ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ໂຈມຕີ ທ່ານ Kenny G ທີ່ໄດ້ຢຸດແວ່ ຢູ່ບ່ອນປະທ້ວງ ໃນຮົງກົງ


ນັກ​ເປົ່າ​ແຊັກໂຊໂຟນ ປະ​ເພດ​ແຈັ​ສ໌ ທ່ານ Kenny G ທຳການສະແດງ ໃນລະຫວ່າງການປະກາດຄອນເສີດ ຂອງທ່ານ ຕໍ່ສື່ມວນຊົນ ເມື່ອປີ 2010 ທີ່ໄຕ້ຫວັນ.
ນັກ​ເປົ່າ​ແຊັກໂຊໂຟນ ປະ​ເພດ​ແຈັ​ສ໌ ທ່ານ Kenny G ທຳການສະແດງ ໃນລະຫວ່າງການປະກາດຄອນເສີດ ຂອງທ່ານ ຕໍ່ສື່ມວນຊົນ ເມື່ອປີ 2010 ທີ່ໄຕ້ຫວັນ.

ນັກ​ດົນ​ຕີປະ​ເພດ​ແຈັ​ສ໌ຂອງ​ສະຫະລັດ ທ່ານ Kenny G ​ແມ່ນ
ບໍ່ໄດ້ ໃຫ້ຄວາມສຳຄັນ ​ຕໍ່ການ​ໄປ​ຢ້ຽມ​ຢາມ​ພວກ​ປະ​ທ້ວງ​ເພື່ອ
​ປະຊາທິປະ​ໄຕໃນຮົງ​ກົງ​ນັ້ນ ໂດຍກ່າວ​ວ່າ ທ່ານ​ບໍ່​ມີເຈດຕະນາ
ສະ​ແດງການ​ສະໜັບສະໜຸນ​ຕໍ່ພວກປະ​ທ້ວງແຕ່ຢ່າງໃດເລີຍ​.

ນັກ​ເປົ່າ​ແຊັກໂຊໂຟນທ່ານນີ້ ​ໄດ້​ຢຸດ​ແວ່​ຢູ່ບໍລິ​ເວນ​ ທີ່​ມີ​ການ
​ປະ​ທ້ວງ ໃນ​ຮົງກົງຊຶ່ງເປັນເຂດ​ເຄິ່ງປົກຄອງຕົນ​ເອງ​ຂອງຈີນ
​ເມື່ອວັນ​ພຸດ​ວານ​ນີ້ ໂດຍໄດ້ຖ່າຍພາບ ​ແລະ​ໄດ້ ຊູ​ສອງ​ນິ້ວຂຶ້ນ
ຄື​ໂຕ “V” ຊຶ່ງ​ເປັນ​ເຄື່ອງ​ໝາຍ ຂອງ​ສັນຕິພາບ ​ໃນ​ຂະນະ​ທີ່
​ຢືນ​ຄຽງ​ຂ້າງ​ປ້າຍ​ຕ່າງໆ​ ຂອງພວກປະທ້ວງ​ນິຍົມ​ປະ​ຊາທິປະ​ໄຕ.

ຫຼາຍຄົນ​ໄດ້​ຕີ​ລາຄາ​ຂອງ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນັ້ນວ່າ ເປັນ​ການສະ​ແດງ​ການ​ສະໜັບ
ສະໜຸນ ລວມທັງ​ກະຊວງ​ຕ່າງປະ​ເທດ​ຂອງ​ຈີນ ຊຶ່ງ​ໄດ້​ອອກ​ມາກ່າວເຕືອນ​ຊາວ​ຕ່າງ​ຊາດ
​ບໍ່​ໃຫ້​ເຂົ້າ​ໄປ​ກ່ຽວຂ້ອງ​ກັບພວກ​ປະ​ທ້ວງ.

​ຢູ່​ໃນ​ຖະ​ແຫລ​ງຂ່າວສະບັບ​ນຶ່ງ ໃນເວລາຕໍ່​ມາ ທ່ານ Kenny G ​ໄດ້​ຕີ​ຕົວ​ຫ່າງ​ອອກ​ຈາກ​
ພວກ​ເຄື່ອ​ນ​ໄຫວ​ປະ​ທ້ວງ​ນັ້ນ ​ແລະ​ກ່າວ​ວ່າ ທ່ານ “ບໍ່ຮູ້ຈັກ​ແທ້ໆ​ເລີຍ ກ່ຽວ​ກັບ​ສະຖາ
ນະ​ການ​”
​ແລະ ຢືນຢັດວ່າ “ການໄປ​ຢ້ຽມຢາມບໍລິ​ເວນ​ນັ້ນ ໃນ​ທັນທີ​ແມ່ນ​ເປັນ​ພຽງ
ສ່ວນ​ນຶ່ງ​ຂອງ​ການ​ຍ່າງ​ທ່ຽ​ວ​ຮົງ​ກົງ​ ແບບ​ທີ່​ບໍ່​ເລື້ອງຮູ້ລາວຫຍັງເລີຍ.”

ນັກ​ດົນຕີ​ຜູ້​ທີ່​ສະ​ແດງ​ໃນ​ຄອນ​ເສີດ​ເມື່ອ​ອາທິດ​ນີ້ ​ໃນແຂວງ Hainan ທາງ​ພາກ​ໃຕ້​ຂອງ​ຈີນ ກ່າວຖະ​ແຫລ​ງຜ່ານ​ທາງໜ້າ​ Facebook ວ່າທ່ານ​ພຽງ​ແຕ່​ໝາຍ​ຢາກ​ສະ​ແດງຄວາມ​ຮູ້ສຶກ “ປາຖະ​ໜາໃຫ້ມີ​ສັນຕິພາບສຳ​ຫລັບ​ຮົງ​ກົງ ​ແລະ ​ທັງ​ໝົດ​ຂອງ​ຈີນ.”

ທ່ານ​ຍັງ​ເອົາ​ຮູບ​ຖ່າຍ​ຕ່າງໆ​ອອກ​ຈາກ​ໜ້າ Twitter ຂອງ​ທ່ານ​ອີກ.

ນັກ​ດົນຕີ​ໄວ 58 ປີ ຜູ້​ມີ​ຊື່​ເຕັມ​ວ່າ Kenneth Gorelick ​ແມ່ນ​ມີ​ຄວາມ​ນິຍົມ​ຢ່າງກວ້າງ
ຂວາງ ​ໃນ​ຈີນບ່ອນ​ທີ່ເພງ​ “Going Home” ຂອງ​ທ່ານ ​ແມ່ນ​ຖືກ​ບັນ​ເລງ​ເລື້ອຍໆ ​ຢູ່​
ຕາມ​ຮ້ານ​ຄ້າ ​ໂຮງຮຽນ ​ແລະ​ໃນ​ງານຕ່າງໆ​ ເພື່ອຊຸກຍູ້ໃຫ້​ພວກ​ຝຸງຊົນ​ເລີກລາກັນໄປນັ້ນ.

ວີດີໂອ: ນັກສຶກສາປະທ້ວງ ພະຍາຍາມຮຽນໜັງສື:

Hong Kong Student Activists Trying to Keep Up With Studies
please wait

No media source currently available

0:00 0:02:22 0:00

XS
SM
MD
LG