ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອລົບ ອິດສະຫຼະພາບ ຂອງຝຣັ່ງ ຢ້ຽມຢາມ ສະຫະລັດ


'Freedom Frigate' Replica Tours US Ports
please wait

No media source currently available

0:00 0:02:46 0:00

ເຮືອຣົບ ອິດສະຫຼະພາບ ກຳລັງຢ້ຽມຢາມ ທ່າກຳປັ່ນ ສຫລ

ມື້ນີ້ວັນທີ 4 ກຳລະກົດ ແມ່ນວັນເອກະລາດ ຫຼື ວັນຊາດຂອງ
ອາເມຣິກາ. ໃນມື້ນັ້ນຂອງປີ 1776, ບັນດາລັດ​ອານານິຄົມ
ອາເມຣິກາ 13 ​ແຫ່ງທີ່ຕໍ່ສູ້ໃນສົງຄາມກັບອັງກິດ ໄດ້ກໍ່ຕັ້ປະເທດ
ໃໝ່ຂຶ້ນ. ຊາວອາເມຣິກັນ ອາດຈະ​ເສຍໄຊສົງຄາມ ທີ່ຈົບລົງໃນ
ປີ 1783, ຖ້າບໍ່ແມ່ນຍ້ອນເຮືອຂອງ ຝຣັ່ງ ທີ່ໄດ້ຂ້າມມະຫາສະມຸດ
ແອັດແລນຕິກ ເພື່ອມາຊ່ວຍເຫຼືອກອງທັບ ອາເມຣິກາ ທີ່ເຕັມໄປ
ດ້ວຍຄວາມທຸກຍາກລຳບາກ. ປະຈຸບັນນີ້ ເຮືອຈຳລອງເຕັມຮູບ
ແບບ ຂອງເຮືອທີ່ວິເສດລຳນີ້ ໄດ້ທຳການເດີນທາງແບບດຽວກັນ
ກັບໃນສະໄໝສົງຄາມ ແລະ ກຳລັງຂຶ້ນລ່ອງເລາະຕາມຊາຍຝັ່ງ ທະເລກ້ຳຕາເວັນອອກຂອງສະຫະລັດ ຕະຫຼອດກາງເດືອນ
ກໍລະກົດ. ມື້ນີ້ເຮືອລຳດັ່ງກ່າວ ແມ່ນທຽບທ່າຢູ່ທ່າເຮືອໃນນະຄອນ
ນິວຢອກ. ນັກຂ່າວ ວີໂອເອ Deborah Block ໄດ້ໄປຢ້ຽມຢາມເຮືອລຳນີ້ໃນຂະນະທີ່ມັນ ຈອດຢູ່ເມືອງ Alexandria, ລັດ Virginia ຕິດກັບນະຄອນຫຼວງ Washington, ເຊິ່ງ ພຸດທະສອນ ມີລາຍລະ ອຽດມານຳສະເໜີທ່ານ.

ເຮືອຈຳລອງຂະໜາດກາງ ຍາວ 65 ແມັດ, ຊື່ວ່າ The Hermione ແມ່ນເຮືອຣົບປະເພດ ໜຶ່ງ ທີ່ມັກເຫັນໃນຮູບແຕ້ມຕ່າງໆມີໃບເຮືອທີ່ໃຫຍ່ ຫົວເຮືອເປັນຄືກັບລູກທະນູ ທີ່ຕົບແຕ່ງ ຢ່າງສວຍງາມ, ແລະ ລູກເຮືອພາກັນປີນສາຍເຊືອກ ທີ່ຫ້ອຍກັບເຮືອ. ນາງ Aurore de
Vilain ແມ່ນມາ ກັບລູກເຮືອອາສາສະໝັກ ຊຶ່ງສ່ວນໃຫຍ່ເປັນຊາວຝຣັ່ງ ປະມານ 80 ຄົນ, ແລະ ລາວຈະຕ້ອງ ໄດ້ຕໍ່ສູ້ກັບໂຣກຢ້ານຄວາມສູງຂອງລາວ.

ນາງ Aurore de Vilain ໄດ້ກ່າວວ່າ “ມັນເປັນຄືກັບລູກຕຸ້ມທີ່ແກວ່ງໄປມາຈາກດ້ານໜຶ່ງ ໄປອີກດ້ານໜຶ່ງ ແລະ ເຈົ້າກໍຍັງຕ້ອງເຮັດຕໍ່ໄປ.”

ກ່ອນທີ່ຈະຂຶ້ນເຮືອລຳດັ່ງກ່າວນັ້ນ, ນາງ Alice Bru ແມ່ນບໍ່ເຄີຍຂີ່ເຮືອມາກ່ອນ.

ນາງ Alice Bru ກ່າວວ່າ “ພວກເຮົາມີເຊືອກຫຼາຍກວ່າ 200 ເສັ້ນ ແລະ ແຕ່ລະເສັ້ນ ແມ່ນໃຊ້ບໍ່ຄືກັນ. ແລະ ມັນກໍຍາກຫຼາຍ ດ້ານກາຍະພາບ ເພາະວ່າທຸກໆຢ່າງແມ່ນ ໜັກຫຼາຍ.”

ຕຳນານຂອງເຮືອ Hermione ເລີ່ມຕົ້ນຈາກມິດຕະພາບລະຫວ່າງທ່ານ George Washington, ຜູ້ບັນຊາການຂອງທະຫານ ສະຫະລັດ ເຊິ່ງຕໍ່ມາໄດ້ເປັນປະທານາທິບໍດີ ຂອງປະເທດ ແລະ Marquis de Lafayette ຂຸນນາງຊາວ ຝຣັ່ງ ທີ່ຍັງໜຸ່ມນ້ອຍເຊິ່ງເປັນ ທະຫານອາສາສະໝັກ. ທ່ານ Lafayette ໄດ້ກັບຄືນສູ່ ຝຣັ່ງ ເພື່ອນຳເອົາເຮືອ ຫຼາຍລຳ ແລະ ອາວຸດມາຊ່ວຍເຫຼືອຊາວ ອາເມຣິກາ. ທ່ານໄດ້ຂີ່ເຮືອ Hermione ກັບຄືນມາເພື່ອ ຊ່ວຍຕໍ່ສູ້ກັບ ອັງກິດ.

ທ້າວ Roy Wulf ພ້ອມ​ດ້ວຍ​ຂຸ່ຍລຸ້ນ​ໃໝ່​ຂອງ​ລາວ ​ແລະ ກຸ່ມ​ນັກ​ຕີ​ກອງ, ພາກັນ​ຫຼິ້ນ​ເພ​ງ ລະ​ນຶກເຖິງ​ປະຫວັດສາດ.

ທ້າວ Roy Wulf ​ກ່າວ​ວ່າ “ຊາວ​ອາ​ເມຣິກາ ​ໃນ​ເວລາ​ນັ້ນ​ມີ​ບັນຫາ​ໜ້ອຍ​ໜຶ່ງ ​ແລະ ທ່ານ Lafayette ​ໄດ້​ເຂົ້າ​ມາ​ຊ່ວຍ​ເຫຼືອ ​ແລະ ​ພວກ​ເຂົາ​ກໍ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ເອົາ​ຊະນະ​ສົງຄາມ.”

​ເຮືອ​ຈຳລອງລຳນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປະ​ເທດ ຝຣັ່ງ ດົນ​ກວ່າ 17 ປີ. ທ່ານ Kon Gojnycz ​ແມ່ນພູມ​ໃຈ​ທີ່​ຜູ້​ສ້າງ​ເຮືອ​ໄດ້ໃຊ້​ຫຼາຍ​ເທັກ​ນິກການ​ກໍ່ສ້າງຂອງສັດ​ຕະວັດ​ທີ 18.

ທ່ານ Kon Gojnycz ກ່າວ​ວ່າ “ປືນ​ໃຫຍ່ແທ້​ຈິງ​ແລ້ວ ຖືກ​ສ້າງ​ຄືນ​ໃໝ່​ຢູ່​ໂຮງງານ​ດຽວກັບ ປືນ​ໃຫຍ່ສຳ​ລັບ Hermione ​ແລະ ນາ​ວິກະໂຍທິນ ຝຣັ່ງ ກັບ​ຄືນ​ໄປ​ໃນ​ຊຸມປີ 1770.”

​ເຮືອ​ລຳ​ນີ້​ແມ່ນ​ຖືກ​ສ້າງ​ຂຶ້ນ​ໃຫ້ຄື​ກັບ​ຂອງ​ແທ້​ ຫຼາຍ​ເທົ່າທີ່​ຈະ​ເຮັດ​ໄດ້, ທ່ານ Bruno Gravellier ເປັນ​ຜູູ້ກຳກັບ​ຢູ່​ເທິງ​ເຮືອ. ​ແຕ່​ລາວ​ກ່າວ​ວ່າ ຍັງ​ມີ​ອີກ​ສອງ ສາມຢ່າງ​ເພີ່ມ​ເຕີມ​ທີ່​ຈະ​ເຮັດ​ໃຫ້​ເຮືອ​ລຳ​ນີ້ມີ​ຄວາມປອດ​ໄພ​ຂຶ້ນ​ຕື່ມ, ​ເຊັ່ນ​ ​ເຄື່ອງ​ຈັກ​ຂອງ​ມັນ.

ທ່ານ Bruno Gravellier ກ່າວ​ວ່າ “ຢູ່​ໃນ​ບ່ອນ​ທີ່​ເຮົາ​ອາ​ບນ້ຳ ​ແລະ ​ເຂົ້າ​ຫ້ອງ​ນ້ຳ, ​ແມ່ນ​ບ່ອນ​ທີ່​ເຄີຍ​ມີ​ແກະນັບ​ຮ້ອຍໂຕຢູ່.”

ສິ່ງ​ທີ່​ບໍ່​ໄດ້​ປ່ຽນ​ແປງ​ໃນ​ເຮືອ​ລຳ​ນີ້​ແມ່ນ ຫ້ອງ​ນອນ, ກ່າວ​ໂດຍ​ນັກ​ຮຽນ​ປະຫວັດສາດ, ທ້າວ Adam Hodges-Leclair, ໜຶ່ງ​ໃນ​ບັນດາ​ລູກ​ເຮືອ​ຊາວ ອາ​ເມຣິກາ ຢູ່​ເທິງ​ເຮືອ.

​ທ້າວ Adam Hodges-Leclair ​ເວົ້າ​ວ່າ “​ເຈົ້າຈະ​ຮູ້ສຶກເຖິງ​ເວ​ລາ​ເມື່ອ​ແຕ່ລະຄົນ​ໃກ້ຊິດ​ກັນ​ຫຼາຍ.​ ​ແລະ ກໍ​ເປັນ​ໄປ​ໄດ້​ວ່າ​ເຈົ້າ​ຕ້ອງການ​ເວລາ​ສຳລັບ​ໂຕ​ເອງ. ​ໃນ​ຂະ​ນະ​ດຽວ​ກັນ, ມັນ​ກໍ​ດີ​ຫຼາຍ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ ​ເວລາ​ທີ່​ເຈົ້າ​ກຳລັງ​ເຮັດ​ການ​ຝຶກ​ຊ້ອມ.”

ທ່ານ Miles Young, ປະ​ທານ​ໂຄງການ ໝູ່​ເພື່ອນ​ຂ​ອງ Hermione-Lafayette ​ໃນ​
ອາ​ເມຣິກາ ຫຼື Friends of Hermione-Lafayette in America, ຫວັງ​ວ່າ​ເຮືອ​ຈຳລອງ​ທີ່​ງົດ​ງາມ​ນີ້​ຈະ​ຊ່ວຍ​ໃຫ້​ທຸກ​ຄົນ​ຈື່​ໄດ້​ມິດຕະພາບ ​ຝຣັ່ງ-ອາ​ເມຣິກາ ຕື່ມ​ອີກ.

ທ່ານ Miles Young ກ່າວ​ວ່າ​ “ນີ້​ແມ່ນ​ໜຶ່ງ​ໃນ​ສັນຍາ​ລັກ​ການ​ເດີນທາງ​ຂອງ​ເສລີ​ພາບ​ໃນ​ປະ​ຫວັດ​ສາດ. ມັນສະ​ເຫຼີມສະຫຼອງ​ການ​ກຳ​ເນີ​ດຂອງສະຫະລັດ ໃນຖານະທີ່ ເປັນປະເທດເສລີ ​ແລະ ​ມີເອກະລາດ.”

ລາວ​ກ່າ​ວວ່າ “​ເຮືອ​ຣົບເສລີພາບ,” ​ດັ່ງ​ທີ່ເຮືອ Hermione ​ໄດ້​ຖືກ​ເອີ້ນ, ຍັງ​ຈະເນັ້ນ​ຢ້ຳ​ເຖິງ​ຄວາມ​ສຳຄັນຂອງເສລີພາບ​ ຢູ່ໃນ​ທົ່ວໂລກອີກດ້ວຍ.

XS
SM
MD
LG