ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເຈລະຈາ ເລື້ອງນີວເຄລຍ ຂອງອີຣ່ານ ດຳເນີນໄປ ຢ່າງຮີບຮ້ອນຂຶ້ນ ກ່ອນວັນເສ້ນຕາຍ ມື້ອື່ນ


ລມຕ ຕ່າງປະເທດ Mohammad Javad Zarif ແຫ່ງອີຣ່ານ (ຊ້າຍ) ລໍຖ້າພົບປະກັບ ລັດຖະມົນຕີຕ່າງປະເທດຂອງ ອັງກິດ ຣັດເຊຍ ຈີນ ຝຣັ່ງ ເຢຍຣະມັນ ແລະສະຫະລັດ ແລະ ສະຫະພາບຢູໂຣບ ທີ່ນະຄອນ Lausanne, ວັນທີ 30 ມີນາ 2015.
ລມຕ ຕ່າງປະເທດ Mohammad Javad Zarif ແຫ່ງອີຣ່ານ (ຊ້າຍ) ລໍຖ້າພົບປະກັບ ລັດຖະມົນຕີຕ່າງປະເທດຂອງ ອັງກິດ ຣັດເຊຍ ຈີນ ຝຣັ່ງ ເຢຍຣະມັນ ແລະສະຫະລັດ ແລະ ສະຫະພາບຢູໂຣບ ທີ່ນະຄອນ Lausanne, ວັນທີ 30 ມີນາ 2015.

ການ​ພົບ​ປະ​ເຈລະຈາ​ກັນ​ເລື້ອງໂຄງການ​ນີວ​ເຄລຍຂອງ​ອີຣ່ານ
ດຳ​ເນີນສືບ​ຕໍ່​ໄປ​ໃນ​ສະ​ວິດ​ເຊີ​ແລນ ພ້ອມ​ກັບ​ທີ່​ນັກ​ການ​ທູດ​
ຝ່າຍ​ຕາ​ເວັນ​ຕົກ​ທ່ານ​ນຶ່ງ​ກ່າວ​ວ່າ ມີ 3 ​ເລື້ອງ​ສຳຄັນ​ທີ່​ຍັງ​ຕົກລົງ​
ກັນ​ບໍ່​ທັນ​ໄດ້ ​ໃນ​ຂະນະ​ທີ່​ພວກ​ນັກ​ເຈລະ​ຈາ​ພາກັນ​ຂຸ້ນຂ້ຽວ ​ຫາ​
ທາງ​ໃຫ້ບັນລຸ​ຂໍ້​ຕົກລົງ​ກັນໃຫ້ໄດ້ ກ່ອນ​ເວລາ​ເສັ້ນ​ຕາຍ​ທີ່​ທັງ​
ສອງ​ຝ່າຍ​ໄດ້​ວາງ​ໄວ້.

ນັກ​ການ​ທູດທ່ານ​ນີ້ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ທີ່​ເມືອງ Lausanne
ວ່າ ອີຣ່ານ​ແລະ 6 ປະ​ເທດ​ມະຫາ​ອຳນາດ ​ຍັງ​ບໍ່​ທັນ​ໄດ້​ຕົກ​ລົງ​
ກັນ​ເທື່ອ​ກ່ຽວ ກັບ​ວ່າ ຂໍ້​ຕົກລົງ​ກັນ​ນີ້ຄວນ​ຈະມີ​ອາຍຸ​ດົນ​ປານ​ໃດ ​
ການ​ຍົກ​ເລີກ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ອີຣ່ານ​ ຄວນ​ຈະ​ມີ​
ຂຶ້ນໄວ​ປານ​ໃດ ​ແລະ​ຈະນຳ ຄືນ​ມາ​ໃຊ້​ແບບ​ໃດ ຖ້າ​ຫາກ​ອີຣ່ານລະ​ເມີດ​ເງື່ອນ​ໄຂ​ຂອງ​ຂໍ້
​ຕົກ​ລົງ​ກັນ​.

ນອກ​ນັ້ນ ນັກ​ການ​ທູດ​ທ່ານ​ນີ້ ຍັງ​ໄດ້​ເນັ້ນ​ເຖິງ​ຄວາມ​ຮີບ​ດ່ວນ​ຂອງ​ການ​ເຈລະຈາ​ກັນ​ ​ຕໍ່
ໜ້າ​ເວລາ​ເສັ້ນ​ຕາຍໃນ​ຄືນ​ວັນ​ອັງຄານ​ມື້​ອື່ນ​ນີ້ ​ໂດຍ​ເວົ້າ​ວ່າ ມັນ​ແມ່ນເວລາ ທີ່​ຈະ “ຮັບ
​ເອົາ​ຫລື​ບໍ່​ຮັບ​ເອົາ”.

​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ​ໄດ້​ພົບ​ປະ​ກັບ​ບັນດາ
​ຄູ່​ຕຳ​ແໜ່​ງຈາກ​ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ.

ບັນດາ​ນັກ​ການ​ທູດ​ເຫຼົ່າ​ນີ້ ກຳລັງ​ພະຍາຍາມ​ຫາ​ທາງ​ຕົກລົງ​ກັນ​ກ່ຽວ​ກັບ ​ໂຄງ​ຮ່າງ​ຂອງ​ຂໍ້​ຕົກ
ລົງ ​ທີ່​ຈະ​ຮັບປະກັນ​ວ່າ ອີຣ່ານຈະ​ບໍ່​ພະຍາຍາມ​ຫາ​ທາງຜະລິດ​ອາວຸດ​ນີວ​ເຄລຍ ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ການ​ຍົກ​ເລີກ​ການ​ລົງ​ໂທດຕ່າງໆ ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່ເສດຖະ
ກິດຂອງປະ​ເທດ​ນັ້ນ. ຮ່າງ​ຂັ້ນ​ສຸດ​ທ້າຍ​ຂອງ​ຂໍ້​ຕົກລົ​ງນີ້ ແມ່ນ​ຈະ​ຕ້ອງ​ເຮັດ​ໃຫ້ແລ້ວ ພາຍໃນ
​ທ້າຍ​ເດືອນ​ມິຖຸນາ.

Iran Nuclear
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG