ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງ​ຍຸດຕິ​ທຳ ສຫລ ຈະສືບສວນ ກົມ​ຕຳຫຼວດ ເມືອງ Ferguson (ສະໄລດ໌/ວີດີໂອ)


Federal Investigation Launched Into Ferguson Police Department
please wait

No media source currently available

0:00 0:03:06 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ກະຊວງ​ຍຸດຕິ​ທຳສະຫະ​ລັດ ​ໄດ້​ປະກາດ​ວ່າ ຕົນ​ຈະ​ທຳ​ການ
​ສືບສວນ​ສອບ​ສວນ​ທາງ​ດ້ານ​ສິດທິ​ພົນລະ​ເມືອງ ​ຢູ່ໃນກົມ​ຕຳ
ຫລວດຂອງ​ເມືອງ Ferguson ລັດ Missouri ບ່ອນທີ່​ເຈົ້າໜ້າ
​ທີ່​ຕຳຫລວດ​ຜິວຂາວ ຍິງ​ ຊາຍ​ໜຸ່ມ​ຜິວ​ດຳ​ທີ່​ບໍ່​ມີ​ອາວຸດຄົນນຶ່ງ
ຕາຍ ​ໃນ​ລະຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ​ຢູ່​ຕາມຖະໜົນ ​ເມື່ອ​
ເດືອນ​ແລ້ວ​ນີ້.

ລັດຖະມົນຕີກະຊວງຍຸດຕິ​ທຳ ທ່ານ Eric Holder ກ່າວ​ໃນ​ວັນ
​ພະຫັດ ວານນີ້ວ່າ ການສືບສວນໄດ້ມີຂຶ້ນ ຍ້ອນມີ​ການ​ກ່າວ​ຫາ​
ວ່າ ເຈົ້າໜ້າ​ທີ່​ຕຳຫລວດ​ຂອງ​ເມືອງ​ດັ່ງກ່າວ​ໄດ້​ມີ​ການ​ຈຳແນກ
ກີດກັນຢ່າງເປັນລະບົບ ຕໍ່ຊາວ​ເມືອງ​ຄົນ​ຜິວ​ດຳ​.

ທ່ານ Holder ​ເວົ້າວ່າ “ພວກ​ເຮົາ ​ໄດ້​ໄຕ່ຕອງ​ວ່າ​ມີ​ເຫດຜົນ​ທີ່ກະຊວງ ຍຸດຕິ​ທຳ
​ຈະ​ເປີດ​ການ​ສືບສວນ​ສອບ​ສວນ​ເພື່ອ​ພິຈາລະນາເບິ່ງ​ວ່າ​ ເຈົ້າ ໜ້າ​ທີ່​ຕຳຫລວດ​
ເມືອງ Ferguson ​ໄດ້ດຳ​ເນີນການ​ແບບເປັນລະບົບ​ຫຼື ​ການກະທຳ ທີ່​ເປັນການ
ລະ​ເມີດຕໍ່​ລັດຖະທຳ​ມະນູນ ຂອງ​ສະຫະລັດ ຫຼື ກົດໝາຍຂອງ​ລັດຖະບານ.”

ທ່ານ​ກ່າວ​ວ່າ ການສືບສວນ​ສອບ​ສວນ ຈະ​ລວມທັງ ການ​ກວດຄືນເບິ່ງ​ ການຢຸດກວດ
ຕ່າງ​ໆຂອງຕຳຫລວດ ການ​ນຳ​ໃຊ້​ກຳ​ລັງທີ່​ຮ້າຍແຮງເຖິງ​ແກ່​ຊີວິດ ​ແລະ ການ​ປະຕິບັດ​
ຕໍ່​ພວກ​ຖືກ​ຄຸມ​ຂັງ.

​ປະຊາຊົນໃນເມືອງ Ferguson ​ໄດ້​ສະແດງຄວາມ​ວິຕົກກັງ​ວົນ​ ກ່ຽວ​ກັບ​ຕຳຫລວດ ຫຼັງ
ຈາກ​ມີການ​ຍິງ​ ທ້າວ Michael Brown ​ໄວ 18 ປີ ຕາຍ ​ເມື່ອວັນ​ທີ 9 ​ສິງຫາ​ທີ່​ຜ່ານ​ມາ ​
ໂດຍ​ເຈົ້າໜ້າ​ທີ່​ຕຳຫລວດ Darren Wilson ນັ້ນ.

ທ່ານ Holder ກ່າວ​ວ່າ ການສືບສວນ​ສອບ​ສວນ​ອີກຕ່າງຫາກ ຂອງ ລັດຖະບານກາງ
ກ່ຽວກັບການສັງຫານດັ່ງກ່າວນີ້ ​ແມ່ນ​ຍັງ​ມີທາງເປັນ ໄປໄດ້ຢູ່.

US POLICE SHOOTING VOSOTVO
please wait

No media source currently available

0:00 0:00:58 0:00

XS
SM
MD
LG