ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບົດຮຽນ GoEnglish.Me: College, Part 3 - Advanced


ຕຶກ Kirkland House ໃນບໍລິເວນເດີ່ນ campus ຂອງ ມະຫາວິທະຍາໄລ Harvard ມະຫາວິທະຍາໄລອັນດັບນຶ່ງ ຂອງສະຫະລັດ ໃນເມືອງ Cambridge, ລັດ Massachusetts.Mark Zuckerberg ໄດ້ເລີ້ມກໍ່ຕັ້ງ ສື່ສັງຄົມ Facebook ຂອງລາວ ຂຶ້ນທີ່ຕຶກແຫ່ງນີ້ ໃນປີ 2004.
ຕຶກ Kirkland House ໃນບໍລິເວນເດີ່ນ campus ຂອງ ມະຫາວິທະຍາໄລ Harvard ມະຫາວິທະຍາໄລອັນດັບນຶ່ງ ຂອງສະຫະລັດ ໃນເມືອງ Cambridge, ລັດ Massachusetts.Mark Zuckerberg ໄດ້ເລີ້ມກໍ່ຕັ້ງ ສື່ສັງຄົມ Facebook ຂອງລາວ ຂຶ້ນທີ່ຕຶກແຫ່ງນີ້ ໃນປີ 2004.
ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ລາຍການ​ຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍຄໍາສັບ ​ແລະສໍານວນ​ຕ່າງໆ.

LESSON: College - 3 final

MC: ສະບາຍດີ ທ່ານນັກສຶກສາທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ. ບົດຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ College ຫລື​ ມະຫາ​ວິທະຍາ​ໄລ ຕອນສຸດທ້າຍ ຊຶ່ງທ່ານ
ຈະ​ໄດ້​ຍິນເພື່ອນ​ນັກ​ສຶກສາ​ສອງ​ຄົນ ລົ​ມສູ່​ກັນຟັງ​ ກ່ຽວ​ກັບ​ຊີວິດ​ນັກ​ສຶກສາ​ຂອງ​ເຂົາ​ເຈົ້າ.
ເຊີນ​ທ່ານ​ພົບ​ກັບສອງ​ຜູ້​ ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ເລີຍ ​
ເພື່ອ​ບໍ່​ໃຫ້​ເສຍ​ເວລາ.

MC: Today we’re going to learn some advanced words for talking about life at college. Eric and Patty are two friends talking about their lives on campus. Eric and Patty have just been talking about the clubs and activities they participate in outside of class. Now they’re going to talk about their living situations.

ມື້​ນີ້ ​ເຮົາ​ຈະ​ພາ​ທ່ານຮຽນ​ຄໍາ​ສັບ​ແລະ​ປະ​ໂຫຍ​ກທີ່​ຍາກໆ​ຂຶ້​ນ​ໄປ​ອີກ ສໍາລັບ​ໃຊ້​ໃນ​ການ​ສົນ ທະນາ ກ່ຽວ​ກັບ​ຊີວິດ​ຢູ່​ໃນ​ມະຫາວິທະຍາ​ໄລ​ອາ​ເມຣິກັນ ຊຶ່ງ​ເຮົາ​ຈະ​ພາ​ທ່ານ​ຕິດຕາມ​ໄປ​ຟັງ​ເພື່ອນ​ເກົ່າ​ບ້ານ​ດຽວ​ກັນ​ Eric ກັບ Patty ລົ​ມກັນ​ອີກ ກ່ຽວ​ກັບຊີວິດ​ໃນ​ຮົ້ວ​ມະ​ຫາ​ວິທະຍາ​ໄລຂອງ​ເຂົາ​ເຈົ້າ. ໃນ​ບົດຮຽນ​ແລ້ວ​ນີ້ ທັງສອງໄດ້​ໂອ້​ລົມ​ກັນ​ກ່ຽວ​ກັບສະມາຄົມ​ແລະ​ກິດຈະ​ກໍາ​ຕ່າງໆ ທີ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ປະກອບສ່ວນ ຢູ່​ນອກ​ຫ້ອງ​ຮຽນ. ​ໃນ​ບົດນີ້ ​ເຂົາ​ເຈົ້າ​ຈະ​ມາ​ລົມ​ກັນ ກ່ຽວ​ກັບ​ສະຖານະ​ການ​ດ້ານ​ການ​ຢູ່​ກິນ​ຂອງ​ເຂົາ​ເຈົ້າ. ​ໄປ​ຟັງ​ກັນ​ວ່າ ຄໍາ​ສັບ​ທໍາອິດຂອງ​ມື້​ນີ້
ທີ່ Professor Bowman ຈະ​ມາ​ອະທິບາຍ​ແມ່ນ​ຄໍາ​ໃດ?

Professor: Listen for the word “lousy,” which means “bad.” ໃຫ້​ຟັງ​ຄໍາ​ສັບ “lousy” ທີ່​ແປ​ວ່າ ບໍ່​ດີ ຫລື​ຂີ້ຮ້າຍ.

Eric: So Patty, are you planning on living on campus this year, or are you going to go for an apartment?

Patty: Well housing is included in my scholarship, so I have to live on campus. The food is lousy, but there are other things I like about it.

Eric: What are the good things about living in a college dorm?

Patty: There are lots of advantages to living in the dorms. For example, I
like studying and hanging out with my floormates. We all go out to parties together.

Eric: Wow, it sounds like the people in your dorm are pretty close.

Patty: Yeah, we really are. I love the dorms because you make friends
that last you all through college.

MC: Patty says she does not like the food at the dorms because it is lousy. ​
ແພຕຕີ້​ເວົ້າ​ວ່າ ລາວ​ບໍ່​ມັກ​ອາຫານ​ຢູ່​ຫໍ​ພັກ ​ເພາະວ່າ​ມັນ lousy l-o-u-s-y ຊຶ່ງ​ແປ​ວ່າ ບໍ່​ດີ
ບໍ່​ແຊບ ຫລື​ຂີ້ຮ້າຍ​ຫລາຍ. But it sounds like she enjoys the dorms because she
likes the people who live with her ​ແຕ່ ​ຟັງ​ເບິ່ງຄື​ວ່າ ​ແພ​ຕຕີ້​ມັກ​ອາ​ໄສ​ຢູ່​ໃນ​ຫໍພັກ
ເພາະວ່າ​ລາວ ມັກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ຫັ້ນ​ນໍາ​ກັນ. But Professor, is a floormate similar
to a roommate? ​ແຕ່​ວ່າ ອາຈານ ຄໍາ​ວ່າ floormate ມີຄວາມ​ໝາຍ​ຄ້າຍຄື​ກັບ
roommate ບໍ່?

Professor: That's right Winnie, a floormate is someone who lives on the same floor. ​ແມ່ນ​ແລ້ວ ວິນ​ນີ່. A floormate ກໍ​ຄື​ຜູ້​ທີ່​ອາ​ໄສ ຢູ່ຊັ້ນ​ດຽວ​ກັນ​ໃນ​ ຫໍ​ພັກ.

MC: That's right. ​ແມ່ນ​ໄດ໋​ເນາະ Roommate ​ແປ​ວ່າ ​ເພື່ອນນອນຫ້ອງດຽວ​ກັນ​ floormate ກໍຕ້ອງແປ​ວ່າ ​ເພື່ອນ​ຮ່ວມ​ຫໍ​ພັກ ທີ່​ຢູ່​ຊັ້ນ​ດຽວ​ກັນ. Well, it sounds like
Patty is really “close” with her “floormates” ​ເບິ່ງ​ຄື​ວ່າ ​ແພ​ຕຕີ້​ໃກ້ຊິດ​ຫລາຍ​ເນ​າະ
ກັບ​ເພື່ອ​ນຮ່ວມຊັ້ນ​ຫໍ​ພັກ​ຂອງ​ລາວ. They even go out to parties together ​ເຂົາ​ເຈົ້າ
ຮອດ​ອອກ​ໄປ​ຫລິ້ນ​ມ່ວນ​ສັງ​ສັນ​ນໍ​າກັນ. ​ແຕ່​ວ່າ ​ເອຣິກ​ພັກ​ຢູ່​ໃສ But where does Eric
live? ​ໄປຟັງ​ບົດ​ສົນທະນາ​ຂອງ​ເຂົາ​ເຈົ້າ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄໍາ​ແປ.

Eric: So Patty, are you planning on living on campus this year, or are you going to go for an apartment? ​ເອີ ​ແພ​ຕຕີ້ ​ເຈົ້າ​ວາງ​ແຜນ​ຈະ​ຢູ່​ໃນຫໍ​ພັກ​ ໃນ​ຮົ້ວມະຫາ
ວິທະຍາ​ໄລ ບໍ່​ປີ​ນີ້ ຫລື​ວ່າ​ຈະ​ຊອກ​ຢູ່​ອາພາດ​ທະ​ເມັນ?

Patty: Well housing is included in my scholarship, so I have to live on campus. The food is lousy, but there are other things I like about it. ​ໂອ
ບ່ອນຢູ່​ແມ່ນ​ຮວມຢູ່​ໃນ​ທຶນ​ການ​ສຶກສາ​ຂອງ​ຂ້ອຍ ສະ​ນັ້ນ ຂ້ອຍ​ກໍ​ຕ້ອງໄດ້​ຢູ່​ໃນມະຫາ
ວິທະຍາ​ໄລ. ອາຫານ​ຂີ້ຮ້າຍ​ຫລາຍ ​ແຕ່​ກໍ​ມີ​ສິ່ງ​ອື່ນໆ​ຫລາຍ​ຢ່າງ​ທີ່​ຂ້ອຍ​ມັກ.

Eric: What are the good things about living in a college dorm? ມີ​ຫຍັງ​ແດ່
ທີ່​ວ່າເປັນ​ສິ່ງ​ດີ​ໆ ກ່ຽວ​ກັບ​ການ​ຢູ່ຫໍ​ພັກ ໃນ​ມະຫາວິທະຍາ​ໄລ​ຫັ້ນ?

Patty: There are lots of advantages to living in the dorms. For example, I
like studying and hanging out with my floormates. We all go out to parties together. ມີ​ຄວາມ​ໄດ້​ປຽບ​ຫລາຍ​ຢ່າງ​ຢູ່ ​ໃນ​ການ​ໃຊ້​ຊີວິດ​ຢູ່​ຫໍ​ພັກ. ​ໂຕ​ຢ່າງ ຂ້ອຍ​ມັກ​ຮຽນ​ໜັງສື ​ແລະໃຊ້​ເວລາ​ຢູ່​ຮ່ວມ​ກັບ​ເພື່ອນ​ຮ່ວມ​ຊັ້ນ​ຫໍ​ພັກ​ຂອງ​ຂ້ອຍ. ພວກ​ເຮົາ​ທັງ​ໝົດ ພາກັນ​ອອກ​ໄປ​ພາ​ຕີ້ ສັງ​ສັນ​ມ່ວນ​ຊື່ນ​ນໍາ​ກັນ.

Eric: Wow, it sounds like the people in your dorm are pretty close. ວ້າວ
ຟັງ​ເບິ່ງ​ແລ້ວ ພວກ​ຄົນ​ຢູ່​ຫໍ​ພັກ​ຂອງ​ເຈົ້າ​ ຄົງ​ຈະ​ໃກ້ຊິດ​ກັນ​ຫລາຍ​ສົມຄວນ​ເນາະ?

Patty: Yeah, we really are. I love the dorms because you make friends that last you all through college. ​ແມ່ນ​ແລ້ວ ພວກ​ເຮົາໃກ້ຊິດ​ກັນ​ຫລາຍ. ຂ້ອຍ​ມັກ​
ຢູ່​ຫໍ​ພັກ ​ເພາະວ່າ​ຢູ່​ຫໍ​ພັກ ​ເຈົ້າໄດ້​ພົບ​ຄົນ​ທີ່​ວ່າ ​ເປັນ​ໝູ່ກັບ​ເຈົ້າ​ໄປ​ຕະ​ຫລອດ​ເວລາ​ທີ່​ຮຽນ
​ຢູ່​ມະຫາວິທະຍ​າ​ໄລ.

ດົນຕີ...........

Patty: How about you, Eric? Are you living on campus?

Eric: Right now I live in an apartment off campus. I didn’t like living on campus because the people in my dorm always had their doors closed and were studying. It wasn’t much fun.

Patty: That’s too bad. It sounds like the people in your dorm weren’t as close as the people in my dorm.

Eric: No, you’re right. Living off campus is OK, but I feel like I miss out
on all of the fun stuff that happens on campus.

Patty: Have you ever thought of joining a fraternity? I hear that all the brothers in the frat houses are really close.

Eric: Yeah, I’ve thought about joining a frat. But the frat houses are just
so dirty! I’m not sure I could take it.

MC: Professor, is “frat” an abbreviation for “fraternity”? ອາຈານ ຄໍາ​ວ່າ frat”
ແມ່ນ​ຄໍາ​ຫຍໍ້​ຂອງ “fraternity” ທີ່​ໝາຍ​ເຖິງ ສະມາຄົມ​ອ້າຍນ້ອງ​ນັກ​ສຶກສາ​ຊາຍ​ ຫັ້ນບໍ?

Professor: Exactly. And the “frat house” is the house that the people in the fraternity live in. Sometimes fraternities are called the “Greek system.” If you join a fraternity, you can say that you “go Greek.” ​ແມ່ນ​ແລ້ວ. ​ແລະ “frat house” ກໍ​ແມ່ນ​ເຮືອນ​ບ່ອນ​ຢູ່ ທີ່ພວກ​ສະມາ​ຊິກ​ສະມາຄົມ​ນີ້ ອາ​ໄສ​ຢູ່. ບາງ​ເທື່ອ ສະມາຄົມ fraternities ພວກ​ນີ້ ກໍ​ເອີ້ນ​ວ່າ “ລະບົບ ກຣີກ ຫລື ​ເກຣັກ”. ຖ້າ​ເຈົ້າ​ເຂົ້າ​ຮ່ວມ​ກັບ ສະມາຄົມ​ພີ່ນ້ອງ​ນັກ​ສຶກສາ​ຊາຍໃດ​ນຶ່ງ ​ເຈົ້າ​ກໍ​ເວົ້າ​ໄດ້​ວ່າ ​ເຈົ້າ “go Greek.”

MC: Go Greek? What does any of this have to do with Greece? ມັນ​ກ່ຽວ
ຫຍັງ​ກັບປະ​ເທດ ກຣີສ ຫລື ​ເກ​ຣັກ? Or is it because they use Greek letters to
designate their groups? ຫລື​ວ່າ ​ເປັນ​ຍ້ອນ​ວ່າ ​ເຂົາ​ເຈົ້າ​ໃຊ້​ໂຕ​ໜັງສື​ກຣີກ ​ເປັນ​ຊື່​
ຂ​ອງກຸ່ມ​ເຂົາ​ເຈົ້າບໍ່? And is there a club like this for women too? ແລະມັນມີ
ສະມາຄົມແບບນີ້ ສຳຫລັບແມ່ຍິງ ນຳບໍ?

Professor: Yes. In the next section, listen for the word “sorority,” which
is a fraternity for women. ​ແມ່ນ​ແລ້ວ. ​ໃນ​ຕອນ​ໜ້າ ​ໃຫ້​ຟັງ​ຄໍາ​ສັບ “sorority” ທີ່​ໝາຍ
ເຖິງ fraternity ສໍາລັບ​ນັກ​ສຶກສາ​ຍິງ. ​ແຕ່​ໄປ​ຟັງ​ຄໍາ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ນີ້​ກ່ອນ.

Patty: How about you, Eric? Are you living on campus? ​ເຈົ້າ​ເດ້ ​ເອຣິກ? ​
ເຈົ້າ​ຢູ່​ຫໍ​ພັກ ​ໃນ​ແຄມ​ປັສ ບໍ?

Eric: Right now I live in an apartment off campus. I didn’t like living on campus because the people in my dorm always had their doors closed and were studying. It wasn’t much fun. ຕອນ​ນີ້ ຂ້ອຍ​ອອກ​ມາຢູ່​ອາພາດ​ທະ​ເມັນ ນອກ​ມະຫາ​ວິທະ​ຍາ​ໄລ. ຂ້ອຍ​ບໍ່​ມັກ​ຢູ່​ໃນ​ແຄມ​ປັສ ​ເພາະ​ວ່າ​ພວກ​ທີ່ຢູ່ໃນຫໍ​ພັກ​ຂ້ອຍ
ຍາມ​ໃດ​ກໍ​ມີ​ແຕ່​ອັດ​ປະ​ຕູ​ຫ້ອງ​ໄວ້ ​ແລະ​ມີແຕ່ຮຽນ​ໜັງ​ສື ມັນບໍ່ມ່ວນເລີຍ.

Patty: That’s too bad. It sounds like the people in your dorm weren’t as close as the people in my dorm. ໜ້າເສຍດາຍເນາະ. ຟັງ​ເບິ່ງ​ແລ້ວ ຄື​ວ່າ​ພວກ​ຄົນ
ຢູ່​ຫໍ​ພັກ​ຂອງ​ເຈົ້າ ບໍ່​ໃກ້ຊິດ​ກັນ​ຫລາຍ ຄື​ກັນ​ຄົນ​ຢູ່​ຫໍ​ພັກ​ຂອງ​ຂ້ອຍ.

Eric: No, you’re right. Living off campus is OK, but I feel like I miss out
on all of the fun stuff that happens on campus. ​ແມ່ນ ​ເຈົ້າ​ເວົ້າ​ຖືກ. ການ​ພັກ​ຢູ່
ນອກ​ແຄມ​ປັສ ກະດີ​ຢູ່ ​ແຕ່​ຂ້ອຍ​ກໍ​ຮູ້ສຶກ​ວ່າ ຂ້ອຍ​ຄິດ​ຮອດ​ສິ່ງ​ທີ່​ມ່ວນໆທັງຫລາຍ ທີ່​ເກີດ
ຂຶ້ນ ຢູ່​ໃນ​ບໍ​ລິ​ເວນ​ມະຫາ​ວິທະຍາ​ໄລ.

Patty: Have you ever thought of joining a fraternity? I hear that all the
brothers in the frat houses are really close. ​ເຈົ້າ​ເຄີຍຄິດທີ່​ຈະ​ເຂົ້າ​ຮ່ວມ​ສະມາ
ຄົມ​ອ້າຍ​ນ້ອງ​ນັກ​ສຶກສາ​ຊາຍ​ບໍ່? ຂ້ອຍ​ໄດ້​ຍິນ​ວ່າ ພວກ​ອ້າຍ​ນ້ອງ​ທັງ​ຫລາຍ​ຢູ່ໃນ​ເຮືອນ
ພັກ​ຂອງ​ສະມາຄົມ​ເຫລົ່ານັ້ນ ​ແມ່ນໃກ້ຊິດ​ກັນ​ຫລາຍ.

Eric: Yeah, I’ve thought about joining a frat. But the frat houses are just
so dirty! I’m not sure I could take it. ​ເອີ ຂ້ອຍ​ກໍ​ເຄີຍ​ຄິດ​ຈະ​ເຂົ້າ​ຮ່ວມ​ຢູ່ ​ແຕ່​ພວກ
ເຮືອນ​ທີ່​ສະມາ​ຊິກ​ສະມາຄົມ​ເຫລົ່າ​ນັ້ນ ອາ​ໄສ​ຢູ່​ນໍາ​ກັນຫັ້ນ ມັນ​ເປື້ອນຫລາຍ​ແທ້​ໆ! ຂ້ອຍ​
ບໍ່​ແນ່​ໃຈ​ວ່າ ຂ້ອຍ​ຈະ​ຢູ່​ໄດ້.

Eric: What about you? Have you ever thought about joining a sorority?

Patty: No way. I’ve heard a lot of horror stories about Greek life. Plus,
I’m not a big drinker and I decided it’s better to keep a clear head and
focus on my studies.

Eric: You’re totally right. I like to go to parties, but I don’t want to wake
up in the morning surrounded by empty beer bottles!

Patty: Yeah, partying in the place you live is a bad idea. Plus, all the hazing seems really stupid.

Eric: Yeah, some of my friends joined fraternities and they said the
hazing was really bad.

MC: So “sorority” is a fraternity for female students. “Sorority” ໝາຍ​ເຖິງ
ສະມາຄົມ​ເອື້ອຍ​ນ້ອງ​ນັກ​ສຶກສາ​ຍິງ. But Professor. What is hazing? ​ແຕ່ວ່າ ອາຈານ hazing ​ແມ່​ນຫຍັງ?

Professor: Sometimes when you want to join a club, the people in the club will make you do lots of crazy things to prove you really want to join. For example, a fraternity might haze one of the men trying to join it by making him wear a dress out in public. ບາງ​ເທື່ອ ​ເວລາ​ເຈົ້າ​ຢາກ​ເຂົ້າ​ຮ່ວມ​ສະມາຄົມ​ໃດ​ນຶ່ງ​ນັ້ນ ພວກ​ຄົນ​ຢູ່​ໃນ​ສະມາຄົມ​ນັ້ນ ຈະ​ໃຫ້​ເຈົ້າ​ເຮັດ​ຫລາຍ​ໆ​ຢ່າງ​ທີ່​ຄື​ກັນ​ກັບ​ຜີບ້າ​ນີ່ ​ເພື່ອ​ເປັນ​ການ​ພິສູດ​ວ່າ ​ເຈົ້າຢາກ​ເຂົ້າ​ຮ່ວມ​ສະມາຄົມ ​ນໍາ​ເຂົາ​ເຈົ້າ​ອີ​ຫລີ່. ​ໂຕ​ຢ່າງ ສະມາຄົມ​ນັກ​ສຶກສາ​ຊາຍ​ອາດ​ຈະ​ບັງຄັບ​ໃຫ້ ຄົນ​ໃດຄົນ​ນຶ່ງ​ໃນ​ຈໍານວນ​ຜູ້​ຊາຍ​ທີ່​ພະຍາ ຍາມ​ຈະ​ເຂົ້າ​ຮ່ວມ​ສະມາຄົມ​ເຂົາ​ເຈົ້າ​ນັ້ນ ​ນຸ່ງ​ກະ​ໂປງອອກ​ໄປ​ຍ່າງ​ຢູ່​ໃນ​ທີ່​ສາ​ທາ​ລະນະ.

MC: What? That is really so weird. ອີ​ຫລີ່​ນ່ະ? ​ແປກ​ປະຫລາດແທ້ໆ​ເນາະ. ​ໄປ
​ຟັງ​ເອຣິກກັບ​ແພ​ຕຕີ້​ລົມ​ກັນ​ເລື້ອງ​ນີ້​ອີກ​ ພ້ອມ​ກັບ​ຄໍາ​ແປ.

Eric: What about you? Have you ever thought about joining a sorority?
​ເຈົ້າ​ເດ້? ​ເຈົ້າ​ເຄີຍ​ຄິດ​ຈະ​ເຂົ້າ​ຮ່ວມ ສະມາຄົມ​ນັກ​ສຶກສາ​ຍິງ​ ບໍ?

Patty: No way. I’ve heard a lot of horror stories about Greek life. Plus,
I’m not a big drinker and I decided it’s better to keep a clear head and focus on my studies. ບໍ່​ມີ​ທາງ. ຂ້ອຍ​ເຄີຍ​ໄດ້​ຍິນ​ເລື້ອງ​ລາວ​ທີ່​ໜ້າ​ຢ້ານ​ຫລາຍໆ​ເລື້ອງ ກ່ຽວ​ກັບ​ຊີວິດ​ອ້າຍ​ນ້ອງ​ກຣີກ. ນອກ​ນັ້ນ​ແລ້ວ ຂ້ອຍ​ກໍ​ບໍ່​ແມ່ນ​ນັກ​ດື່ມໃຫຍ່ ​ແລະ​ຂ້ອຍ​ໄດ້
ຕັດສິນ​ໃຈ​ວ່າ ມັນ​ເປັນການດີ​ກ່ວາ​ທີ່​ຈະ​ບໍ່​ກິນ​ເຫລົ້າ ​ແລະ​ສຸມ​ໃສ່​ແຕ່​ເລື້ອງ​ການ​ຮຽນ​ຂອງ​ຂ້ອຍ.

Eric: You’re totally right. I like to go to parties, but I don’t want to wake
up in the morning surrounded by empty beer bottles! ​ເຈົ້າ​ເວົ້າ​ຖືກຕ້ອງ​ທີ່​ສຸດ.
ຂ້ອຍ​ມັກ​ໄປ​ພາ​ຕີ້​ສັງ​ສັນ​ຢູ່ ​ແຕ່​ຂ້​ອຍກໍ​ບໍ່​ຢາກຕື່ນ​ນອນ​ຂຶ້ນ​ມາ​ຕອນ​ເຊົ້າ ມີ​ແຕ່​ແກ້ວ​ເບຍ​
ເປົ່າ ອ້ອມ​ຂ້າງ​ອ້ອມ​ແອ​ວ.

Patty: Yeah, partying in the place you live is a bad idea. Plus, all the hazing seems really stupid. ​ແມ່ນ​ຕົ່ວະ ຈັດ​ງານ​ພາ​ຕີ້ສັງ​ສັນ​ຢູ່​ບ່ອນ​ທີ່​ເຈົ້າ​ຢູ່ ​ເປັນ​ແນວ​ຄິດ​ທີ່​ບໍ່​ດີ. ນອກ​ນັ້ນ​ແລ້ວ ​ເລື້ອງ​ການ hazing ຍັງ​ປະກົດ​ວ່າ ​ເປັນ​ການ​ກະ​ທໍາ​ທີ່​
ໂງ່​ຈ້າ​ແທ້ໆ.

Eric: Yeah, some of my friends joined fraternities and they said the
hazing was really bad. ​ແມ່ນ. ໝູ່​ຂ້ອຍ​ບາງ​ຄົນ​ເຂົ້າ​ຮ່ວມ​ສະມາຄົມ​ອ້າ​ຍນ້ອງ​ນັກ​ສຶກສາ​ຊາຍ ​ເຂົາ​ເຈົ້າ​ເວົ້າ​ວ່າ ການ hazing ​ແມ່ນ​ຮຸນ​ແຮ​ງ​ຫລາຍ.

Eric: You know, my friend is having a party this Saturday night at his apartment. Do you want to come?

Patty: Sure! That sounds like lots of fun!

Eric: Great. Bring all of your girlfriends!

Patty: Wait a minute. Are you inviting me just so that I will bring lots of other girls to the party?

Eric: What? Of course not! I’m inviting you because I need a designated driver!

MC: What? Eric is inviting Patty to the party just to be his driver? ​ແມ່ນ
​ຫຍັງ​ເກາະ? ​ເອຣິກ​ເຊີນ ​ແພ​ຕຕີ້ ​ໄປ​ງານ​ສັງ​ສັນ ​ເພື່ອ​ຈະ​ໃຫ້​ລາວ​ໄປ​ເປັນ​ຄົນ​ຂັບ​ລົດ​ໃຫ້
ເທົ່ານັ້ນ? What kind of a friend is this? ລາວ​ແມ່ນ​ໝູ່​ປະ​ເພດ​ໃດ​ກັນ​ລ່ະຫັ້ນ?

Professor: Well if Patty is a true friend she will want to make sure Eric gets home safely, right? ​ເອີ ຖ້າ​ຫາກແພຕຕີ້​ ເປັນໝູ່​ແທ້ ລາວ​ກໍ​ຄົງ​ຈະຢາກ​ເຮັດ​ໃຫ້​ແນ່​ໃຈ​ວ່າ ​ເອຣິກກັບ​ເມືອ​ຮອດ​ເຮືອນ ຢ່າງ​ປອດ​ໄພ ​ແມ່ນ​ບໍ່?

MC: Well of course! ໂອ ກະ​ແນ່ນອນແຫລະ! But she should do that by introducing Eric to another good friend: a taxi! ​ ​ແຕ່​ວ່າ ລາວ​ຄວນ​ຈະ​ເຮັດ​ແນວ​ນັ້ນ ​ໂດ​ຍການ​ແນະ​ນໍາ​ໃຫ້​ເອຣິກ ຮູ້ຈັກ​ກັບເພື່ອນ​ທີ່​ດີ​ອີກ​ຄົນ​ນຶ່ງ ກໍ​ຄື​ ລົດແທັກ​ຊີ້! Don't you think so? ອາຈານ ບໍ່​ຄິດ​ແບບ​ນັ້ນ​ບໍ? ​ເອົາ ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄໍາ​ແປ.

Eric: You know, my friend is having a party this Saturday night at his apartment. Do you want to come? ​ເອີ ໝູ່​ຂ້ອຍ​ຈະ​ມີ​ງານ​ລ້ຽງ​ສັງ​ສັນ ​ຄືນ​ວັນ​ເສົາ​ນີ້ ຢູ່​ອາ​ພາດ​ທະ​ເມັນຂອງ​ລາວ. ​ເຈົ້າ​ຢາກ​ໄປ​ບໍ່?

Patty: Sure! That sounds like lots of fun! ​ແນ່​ນອນ. ຟັງ​ເບິ່ງຄື​ຈະ​ມ່ວນຫລາຍເນາະ?

Eric: Great. Bring all of your girlfriends! ດີ​ຫລາຍ. ​ເອົາໝູ່​ຜູ້ຍິງ​ຂອງ​ເຈົ້າ ມາ​ໝົດ​ເດີ້.

Patty: Wait a minute. Are you inviting me just so that I will bring lots of other girls to the party? ຮ້ວຍ...ບຸດ​ນຶ່ງ... ​ເຈົ້າ​ເຊີນ​ຂ້ອຍ ​ພຽງ​ເພື່ອ​ຈະ​ໃຫ້​ຂ້ອຍ​ເອົາ​ຜູ້ຍິງ​ອື່ນ​ໆ ​ໄປ​ງານ​ພາ​ຕີ້ນໍາ​ຫລາຍໆ​ຄົນ ຊັ້ນ​ເບາະ?

Eric: What? Of course not! I’m inviting you because I need a driver! ​
ໂອ້​ຍ.. ບໍ່​ແມ່ນ​ແນ່ນອນ! ຂ້ອຍ​ເຊີນ​ເຈົ້າ ​ກໍເພາະ​ຂ້ອຍ​ຕ້ອງການ ຄົນ​ຂັບ​ລົດ​ໃຫ້​ຂ້ອຍ!

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG