ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງ ໃນເຂດກາຊາ ຍັງດຳເນີນຕໍ່ໄປ ໃນຂະນະທີ່ ເຈົ້າໜ້າທີ່ ຫາທາງ ຢຸດຍິງ (ສະໄລດ໌/ວີດີໂອ)


ຊາວປາແລສໄຕນ໌ ຊອກຫາ ພວກທີ່ໄດ້ຮັບເຄາະຮ້າຍ ຈາກການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເມືອງ Khan Younis ໃນເຂດກາຊາໃຕ້ ວັນທີ 24 ກໍລະກົດ 2014.
ຊາວປາແລສໄຕນ໌ ຊອກຫາ ພວກທີ່ໄດ້ຮັບເຄາະຮ້າຍ ຈາກການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເມືອງ Khan Younis ໃນເຂດກາຊາໃຕ້ ວັນທີ 24 ກໍລະກົດ 2014.

ກອງທັບ​ອິສຣາ​ແອ​ລ ຍັງສືບຕໍ່ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ
ຍິງຖະຫຼົ່ມດ້ວຍ​ລົດ​ຖັງເຂົ້າ​ໃສ່​ເຂດ​ກາຊາ​ ​ໃນ​ຂະນະ​ດຽວ​ກັນ​ລູກ
​ຈະຫຼວດຂອງ​ກຸ່ມ​ຮາ​ມັສ ກໍ​ຍິງ​ເຂົ້າ​ໃສ່​ອິສຣາ​ແອ​ລ ທ່າມກາງ​
ຄວາມ​ພະຍາຍາມ​ຕ່າງໆ ​ເພື່ອ​ຮັບປະກັນ​ໃຫ້​ມີ​ການ​ຢຸດ​ຍິງ​ກັນ
ເພື່ອ​ຍຸດຕິ​ການ​ສູ້​ລົບ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ການ
​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 20
ຄົນ​ໃນ​ເຊົ້າ​ວັນພະຫັດ​ມື້​ນີ້ ຊຶ່ງ​ເຮັດ​ໃຫ້​ຈຳນວນ​ຜູ້​ເສຍ​ຊີວິດ​ທັງ
​ໝົດ ເພີ້ມຂຶ້ນ​ເປັນ 718 ຄົນ ນັບ​ແຕ່​ອິສຣາ​ແອ​ລ ​ໄດ້​ເລີ້ມ​ທຳ
​ການ​ໂຈມ​ຕີ​ ​ເພື່ອ​ໃຫ້​ກຸ່ມ​ຮາ​ມັສຢຸດ ຍິງ​ຈະ​ຫຼວດ​ໃສ່ ນັບ​ແຕ່​ວັນ ​ທີ 8 ກໍລະກົດ​ເປັນ​ຕົ້ນ​ມາ ​ແລະທະຫານ​ອິສຣາ​ແອ​ລ 32 ຄົນ​ ໄດ້​ເສຍ​ຊີວິດ​ໄປ.

ກອງທັບ​ອິສຣາ​ແອ​ລ ແຈ້ງ​ໃຫ້​ຊາບ​ວ່າ ມີ​ການ​ຍິງ​ຈະ​ຫຼວດຈຳນວນນຶ່ງ ເຂົ້າ​ໃສ່​ອິສຣາ​ແອ​ລ​
ໃນ​ວັນ​ພະຫັດ​ມື້​ນີ້ ຮວມທັງຫລາຍ​ລູກ​ທີ່​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ Iron Dome ຂອງ​ຕົນ​ ສະກັດ​ກັ້ນ​ໄວ້​ໄດ້.

​ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກຳລັງ​
ຢູ່​ທີ່​ນະຄອນຫຼວງ​ໄຄໂຣ ​ເພື່ອ​ສືບ​ຕໍ່​ຊຸກຍູ້​ໃຫ້​ມີ​ການ​ຕົກລົງຢຸດ​ຍິງ​ກັນ.

Israel Targets Gaza Supply Tunnels
please wait

No media source currently available

0:00 0:02:44 0:00

ໃນ​ວັນ​ພຸດ​ວານ​ນີ້ ທ່ານ Kerry ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີ Benjamin Netanya
hu ​ແຫ່ງ​ອິສຣາ​ແອ​ລ ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ​ແລະ​ທ່ານ​ພັນ​ກີ​ມູນ ​ເລຂາ ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຊຶ່ງ​ທ່ານ​ໄດ້​ບໍ່​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ໃດໆ​ໃຫ້​
ຮູ້ ຫຼັງ​ຈາກ​ການ​ໂອ້​ລົມ​ສົນທະນາກັນ​ແລ້ວ ​ແຕ່ກໍ​ກ່າວ​ໃນ​ເຊົ້າ​ມື້​ນັ້ນ​ວ່າ“​ໄດ້​ບັນລຸ​ຄວາມ​
ຄືບ​ໜ້າ​ເລັກ​ນ້ອຍ”.

ບັນດາ​ຜູ້ນຳ​ກຸ່ມ​ຮາ​ມັສ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ບໍ່​ຕົກລົງຮັບເອົາການ​ຢຸດ​ຍິງ ນອກຈາກ​ວ່າ ອິສຣາ​ແອ​ລ ​ແລະ​ອີ​ຈິບ​ ຈະຍຸດຕິ​ການປິດລ້ອມ ຕໍ່ເຂດກາຊາ.

ອິສຣາ​ແອ​ລຢາກ​ໃຫ້​ມີ​ການ​ຢຸ​ດເຊົາການຍິງ​ລູກ​ຈະ​ຫຼວດໂຈມຕີຕົນ ​ແລະ​ຢາກ​ທຳລາຍ​ຕາ​ໜ່າງອຸ​ໂມງ​ຕ່າງໆ​ ຂ້າມ​ຊາຍ​ແດນ ​ທີ່​ພວກ​ຫົວ​ຮຸນ​ແຮງ​ໃຊ້​ນັ້ນ.

israelpalestinians24july14
please wait

No media source currently available

0:00 0:01:54 0:00

XS
SM
MD
LG