ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

5 ປະ​ເທດ​ ໃນເຂດ​ລຸ່ມ​ແມ່ນ້ຳຂອງ ຕົກລົງ​ຮ່ວມ​ມື​ພັດທະນາ ການທ່ອງ​ທ່ຽວ ​ໃຫ້​ເປັນ​ເຂດ ​ເປົ້າໝາຍ​ດຽວ​ກັນ


ກອງປະຊຸມສຸດຍອດ ການຮ່ວມມື ລະຫວ່າງ ບັນດາ 5 ປະເທດ ໃນເຂດລຸ່ມແມ່ນ້ຳຂອງ ຄັ້ງທີ 5
ກອງປະຊຸມສຸດຍອດ ການຮ່ວມມື ລະຫວ່າງ ບັນດາ 5 ປະເທດ ໃນເຂດລຸ່ມແມ່ນ້ຳຂອງ ຄັ້ງທີ 5

ລັດຖະມົນຕີ​ຂອງ 5 ປະ​ເທດ​ໃນ​ລຸ່ມ​ແມ່ນ້ຳຂອງ ຕົກລົງ​ທີ່​ຈະ​ຮ່ວມ
​ມື​ເພື່ອ​ພັດທະນາ ການທ່ອງ​ທ່ຽວ ​ໃຫ້​ເປັນ​ເຂດ​ເປົ້າໝາຍ​ດຽວ​ກັນ
ສຳ​ຫລັບ​ຮອງ​ຮັບ​ບັນດາ​ນັກ​ທ່ອງ​ທ່ຽວ ​ໃນ​ອາ​ຊຽນດ້ວຍ​ກັນ ​ແລະ
ຈາກ​ທົ່ວ​ໂລກ.

ລັດຖະມົນຕີ​ດ້ານ​ການທ່ອງທ່ຽວຂອງ 5 ປະ​ເທດ​ໃນ​ລຸ່ມ​ແມ່ນ້ຳຂອງ ຄື​ມຽນມາ ລາວ ​ໄທ
ກຳປູ​ເຈຍ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ຮ່ວມ​ກັນ​ໃນ​ລະຫວ່າງ ການ​ພົບ​ປະ​ເຈລະຈາ​ກັນ
ຢູ່​ທີ່​ນະຄອນ​ເນ​ປີຕໍ ຂອງ​ມຽນມາ ​ເມື່ອ​ບໍ່​ນານ​ມາ​ນີ້ ວ່າ ຈະ​ເສີມ​ຂະຫຍາຍ ການ​ຮ່ວມ​ມື
​ທາງ​ດ້ານ​ການທ່ອງທ່ຽວຢ່າງຮອບດ້ານ ລະຫວ່າງ​ກັນ ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ດ້ວຍ​
ການ​ພັດທະນາ​ທັງ 5 ປະ​ເທດ​ ໃຫ້​ເປັນ​ເຂດ​ເປົ້າໝາຍ​ດຽວ​ກັນ ​ສຳ​ຫລັບ​ຮອງ​ຮັບ ບັນດາ ນັກທ່ອງ​ທ່ຽວ​ທັງ​ໃນ​ອາຊຽນດ້ວຍ​ກັນ ​ແລະ ຈາກ​ພູມິ​ພາກ​ອື່ນໆ ​ໃນ​ທົ່ວ​ໂລກ​ໃຫ້​ໄດ້
ໄວ​ທີ່​ສຸດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ​ກອບ​ການ ວັດ​ທະ​ນະວະລາງ​ກູນ ລັດຖະມົນຕີ​ວ່າການ​ທ່ອງ​
ທ່ຽວ ​ແລະ ກິລາ​ຂອງ​ໄທ​ ກໍ​ຍອມຮັບ​ວ່າ ​ແຜນການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ລະຫວ່າງ
​ປະ​ເທດ​ໃນ​ລຸ່ມ​ແມ່ນ້ຳຂອງດັ່ງກ່າວນີ້ ຍັງ​ບໍ່​ສາມາດ​ຈັດຕັ້ງປະຕິບັດ​ໄດ້​ຢ່າງ​ແທ້​ຈິງ.

ກອງປະຊຸມລະດັບ ລັດຖະມົນຕີທ່ອງທ່ຽວ ຂອງອາຊຽນ ຄັ້ງທີ 19
ກອງປະຊຸມລະດັບ ລັດຖະມົນຕີທ່ອງທ່ຽວ ຂອງອາຊຽນ ຄັ້ງທີ 19

ທັງ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້ ລະບົບ​ການກວດ ​ແລະ
ລົງ​ກາ Visa ຄັ້ງດຽວ (Single Visa) ນັ້ນ ຖື​ເປັນ​ບັນຫາ ທີ່​ຍັງ
​ບໍ່​ສາມາດ​ຈັດຕັ້ງປະຕິບັດ​ໄດ້​ເລີຍ ​ໂດຍ​ມີ​ສາ​ເຫດ​ ມາ​ຈາກ​ຄວາມ​
ບໍ່​ພ້ອມ ​ໃນ​ປະ​ເທດສະມາຊິກ​ສ່ວນ​ໃຫຍ່ ທັງ​ໃນ​ດ້ານ​ບຸກຄະລາ
​ກອນ ​ແລະ​ ເທັກ​ນິກ ​ແຕ່​ທີ່​ນັບ​ວ່າເປັນບັນ​ຫາ​ສຳຄັນ​ທີ່​ສຸດ ກໍ​ຄື​
ການ​ທີ່​ລັດຖະບານ ຂອງ​ປະ​ເທດສະມາຊິກ ​ເຊັ່ນລາວ​ນັ້ນ ​ໄດ້​
ໃຫ້​ຄວາມ​ສຳຄັນ ​ກັບ​ດ້ານ​ຄວາມ​ໝັ້ນຄົງ​ສູງ​ກວ່າ​ ໃນ​ດ້ານ​ການ
ທ່ອງທ່ຽວ ດັ່ງ​ທີ່ ​ທ່ານ​ນາງກອບ​ການ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ເຊື່ອມ​ໂຍງ​ຂອງ​ການທ່ອງທ່ຽວ ລະຫວ່າງ​ກັນ​ນີ້ ທີ່​ຍັງ​ມີ​ບັນຫາ​ຢູ່ ກໍ​ຄື​ເລື້ອງ​
ຂອງ Single Visa ​ໃນ​ແງ່​ຂອງ​ຄວາມ​ຕັ້ງ​ໃຈ​ທຸກ​ປະ​ເທດ​ນີ້ ກໍ​ບອກ​ວ່າ ໜ້າ​ຈະ
ເຮັດ​ໄດ້ ​ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ​ໃນ​ແງ່​ຂອງ​ການ​ທຳ​ງານ​ຕົວຈິງ​ ກໍ​ຍັງ​ຕິດ​ຂັດ​
ບັນຫາເລື້ອງ​ກ່ຽວ​ກັບ​ ເລື້ອງຄວາມ​ໝັ້ນຄົງ ດັ່ງນັ້ນ​ແລ້ວ ຈຸດ​ນີ້ ​ເປັນ​ຈຸດ​ທີ່​ທາງ​
ກະຊວງ​ເອງ​ ກຳລັງ​ຈະເລັ່ງໂອ້​ລົມ​ກັນ​ວ່າ ຈະ​ເຮັດ​ຢ່າງ​ໃດ​ໃຫ້​ເກີດ Single
Visa ​ໄດ້​ຢ່າງ​ແທ້​ຈິງ.”

ທ່ານນາງກອບການ ຢືນຢັນວ່າ ໄທໄດ້ທຳການຮ່າງແຜນການຮ່ວມມື ທາງດ້ານການ
ທ່ອງທ່ຽວກັບ ປະເທດເພື່ອນບ້ານ ໃນລຸ່ມແມ່ນ້ຳຂອງດ້ວຍກັນ ສຳເລັດສົມບູນແລ້ວ ແລະ
ກໍໄດ້ນຳສະເໜີ ຕໍ່ລັດຖະບານຂອງປະເທດເພື່ອນບ້ານ ໃນໂອກາດການປະຊຸມລະດັບ
ລັດຖະມົນຕີທ່ອງທ່ຽວ ຂອງອາຊຽນທີ່ໄດ້ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນມັງກອນ 2015 ຢູ່ນະຄອນເນປີຕໍຂອງສະຫະພາບມຽນມາດັ່ງກ່າວ.

ໂດຍແຜນການດັ່ງກ່າວນີ້ ໃຫ້ຄວາມສຳຄັນເປັນພິເສດ ໃນການລົນນະລົງ ແລະ ການປະ
ຊາສຳພັນ ເພື່ອການສົ່ງເສີມ ແລະ ຂະຫຍາຍຕະຫຼາດການທ່ອງທ່ຽວ ໃນຕ່າງປະເທດ
ລວມກັບປະເທດເພື່ອນບ້ານ ໃນເຂດລຸ່ມແມ່ນ້ຳຂອງດ້ວຍກັນ ໃຫ້ກວ້າງຂວາງຫຼາຍຂຶ້ນ
ລວມເຖິງການນຳໃຊ້ລະບົບ Single Visa ແລະ ຈັດກິດຈະກຳ ການທ່ອງທ່ຽວຮ່ວມ
ກັນດ້ວຍ.

ທ່ານນາງກອບການ ຍັງໄດ້ສະແດງຄວາມເຊື່ອໝັ້ນດ້ວຍວ່າ ການຮ່ວມມືດັ່ງກ່າວ ຈະ
ເຮັດ ໃຫ້ນັກທ່ອງທ່ຽວຊາວຕ່າງຊາດ ພາກັນເດີນທາງມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ
ຫຼາຍຂຶ້ນຢ່າງຕໍ່ເນື່ອງ ເພາະເຫັນວ່າ ການເດີນທາງມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ
ມີຄວາມຫລາກຫຼາຍທັງທາງດ້ານວັດທະນະທຳ ປະເພນີ ປະຫວັດສາດ ແລະ ທຳມະຊາດ
ທີ່ສວຍງາມອີກດ້ວຍ.

ທາງດ້ານກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂອງລາວ ລາຍງານວ່າ
ໃນຕະຫຼອດປີ 2014 ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວ ຫຼາຍກວ່າ
3 ລ້ານ 9 ແສນຄົນ ຊຶ່ງກໍເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບຫຼາຍກວ່າ 650 ລ້ານ
ໂດລາ ຫຼືເພີ້ມຂຶ້ນເກີນກວ່າ 10 ເປີເຊັນ ທຽບກັບປີ 2013 ແລະ ຖ້າຫາກວ່າ ສະພາບການ
ຍັງຄົງສາມາດຮັກສາລະດັບການເຕີບໂຕດັ່ງກ່າວນີ້ໄດ້ ຢ່າງຕໍ່ເນື່ອງ ຍັງເຮັດໃຫ້ສາມາດ
ຄາດໝາຍໄດ້ວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າມາໃນລາວ ເພີ້ມຂຶ້ນເປັນ 10 ລ້ານຄົນ ໃນປີ 2020 ຊຶ່ງກໍຈະເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບເພີ້ມຂຶ້ນເປັນຫຼາຍກວ່າ
1,600 ລ້ານໂດລາອີກດ້ວຍ.

ທັງນີ້ ໂດຍ New York Times ໄດ້ຈັດໃຫ້ລາວເປັນ 1 ໃນ 53 ປະເທດທີ່ໜ້າທ່ອງທ່ຽວ
ທີ່ສຸດຂອງໂລກນັບແຕ່ປີ 2008 ເປັນຕົ້ນມາ ສ່ວນການທ່ອງທ່ຽວທຳມະຊາດ ທີ່ປະຊາຊົນ
ມີສ່ວນຮ່ວມຢູ່ເຂດປ່າສະຫງວນນ້ຳຫ້າ ໃນແຂວງຫລວງນ້ຳທາ ກໍໄດ້ຮັບລາງວັນດີເດັ່ນ
ຈາກອົງການສະຫະປະຊາຊາດເພື່ອການພັດທະນາ ສ່ວນຫຼວງພະບາງ ກໍໄດ້ຫລຽນຄຳ
ໃນຖານະເມືອງທີ່ໜ້າທ່ອງທ່ຽວເປັນອັນດັບທີ 1 ຂອງໂລກ ຈາກວາລະສານ
Wanderlust ຂອງອັງກິດເຖິງ 6 ປີຕໍ່ກັນ ແລະ ສະພາການທ່ອງທ່ຽວ ແລະ ການຄ້າ
ຂອງສະຫະພາບຢູໂຣບນັ້ນ ກໍໄດ້ຍົກຍ້ອງໃຫ້ລາວ ເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດ
ໃນໂລກດ້ວຍເຊັ່ນກັນ.

XS
SM
MD
LG