ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດຕ່າງຊາດ ລົງທຶນຫຼາຍກວ່າ 8 ຕື້ໂດລາ ເພື່ອສ້າງ ເຂື່ອນໄຟຟ້າ 21 ແຫ່ງໃນ ລາວ


ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລັ່ນຄ້ອງໃນພິທີອວ່າຍນ້ຳ ໂຄງການເຂື່ອນໄຟຟ້ານ້ຳອູ 2
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລັ່ນຄ້ອງໃນພິທີອວ່າຍນ້ຳ ໂຄງການເຂື່ອນໄຟຟ້ານ້ຳອູ 2

ບັນດາ​ບໍລິສັດ​ຕ່າງ​ຊາດ​ລົງທຶນ​ຫຼາຍ​ກວ່າ 8 ພັນ​ລ້ານ​ໂດ​ລາ​ເພື່ອ​ກໍ່ສ້າງ​ເຂື່ອນ ​ແລະ ​ໂຮງ ງານ​ຜະລິ​ໄ​ຟຟ້າ 21 ​ໂຄງ​ການ​ໃນ ລາວ ທີ່​ກຳລັງ​ດຳ​ເນີນ​ການ​ກໍ່ສ້າງ​ຢ່າງ​ຕັ້ງໜ້າ​ເພື່ອ​ໃຫ້​ແລ້ວສຳ​ເລັດ​ໃນ​ປີ 2019.

ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລາຍ​ງານ​ວ່າ​ໃນ​ປະ​ຈຸບັນນີ້​ມີ​ໂຄງການ​ກໍ່ສ້າງ​ເຂື່ອນ ​ແລະ ​ໂຮງງານຜະລິດ​ກະ​ແສ​ໄຟຟ້າ​ຈຳນວນ 21 ​ແຫ່ງ​ທີ່​ເປັນ​ການ​ລົງທຶນ​ໃນ​ມູນ​ຄ່າ​ລວມ​ເຖິງ 8,142 ລ້ານ​ໂດ​ລາ​ໂດຍ​ບໍລິສັດ​ຕ່າງ​ຊາດ ພາຍ​ໃຕ້​ເປົ້າ​ໝາຍ​ທີ່​ເລັ່ງດຳ​ເນີນ​ການ​ກໍ່ສ້າງໃຫ້​ແລ້ວ​ສຳ​ເລັດ ຜະລິດ​ພະລັງງານໄຟຟ້າ​ໃຫ້​ໄດ້​ ໃນ​ປະລິ​ມານ​ລວມບໍ່​ໜ້ອຍ​ກວ່າ 10,000 ​ເມ​ກະ​ວັດ.

​ໂດຍ​ການ​ລົງທຶນ​ຂອງ​ບໍລິສັດ​ຕ່າງ​ຊາດ​ດັ່ງກ່າວ​ຖື​ເປັນ​ສ່ວນ​ໜຶ່ງ​ໃນ​ແຜນການ​ທີ່​ລັດຖະບານ ລາວ ​ໄດ້​ວາງ​ເປົ້າ​ໝາຍ​ໄວ້​ວ່າ​ຈົນ​ເຖິງ​ທ້າຍ​ປີ 2019 ຈະ​ມີ​ເຂື່ອນ​ໄຟຟ້າ​ທີ່​ສ້າງ​ແລ້ວ​ສຳເລັດ ເພີ່ມ​ຂຶ້ນ​ອີກ 45 ​ໂຄງການ ​ແລະ ຈະເຮັດ​ໃຫ້ ລາວ ມີ​ເຂື່ອນ​ທີ່​ຜະລິດ​ໄຟຟ້າ​ໄດ້​ເຖິງ 74 ​ໂຄງ ການ​ທີ່​ຈະ​ມີ​ກຳລັງ​ການ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ລວມ​ເຖິງ 50,000 ລ້ານ​ກິ​ໂລ​ວັດ​/​ໂມງ ອັນ​ຈະ​ຖື​ເປັນ​ບາດ​ກ້າວ​ສຳຄັນ​ຂອງ​ການ​ພັດທະນາ ລາວ ​ໃຫ້​ເປັນ​ຜູ້​ສົ່ງ​ອອກ​ພະລັງງານ​ໄຟຟ້າ​ລາຍ​ໃຫຍ່​ຂອງ ​ເອ​ເຊຍ​ ​ໃນ​ໄລ​ຍະ​ຕໍ່​ໄປ.

ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລາຍ​ງານ​ວ່າ ລັດຖະບານ​ ລາວ ​ໄດ້້​ລົງ​ນາມ ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ​ກັບ​ບັນດາ​ບໍລິສັດ​ເອກະ​ຊົນ ລາວ ​ແລະ ຕ່າງ​ຊາດ​ກ່ຽວ​ກັບ​ການ​ພັດທະ ນາ​ແຫຼ່ງຜະລິດ​ພະລັງ​ງານ​ໄຟຟ້າ​ແລ້ວ ຈຳນວນ​ທັງ​ໝົດ 357 ​ໂຄງ​ການ​ໃນ​ທົ່ວ​ປະ​ເທດ​ຊຶ່ງ ຈະ​ມີ​ກຳລັງ​ຕິດ​ຕັ້ງ​ລວມ​ເຖິງ 26,147 ​ເມ​ກະ​ວັດ ​ແລະ ຄິດ​ເປັນ​ກຳລັງ​ການ​ຜະລິດ​ກະ​ແສ​ໄຟຟ້າ​ລວມກັນ​ໄດ້ເຖິງ 115,118 ລ້ານ​ກິໂລ​ວັດ/​ໂມງ​ຕໍ່ປີ.

ນອກຈາກ​ນີ້ ລັດຖະມົນຕີ​ດ້ານ​ພະລັງງານ​ຈາກ ລາວ, ​ໄທ​, ມາ​ເລ​ເຊຍ ​ແລະ ສິງກະ​ໂປ ຍັງ​ມີ​ກຳນົດ​ທີ່​ຈະ​ຮ່ວມ​ກັນ​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າດ້ວຍ​ການ​ເຊື່ອມ​ໂຍງ​ລະບົບ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ລະ​ຫວ່າງ​ກັນ​ໃນ​ໂອກາດກອງປະຊຸມລະດັບລັດຖະມົນຕີດ້ານພະລັງງານ ອາຊຽນ ຄັ້ງທີ 33 ທີ່ ມາເລເຊຍໃນເດືອນຕຸລານີ້.

ກ່ອນໜ້ານີ້ທາງການຂອງທັງ 4 ປະເທດກໍໄດ້ມີການແຕ່ງຕັ້ງຄະນະປະຕິບັດງານຂຶ້ນມາຮັບ ຜິດຊອບໃນການຈັດທຳຂໍ້ຕົກລົງ ລະຫວ່າງກັນສຳເລັດສົມບູນແລ້ວ ໂດຍປະກອບມີເນື້ອ ໄນສຳຄັນ 4 ດ້ານດ້ວຍກັນກໍຄືດ້ານເທັກນິກ ດ້ານພາສີອາກອນ, ດ້ານລະບຽບກົດໝາຍ ແລະ ດ້ານການບໍລິຫານ ທີ່ຈະຖືເປັນຫຼັກການປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະຖືເປັນຕົ້ນ ແບບໃນການປະຕິບັດແຜນການຮ່ວມມືດ້ານພະລັງງານຂອງ ອາຊຽນ ຫຼື ASEAN Power Grid ອີກ​ດ້ວຍ.

ກ່ອນໜ້າ​ນີ້​ ກອງ​ປະຊຸມ​ຄະນະ​ກຳ​ມະ​ທິການ​ຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມື ລາວ-​ໄທ ຄັ້ງ​ທີ 19 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ເມື່ອທ້າ​ນ​ເດືອນ​ມັງກອນ 2015 ທີ່​ມີ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ທັງ​ສອງ​ຝ່າຍ​ເປັນ​ປະ​ທ່ານ​ຮ່ວມ​ກັນ​ນັ້ນ ທາງ​ການ​ ​ໄທ ກໍ​ໄດ້​ໃຫ້ການ​ຢືນຢັນ​ຢ່າງ​ໜັກແໜ້ນ ວ່າຈະ​ຍັງ​ຄົງ​ຮັບ​ຊື້​ພະລັງງານ​ໄຟຟ້າ​ຕາມ​ສັນຍາ​ທີ່​ໄດ້​ຕົກລົງໄວ້​ກັບ​ທາງ​ການ ລາວ ​ໃນ​ປະລິ ມານລວມ 7,000 ​ເມກ​ະວັດ ​ເປັນ​ເວລາ 25 ປີ​ນັບ​ຈາກ​ປີ 2016 ​ເປັນ​ຕົ້ນ​ໄປ.

​ໃນ​ປະຈຸ​ບັນ​ນີ້​ມີ​ເຂື່ອນ​ທີ່​ຜະລິດ​ກະ​ແສໄຟຟ້າ​ໃນ ລາວ ​ແລ້ວ​ຈຳນວນ 29 ​ໂຄງການ ສ່ວ​ນທີ່​ກຳລັງ​ຢູ່​ໃນ​ລະຫວ່າງດຳ​ເນີນ​ການກໍ່ສ້າງນັ້ນ​ມີ​ຢູ່ 45 ​ໂຄງການ ​ແລະ ອີກ 300 ກວ່າ ​ໂຄງ​ການ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສຶກສາ​ສຳ​ຫຼວດອອກ​ແບບ ຫຼື ສະ​ແຫວ​ງຫາ​ເງິນທຶນທີ່ຈະ​ນຳ​ໃຊ້​ໃນ​ການ​ກໍ່ສ້າງ​ຕໍ່​ໄປ ​ໂດຍ​ການ​ສຶກສາ​ໃນ​ໄລຍະ​ຜ່ານ​ມາ ພົບ​ວ່າການ​ກໍ່ສ້າງ​ເຂື່ອນໃນ ລາວ ຢ່າງ​ເຕັມ​ກຳລັງ​ນັ້ນ​ຈະ​ເຮັດ​ໃຫ້​ສາມາດ​ຜະລິດ​ພະລັງງານ ​ໄຟຟ້າ​ໄດ້​ລວມ​ເຖິງ​ 30,000 ​ເມ​ກະ​ວັດ ທັງ​ກໍ​ຍັງ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ຂະຫຍາຍ​ໂຄງ​ຂ່າຍ​ສາຍ​ສົ່ງ​ໄຟຟ້າ ​ເພື່ອ​ຕອບ​ສະໜອງ​ການ​ຊົມ​ໃຊ້​ຂອງ​ປະຊາຊົນ​ໃຫ້​ໄດ້ 90 ​ເປີ​ເຊັນ​ຂອງ​ປະຊາກອນ​ທັງ​ໝົດໃນ​ປີ 2020 ອີກ​ດ້ວ​ຍ ດັ່ງ​ທີ​ທ່ານຄຳ​ມະນີ​ອິນ​ທິລາດ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໄດ້​ກ່າວ​ຢືນຢັນ​ວ່າ

“ຈຳນວນ​ຄອບຄົວ​ປະຊາຊົນ ລາວ ​ໄດ້​ຊົມໃຊ້​ໄຟຟ້າ​ໃນ​ປີ 2020 ຕ້ອງ​ບັນລຸ​ໄດ້ 90 ​ເປີ​ເຊັນ ດັ່ງ​ນັ້ນ ມັນ​ຈຳ​ເປັນ​ທີ່​ສຸດ​ທີ່​ພວກເຮົາ​ຈະ​ຕ້ອງ​ໄດ້​ມີ​ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ​ນີ້​ອອກ​ສູ່​ຊົນນະບົດ​ທີ່ຢູ່​ຫ່າງ​ໄກ​ສອກ​ຫຼີກ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ມີ​ການ​ຊົ​ມ​ໃຊ້ ​ໄດ້​ຮູ້​ຂ່າວ ​ໄດ້​ຮູ້​ເຖິງ​ການ​ສຶກສາ ​ໄດ້​ຮູ້​ເຖິງວຽກງານ​ຮັກສາ​ສຸກ​ຂະ​ພາບ.”

ທັງ​ນີ້​ໂດຍ​ການ​ຂະ​ຫຍາ​ຍ​ໂ​ຄງຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ໃນປະ​ຈຸ​ບັນ​ນີ້​ສາມາດຕອບ​ສະໜອງການ​ຊົມໃຊ້​ຂອງ​ປະຊາ​ກອນ ລາວ ​ໄດ້​ແລ້ວ​ເຖິງ 994,765 ຄອບຄົວ ​ຫຼື 88 ​ເປີ​ເຊັນຂອງຈຳນວນ​ຄອບຄົວ​ທັງ​ໝົດ ສ່ວນ​ການ​ຊົມ​ໃຊ້​ໄຟຟ້າໃນຂັ້ນບ້ານ ​ແລະ ຂັ້ນ​ເມືອງ​ກໍສາມາດ​ປະຕິບັດ​ໄດ້ 84.58 ​ເປີ​ເຊັນ​ຕາ​ມລຳດັບ.

XS
SM
MD
LG