ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ໂອບາມາ ແລະທ່ານນາງ Merkel ໂອ້ລົມກັນ ເລື້ອງວິກິດການ ຢູເຄຣນ


ທະຫານຢູເຄຣນຄົນນຶ່ງ ປະຈຳການ ຢູ່ທ່ີໝັ້ນຂອງລາວ ໃກ້ກັບ
ເມືອງ Debaltseve ພາກຕາເວັນອອກຢູເຄຣນ, ວັນທີ 8 ກຸມພາ 2015.
ທະຫານຢູເຄຣນຄົນນຶ່ງ ປະຈຳການ ຢູ່ທ່ີໝັ້ນຂອງລາວ ໃກ້ກັບ ເມືອງ Debaltseve ພາກຕາເວັນອອກຢູເຄຣນ, ວັນທີ 8 ກຸມພາ 2015.

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ
ກຳນົດ​ຈະ​ມີໜ້າ​ຢູ່​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ໃນ​ວັນ​ຈັນ​ມື້​ນີ້
​ເພື່ອ​ທຳ​ການ​ພົບ​ປະ​ຫາລື​ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​
ມາ ກ່ຽວ​ກັບ​ການ​ສູ້​ລົບ​ກັນ​ຢູ່​ໃນ​ຢູ​ເຄຣນ ທ່າມກາງ​ການ​ດຳ​
ເນີນ​ຂັ້ນ​ຕອນ​ທາງ​ການ​ທູດ​ຢ່າງ​ຂຸ້ນຂ້ຽວ​ເພື່ອ​ຍຸດຕິ​ວິ​ກິດການ
ໃນ​ຢູ​ເຄຣນນັ້ນ.

​ໃນວັນອາທິດ​ວານ​ນີ້ ທ່ານ​ນາງ Merkel ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​
ໂອ້​ລົມ​ສົນທະນາ​ກັນ 4 ຝ່າຍ ​ທາງ​ໂທລະສັບ​ ກັບ​ບັນດາ​ຜູ້ນຳ​
ປະ​ເທດ​ຢູ​ເຄຣນ ຣັດ​ເຊັຍ ​ແລະ​ຝຣັ່ງ ກ່ຽວ​ກັບ​ແຜນການ​ຂອງ
ຝຮັ່ງ​ແລະ​ເຢຍຣະມັນ ທີ່ແນ​ໃສ່ເພື່ອ​ຍຸດຕິ​ການ​ກະບົດ​ຂອງ​ພວກ​ຫົວ​ນິຍົມຣັດ​ເຊຍ ​ທີ່​ກຳລັງ
ເພີ້​ມທະວີຂຶ້ນ​ ໃນ​ພາກ​ຕາ​ເວັນ​ອອກຂອງ​ຢູ​ເຄຣນນັ້ນ.

ທ່ານ​ນາງ Merkel ​ແລະ​ປະທານາທິບໍດີ Petro Poroshenko ​ແຫ່ງຢູ​ເຄຣນ ປະທານາ
ທິບໍດີ Vladimir Putin ​ແຫ່ງຣັດ​ເຊຍແລະ​ປະທານາ​ທິບໍດີ Francois Hollande ​ແຫ່ງ​ຝຣັ່ງ ​ໄດ້​ຕົກລົງ​ທີ່​ຈະ​ພົບ​ປະກັນ​ອີກ​ໃນ​ວັນ​ພຸດ​ສັບປະດາ​ນີ້ ທີ່​ນະຄອນຫຼວງ Minsk ຂອງ
Belarusເພື່ອທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ຕື່ມ​ອີກ.

ອີງຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ທ່ານ​ນຶ່ງ​ນັ້ນ ກໍ​ແມ່ນ​ວ່າ ແຜນການ​ຂອງ​ຝຣ່ັງ-​ເຢຍຣະມັນ​ແມ່ນ​ອີງ​ໃສ່​ສັນຍາ​ຢຸດ​ຍິງ​ທີ່​ໄດ້​ລົງ​ນາມ​ກັນ​ໃນ​ນະຄອນ Minsk ​ໃນ​ເດືອນ​ກັນຍາ​ປີ​ແລ້ວ​ນີ້ ທີ່​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໄປນັ້ນ ​ແຕ່​ຈະ​ມີ​ລາຍ​ລະອຽດ​ເພີ້​ມຕື່ມ​ ກ່ຽວ​ກັບກຳນົດ​ເວລາ.

ການ​ສູ້​ລົບ​ກັນ​ໃນ​ຢູ​ເຄຣນ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ຫຼາຍ​ກວ່າ 5600 ຄົນ ນັບ​ແຕ່​ພວກ
ກະບົດ​ໄດ້​ເລີ້ມ​ລຸກ​ຮື​ຂຶ້ນ​ໃນ​ຫວ່າງ 10 ​ເດືອນ​ຜ່ານ​ມາ.

​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ Poroshenko ​ໄດ້​ສະ​ແດງ​ຄວາມເຫັນ​ໃນ​ແງ່​ດີ​ອອກ​ມາ​ວ່າ “ການ​ຢຸດ​ຍິງ​ຢ່າງ​ໄວ ​ແລະ​ບໍ່​ມີ​ເງື່ອນ​ໄຂ” ຈະ​ໄດ້​ບັນລຸ​ກັນ.

Obama, Merkel to Look for Solution on Ukraine
please wait

No media source currently available

0:00 0:01:58 0:00

XS
SM
MD
LG