ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດ ເອກອັກຄະລັດຖະທູດ Raphel ພວມຖືກສືບສວນ ໂດຍ FBI


ອະດີດເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ Robin Raphel ໃນລະຫວ່າງການຮັບຟັງຄຳໃຫ້ການ ຂອງຄະນະກຳມະການ ຄວາມສຳພັນຕ່າງປະເທດ ຢູ່ທີ່ສະພາສູງ ທີ່ວໍຊິງຕັນ ( 7 ເມສາ ປີ 2004)
ອະດີດເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ Robin Raphel ໃນລະຫວ່າງການຮັບຟັງຄຳໃຫ້ການ ຂອງຄະນະກຳມະການ ຄວາມສຳພັນຕ່າງປະເທດ ຢູ່ທີ່ສະພາສູງ ທີ່ວໍຊິງຕັນ ( 7 ເມສາ ປີ 2004)

ບັນດາເຈົ້າໜ້າ​ທີ່ສະຫະລັດ ກຳລັງ​ສືບສວນ​ສອບ​ສວນ ອະດີດ
ເອກ​ອັກຄະ​ລັດຖະທູດ ອາ​ເມຣິກັນ​ຄົນ​ນຶ່ງ ​ທີ່​ໄດ້​ໃຫ້ຄຳແນະນຳ
​ຕໍ່​ກະຊວງ​ການ​ຕ່າງປະ​ເທດ ໃນ​ດ້ານ​ການ​ຊ່ອຍ​ເຫຼືອ​ທາງພົນ
ລະ​ເຮືອນ ແກ່​ປາ​ກິ​ສຖານ ມາຈົນຮອດເດືອນແລ້ວນີ້.

ໜັງສືພິມ​ Washington Post ​ໄດ້​ລາຍ​ງານ​ເປັນເທື່ອ​ທຳ​ອິດ​ໃນ
​ວັນ​ພະຫັດວານ​ນີ້ ວ່າ ​ບັນດາ​ເຈົ້າໜ້າ​ທີ່​ໄດ້​ເຂົ້າກວດ​ຄົ້ນ​ເຮືອນ​ຂອງ
​ທ່ານ ນາງ Robin Raphel ທີ່ວໍ​ຊິຕັນ​ເມື່ອ​ເດືອນ​ແລ້ວ​ນີ້. ອິງ​ຕາມ
ໜັງສືພິມ​ດັ່ງກ່າວນີ້ແລ້ວ ອົງການ​ສັນຕິ​ບານ​ກາງຫຼື FBI ຂອງ
ສະຫະລັດກຳລັງ ທຳ​ການສືບສວນຕ້ານການຈາລະກຳສືບລັບ ຕໍ່
ນັກ​ການ​ທູດ​ອາຊີບ ​ໄວ 67 ປີ ທ່ານນີ້ຢູ່.

ບັນດາ​ເຈົ້າໜ້າ​ທີ່ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໃຫ້ການຢືນຢັນ​ວ່າ ການອະນຸມັດ
ໃນດ້ານຄວາມປອດໄພຂອງ​ທ່ານນາງ Raphel ​ໄດ້​ຖືກຖອດຖອນ ​ໃນ​ເດືອນຕຸລາຜ່ານ​ມາ
ຊຶ່ງ​ໄດ້​ສິ້ນສຸດ​ສັນຍາວ່າ​ຈ້າງ ​ທີ່ ທ່ານ​ນາງ ໄດ້ມີກັບພະແນກການຕ່າງໆຂອງ​ລັດຖະບານ
​ເພື່ອ​ໃຫ້ຄຳ​ແນະນຳ​ກ່ຽວກັບການຊ່ອຍ​ເຫຼືອ​ທາງພົນລະ​ເຮືອນແກ່​ປາ​ກິ​ສຖານນັ້ນ.

ທ່ານນາງ Raphel ​ໄດ້​ຮັບໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ​ປະຈຳຕູ​ນີ​ເຊຍ ແຕ່ປີ 1997
ຫາປີ 2000 ​ແລະ ​ໄດ້​ຮັບ​ໜ້າ​ທີ່​ເປັນລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຕ່າງປະ​ເທດ ຮັບ
ຜິດຊອບກ່ຽວກັບກິດຈະການ ເອ​ເຊຍໃຕ້ ​ແລະເອເຊຍກາ​ງ ພາຍ​ໃຕ້​ລັດຖະບານຂອງ
ອະດີດປະທານາທິບໍດີ Bill Clinton. ທ່ານ​ນາງ​ໄດ້​ອອກກິນເບ້ຍບຳນານຈາກ​ຄະນະ
ນັກ​ການ​ທູດ ​ໃນ​ປີ 2005 ຫຼັງຈາກໄດ້ຮັບໜ້າທີ່ມາ​ 30 ປີ ແລະ ​ໄດ້​ເຮັດ​ວຽກ​ເປັນ​ພະນັກງານ​
ສັນຍາ​ຈ້າງ ກັບ​ສະຖາ​ທູດ​ສະຫະລັດ ​ໃນ ນະຄອນຫຼວງ ອິສລາມາ​ບັດ ປະ​ເທດ​ປາ​ກິ​ສຖານ ​ໃນ​ປີ 2009.

​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານນາງ Raphel ​ໄດ້​ເຮັດ​ວຽກໃນ​ວໍ​ຊິງ​ຕັນ ​ຢູ່​ຫ້ອງ​ວ່າການ ຜູ້​ຕາງ​ໜ້າ
ພິ​ເສດ​ສະຫະລັດ ປະຈຳອັຟກາ​ນິສຖານ ​ແລະ ປາ​ກິ​ສຖານ ຂອງກະຊວງ​ການ​ຕ່າງ
ປະ​ເທດສະຫະລັດ.

XS
SM
MD
LG