ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຖານະ​ການ​ ໃນ​ເມືອງ Ferguson ​​ມີຄວາມສະຫ​ງົບ ​ຂຶ້ນ​ແດ່​ແລ້ວ


ສະພາບການໃນ​ເມືອງ Ferguson ​​ທີ່​ຈະ​ຕ້ອງ​ມີ​​ເວນຍາມ​ຮັກສາ​ຄວາມ​ສະຫງົບ
ສະພາບການໃນ​ເມືອງ Ferguson ​​ທີ່​ຈະ​ຕ້ອງ​ມີ​​ເວນຍາມ​ຮັກສາ​ຄວາມ​ສະຫງົບ

ຖະນົນ​ຫົນທາງ​ໃນ​ເມືອງ Ferguson ​ລັດ​ Missouri ​ທາງພາກ
​ຕາ​ເວັນ​ຕົກ​ຕອນ​ກາງຂອງ​ສະຫະລັດ ມີຄວາມສະຫ​ງົບ​ຂຶ້ນ​ແດ່​ແລ້ວ
ຫຼັງ​ຈາກ​ທີ່​ໄດ້​ເກີດ​ຄວາມ​ວຸ້ນວາຍ​ 2 ຄືນກ່ອນ​ໜ້າ​ນັ້ນ ຍ້ອນການ
​ຕັດສິນຂອງຄະນະຕຸລາການ ຈະບໍ່​ຟ້ອງ​ຮ້ອງຕຳຫຼວດ​ຜີວ​ຂາວ
ທີ່​ໄດ້ຍິງ​ສັງຫານໄວ​ລຸ້ນຜີວ​ດຳ​ ທີ່​ບໍ່​ຖື​ອາວຸດນັ້ນ.

​ໄດ້​ມີການປະ​ທ້ວງ​ແບບກະຈັດກະຈາຍ ​ໃນ​ແລງ​ວັນ​ພຸດວານ​ນີ້ ​
ແຕ່​ຍ້ອນ​ການ​ມີໜ້າ​ຂອງ​ພວກ​ຕຳຫຼວດເປັນ​ຈຳນວນຫຼວງ​ຫຼາຍ ​
ທ່າມກາງສະພາບ​ອາກາດ ​ທີ່​ມີຫິມະຕົກ ​ແລະ​ຍ້ອນການຕຽມສະ
​ເຫຼີ​ມສະຫຼອງ​ເທດສະ​ການ​ບຸນ​ຂອບຄຸນ​ພະ​ເຈົ້າ ຫຼື Thanksgiving
ຈຶ່ງພາໃຫ້​ມີ​ພວກ​ປະ​ທ້ວງໜ້ອຍກວ່າ​ຄືນ​ກ່ອນໆ.

ກ່ອນ​ໜ້າ​ນີ້ ຜູ້​ຄົນ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ ໄດ້​ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ຢູ່ຕໍ່ໜ້າ​ໂຮງການ
​ເມື​ອງ St. Louis ​ໃນ​ວັນ​ພຸດ​ວານ​ນີ້ ໂຮ່ຮ້ອງວ່າ “ມັນເປັນໜ້າລະອາຍ, ມັນເປັນໜ້າລະ
ອາຍ”. ຕຳຫຼວດ​ໄດ້​ຈັບ​ກຸມ 3 ຄົນທີ່​ບໍ່​ຍອມ​ສະ​ຫລາຍ​ຕົວ ​ຮວມທັງ​ອີກ​ຄົນ​ນຶ່ງ ​ທີ່​ໄດ້​ຖືກ​ຈັບ​ກຸມ​ ໃນ​ຖານ​ຈູ່​ໂຈມທຳຮ້າຍຜູ້​ອື່ນ.

ການ​ຍິງ​ສັງຫານ ທ້າວ Michael Brown ​ໄວ 18 ປີ ​ໃນ​ເດືອນສິງຫາ​ຜ່ານ​ມາ​ນີ້ ​ໂດຍ​ຕຳຫຼວດ
​ Darren Wilson ນີ້ ​ໄດ້ສ້າງ​ຄວາມ​ເຄັ່ງ​ຕຶງ​ແບບ​ລຸກ​ເປັນ​ໄຟໃນ​ເມືອງ Ferguson ​ແລະ​ພາ​ໃຫ້ເກີດ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ ກ່ຽວ​ກັບ​ການ​ໃຊ້ຄວາມ​ຮຸນ​ແຮງ​ຂອງ​ຕຳຫຼວດ ​ແລະ​ການ​ຈຳແນກກີດກັນ ດ້ານເຊື້ອຊາດຜິວພັນ ​ໃນ​ເຂດ​ອ້ອມ​ແອ້ມນະຄອນ St. Louis.

​ໃນ​ຕົ້ນ​ອາທິດ​ນີ້ ຄະນະ​ຕຸລາການ ໄດ້​ຕັດສິນວ່າ ບໍ່​ມີ​ຫຼັກຖານ​ພຽງພໍ​ທີ່ຈະ​ຟ້ອງ​ຮ້ອງຕຳຫຼວດ
Darren Wilson ຜູ້​ຊຶ່ງ​ໄດ້​ກ່າວ​ວ່າ ​ລາວ​ຫວາດ​ກົວ​ເຖິງ​ຊີວິດ​ລາວ ​ໃນ​ຕອນ​ທີ່​ລາວ​ໄດ້​ປະ​ເຊີນ​ໜ້າ​ກັບ​ທ້າວ Brown. ທ່ານ Wilson ​ໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້​ວ່າ ລາວ​ມີ​ຈິດ​ສຳນຶກ​ທີ່​ໂປ່​ງ​ໃສ ກ່ຽວກັບການ​ກະທຳ​ຂອງ​ລາວ ທີ່​ວ່າ “ຂ້າພະເຈົ້າ​ຮູ້​ດີ ວ່າ ຂ້າພະເຈົ້າໄດ້ເຮັດ​ພາລະ​ໜ້າ​ທີ່​ຂອງ​ຂ້າພະ​ເຈົ້າຢ່າງ​ຖືກຕ້ອງ​ແລ້ວ.” ພວກ​ປະ​ທ້ວງ​ໃນ​ທົ່ວ
​ສະ​ຫະລັດ ​ໄດ້​ໃຊ້ເຫດຮ້າຍດັ່ງກ່າວ ເນັ້ນຢ້ຳເຖິງກໍລະນີທີ່ຄ້າຍຄືກັນ ​ຊຶ່ງພວກເຂົາເຈົ້າ ເຫັນວ່າ ກົດໝາຍ​ທັງຫຼາຍ​ນັ້ນ ​ແມ່ນ​ບໍ່​ໄດ້​ມີການນຳ​ໃຊ້​ຢ່າງ​ຍຸຕິ​ທຳ ຕໍ່​ຊາວ​ອາ​ເມຣິກັນ​ເຊື້ອ​ສາຍ​ອາ​ຟຣິກາ.

XS
SM
MD
LG