ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການດຳເນີນຄະດີຄັ້ງທີສອງ ຕໍ່ອະດີຜູ້ນຳຂະເໝນແດງ 2 ຄົນ ເລີ້ມຂຶ້ນແລ້ວ (ສະໄລດ໌/ວີດີໂອ)


ຊາວກຳປູເຈຍ ພາກັນລຽນແຖວຢູ່ທາງເຂົ້າສານ ເພື່ອເຂົ້າຟັງ ການດຳເນີນຄະດີຂ້າລ້າງເຊື້ອຊາດເຜົ່າພັນ ຂອງຜູ້ນຳຂະເໝນແດງ ຂຽວ ສຳພັນ ແລະ ນວນ ເຈຍ ທີ່ຍັງມີຊີວິດ, ວັນທີ 30 ກໍລະກົດ 2014.
ຊາວກຳປູເຈຍ ພາກັນລຽນແຖວຢູ່ທາງເຂົ້າສານ ເພື່ອເຂົ້າຟັງ ການດຳເນີນຄະດີຂ້າລ້າງເຊື້ອຊາດເຜົ່າພັນ ຂອງຜູ້ນຳຂະເໝນແດງ ຂຽວ ສຳພັນ ແລະ ນວນ ເຈຍ ທີ່ຍັງມີຊີວິດ, ວັນທີ 30 ກໍລະກົດ 2014.

ທີ່ກຳປູເຈຍ ສານທີ່ສະໜັບສະໜຸນໂດຍສະຫະປະຊາຊາດ ໄດ້
ເລີ້ມກາານດຳເນີນຄະດີ ຄັ້ງທີ 2 ຕໍ່ເຈົ້າໜ້າທີ່ລະດັບສູງສຸດ
ຂອງຂະເໝນແດງ 2 ຄົນ ທີ່ຍັງມີຊີວິດ.

ອະດີດຜູ້ນຳລັດ ຂຽວ ສຳພັນ ແລະ ນວນ ເຈຍ ຫົວໜ້າຝ່າຍອຸດົມ
ການ ປະເຊີນກັບຂໍ້ຫາ ຂ້າລ້າງເຊື້ອຊາດເຜົ່າພັນ ໃນການດຳເນີນ
ຄະດີທີ່ເລີ້ມຂຶ້ນ ໃນວັນພຸດມື້ນີ້ ຢູ່ນະຄອນຫລວງພະນົມເປັນ.

ຜູ້ນຳທີ່ຊະລາພາບທັງສອງ ມີກຳນົດຈະຖືກຕັດສິນລົງໂທດໃນ
ວັນທີ 7 ສິງຫາ ເດືອນໜ້ານີ້ ຫຼັງຈາກໄດ້ຖື້ກຕັດສິນວ່າ ມີຄວາມ
ຜິດໃນການດຳເນີນຄະດີເທື່ອທຳອິດ ໃນຂໍ້ຫາກໍ່ອາຊະຍາກຳຕ້ານມວນມະນຸດ ທີ່ໄດ້ສິ້ນ
ສຸດລົງ ໃນປີແລ້ວນີ້.

ຂຽວ ສຳພັນ ອະດີດຜູ້ນຳລັດຂະເໝນແດງ ນັ່ງຟັງ ຢູ່ໃນຫ້ອງສານ ລະຫວ່າງ ການສອບສວນ ຂອງຄະນະສານທີ່ສະໜັບສະໜຸນໂດຍ ສະຫະປະຊາຊາດ ຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ, ວັນທີ 30 ກໍລະກົດ 2014.
ຂຽວ ສຳພັນ ອະດີດຜູ້ນຳລັດຂະເໝນແດງ ນັ່ງຟັງ ຢູ່ໃນຫ້ອງສານ ລະຫວ່າງ ການສອບສວນ ຂອງຄະນະສານທີ່ສະໜັບສະໜຸນໂດຍ ສະຫະປະຊາຊາດ ຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ, ວັນທີ 30 ກໍລະກົດ 2014.

ໃນການດຳເນີນຄະດີຢູ່ສານ ໃນວັນພຸດມື້ນີ້ Khieu Samphan
ທີ່ເບິ່ງຄືວ່າ ມີສຸຂະພາບ ແຂງແຮງດີນັ້ນ ໄດ້ຈົດຂໍ້ຄວາມ ຢູ່ຄຽງ
ຂ້າງທີມທະນາຍຄວາມຂອງລາວ. ສ່ວນ Nuon Chea ບໍ່ໄດ້ມີໜ້າ.

ການພິຈາລະນາຄະດີຄັ້ງທີ 2 ນີ້ ແມ່ນຈະສຸມໃສ່ ກາານສັງຫານ ໝູ່ຊາວກຳປູເຈຍຊົນກຸ່ມນ້ອຍ ເຊື້ອສາຍຫວຽດນາມ ແລະ ຈາມ
ມຸສລິມ ຫຼາຍແສນຄົນ.

ມີຊາວກຳປູເຈຍ ຫຼາຍຮອດ 2 ລ້ານຄົນ ໄດ້ຖືກຂ້າຕາຍ ໃນ
ລະຫວ່າງການປົກຄອງ ຂອງພວກຂະເໝນແດງ ທີ່ພະຍາຍາມ
ຈະສ້າງຕັ້ງ ລັດສັງຄົມນິຍົມທີ່ສົມບູນແບບ ໃນຊຸມປີ 1970 ນັ້ນ.

CAMBODIA KHMER ROUGE VOSOT
please wait

No media source currently available

0:00 0:01:28 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG