ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. Ghani ມີກຳນົດ ຈະກ່າວຄຳປາໄສ ຕໍ່ສະພາຄົບຄະນະ ຂອງ ສະຫະລັດ


ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໂບກມື ໃນຂະນະທີ່ຢ້ຽມຢາມ ທຳນຽບຂາວ.
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໂບກມື ໃນຂະນະທີ່ຢ້ຽມຢາມ ທຳນຽບຂາວ.

ປະທານາທິບໍດີອັຟກາ​ນິສຖານ ທ່ານ Ashraf Ghani ມີ​ກຳນົດ​
ທີ່​ຈະກ່າວຄຳ ປາໄສຕໍ່ກອງ​ປະຊຸມຄົບຄະນະຂອງລັດຖະສະພາ
ສະຫະລັດ ​ໃນ​ວັນ​ພຸດ​ມື້​ນີ້ ນຶ່ງ​ມື້​ຫລັງຈາກ​ໄດ້​ສົນທະນາຫາລື​ກັບ
ປະທານາທິບໍດີ Barack Obama ​ແລະ​ຮັບ​ຮູ້​ວ່າ “​ຍັງມີ​ວຽກ
ງານອີກຢ່າງ​ຫລວງ​ຫລາຍ” ທີ່ຕ້ອງໄດ້ກະທຳ​ ໃນ​ການ​ຄ້ຳປະກັນ
ຄວາມ​ປອດ​ໄພ​ໃຫ້ແກ່ປະ​ເທດຂອງ​ທ່ານ

ຢູ່​ໃນ​ກອງ​ປະຊຸມ​ຖະແຫຼງຂ່າວຮ່ວມ ຫລັງ​ຈາກ​ການ​ພົບ​ປະກັນ
​ໃນ​ວັນ​ອັງຄານ​ວານ​ນີ້ ທີ່​ທຳນຽບຂາ​ວແລ້ວ ທ່ານ Obama ​ໄດ້​
ປະກາດ​ວ່່າ ທະຫານ​ສະຫະ ລັດ 9,800 ຄົນ​ທີ່​ປະຈຳການ​ຢູ່​ໃນ
ອັຟກາ​ນິສຖານນັ້ນ ​ຈະ​ຢູ່​ຕໍ່​ໄປ​ຈົນ​ເຖິງ​ທ້າຍ​ປີ​ນີ້ ຊຶ່ງໄດ້ປັບປ່ຽນ
ແຜນ​ການກ່ອນ​ໜ້າ​ນີ້ຂອງທ່ານ ທີ່ຈະ​ຕັດ​ຈຳນວນ​ທະຫານລົງ​ເຄິ່ງນຶ່ງນັ້ນ.

ທ່ານ Obama ກ່າວ​ວ່າ “ອັ​ຟກາ​ນິສຖານ ຍັງ​ເປັນ​ບ່ອນທີ່ມີ​ອັນ​ຕະລາຍຮ້າຍແຮງ ​ແລະ
​ພວກ​ກະບົດ​ກໍຍັງ​ທຳ​ການ​ໂຈມ​ຕີ ຮວມທັງການວາງ​ລະ​ເບີດ​ສະລະ​ຊີບ ຕໍ່​ພົນລະ​ເຮືອນ
ນຳດ້ວຍ.”

Obama Won't Draw Down US Troops in Afghanistan in 2015
please wait

No media source currently available

0:00 0:01:37 0:00

ສະຫະລັດ​ໄດ້ເສັດ​ສີ້​ນການ​ປະຕິບັດ​ງານ​ສູ້​ລົບຢູ່​ໃນ​ອັຟກາ​ນິສຖານ ຊຶ່ງ​ຄັ້ງ​ນຶ່ງ​ສະຫະລັດ
ເຄີຍມີທະຫານ ​ເຖິງ 130,000 ຄົນ ​ແຕ່​ທ່ານ Ghani ​ໄດ້​ຮ້ອງ​ຂໍ ​ໃຫ້​ດັດ​ແປງ​ ການ​ຖອນ
​ກຳລັງທະຫານສະຫະລັດ ຕາມຕາລາງ​ເວລາ​ທີ່​ໄດ້​ວາງ​ເອົາ​ໄວ້ ຊຶ່ງໃນເວລານີ້​ຍັງ​ໃຫ້ການ
ເຝິກ​ແອບ ແລະໃຫ້ການແນະນຳ​ແກ່​ທະຫານ​ອັຟກາ​ນິສຖານຢູ່. ​ເຖິງ​ແມ່ນວ່າ ມີ​ການຊັກ
ຊ້າ​ໃນການຫຼຸດ​ຈຳນວນທະຫານ​ລົງ​ໃນ​ປີ​ນີ້ ແຕ່ທ່ານ Obama ​ກໍຍັງ​ຄົງ​ມີ​ຄວາມໝາຍ​ໝັ້ນ
ທີ່ຈະຮັກສາ​ກຳລັງທະຫານໄວ້ ໜ້ອຍກວ່າ 1,000 ຄົນ ​ຢູ່​ໃນອັຟກາ​ນິສຖານ ​ພາຍໃນ​ຕົ້ນ
ປີ 2017.

ທ່ານ Ghani ກ່າວວ່າ ການ​ປ່ຽ​ນແປງນີ້ “ຈະ​ຖືກ​ນຳ​ໃຊ້​ເພື່ອເລັ່ງລັດ​ການປະຕິ​ຮູບເພື່ອ​ຄໍ້າ ປະກັນ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ອັຟກາ​ນິສຖານ ຈະ​ໄດ້ຮັບການນຳພາ
ທີ່​ດີ​ຂື້ນ ປະ​ກອບອາວຸດ ເຝິກ​ແອບ ​ແລະ​ເພັ່ງເລັງ​ໃສ່​ພື້ນຖານ​ການ​ປະຕິບັດງານຂອງ​ເຂົາ
​ເຈົ້າ.” ທ່ານ​ຍັງໄດ້​ເນັ້ນ​ໜັກ​ເຖິງຄວາມ​ຈຳເປັນເຖິງຂັ້ນຕອນຂອງການສ້າງສັນຕິພາບພາຍ
ໃຕ້ການນຳພາຂອງອັຟກາ​ນິສຖານ ​ ​ແຕ່​ກໍກ່າວ​ວ່າ ລັດຖະບານ​ຂອງ​ທ່ານຈະ​ບໍ່ສ້າງ​ສັນຕິ
ພາບ​ ກັບ​ພວກ​ທີ່​ຢາກ​ສວຍ ໃຊ້ອັຟກາ​ນິສຖານ “​ເປັນ​ບ່ອນ​ຢັນເພື່ອ​ກໍ່​ການ​ຮ້າຍຢູ່ໃນ​ທົ່ວ​ໂລກ.”

Ghani US Visit
please wait
Embed

No media source currently available

0:00 0:02:25 0:00

XS
SM
MD
LG