ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມກ້າວໜ້າ ທີ່ໄດ້ມາ ໃນການຕໍ່ສູ້ຕ້ານ ໂຣກມາລາເຣຍ ກຳລັງ ປະສົບກັບບັນຫາໃໝ່


Gains Being Made Against Malaria
please wait

No media source currently available

0:00 0:03:12 0:00

ເບິ່ງວີດີໂອ ລາຍງານນີ້

ໂລກ​ພວມໄດ້​ຮັບ​ໄຊ​ຊະນະ ໃນການ​ຕໍ່ສູ້ ​ກັບ​ໂຣກມາລາ​ເຣຍ
​ແລະ ຢາ​ທີ່​ມີຄວາມສາມາດ​ບົ່ມ​ຊ້ອນເປັນວັກ​ຊີ​ນໄດ້ນັ້ນ ​ກຳ
ລັງ​ຢູ່​ໃນ​ຂັ້ນທົດ​ສອບ ​ຢູ່ ​ແຕ່​ອົງການ​ສະຫະ​ປະຊາ​ຊາດ
​ເຕືອນ​ວ່າ ມັນ​ບໍ່​ແມ່ນ​ເວລາ​ ສຳ​ຫລັບ​ ການສະແດງຄວາມ
ເພິ່ງ​ພໍໃຈ​ເທື່ອ. Carol Pearson ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ
ຄວາມ​ກ້າວໜ້າ​ດັ່ງກ່າວ ທີ່​ໄດ້​ຊ່ວຍ​ຊີວິດ ຫຼາຍລ້ານ​ຄົນ​ແລ້​ວ
​ແລະ ກ່ຽວ​ກັບການ​ຂົ່ມຂູ່​ຕ່າງໆ ທີ່ອາດ​ເຮັດ​ໃຫ້​ຄວາມ​ພະຍາ
ຍາມ ​ເພື່ອ​ຄວບ​ຄຸມ ຫຼື ​ແມ່ນ​ກະ​ທັງ​ ລົບ​ລ້າງ​ພະຍາດ​ດັ່ງກ່າວ​
ປະສົບ​ກັບ​ບັນຫາ. ​ໄຊ​ຈະ​ເລີ​ນສຸກ​ ຈະ​ນຳ​ເອົາ​ລາຍ​ງານ​ເລື້ອງ​ນີ້
​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ໃນ​ວັນ​ມາລາ​ເຣຍ​ໂລກ ຄື​ວັນ​ທີ 25 ​ເມສາ ຜ່ານ​ມາ​ແລ້ວນັ້ນ ບັນດາ​ແຂກ​ຜູ້​ມີ​ກຽດ ​ເຊັ່ນ
​ເຈົ້າຍິງ Astrid ​ແຫ່ງປະ​ເທດ​ແບລຈຽມ ​ໄດ້​ນຳເອົາ ​ເລື້ອງພະຍາດ​ນີ້​ ຂຶ້ນມາ​ໃຫ້ເປັນ ທີ່
ສົນໃຈ ວ່າ ພວກ​ເດັກນ້ອຍ ​ແລະ ພວກ​ຜູ້ຍິງ ​ທີ່​ກຳລັງ​ຖືພາ ​ແມ່ນຕົກ​ເປັນ​ເປົ້າໝາຍ ຂອງມັນ.

ບັນດາ​ນັກຄົ້ນຄວ້າ ​ໄດ້​ລະບຸ​ຢາວັກ​ຊີ​ນທີ່​ອາດ​ເປັນ​ໄປ​ໄດ້ອັນ​ໜຶ່ງ ​ທີ່​ໄດ້​ພິສູດ​ໃຫ້​ເຫັນ​ວ່າ
ມີ​ປະສິດ​ທິພາ​ບ​ ໃນ​ບາງ​ສ່ວນ​ ຕໍ່​ພະຍາດດັ່ງກ່າວ​ນັ້ນ ​ໃນລະຍະເຖິງ 4 ປີ. ພວກ​ເຂົາ​ເຈົ້າ
ກ່າວວ່າ ຢາວັກ​ຊີ​ນດັ່ງກ່າວ ອາດ​ສາມາດ​ປ້ອງ​ກັນ ຈຳນວນຄົນ​ສ່ວນ​ໃຫຍ່ ຈາກ​ການ​ຕິດ​
ແປດ​ພະຍາດ​ໄດ້ ໂດຍ​ພິ​ເສດ​ແລ້ວ ​ແມ່ນ​ຢູ່​ໃນ​ບໍ​ລິ​ເວນ​ຕ່າງໆ ທີ່​ມີ​ການ​ຕິດ​ແປດ​ສູງນັ້ນ.

ທຶນ​ສຳ​ຫລັບໂຣກມາລາເຣຍ ໄດ້ເພີ້ມຂຶ້ນຕະຫລອດ ໄລຍະທົດສະວັດ ຜ່ານມາ ແລະ ຜົນ
ສະທ້ອນຕ່າງໆ ແມ່ນເຫັນໄດ້ ໃນທັງດ້ານການຄົ້ນ ຄວ້າ ແລະຈຳນວນຜູ້ຄົນ ທີ່ສາມາດ
ຊ່ວຍຊີວິດໄວ້ໄດ້.

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ການເສຍຊີວິດຍ້ອນ​ໂຣກມາລາເຣຍ ໄດ້ຫລຸດລົງ ​ເກືອບ 50 ​ເປີ​ເຊັນ ​ໃນ​ທົ່ວ​ໂລກ ​ແລະ ຫຼາຍກວ່າ​ນັ້ນ​ອີກ ​ໃນ​ເຂດ​ໃຕ້​ທະ​ເລ​ຊາຍ Sahara ຂອງ​ອາ​ຟຣິກາ. ຈຳນວນ​ຂອງ ພວກ​ເດັກນ້ອຍ ໃນອາ​ຟຣິກາ ທີ່​ເປັນ​ມາລາ​ເຣຍ ​ແມ່ນ​ໄດ້ຫລຸດໜ້ອຍລົງ​ກວ່າ ທີ່​ເຄີຍ​ເປັນ​ມາແຕ່​ກ່ອນ.

ການກວດ​ສອບແບບໃໝ່ ​ຍັງ​ໄດ້​ສົ່ງ​ຜົນຕໍ່​ການຫຼຸດຜ່ອນຈຳນວນ​ ຂອງ​ຜູ້​ເສຍ​ຊີວິດ. ຜົນຂອງ ​ການກວດ​ສອບ​ຕ່າງໆ ຈະ​ອອກມາ​ໃຫ້​ຮູ້ ພາຍ​ໃນ 15 ນາ​ທີ ​ແລະ ການ​ຮັກສາ​ປິ່ນປົວ ​ເພື່ອ​ຊ່ວຍຊີວິດ​ໄວ້​ນັ້ນ ສາມາດ​ເລີ້ມ​ຕົ້ນຂຶ້ນ​ເລີຍ.

ບັດ​ນີ້ ຫຼາຍໆ​ປະ​ເທດ ​ແມ່ນ​ເພັ່ງ​ເລັງ​ໃສ່ ການ​ລົບລ້າງ​ພະຍາດ​ດັ່ງກ່າວ​ ​ເປັນຄັ້ງທຳ​ອິດ ​ໃນ​ປະຫວັດ​ສາດ ອີງ​ຕາມ ​ໂຄ​ງການ Roll Back Malaria ທີ່​ປະສານງານ​ ຄວາມພະຍາຍາມ ຂອງ​ນານາ​ຊາດ ​ໃນ ການຕໍ່ຕ້ານ​ໂຣກມາລາ​ເຣຍ.

​ການອຳນວຍຄວາມສະດວກ ເພື່ອໃຫ້ມີມຸ້ງໃຊ້ຢ່າງງ່າຍໆນັ້ນ ຈະຊ່ວຍປ້ອງກັນບໍ່ໃຫ້ ພວກຍຸງ​ ທີ່ເປັນ​ພາຫະ​ຂອງ​ກາ​ຝາກ ກັດ​ເອົາ ​ແມ່ນ​ໄດ້​ເຮັດ​ໃຫ້ສະຖານະ​ການ​ມີ​ການ​ຫັນປ່ຽນ.

ດຣ. Fatoumata Nafo-Traore ​ເວົ້າວ່າ “​ແຕ່​ຫາກວ່າ ພວກ​ເຮົາ ຍັງ​ຂາດແຄນຊັບ
ພະຍາກອນ​ຕ່າງໆ ອີກ 50 ​ເປີ​ເຊັນ ​ທີ່​ມີ​ຄວາມ​ຕ້ອງການ​ ສຳ​ຫລັບ​ ການ​ຕໍ່​ສູ້​ຕ້ານ​
ຢັນ ກັບ​ໂຣກມາລາ​ເຣຍໃນໂລກ.”

ດຣ. Fatoumata Nafo-Traore ​ເປັນ​ຫົວໜ້ານຳພາ ໂຄງການພາຄີ ​ເພື່ອ​ພິກ​ປີ້ນ​ຄືນ​
ໂຣກມາລາ​ເຣຍ ຫຼື Roll Back Malaria Partnership. ທ່ານ​ນາງ ກໍຄື​ກັນ​ກັບ​ພວກ​ຄົນ
​ສ່ວນ​ໃຫຍ່ ທີ່​ເຮັດວຽກ ເພື່ອ​ລົບ​ລ້າງໂຣກມາລາ​ເຣຍ ແມ່ນ​ມີ​ຄວາມ​ເປັນ​ຫ່ວງ ວ່າ ພວກ​ຍຸງ
ແມ່ນ​ກຳລັງ​ສ້າງ​ຄວາມ​ຕ້ານທານ ຕໍ່​ຢາ​ຂ້າ​ແມງ​ໄມ້​ຕ່າງໆ ທີ່ໄດ້ນຳ​ໃຊ້ໂດຍ​ທົ່ວ​ໄປຫຼາຍ
ທີ່​ສຸດ ​ໃນ​ອາ​ຟຣິກາ.

ຢູ່ຫຼາຍໆ​ເຂດໃນ​ເອ​ເຊຍ ກາ​ຝາກທີ່​ພາ​ໃຫ້​ເກີດ​ເປັນ​ໂຣກມາລາ​ເຣຍນັ້ນ ​ແມ່ນ ​ໄດ້​ສ້າງຄວາມ ​ຕ້ານທານ ຕໍ່​ຢາ artemisinen ຊຶ່ງເປັນຢາ​ຕ້ານ​ໂຣກມາລາ​ເຣຍ ທີ່​ສຳຄັນນັ້ນ. ສະຖານະ​ການ​ດັ່ງກ່າວ​ນີ້ ​ໄດ້ຂົ່ມຂູ່​ຕໍ່​ຄວາມ​ພະຍາຍາມ ທີ່​ຈະ​ຄວບຄຸມ ​ແລະ ລົບ​ລ້າງ ​ໂຣກມາລາ​ເຣຍ.

ການ​ຍຸດ​ຕິໂຣກມາລາ​ເຣຍ ​ແມ່ນຈະ​ຕ້ອງ​ໄດ້​ຮັບ​ທຶນ ຈາກ​ປະຊາ​ຄົມນາ​ນາ​ຊາດ ​ແລະ ການ​
ຮ່ວມ​ໄມ້​ຮ່ວມ​ມື ກັບ​ບັນດາ​ປະ​ເທດເພື່ອນ​ບ້ານ ບ່ອນ​ທີ່ໂຣກມາລາ​ເຣຍ ​ແມ່ນກຳລັງລະບາດ ​ຢູ່​ນັ້ນ.

ດຣ. William Moss ຈາກ​ສະ​ຖາ​ບັນ ຄົ້ນຄວ້າ​ໂຣກມາລາ​ເຣຍ Johns Hopkins ​ໄດ້​ກ່າວ
​ຢ້ຳ​ເຊັ່ນ​ນີ້ ​ໃນ​ການໂທ​ເຂົ້າມາສົນທະນາ​ກັບ​ວີ​ໂອ​ເອ ຈາກເມືອງ Lubumbashi ຂອງ​ປະ​ເທດ ສາ​ທາ​ລະນະ​ລັດ ປະຊາທິປະ​ໄຕ ຄອງ​ໂກ.

ດຣ​. Moss ​ເວົ້າວ່າ “ຖ້າ​ບໍ່​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ແລ້ວ ຜົນສຳ​ເລັດ ​ແລະ ​ຄວາມ​ກ້າວໜ້າ
ຕ່າງໆ ທີ່​ໄດ້​ມາ ​ຢູ່ໃນປະເທດໃດປະເທດນຶ່ງ ສາມາດ ​ຖືກ​ບ່ອນທຳ​ລາຍໄດ້ ​ໂດຍ
ການນຳເຂົ້າ ໂຣກມາລາເຣຍ ຈາກບັນດາ ປະເທດເພື່ອນບ້ານອື່ນໆ.”

ແຕ່​ໂຣກມາລາເຣຍ ຍັງສືບຕໍ່​ເອົາ​ຊີວິດຜູ້ຄົນ ຫຼາຍກວ່າ 5 ແສນຄົນ ​ໃນແຕ່ລະປີ ໂດຍສ່ວນ
ໃຫຍ່​ແລ້ວ ແມ່ນພວກເດັກນ້ອຍ. ບັນດານັກຊ່ຽວ ຊານ ກ່າວວ່າ ເພື່ອຍຸດຕິ​ໂຣກດັ່ງກ່າວນີ້
ຕ້ອງໄດ້ຄວບຄຸມ ພວກຍຸງທີ່​ເປັນ​ພາຫະ ຜະລິດຢາຕ່າງໆ ທີ່ດີກວ່າເກົ່າ ແລະ ໃນທີ່ສຸດ
ກໍຜະລິດຢາວັກຊີນ ທີ່ມີປະສິດທິພາບ.

XS
SM
MD
LG