ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ຊ່ຽວຊານ ການບິນຝຣັ່ງ ຮ່ວມສືບສວນ ອຸບັດຕິເຫດ ຢູ່ເດີ່ນບິນ ມົສກູ


ທ່ານ Christopher de Margerie ປະທານ ແລະຫົວໜ້າ
​ບໍລິສັດ​ນໍ້າ ມັນຍັກໃຫຍ່ ຂອງຝຣັ່ງ ທີ່ເສຍຊີວິດ ຈາກອຸປະຕິເຫດ ເຮືອບິນຕຳລົດກວດຫິມະ
ທ່ານ Christopher de Margerie ປະທານ ແລະຫົວໜ້າ ​ບໍລິສັດ​ນໍ້າ ມັນຍັກໃຫຍ່ ຂອງຝຣັ່ງ ທີ່ເສຍຊີວິດ ຈາກອຸປະຕິເຫດ ເຮືອບິນຕຳລົດກວດຫິມະ

ບັນດາ​ຜູ້​ຊ່ຽວຊານດ້ານການບິນຝຣັ່ງ ​ໄດ້​ໄປເຖິງຣັດ​ເຊຍ ​ໃນ​
ຕອນແລງ​ຂອງ​ວັນ​ອັງຄານວານນີ້ ​ເພື່ອ​ຊ່ວຍ​ສື​ບສວນ​ກ່ຽວ​ກັບ​ອຸບັດຕິເຫດເຮືອບິນຕຳກັບລົດກວດຫິມະ ທີ່​ເຮັດ​ໃຫ້ປະທານ
​ບໍລິສັດ​ນໍ້າ ມັນຍັກໃຫຍ່ຂອງຝຣັ່ງເສຍ​ຊີວິດ ​ໃນ​ຕົ້ນ​ອາທິດ​ນີ້.

ກຸ່່ມ​ດັ່ງກ່າວ ແມ່ນ​ຮວມ​ທັງ ບັນດາ​ເຈົ້າ​ໜ້າ​ທີ່ດ້ານ​ຄວາມ​ປອດ​
ໄພ ທາງ​ການບິນແຫ່ງ​ຊາດແລະ​ບັນດາ​ຜູ້ຕາງໜ້າຂອງບໍລິສັດ
ທີ່​ສ້າງແລະ​ບໍລິຫານ​ເຮືອບິນອາຍພົນ​ສ່ວນ​ໂຕທີ່ໄດ້ຕໍາ​ ກັບລົດ
ກວດ​ຫິມະ ​ໃນ​ເວລາທີ່​ເຮືອບິນ ​ກຳລັງ​ຈະ​ຂຶ້ນ ຈາກ​ເດີ່ນ​ບິນ
Vnukovo ທີ່​ມົສກູ​ ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້.

​ເຮືອບິນ​ໄດ້​ເກີດ​ໄຟ​ໄໝ້ ​ໂດຍເຮັດ​ໃຫ້​ພະນັກງານທັງ​ສາມ​ຄົນຂອງເຮືອບິນ ​ແລະ​ທ່ານ Christopher de Margerie ​ປະທານ ​ແລະ​ຫົວໜ້າ​ບໍລິຫານ ບໍລິສັດນ້ຳມັນ​ຍັກ​ໃຫຍ່
Total ຂອງ​ຝຣັ່ງ ​ເສຍ​ຊີວິດ.

ເປັນທີ່ຄາດກັນວ່າ ພວກຜູ້ຊ່ຽວຊານຂອງຝຣັ່ງ ຈະ​ເລີ້ມ​ປະຕິບັດ​ງານ​ ກັບຄະນະ​ກຳມະ
ການ ການບິນຂອງຣັດ​ເຊຍ ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ກວດເບິ່ງ​ເຄື່ອງ​ບັນທຶກຂໍ້​ມູນການບິນ
ຂອງເຮືອບິນດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ສົງໄສ​ວ່າ ຄົນ​ຂັບ​ລົດກວດ​ຫິມະ​ເມົາເຫລົ້າ ​ໃນ​ເວລາ​ທີ່​ເກີດ​ອຸບັດຕິເຫດຕຳກັບເຮືອບິນ. ​ເຂົາ​ເຈົ້າໄດ້​ເລີ້ມທຳການສືບສວນ ​ໃນການ​ກະທຳຜິດກ່ຽວ
ກັບຄະດີນີ້ແລ້ວ.

RUSSIA FRANCE OIL VOSOT
please wait

No media source currently available

0:00 0:02:23 0:00

XS
SM
MD
LG