ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນຄົບຮອບ 51 ປີ ໃນການລອບສັງຫານ ມື້ລາງ ປ. John Kennedy


ມື້ລາງ ປະທານາທິບໍດີ John F. Kennedy ລາຍງານ ຕໍ່ປະເທດຊາດ ກ່ຽວກັບວິກິດການຄິວບາ (2 ພະຈິກ 1962)
ມື້ລາງ ປະທານາທິບໍດີ John F. Kennedy ລາຍງານ ຕໍ່ປະເທດຊາດ ກ່ຽວກັບວິກິດການຄິວບາ (2 ພະຈິກ 1962)

ວັນເສົາມື້ນີ້ແມ່ນຂີດໝາຍຄົບຮອບ 51 ປີ ໃນການລອບສັງຫານ
ມື້ລາງ ປະທານາທິບໍດີ John Kennedy ທີ່ໄດ້ນຳເອົາ ພວກໜຸ່ມ
ນ້ອຍ ມີກຳລັງວັງຊາ ເຂົ້າໄປເຮັດວຽກ ຢູ່ທຳນຽບຂາວເວລາທ່ານ ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີໃນປີ 1961. ທ່ານເອງແລະ
ສະຕີໝາຍເລກນຶ່ງທ່ານນາງ Jacqueline Kennedy ໄດ້ນຳເອົາ ຄວາມຮູ້ສຶກແບບພິເສດໃນດ້ານແບບສະບັບພິທີການແລະຄວາມ
ມີສະເໜ່ທີ່ວໍຊິງຕັນບໍ່ເຄີຍພົບເຫັນມາກ່ອນ.

ສະໄໝການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ Kennedy
ແມ່ນຫາກໍໄດ້ປະມານ 1,000 ມື້ ແລະທ່ານມີອາຍຸ ແຕ່ພຽງ 46 ປີ
ເທົ່ານັ້ນ ເວລາທ່ານຖືກຍິງຕາຍ ຂະນະທີ່ນັ່ງຢູ່ໃນຂະບວນລົດປະ
ທານາທິບໍດີ ທີ່ເປີດຫລັງຄາ ເມື່ອວັນສຸກທີ 22 ພະຈິກປີ 1963 ທີ່ເມືອງ Dallas ລັດເທັກຊັສ. ລູກປືນທີ່ຍິງມານັ້ນໄດ້ທຳລາຍສ່ວນໃຫຍ່ຂອງສະໝອງປະທານາທິບໍດີ ຊຶ່ງໄດ້ສ້າງຄວາມຕື່ນ ຕົກໃຈໃຫ້ແກ່ ພວກທີ່ໄດ້ຮູ້ເຫັນເປັນພະຍານເຖິງຄວາມໂຫດຫ້ຽມຂອງມັນ.

ເຫດການດັ່ງກ່າວ ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ໂລກ ແລະເຮັດໃຫ້ແມ່ນແຕ່ຄູ່ປໍລະປັກ ຂອງປະທານາທິບໍດີ ເຊັ່ນຜູ້ນຳຂອງໂຊຫວຽດ ໃນເວລານັ້ນ ທ່ານ Nikita Khrushchev ເສົ້າໂສກເສຍໃຈ ແລະບໍ່ສາມາດກ່່າວຖ້ອຍຄຳໃດໆໄດ້.

ຊາວອາເມຣິກັນ ເປັນຈຳນວນຫຼວງຫຼາຍ ໄດ້ໃຊ້ວັນສຸດສັບປະດາດັ່ງກ່າວ ພາກັນຮ້ອງໄຫ້ ໂດຍເບິ່ງພັນລະຍາໝ້າຍຂອງປະທານາທິບໍດີທີ່ຍັງໜຸ່ມແໜ້ນແລະລູກຊາຍນ້ອຍໆ 2 ຄົນ ໄວ້ທຸກຢ່າງເປັນການເປີດເຜີຍໃຫ້ຜູ້ຄົນໄດ້ເຫັນກັນ.

ມືປືນ ທີ່ສັງຫານປະທານາທິບໍດີ ທ້າວ Lee Harvey Oswald ໄດ້ຖືກຍິງຕາຍຂະນະທີ່ຢູ່ ໃນຄວາມຄຸ້ມຄອງຂອງຕຳຫຼວດຕໍ່ໜ້າໂທລະພາບທີ່ພວມອອກອາກາດສົດ 2 ມື້ຫລັງຈາກ ປະທານາທິບໍດີໄດ້ເຖິງແກ່ອະສັນຍະກຳ.

XS
SM
MD
LG