ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຢຸດຍິງ ໃນເຂດກາຊາ ເລີ້ມມີຜົນ ບັງຄັບໃຊ້ ແລ້ວ (ສະໄລດ໌/ວີດີໂອ)


ຊາວປາແລສໄຕນ໌ຄົນນຶ່ງ ຫອບສິ່ງຂອງໆລາວ ຈາກເຮືອນ ທີຖືກທຳລາຍ ຢູ່ເມືອງ Beit Hanoun ຊຶ່ງພວກທີ່ເຫັນ ເຫດການເວົ້າວ່າ ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກການຍິງປືນໃຫຍ່ ແລະການໂຈມຕີທາງອາກາດ ຂອງອິສຣາແອລ (26 ກໍລະກົດ 2014)
ຊາວປາແລສໄຕນ໌ຄົນນຶ່ງ ຫອບສິ່ງຂອງໆລາວ ຈາກເຮືອນ ທີຖືກທຳລາຍ ຢູ່ເມືອງ Beit Hanoun ຊຶ່ງພວກທີ່ເຫັນ ເຫດການເວົ້າວ່າ ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກການຍິງປືນໃຫຍ່ ແລະການໂຈມຕີທາງອາກາດ ຂອງອິສຣາແອລ (26 ກໍລະກົດ 2014)

ພວກຫົວຮຸນແຮງປາແລສໄຕນ໌ ໄດ້ປະທະກັນ ກັບທະຫານອິສ
ຣາແອລ ບໍ່ດົນກ່ອນການຢຸດຍິງ ເປັນເວລາ 12 ຊົ່ວໂມງ ເລີ້ມ
ມີຜົນບັງຄັບໃຊ້ ຢູ່ເຂດກາຊາ ໃນຕອນເຊົ້າຂອງວັນເສົາມື້ນີ້.

ເຈົ້າໜ້າທີ່ຄົນນຶ່ງ ຂອງກຸ່ມຫົວຮຸນແຮງຮາມັສ ກ່າວວ່າ ກຳລັງ
ຂອງຕົນຈະປະຕິບັດຕາມ ການຢຸດເຊົາຄວາມເປັນປໍລະປັກ
ດັ່ງກ່າວ.

ສ່ວນຝ່າຍອິສຣາແອລ ເວົ້າວ່າ ກຳລັງຂອງຕົນຈະສືບຕໍ່ຊອກ
ຄົ້ນຫາອຸໂມງຕ່າງໆ ທີ່ໃຊ້ໂດຍພວກຫົວຮຸນແຮງປາແລສໄຕນ໌ ໃນລະຫວ່າງທີ່ມີການຢຸດຍິງ.

ເຈົ້າໜ້າທີ່ສາທາລະນະສຸກໃນເຂດກາຊາກ່າວວ່າ ພວກກູ້ໄພໄດ້ຄົ້ນພົບຊາກສົບ ບໍ່ຕ່ຳກວ່າ 40 ສົບ ຢູ່ຕາມຊາກຫັກພັງ ນັບແຕ່ການຢຸດຍິງເລີ້ມຂຶ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວໃນວັນສຸກວານນີ້ວ່າ ການຢຸດຍິງນີ້ແມ່ນເພື່ອເປັນກຽດໃຫ້ແກ່ວັນພັກ Eid ຂອງຊາວມຸສລິມ ຊຶ່ງເປັນຂີດໝາຍ ໃນການສິ້ນສຸດລົງຂອງເດືອນສັກສິດຣາມາດານນັ້ນ.

ທ່ານເວົ້າວ່າ ການຢຸດຍິງດັ່ງກ່າວແມ່ນຈະໃຊ້ສຳລັບນຳເອົາທຸກພັກຝ່າຍໃຫ້ມາພົບພໍ້ກັນ
ເພື່ອຊອກຫາບັນຫາສຳຄັນໆ ທີ່ພາໃຫ້ເກີດການສູ້ລົບກັນຢ່າງຮຸນແຮງ ເປັນເວລາຫຼາຍ ອາທິດລະຫວ່າງອິສຣາແອລແລະປາແລສໄຕນ໌.

ທ່ານ Kerry ພວມຢູ່ທີ່ນະຄອນຫຼວງປາຣີໃນວັນເສົາມື້ນີ້ ເພື່ອສືບຕໍ່ການດຳເນີນຄວາມ ພະຍາຍາມ ໃຫ້ມີການບັນລຸການຢຸດຍິງ ຢ່າງເປັນການຖາວອນ. ທ່ານເວົ້າວ່າ ໂລກທັງ ມວນພວມສົງໄສຢູ່ວ່າ ເວລາໃດທັງສອງຝ່າຍຈຶ່ງຈະຮູ້ສຶກສຳນຶກໄດ້.

ການໂຈມຕີທາງອາກາດແລະພາກພື້ນດິນ ເປັນເວລາ 2 ອາທິດກວ່າໆຂອງອິສຣາແອລ ເພື່ອຍຸດຕິການຍິງຈະຫຼວດເຂົ້າໃສ່ຂອງກຸ່ມຮາມັສຈາກເຂດກາຊາ ເຮັດໃຫ້ຊາວປາແລສ ໄຕນ໌ເສຍຊີວິດໄປແລ້ວ ຫລາຍກວ່າ 800 ຄົນ. ພວກເຄາະຮ້າຍສ່ວນໃຫຍ່ ແມ່ນພົນລະ
ເຮືອນ ຮວມທັງຈຳນວນນຶ່ງແມ່ນພວກເດັກນ້ອຍ. ມາຮອດເວລານີ້ມີທະຫານອິສຣາແອລ
32 ຄົນ ແລະພົນລະເຮືອນອີກ 2 ຄົນ ໄດ້ເສຍຊີວິດ.

ອິສຣາແອລທວງໃຫ້ເຂດກາຊາເປັນເຂດປອດທະຫານແລະຢືນຢັດວ່າ ຕົນມີສິດໃນການ ປ້ອງກັນໂຕ ຈາກການໂຈມຕີດ້ວຍຈະຫຼວດຂອງພວກກໍ່ການຮ້າຍ.

ຝ່າຍປາແລສໄຕນ໌ຢາກໃຫ້ອິສຣາແອລແລະອີຈິບຢຸດເຊົາການປິດລ້ອມຕໍ່ເຂດກາຊາ ຊຶ່ງ ເປັນການບີບບັງຄັບທາງດ້ານເສດຖະກິດ ແລະປ້ອງກັນບໍ່ໃຫ້ຊາວປາແລສໄຕນ໌ເດີນທາງ
ໄດ້.

ISRAEL PALESTINIANS UPD CNPK
please wait

No media source currently available

0:00 0:02:03 0:00

XS
SM
MD
LG