​ບົດຮຽນ​ນີ້ ​ທ່ານຈະ​ໄດ້​ຮຽນ​ຮູ້​ວ່າ​ ການ​ເດີນທາ​ງທາງ​ອາ ກາດຢູ່​ໃນ​ສະຫະລັດ​ເປັນ​ແນວ​ໃດ ​ເລີ້ມ​ຕັ້ງ​ແຕ່​ການ​ຊື້​ປີ້​ເຮືອບິນ​ເລີຍ. ທອດໄປຍັງບໍລິສັດ ຂາຍປີ້ເຮືອບິນ ເພື່ອຈະຊື້ປີ້ເຮືອບິນເມືອບ້ານຂອງລາວ ທີ່ລັດ ອາລັສກາ ເພື່ອຢ້ຽມຢາມ ຄອບຄົວ ໃນຍາມເທດສະການຄຣິສມັສ. ​

P: Do you visit your parents on the holiday, Winnie? ເຈົ້າ​ເມືອ​ຢາມ​ພໍ່​ແມ່ ຂອງ​ເຈົ້າ ​ໃນຍາ​ມບຸນ​ຮອລລິ​ເດ ເດືອນ​ທັນ​ວາ​ບໍ່ ວິນ​ນີ?

MC: Of course, Professor, I’m a good daughter. ແນ່ນອນ ອາຈານ ຂະນ້ອຍ​ເປັນລູກ​ສາວ​ທີ່​ດີ. But if they expected me to freeze to death every winter in Alaska … ​ແຕ່​ວ່າ ຖ້າເຂົາ​ເຈົ້າຄາດໝາຍ​ໃຫ້ ຂະ​ນ້ອຍ​ຄືນ​ເມືອ​ຢາມ ​ແລ້ວ​ໜາວຕາຍ​ຢູ່​ອາລັສກາ ທຸກໆ​ລະດູ​ໜາວ​ແລ້ວ ຂະ​ນ້ອຍກໍ​ຄົງຈະ​ຕ້ອງ​ໄດ້​ຊອກ​ຫາ​ ພໍ່​ແມ່​ຄົນ​ອື່ນ ຢູ່​ບ່ອນທີ່ມີ ​ອາກາດ​ຮ້ອນ​ກ່ວາ ຮັບ​ຂະ​ນ້ອຍ​ເປັນ​ລູກລ້ຽງ I would probably have to find some other parents in a warmer climate to adopt me.

ໄປ​ຟັງ​ທອດ ​ລົມ​ກັບ​ຄົນຂາຍ​ປີ້​ເຮືອບິນ​ກັນ.

Agent: Good afternoon sir, may I help you?

Todd: Yes, I need to buy a ticket from Los Angeles to the capitol of Alaska.

Agent: Alright, when would you like to leave?

Todd: I would like to leave December 24th and return January 3rd.

MC: Hmmm… Christmas is on December 25th. If Todd leaves on the 24th, will he arrive on time? ຄຣິສມັສ​ແມ່ນວັນ​ທີ 25 ທັນວາ ຖ້າ​ທອດ​ບິນ​ໄປ​ໃນ​ວັນ​ທີ 24 ລາວ​ກໍ​ຈະເມືອ​ທັນ​ວະ? ​And if his flight gets delayed for some reason, ຖ້າ​ຫາກ​ຖ້ຽວ​ບິນ​ຂອງ​ລາວ​ໄປ​ຊ້າ​ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງ ຍ້ອນ​ເຫດຜົນ​ໃດ​ນຶ່ງ Santa Claus ກໍອາດຈະບໍ່ຮູ້​ວ່າ ຈະໄປຊອກຫາລາວຢູ່ໃສ ໃນຄືນກ່ອນວັນຄຣິສມັສ. Santa Claus might not know where to find him on Christmas Eve.

P: Well if Todd’s flight is delayed, maybe he could ask Santa Claus for a ride home. ເອີ ຖ້າຖ້ຽວບິນຂອງລາວໄປຊ້າ ຢູ່ບ່ອນໃດບ່ອນນຶ່ງ ບາງທີລາວອາດສາມາດ ຂໍໃຫ້ Santa Claus ເມືອສົ່ງລາວກໍໄດ້.

MC: Good thinking. ເປັນແນວຄິດທີ່ດີໄດ໋ເນາະ ແຕ່ຢ່າງນ້ອຍ ລາວກໍຈະກັບຄືນ​ເມືອ ບ້ານໃນວັນທີ 3 ມັງກອນ At least he’s flying home on January 3rd. That should give him a day to recover from the New Year’s eve party. ລາວກໍຄວນ ຈະມີເວລານຶ່ງມື້ ໃນການຊ່ວງຫາຍ ຈາກການສະຫລອງຕ້ອນຮັບ ປີໃໝ່ ໃນຄືນຂຶ້ນ ປີໃໝ່ສາກົນ.

ໄປຟັງຄຳແປຂອງບົດສົນທະນາມື້ກີ້ ແລະຟັງເຂົາເຈົ້າຖາມກັນຕໍ່:

Agent: Good afternoon sir, may I help you? ສະບາຍດີຕອນບ່າຍ. ໃຫ້ຂ້ອຍຊ່ວຍຫຍັງເຈົ້າບໍ່?

Todd: Yes, I need to buy a ticket from Los Angeles to the capitol of Alaska.

ເຈົ້າ ຂ້ອຍຕ້ອງການຊື້ປີ້ເຮືອບິນ ຈາກລອສ ແອນຈີແລສ ໄປຫາ ເມືອງຫລວງຂອງລັດ ອາລັສກາ.

Agent: Alright, when would you like to leave? ເຈົ້າຢາກເດີນທາງມື້ໃດເນາະ?

Todd: I would like to leave December 24th and return January 3rd.

ຂ້ອຍຢາກອອກເດີນທາງ ວັນທີ 24 ທັນວາ ແລະກັບມາ ວັນທີ 3 ມັງກອນ.

Agent: Do you want a direct flight?

Todd: Yes, I want to fly non-stop.

Agent: Alright, the cheapest direct flight is $500 dollars.

Todd: Are there any cheaper flights?

Agent: Yes, there is a connecting flight with one layover for $400.

P: Winnie, do you know what a layover is? ວິນນີ ເຈົ້າຮູ້ບໍ່ວ່າ ຄຳສັບ layover ​ ແປ​ວ່າ​ຫຍັງ?

MC: Yes, when you aren’t taking a “direct” or “non-stop” flight, you have to transfer planes in a third city. ຮູ້ ​ເວລາ​ເຮົາ​ບໍ່​ເດີນທາງ​ດ້ວຍ​ຖ້ຽວ​ບິນ ​ໂດຍ​ກົງ ຫລື ບໍ່​ຢຸດ ​ເຮົາ​ກໍ​ຕ້ອງ​ໄດ້​ໄປ​ປ່ຽນຍົນ ຢູ່​ເມືອງ​ທີ​ສາມ. That middle stop is called your “layover.” ການ​ຢຸດ​ແວ່ປ່ຽນ​ຍົນ​ກາງ​ທາງນັ້ນ​ແຫລະ ​ເອີ້ນ​ວ່າ layover ​ l-a-y-o-v-e-r ​.

Professor: Yes. For example, I had a 3-hour layover in Chicago when I flew to New York. ແມ່ນ​ແລ້ວ. ​ໂຕ​ຢ່າງ ປະ​ໂຫຍ​ກນີ້ I had a 3-hour layover in Chicago when I flew to New York. ຂ້ອຍ​ໄດ້​ຢຸດ​ແວ່ສາມ​ຊົ່ວ​ໂມງ ຢູ່ Chicago ຕອນ​ຂ້ອຍ​ບິນ​ໄປ New York. ​

MC: ​ໂອ.. ​ໄປຟັງ​ຄຳແປ​ຂອງ​ບົດ​ສົນທະນາ​ມື້​ກີ້ ​ແລ້ວ​ຟັງ​ຕໍ່​ວ່າ ທອດ​ຈະ​ເລືອກ​ເອົາ flight ຫລື​ຖ້ຽວ​ບີນ​ແບບໃດ. ​

Agent: Do you want a direct flight? ເຈົ້າ​ຕ້ອງການ​ຖ້ຽວ​ບິນ​ໂດຍ​ກົງ​ບໍ?

Todd: Yes, I want to fly non-stop. ​ເຈົ້າ ຂ້ອບຢາກ​ບິນ​ແບບ​ບໍ່​ຢຸດ​ເລີຍ. ​

Agent: Alright, the cheapest direct flight is $500 dollars. ໂອ​ເຄ ລາຄາ​ຖ້ຽວ​ບິນ​ໂດຍ​ກົງ ທີ່​ຖືກ​ທີ່​ສຸດ ​ແມ່ນ 500 ດອລລ່າ.

Todd: Are there any cheaper flights? ມີ​ຖ້ຽວ​ບິນ​ຖືກ​ກວ່າ​ຫັ້ນ​ບໍ່?

Agent: Yes, there is a connecting flight with one layover for $400. ເຈົ້າມີ. ມີ​ຖ້ຽວ​ນຶ່ງ​ທີ່​ຕ້ອງ​ຕໍ່ຍົນ ຢຸດ​ແວ່​ບ່ອນ​ນຶ່ງ ລາຄາ 400 ດອລລ່າ.

Todd: Well, I’ll take the direct flight.

Agent: Where would you like to sit?

Todd: Is there an aisle seat available?

Agent: No, there is only a window seat.

Todd: Alright, I’ll take the window seat.

P: Winnie, do you like sitting in the window seat or the aisle seat? ວິນ​ນີ ​ເຈົ້າ​ມັກ​ນັ່ງຕັ່ງ​ຂ້າງ​ປ່ອງອ້ຽມ ຫລື​ວ່າ ຂ້າງ​ທາງ​ຍ່າງ?

MC: “window seat” ຕັ່ງ​ຂ້າງ​ປ່ອງອ້ຽມ ຫລື​ວ່າ ຂ້າງ​ທາງ​ຍ່າງ “aisle seat.” ກໍ​ໄດ້ ຕາບ​ໃດ​ທີ່​ບໍ່​ມີ​ເດັກນ້ອນຮ້ອ​ງ​ໄຫ້​ດັງໆຢູ່​ໃກ້ໆ ​ As long as there aren’t any screaming babies near me.

P: Yes, I really hate it when there is a crying baby near me on a plane. I can never fall asleep. ແມ່ນ​ເນາະ ຂ້ອຍ​ຊັງ​ຫລາຍ​ແທ້ໆເວລາ​ມີ​ເດັກ​ນ້ອຍ​ຮ້ອງ​ໄຫ້ ​ຢູ່​ໃກ້ໆ​ຂ້ອຍ​ເທິງ​ເຮືອບິນ. ຂ້ອຍ​ນອນ​ບໍ່ຫລັບ​ຈັກ​ເທື່ອ.

MC: Oh, I don’t have any problem falling asleep even if there is a screaming baby. ຂະ​ນ້ອຍ​ບໍ່​ມີ​ບັນຫາ​ໃດໆ ​ເລື້ອງ​ນອນ​ບໍ່​ຫລັບ ​ເຖິງ​ແມ່ນ​ມີ​ເດັກນ້ອຍ​ຮ້ອງ​ໄຫ້​ຢູ່​ໃກ້ໆ​ກໍ​ຕາມ The problem is just that I have to spend a lot more money on cocktails. ບັນຫາ​ກໍ​ຄື​ວ່າ ຂະ​ນ້ອຍ​ຕ້ອງ​ໄດ້​ຈ່າຍ​ເງິນ​ຕື່ມ​ອີກ ​ເພື່ອ ຊື້​ເຫລົ້າ ຄອກ​ເທ​ລ ມາ​ກິ​ນ​ໃຫ້​ຫລັບ.

ເອົາ ​ໄປ​ຟັງ​ທອດ​ລົມ​ກັບ​ຄົນຂາຍ​ປີ້​ຍົນ​ຕໍ່ ພ້ອມ​ກັບຄຳແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ນີ້:

Todd: Well, I’ll take the direct flight. ​ເອີ ຂ້ອຍ​ເອົາ​ຖ້ຽວ​ບິນ​ໂດຍ​ກົງ. ​

Agent: Where would you like to sit? ເຈົ້າ​ຢາກ​ນັ່ງ​ຢູ່​ບ່ອນ​ໃດ?

Todd: Is there an aisle seat available? ມີ​ບ່ອນ​ນັ່ງ​ຂ້າງ​ທາງ​ຍ່າງ​ບໍ່?

Agent: No, there is only a window seat. ບໍ່ ​ມີ​ແຕ່ບ່ອນ​ນັ່ງ​ຂ້າງ​ປ່ອງອ້ຽມບ່ອນ​ນຶ່ງ.

Todd: Alright, I’ll take the window seat. ໂອ​ເຄ ຊັ້ນ​ຂ້ອຍ​ກະ​ເອົາ​ບ່ອນ​ນັ່ງຂ້າງ​ປ່ອງອ້ຽມ​ບ່ອນນັ້ນ. ​

Agent: Would you like to fly first class?

Todd: How much does a first class ticket cost?

Agent: A first-class ticket is $3,000.

Todd: Um … I think I’ll just fly in the economy class.

MC: ເວລາ​ຊື້​ປີ້​ເຮືອບິນ ຄົນຂາຍ​ຈະ​ຖາມ​ທ່ານ​ວ່າ ທ່ານ​ຢາກ​ໄດ້ຊັ້ນປະ​ຫຍັດ ຫລື​ທີ່​ພາສາ​ອັງ​ກິດ​ເອີ້ນ​ວ່າ ຊັ້ນ​ເສ​ດຖະກິດ “Economy class” ຫລື​ຊັ້ນ​ທຸລະ​ກິດ “Business class” ຫລື​ຊັ້ນ​ທີ​ນຶ່ງ “First class.” “Economy class” is so uncomfortable! ຊັ້ນປະ​ຫຍັດ ນັ່ງ​ບໍ່​ສະບາຍ​ທີ່​ສຸດ! ມັນ​ແມ່ນ​ຄວາມ​ຝັນ​ຂອງ​ຂ້ອຍ ທີ່​ຢາກ​ຈະ​ນັ່ງ​ຊັ້ນ​ທີ​ນຶ່ງ​ຈັກ​ເທື່ອນຶ່ງ It’s my dream to fly “first class.” Maybe one day when I’m rich and famous I’ll finally achieve my dream. ບາງທີມື້​ໃດ​ມື້​ນຶ່ງ ຕອນ​ຂ້ອຍ​ຮັ່ງມີ ແລະ​ມີ​ຊື່​ສຽງ ຂ້ອຍ​ກໍ​ຄົງ​ຈະ​ໄດ້​ບັນລຸ​ຄວາມ​ຝັນ​ຂອງ​ຂ້ອຍ ​ໃນ​ທີ່​ສຸດ. ​

P: Well, there is another way to reach your dream. You could earn frequent flyer miles.

ເອີ ມີ​ທາງ​ນຶ່ງ​ທີ່​ຈະ​ໄປ​ໃຫ້​ເຖິງ​ຄວາມ​ຝັນ​ຂອງ​ເຈົ້າ​ໄດ້. ​ເຈົ້າ​ສາມາດ ສະ​ສົມ frequent flyer miles. ໄດ້. ​

MC: “Frequent flyer miles”? ໂອ ທີ່​ເຮົາ​ຕ້ອງ​ຈົດ​ຊື່​ເຂົ້າ​ນຳສາຍ​ການບິນ ​ແລ້ວ​ເວລາ​ໃດ​ທີ່​ເຮົາ​ຂີ່​ເຮືອບິນ ເຂົາ​ເຈົ້າ​ອີກ ​ເຮົາ​ກໍ​ຈະ​ໄດ້ mileage ຫລື​ໄລຍະ​ທາງ​ທີ່​ເຮົາ​ຂີ່​ເຮືອບິນ ​ແລ້ວ​ເຮົາ​ໄປ​ປ່ຽນ​ເອົາ​ປີ້​ຟີ​ໄດ້ ​ you can exchange for free tickets ຫລື​ຍົກ​ລະດັບ​ຊັ້ນ or upgrade your seat, right?

P: Yes. You know, sometimes people also call economy class coach. ແມ່ນ​ແລ້ວ. ​ເຈົ້າ​ຮູ້​ບໍ່ ບາ​ງເທື່ອ ​ເຂົາ​ເຈົ້າ​ກໍ​ຮ້ອງຊັ້ນ​ປະ​ຫຍັດ economy class ວ່າ coach?

MC: Oh, “economy class” and “coach” are the same thing. ຊັ້ນ​ economy ກັບ coach ແມ່ນ​ອັນດຽວ​ກັນ ​ Honestly, I don’t think either of those are appropriate names. They should call it “sardine can.” ເວົ້າ​ກົງໆ​ເຖາະ ຂະ​ນ້ອຍ​ບໍ່​ຄິດ​ວ່າ ​ແຕ່​ລະ​ຊື່​ນັ້ນ ມັນ​ເໝາະ​ສົມ​ເລີຍ. ​ເຂົາ​ເຈົ້າຄວນ​ເອີ້ນ​ມັນ​ວ່າ ຊັ້ນ​ປາກະປ໋ອງ ຫລື “sardine can.” ຫລາຍ​ກ່ວາ. ວ່າ​ແຕ່​ວ່າ ທອດ​ເລືອກ​ຂີ່​ຊັ້ນ​ໃດ​ລ່ະ. ​ໄປ​ຟັງ​ຄຳແປ ​ແລະ​ຟັງ​ວ່າ ລາວ​ມີ​ຄຳຖາມ​ຫຍັງ​ຕໍ່: ​

Agent: Would you like to fly first class? ເຈົ້າ​ຢາກ​ຂີ່ ຊັ້ນ​ທີ​ນຶ່ງ​ບໍ່?

Todd: How much does a first class ticket cost? ລາຄາ​ປີ້​ຊັ້ນ​ທີ​ນຶ່ງ ​ເທົ່າ​ໃດ?

Agent: A first-class ticket is $3,000. ປີ້​ຊັ້ນ​ທີ​ນຶ່ງ ລາຄາ 3.000 ດອລລ່າ.

Todd: Um … I think I’ll just fly in the economy class. ອື່ມ...ຂ້ອຍ​ຄິດ​ວ່າ ຂ້ອຍ​ຈະ​ຂີ່​ຊັ້ນ​ປະ​ຫຍັດ​ຊະ.

Todd: What if I need to cancel my trip for some reason? Can I get a refund?

Agent: You can get a refund if you cancel your trip one day before you leave.

Todd: What if I need to cancel my trip at the last minute?

Agent: In that case, the tickets are non-refundable.

MC: Todd is asking the agent about their “refund” policy. ທອດ​ຖາມ​ຄົນ​ຂາຍ​ປີ້​ເຮືອບິນ ກ່ຽວ​ກັບ​ນະ​ໂຍບາຍ ສົ່ງ​ເງິນ​ຄືນ​ຂອງ​ເຂົາ​ເຈົ້າ. ລາວ​ຄົງ​ຈະ​ລັງ​ເລ​ໃຈຕິ​ເນາະ ກ່ຽວ​ກັບ​ການ​ເດີນທາງ​ໄປ​ອາລັສກາ He is probably having second thoughts about making the trip to Alaska. ​But Professor what does it mean to do something “at the last minute.”? ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ ອາ​ຈານ to do something “at the last minute.”?

P: If you did something as late as possible, you can say you did it at the last minute. For example, I wasn’t going to give any homework at the end of class, but then I changed my mind at the last minute. ຖ້າ​ເຈົ້າ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ຊ້າ​ທີ່​ສຸດເທົ່າ​ທີ່​ຈະ​ຊ້າ​ໄດ້ ​ເຈົ້າ​ກໍ​ເວົ້າ​ໄດ້​ວ່າເຈົ້າ​ເຮັດ​ມັນ​ໃນ​ນາ​ທີ​ສຸດ​ທ້າຍ. ​ໂຕ​ຢ່າງປະໂຫ​ຍກ ນີ້: I wasn’t going to give any homework at the end of class, but then I changed my mind at the last minute. ຂ້ອຍ​ຄິດ​ວ່າ ຈະ​ບໍ່​ໃຫ້ການ​ບ້ານ​ ​ໃນ​ຕອນ​ທ້າຍ​ຂອງ​ຊົ່ວ​ໂມງ​ຮຽນ ​ແຕ່​ບາດ​ແລ້ວ ຂ້ອຍ​ປ່ຽນ​ໃຈ​ໃນ​ນາທີ​ສຸດ​ທ້າຍ. ​

MC: ໂອ ຂະ​ນ້ອຍ​ຫວັງ​ວ່າ ມັນ​ເປັນ​ປະ​ໂຫຍ​ກ​ໂຕ​ຢ່າງ​ຊື່ໆ​ເດີ້! I hope this is just an example sentence! ເອີ ​ແລ້ວ​ທາງ​ບໍລິສັດ​ຂາຍ​ປີ້​ຍົນ ມີ​ນະ​ໂຍບາຍ​ສົ່ງ​ເງິນ​ຄືນ​ແນວ​ໃດ. ​ ໄປ​ຟັງກາ​ນສົນທະນາ​ຂອງ​ເຂົາ​ເຈົ້າ ພ້ອມ​ກັບ​ຄຳແປ: ​

Todd: What if I need to cancel my trip for some reason? Can I get a refund? ເອີ ຖ້າ​ຂ້ອຍ​ຕ້ອງການ​ຍົກ​ເລີກ​ການ​ເດີນທາງ​ຂອງ​ຂ້ອຍ ຍ້ອນ​ເຫດຜົນ​ໃດ​ນຶ່ງ ຂ້ອຍ​ຈະ​ໄດ້​ເງິນ​ຄືນ​ບໍ່? ​

Agent: You can get a refund if you cancel your trip one day before you leave. ເຈົ້າ​ຈະ​ໄດ້ເງິນ​ຄືນ ຖ້າ​ເຈົ້າລົບ​ລ້າງການ​ເດີນທາງ ນຶ່ງ​ມື້ກ່ອນ​ອອກ​ເດີນທາງ. ​

Todd: What if I need to cancel my trip at the last minute? ຖ້າ​ຂ້ອຍຈຳເປັນ
ຕ້ອງ​ ລົບ​ລ້າງການ​ເດີນທາງ​ຂອງ​ຂ້ອຍ ​ໃນ​ນາ​ທີສຸດ​ທ້າຍ​ເດ້? ​

Agent: In that case, the tickets are non-refundable. ໃນ​ກໍລະນີ​ນັ້ນ ປີ້​ຍົນ​ທີ່​ຊື້ ກໍ​ແມ່ນສົ່ງ​ຄືນ​ບໍ່​ໄດ້.

MC: So the tickets are non-refundable if Todd cancels his trip at the last minute ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ທອດ​ຈະ​ບໍ່​ໄດ້​ເງິນ​ຄືນ ຖ້າ​ລາວ​ລົບ​ລ້າງການ​ເດີນທາງ​ໃນ​ນາທີ​ສຸດ​ທ້າຍ.

Music up…and under…..

MC: ທ່ານ​ນັກ​ສຶກສາ​ທີ່​ເຄົາລົບ ​ເຮົາ​ຍົງ​ມີ​ເວລາເຫລືອ​ຢູ່​ໜ້ອຍ​ນຶ່ງ ສະ​ນັ້ນ ຂ້າພະ​ເຈົ້າຂໍ​ແຖມ​ບົດຮຽນ English in a Minute ຫລື​ຮຽນ​ພາສາ​ອັງກິດ​ໃນ​ນຶ່ງ​ນາທີ ທີ່​ສອນ​ສຳນວນ​ພາສາ​ອັງ​ກິດ​ແບບ​ອາ​ເມຣິກັນ ທີ່​ໃຊ້​ກັນ​ເລື້ອຍໆ ຊຶ່ງ​ໃນ​ບົດ​ນີ້ ​ເຮົາ​ຈະ​ມາ​ລື້​ມຄືນສຳນວນ​“What’s up?” ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດຮຽນ Greeting Friends ເປັນຄຳຖາມ ທີ່ໃຊ້ຖາມ ໝູ່ເພື່ອນຫລືຄົນ ລື້ງເຄີຍວ່າ ເຂົາເຈົ້າເປັນແນວໃດ? ເຊີນທ່ານຕິດຕາມຟັງໄດ້ເລີຍ:

English in a Minute: What’s up?

Welcome to English in a Minute, where we teach you all about idioms in American English. ຂໍ​ຕ້ອນຮັບ​ເຂົ້າ​ສູ່​ລາຍການ ຮຽນ​ພາສາ​ອັງກິດ​ໃນ​ນຶ່ງ​ນາທີ ຊຶ່ງ​ເຮົາ​ຈະ​ສອນ​ທ່ານ​ທຸກ​ຢ່າງ ກ່ຽວ​ກັບ​ສຳນວນອັງກິດ​ ແບບອາ​ເມຣິກັນ.

Have you ever heard someone say…… ທ່ານເຄີຍໄດ້ຍິນຜູ້ໃດເວົ້າຄຳນີ້ບໍ່ What’s up? ​

Let’s take a look at this conversation: ໄປຟັງບົດສົນທະນາບົດນີ້ກັນ:

Hey, what’s up?

  • What’s up? How are you?
  • I’m doing fine. Thanks.

This phrase is a casual expression and is normally used when you’re talking to a friend, family, or colleague. ປະໂຫຍກນີ້ເປັນຄຳເວົ້າແບບກັນເອງ ແລະຕາມປົກກະຕິແລ້ວ ແມ່ນໃຊ້ກັບໝູ່ເພື່ອນ ຄອບຄົວ ແລະເພື່ອນຮ່ວມງານ.

You would not want to use it in a formal business situation. ທ່ານບໍ່ຄວນຈະໃຊ້ ຢູ່ໃນສະຖານະການທາງທຸລະກິດ ທີ່ເປັນທາງການ.

What’s up? is a greeting. It’s a different way of saying what’s happening?

ຄຳຖາມ What’s up? ແມ່ນເປັນຄຳຖາມສະບາຍດີ. ເປັນວິທີນຶ່ງອີກໃນການຖາມວ່າ ມີຫຍັງເກີດຂຶ້ນແດ່?

When you ask someone What’s up? in a conversation, it’s another way of saying hello, ask how things are going, how the person is feeling.

ເວລາທ່ານຖາມໃຜຜູ້ນຶ່ງວ່າ What’s up? ໃນການສົນທະນາກັນ ມັນກໍຄືກັນກັບຖາມ ສະບາຍດີເຂົາເຈົ້າ ຖາມເຂົາເຈົ້າວ່າເປັນແນວໃດ? ເຈົ້າຮູ້ສຶກແນວໃດ? ດັ່ງນີ້ເປັນຕົ້ນ.

It’s a common greeting used by just everybody in America! ມັນເປັນຄຳຖາມສະບາຍດີ ທີ່ເກືອບວ່າ ທຸກຄົນໃນອາເມຣິກາ ໃຊ້ກັນ!

And that’s English in a Minute.

XS
SM
MD
LG