ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ປ. Bush ແລະ Clinton ຈະໄປຢ້ຽມຢາມ ເມືອງ New Orleans


ນັກຖ່າຍຮູບ Carlos Barria ປຽບທຽບຮູບ ທີ່ທ່ານຖ່າຍ
ໃນປີ 2005 ກັບຮູບທີ່ທ່ານໄດ້ຖ່າຍ ຢູ່ບ່ອນດຽວກັນ ເມື່ອ 10 ປີຕໍ່ມາ ຂອງເມືອງ New Orleans (16 ສິງຫາ 2015)
ນັກຖ່າຍຮູບ Carlos Barria ປຽບທຽບຮູບ ທີ່ທ່ານຖ່າຍ ໃນປີ 2005 ກັບຮູບທີ່ທ່ານໄດ້ຖ່າຍ ຢູ່ບ່ອນດຽວກັນ ເມື່ອ 10 ປີຕໍ່ມາ ຂອງເມືອງ New Orleans (16 ສິງຫາ 2015)

ເມືອງ New Orleans ໃນພາກໃຕ້ຂອງສະຫະລັດທີ່ໄດ້ປະສົບ
ກັບຄວາມເສຍຫາຍຮ້າຍແຮງ ຈາກລົມເຮີຣິເຄນ Katrina ເມື່ອ
10 ປີກ່ອນ ມີປະທານາທິ ບໍດີສະຫະລັດ ທັງໃນປັດຈຸບັນ ແລະ
ອະດີດໄປຢ້ຽມຢາມຕິດໆຕໍ່ໆກັນຄືປະທານາທິບໍດີຄົນປັດຈຸບັນ
ທ່ານບາຣັກ ໂອບາມາໄດ້ໄປຢ້ຽມຢາມໃນວັນພະຫັດວານນີ້ ອະ
ດີດປະທານາທິບໍດີ George W. Bush ໄປຢ້ຽມຢາມ ໃນວັນ
ສຸກມື້ນີ້ ແລະ ອະດີດປະທານາທິບໍດີ Bill Clinton ຈະໄປຢ້ຽມ
ຢາມໃນວັນເສົາມື້ອື່ນ.

ທ່ານ Bush ເປັນປະທານາທິບໍດີໃນປີ 2005 ເວລາເຮີຣິເຄນ
Katrina ພັດເຂົ້າຖະຫຼົ່ມ ຊຶ່ງເຮັດໃຫ້ຄູກັ້ນນ້ຳຕ່າງໆແຕກແລະ
ພາໃຫ້ເກີດນ້ຳຖ້ວມທີ່ເມືອງດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1,800 ຄົນ ແລະໄດ້ທຳ ລາຍບ້ານເຮືອນຫລາຍກວ່າ 100,000 ຫລັງ.

Ten Years After Katrina, Tourists Now Flood New Orleans
please wait

No media source currently available

0:00 0:02:11 0:00

ເປັນທີ່ຄາດກັນວ່າທ່ານຈະຖະແຫຼງຕໍ່ຝູງຊົນທີ່ໂຮງຮຽນມັດທະຍົມ Warren Easton ຊຶ່ງ
ເປັນບ່ອນດຽວກັນກັບທີ່ທ່ານໄດ້ກ່າວໃນວັນຄົບຮອບປີທຳອິດຂອງລົມເຮີຣິເຄນນີ້. ນອກ ນັ້ນ ຍັງເປັນທີ່ີຄາດກັນວ່າ ທ່ານຈະກ່າວຢູ່ ກອງປະຊຸມໂຕະມົນການສຶກສາ ຊຶ່ງເປັນການ ຫາລື ກ່ຽວກັບຄວາມພະຍາຍາມ ເພື່ອບູລະສະສ້າງສາ ລະບົບໂຮງຮຽນ ຢູ່ທີ່ເມືອງ New Orleans ຄືນໃໝ່ ຫລັງຈາກເຮີຣິເຄນໄດ້ພັດຖະຫຼົ່ມແລ້ວ.

ລັດຖະບານທ່ານ Bush ຖືກຕິຕຽນຢ່າງໜັກໃນໄລຍະຫຼັງຈາກລົມເຮີຣິເຄນ Katrina ພັດ ເຂົ້າຖະຫຼົ່ມທີ່ສະໜອງຕອບຕໍ່ເຫດການສຸກເສີນນີ້ຊ້າໄປໃນການຈັດຫາບ່ອນຢູ່ອາໄສໃຫ້ ແກ່ພວກທີ່ຕ້ອງການຫຼາຍພັນຄົນ ພ້ອມທັງສິ່ງຂອງຕ່າງໆແລະຄວາມປອດໄພ ທ່າມກາງ ທີ່ໄດ້ເກີດນ້ຳຖ້ວມ.

ໃນວັນເສົາມື້ອື່ນນີ້ ອະດີດປະທານາທິບໍດີ Bill Clinton ກໍມີກຳນົດຈະໄປປາກົດໂຕ ໃນພິ ທີລະນຶກເຖິງວັນຄົບຮອບ ຂອງການພັດເຂົ້າຖະຫລົ່ມໂດຍລົມເຮີຣິເຄນ Katrina ທີ່ເມືອງ New Orleans. ພິທີດັ່ງກ່າວຍັງມີບຸກຄົນສຳຄັນເຊັ່ນເຈົ້າຄອງນະຄອນ Mitch Landrieu ຕະຫລອດທັງຜູ້ນຳທາງດ້ານວັດທະນະທຳແລະຜູ້ນຳສາສະໜາເຂົ້າຮ່ວມນຳດ້ວຍ.

ໃນວັນພະຫັດວານນີ້ ປະທານາທິບໍດີໂອບາມາ ໄດ້ກ່າວຊົມເຊີຍ ການຟື້ນໂຕຄືນຂອງຫົວ ເມືອງໃນພາກໃຕ້ແຫ່ງນີ້ຂອງສະຫະລັດ.

Obama Hails New Orleans Recovery
please wait

No media source currently available

0:00 0:02:14 0:00

XS
SM
MD
LG