ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຢຍຣະມັນ ຈັບຜູ້ຕ້ອງສົງໄສ 2 ຄົນ ທີ່ວາງແຜນໂຈມຕີ ຄັ້ງໃຫຍ່


ບັນດາເຈົ້າໜ້າທີ່ຕຳຫລວດ ຢືນຍາມສູນກາງວັດທະນາທຳ 'Seituna' ໃນນະຄອນຫລວງ Berlin, ປະເທດ Germany, ວັນພະຫັດ, ພະຈິກ. 26, 2015.
ບັນດາເຈົ້າໜ້າທີ່ຕຳຫລວດ ຢືນຍາມສູນກາງວັດທະນາທຳ 'Seituna' ໃນນະຄອນຫລວງ Berlin, ປະເທດ Germany, ວັນພະຫັດ, ພະຈິກ. 26, 2015.

ຕຳຫລວດ​ເຢຍຣະມັນ ​ໄດ້​ຈັບ​ຜູ້​ຊາຍ​ສອງ​ຄົນ​ໃນ​ນະຄອນ Berlin
ທີ່​ ​ສົງ​ໄ​ສວ່າ ພວມວາງ​ແຜນໂຈມ​ຕີຄັ້ງ​ໃຫຍ່​ຕໍ່ປະ​ເທດ​ເຢຍຣະມັນ.

ພວກ​ຜູ້ຊາ​ຍທັງ​ສອງ​ໄດ້ຖືກ​ຈັບ​ໃນ​ວັນ​ພະຫັດ​ວານ​ນີ້ ຫລັງ​ຈາກ​
ການບຸກ ​ເຂົ້າ​ໄປ​ກວດຄົ້ນ ສູນ​ກາງ​ວັດ​ທະນະທຳ​ອິສລາມ​ແຫ່ງ​ນຶ່ງ
”ຢູ່​ໃນ​ນະຄອນ ຫລວງ​ເຢຍຣະມັນ ​ອີງ​ຕາມການ​ເປີດ​ເຜີຍ​ຂອງ​ຕຳ
ຫລວດ ​ໃນນະຄອນ Berlin.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ຜູ້​ຕ້ອງ​ສົງ​ໄສ​ມີ​ອາຍຸ 28 ​ແລະ 46
ປີ ​ແຕ່​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ວ່າ​ ເຂົາ​ເຈົ້າ​ແມ່ນ​ໃຜຫລື​ລາຍ​ລະອຽດກ່ຽວ
ກັບ​ການວາງ​ແຜນຂອງ​ພວກ​ເຂົາ​ເຈົ້າ.

​ໂຄສົກ​ຕຳຫລວດ ທ່ານ Stefan Redlich ກ່າວ​ວ່າ “​ປະຫວັດເບື້ອງ​ຫລັງ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ​ມັນ​ເປັນຄວາມ​ຈິງ ​ແລະເພາະສະ​ນັ້ນ ພວກເຮົາຈຶ່ງຕັດສິນ​ໃຈ​ບຸກ​ເຂົ້າ​ໄປ​ກວດ​ຄົນ​ສູນ​ກາງ​ວັດທະນະ​ທໍາ ​ເພື່ອ​ຊອກ​ຫາ​ຫລັກ​ຖານ​ເພີ້​ມ​ເຕີມ. ພວກ​ເຮົາ​ໄດ້​ຈັບ​ສອງ​ຄົນ ຜູ້​ຊາຍ​ຄົນ​ໜຶ່ງ​ອາຍຸ 28 ປີ ​ແລະ​ອີກ​ຄົນ​ໜຶ່ງ​ອາຍຸ 46 ປີ​.”

ວັນພະຫັດ ທີ 26, 2015 ທະຫານ Belgian ຢ່າງຢູ່ຕາມຮ້ານຂາຍເຄື່ອງ ທີ່ Galleries Royal Saint-Hubert ໃນພາກກາງນະຄອນ Brussels.
ວັນພະຫັດ ທີ 26, 2015 ທະຫານ Belgian ຢ່າງຢູ່ຕາມຮ້ານຂາຍເຄື່ອງ ທີ່ Galleries Royal Saint-Hubert ໃນພາກກາງນະຄອນ Brussels.

ທ່ານ​ໄດ້​ກ່າວ​ເພີ້​ມອີກ​ວ່າ ບັນດາ​ເຈົ້າ​ໜ້​າທີ່ “ບໍ່​ມີຮ່ອງ​ຮອຍ​ບອກ​ວ່າ ມີ​ການວາງ​ແຜນ​ກໍ່ຄວາມ​ຮຸນ​ແຮງ ​ໃນ​ນະຄອນ Berlin.”

ສື່ ​ມວນຊົນ​ທ້ອງ​ຖິ່ນ​ຂອງເຢຍຣະມັນລາຍ​ງານ​ວ່າ ໜຶ່ງໃນ​ພວກ​ຜູ້​ຊາຍ​ນັ້ນ​ແມ່ນ​ເປັນ​ຊາວ​ຊີ​ເຣຍ ​ແລະ​ອີກ​ຄົນ​ໜຶ່ງ​ແມ່ນ​ຊາວ​ຕູ​ນິ​ເຊຍ.

ບັນດາ​ເຈົ້າໜ້າ​ທີ່ຢູ​ໂຣບ ​ໄດ້ລະມັດ​ລະວັງ​ໃນ​ລະດັບ​ສູງ​ໃນ​ເດືອນ​ນີ້ຫລັງ​ ຈາກມີ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ປືນ ​ແລະ​ລະ​ເບີດ​ ​ຢູ່ນະຄອນ​ປາຣີ ປະ​ເທດ​ຝຣັ່ງ ທີ່​ເຮັດ​ໃຫ້​ທີ​ຜູ້​ເສຍ​ຊີວິດ 130 ຄົນ.

Germany Arrest
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG