ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ໃຊ້ບັນຊີ twitter ປອມ ເພື່ອ ໂຄສະນາ ຊວນເຊື່ອ ກ່ຽວກັບ ທິເບດ


Dải băng màu đỏ, biểu tượng quốc tế cho nhận thức bệnh AIDS nhấn mạnh, được thắp sáng trên những tòa nhà trên đường Arbat trong một chiến dịch đánh dấu Ngày AIDS Thế giới ở Moscow, Nga.
Dải băng màu đỏ, biểu tượng quốc tế cho nhận thức bệnh AIDS nhấn mạnh, được thắp sáng trên những tòa nhà trên đường Arbat trong một chiến dịch đánh dấu Ngày AIDS Thế giới ở Moscow, Nga.

ກຸ່ມປົກປ້ອງສິດທິ​ມະນຸດ​ກຸ່ມນຶ່ງ ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ຢ່າງ
ໜ້ອຍ 100 ບັນຊີ Twitter ປອມ ທີ່​ໃຊ້​ເພື່ອເຜີຍແຜ່ຂ່າວການ
ໂຄສະນາ​ຊວນ​ເຊື່ອຂອງລັດ​ຖະ​ບານ​ຈີນ ກ່ຽວ​ກັບ​ທິ​ເບ​ດ.

​ບັນຊີ​ເຫລົ່າ​ນີ້ ​ຊຶ່ງໄດ້​ພົບ​ເຫັນ​ໂດຍກຸ່ມທິ​ເບ​ດ​ເສລີ ທີ່​ມັກ​ຈະ​ໃຊ້​
ການກໍ່​ຕັ້ງ​ຊື່ ​ຂອງ​ຊາວ​ຕາ​ເວັນ​ຕົກ​ທີ່​ແປກໆ​ແລະ​ຕິດ​ຕາມໂດຍ
ບັນດາຮູບ​ພາບຮວມ​ທັງ​ຮູບ​ພາບ​ຂອງ​ນັກພວກຮຽນ​ຍິງອາ​ເມຣິ
ກັນ ທີ່​ຖ່າຍ​ໂດຍ ​ພວກນັກ​ຖ່າຍຮູບມື​ອາ​ຊີບ. ນອກ​ນັ້ນ ​ຍັງ​ໃຊ້
​ພວກ​ຮູບ​ພາບເຫຼົ່ານີ້ ​ແລະ​ຮູບ​ຂອງ​ບັນດາ​ຜູ້​ມີ​ຊື່​ສຽງ ​ທີ່​ຕາຍ​ໄປ​
ແລ້ວ.

ກຸ່ມປົກປ້ອງ​ສິດທິ​ມະນຸດ ທີ່​ມີ​ຫ້ອງການ​ຢູ່ນະຄອນ​ລອນ​ດອນ ກ່າວ​ວ່າ ບັນຊີ​ເຫ​ລົ່ານີ້ ໄດ້ ພິມເຜີຍບົດຂຽນ​ເປັນ​ພາສາ​ອັງກິດໂຈມ​ຕີອົງ​ດາ​ໄລ ລາ​ມະ ​ແລະວາດພາບວ່າ​ທິ​ເບ​ດ​ເປັນ ແຂວງ​ນຶ່ງທີ່ໜ້າຊື່ນຊົມຍິນດີ ແລະມີທຳມະຊາດອັນງົດງາມ​ຂອງຈີນ.

ຈີນ​ໄດ້​ໃຊ້ເວລາຢ່າງຫຼວງຫຼາຍເພື່ອວາດພາບ ກ່ຽວກັບການມີສະຖຽນລະພາບ​ຂອງ​ທິ​ເບ​ດ
ບ່ອນ​ທີ່ມີຫຼາຍກວ່າ 130 ຄົນ​ໄດ້​ເຜົາ​ໂຕ​ຕາຍນັບ​ຕັ້ງ​ແຕ່ປີ 2009 ​ເປັນຕົ້ນມາເພື່ອ​ປະ​ທ້ວງ​
ການ​ປົກຄອງ​ຂອງປັກ​ກິ່ງ. ຈີນຍັງ​ໄດ້​ຖິ້ມໂທດໃສ່ອົງ​ດາ​ໄລ ລາ​ມະ ວ່າ​ຍຸ​ແຍ່​ໃຫ້ມີການ​ເຜົາ​
ໂຕ​ຕາຍ ຊຶ່ງ​ເປັນຂໍ້ກ່າວ​ຫາ​ທີ່ພະອົງ​ໄດ້​ຊົງປະຕິ​ເສດໄປແລ້ວນັ້ນ.

ລັດຖະບາ​ນຈີນ ຍັງ​ບໍ່​ໄດ້​ໃຫ້ຄວາມເຫັນໃດໆຕໍ່​ການ​ກ່າວ​ຫາທີ່​ພົບ​ເຫັນ​ຢູ່ໃນ​ລາຍ​ງານ​ຂອງ ກຸ່ມທິ​ເບ​ດ​ເສລີ ທີ່​ໄດ້​ປະຕິບັດ​ງານ​ຮ່ວມ​ກັບໜັງ​ສື​ພິມ New York Times ​ໃນ​ການສືບສວນ ຂອງຕົນນັ້ນ.

XS
SM
MD
LG