ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢູເຄຣນ ກັບ ຣັດເຊຍ ກ່າວຫາ ກັນແລະກັນ ກ່ຽວກັບການໂຈມຕີ ດ່ານຊາຍແດນ (ສະໄລດ໌)


ຊາວບ້ານທ້ອງຖິ່ນຄົນນຶ່ງ ຊ່ອງເບິ່ງລົດ ທີ່ຖືກທຳລາຍ ໃນການໂຈມຕີ ດ່ານກວດແຫ່ງນຶ່ງ ທີ່ຄວບຄຸມໂດຍ ຝ່າຍນິຍົມຣັດເຊຍ ໃນໝູ່ບ້ານ Bulbasika ໃກ້ໆເມືອງ Slovyansk ພາກຕາເວັນອອກຂອງຢູເຄຣນ, ວັນອາທິດ
ທີ 20 ເມສາ 2014.
ຊາວບ້ານທ້ອງຖິ່ນຄົນນຶ່ງ ຊ່ອງເບິ່ງລົດ ທີ່ຖືກທຳລາຍ ໃນການໂຈມຕີ ດ່ານກວດແຫ່ງນຶ່ງ ທີ່ຄວບຄຸມໂດຍ ຝ່າຍນິຍົມຣັດເຊຍ ໃນໝູ່ບ້ານ Bulbasika ໃກ້ໆເມືອງ Slovyansk ພາກຕາເວັນອອກຂອງຢູເຄຣນ, ວັນອາທິດ ທີ 20 ເມສາ 2014.
ລາຍ​ງານ​ຂ່າວ ​ຈາກ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ກ່າວວ່າ
ພວກ​ມື​ປືນ​ຈຸ​ນຶ່ງ​ໄດ້​ທຳ​ການ​ໂຈມ​ຕີ​ດ່ານ​ກວດກາ​ແຫ່ງ​ນຶ່ງ​ ທີ່
​ຄວບ​ຄຸມ​ໂດຍພວກ​ຫົວ​ແບາງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​
ເຮັດ​ໃຫ້​ປະຊາຊົນ ​ຢ່າງ​ໜ້ອຍ 4 ຄົນ​ ເສຍ​ຊີວິດ.

ການ​ໂຈມ​ຕີ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ຢູ່​ໃກ້ໆ​ກັບ​ເມືອງ Slav-
yansk ບໍ່​ສາມາດ​ຢືນຢັນ​ໄດ້​ໃນ​ເວລາ​ນີ້​ເທື່ອ ​ຈາກ​ກະຊວງ​
ພາຍ​ໃນ​ຂອງ​ຢູ​ເຄຣນ. ​ເມືອງ Slavyansk ​ແມ່ນຢູ່​ພາຍ
​ໃຕ້​ການ​ຄວບ​ຄຸມ ​ຂອງ​ພວກ​ຫົວ​ຮຸນ​ແຮງ​ນິຍົມຣັດ​ເຊຍ.

ການໂຈມ​ຕີ​ດັ່ງ​ກ່າວ​ມີ​ຂຶ້ນ ​ໃນ​ເວລາພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ລັດຖະບານ​ຢູ​ເຄຣນ
ປະກາດ​ຢຸດ​ພັກຊົ່ວ​ຄາວ​ການ​ປະຕິບັດ​ງານ​ດ້ານ​ຄວາມ​ປອດ​ໄພ​ ເພື່ອ​ຂັບ​ໄລ່​ພວກ​ນັກ
​ຕໍ່ສູ້​ຫົວ​ຮຸນ​ແຮງ​ນິຍົມຣັດ​ເຊຍ​ ອອກ​ຈາກ​ພວກ​ອາຄານ​ຕ່າງໆ​ ທີ່ພວກເຂົາ​ໄດ້​ຍຶດ​ເອົາ​ ​
ເມື່ອຫລາຍໆ​ມື້ຜ່ານ​ມາ​ນີ້.

ທ່ານ Andrii Deshchytsia ລັດຖະມົນຕີ​ຕ່າງປະ​ເທດ​ຢູ​ເຄຣນ ກ່າວ​ວ່າ ​ການ​ຢຸດພັກ
ຊົ່ວຄາວ​ໃນ​ການ​ປະຕິບັດ​ງານດັ່ງກ່າວ ແມ່ນ​ເພື່ອ​ອຳ ນວຍ​ໃຫ້​ມີ​ການ​ສະຫລອງ​ບຸນ
​ອີສ​ເຕີ ​ແລະ​ອຳນວຍ​ໂອກາດ​ໃຫ້​ ພວກ​ນັກ​ສັງ​ເກດ​ການ​ສະຫະພາບຢູໂຣບ ມີ​ເວລາ​
ຫລາຍ​ຂຶ້ນ ​ເພື່ອ​ກະກຽມ​ສຳ​ຫລັບ​ພາລະກິດ​ພິ​ເສດ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ລົດຜ່ອນ
ຄວາມ​ເຄັ່ງ​ຕຶງ​ລົງ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ຜູ້​ສື່​ຂ່າວ​ວີ​ໂອ​ເອທີ່​ນະຄອນ Kiev ກ່າວ​ວ່າ ທ່ານ Deshchytsia ໄດ້​ຖະ​ແຫລງ​ດັ່ງ
ກ່າວ​ ​ຫຼັງ​ຈາກ​ເສັດ​ສິ້ນ​ການ​ພົບ​ປະກັນ​ກັບ ​ອົງການ​ເພື່ອ​ຄວາມ​ປອດ​ໄພ​ ແລະ​ການ​
ຮ່ວມ​ມື​ໃນ​ຢູ​ໂຣບ ​ແລະ​ພວກ​ເອກ​ອັກຄະ​ລັດຖະທູດ ​ຈາກຣັດ​ເຊຍ ສະຫະລັດ​ ແລະ
​ສະຫະພາບ​ຢູ​ໂຣບ.

ພາບລຳດັບເຫດການ ໃນຢູເຄຣນ:
XS
SM
MD
LG