ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດຄວາມຮຸນແຮງຂຶ້ນ ທີ່ເມືອງ Ferguson ຫຼັງຈາກ ການປະກາດ ຄຳຕັດສິນ ຄະນະຕຸລາການ


US Ferguson Grand Jury SOTVO
please wait

No media source currently available

0:00 0:00:36 0:00

ກາ

ຄະນະ​ຕຸລາການ ​ໃນ​ລັດ​ Missouri ທາງພາກ​ຕາ​ເວັນ​ຕົກ​ຕອນ​ກາງຂອງ​ສະຫະ ລັດ ໄດ້​ຕັດສິນວ່າ ຈະບໍ່​ຟ້ອງ​ຮ້ອງຕຳຫຼວດ​ຊາວ​ຜີວ​ຂາວ ທີ່​ໄດ້ຍິງ​ສັງຫານໄວ​ລຸ້ນຜີວ​ດຳ​ທີ່​ບໍ່​ຖື​ອາວຸດ ຊຶ່ງ​ການຕັດສິນດັ່ງກ່າວ ​ໄດ້​ກໍ່ໃຫ້ເກີດ​ມີ​ການ​ປະ​ທ້ວງຢ່າງຮຸນ ແຮງ ແລະ​ບຸກເຂົ້າໄປລັກເອົາເຄື່ອງຂອງ.

​ທ່ານ Robert McCulloch ໄອ​ຍະ​ການໃນ​ເຂດ St. Louis ​ໄດ້​ປະກາດ​ໃນແລງ​ວັນ​ຈັນ​ວານ​ນີ້​ວ່າ ຄະນະ​ຕຸລາການ ພົບເຫັນວ່າ ​ບໍ່ມີຫຼັກ​ຖານພຽງພໍ ​ທີ່​ຈະ​ຟ້ອງ​ຮ້ອງ ​ຕໍ່ເຈົ້າໜ້າທີ່​ຕຳຫຼວດ​ Darren Wilson ຜູ້​ທີ່​ໄດ້​ຍິງ​ສັງຫານ ທ້າວ Michael Brown ​ໃນ​ເດືອນ ສິງຫາ​ຜ່ານ​ມາ​ນີ້.

ທ່ານ McCulloch ກ່າວວ່າ: “ຫຼັງ​ຈາກ​ທີ່​ໄດ້​ກວດ​ສອບຫຼັກ​ຖານ​ພິຍານ​ຢ່າງ​ລະອຽດ
ຖີ່ຖ້ວນມາ​ແລ້ວ​ ຄະນະ​ຕຸລາ ການ​ໄດ້​ພິຈາລະນາ ມາ​ເປັນ​ເວລາ 2 ມື້ກວ່າໆ ກ່ອນຈະ
ຕັດສິນ ຂັ້ນສຸດທ້າຍ. ພວກ​ເຂົາ​ເຈົ້າພົບ​ເຫັນ​ວ່າ ບໍ່​ມີ​ຫຼັກ​ຖານ​ໃດໆ​ທີ່​ສາມາດ​ຟ້ອງ​ທ່ານ Wilson ​ໄດ້​ ແລະພົບເຫັນວ່າ ບໍ່ມີຫລັກຖານພຽງພໍຕໍ່ ແຕ່ລະຂໍ້ຫາຂອງທັງໝົດຫ້າກະ​ໂທ​ງນັ້ນ. ອິງ​ຕາມ​ຫຼັກ​ໂຕຈິງແລະ​ທາງວິທະຍາສາດ ທີ່ທາງຄະນະ​ຕຸລາການ ​ໄດ້​ກວດ
ສອບ ເບິ່ງ​ ປະ​ກອບ​ກັບ​ຄຳໃຫ້ການຂອງພິຍານຕ່າງໆແລ້ວ ແມ່ນສະ​ນັບ​ສະ​ໜຸນ ​ແລະ ຢືນຢັນໂດຍຫລັກຖານໂຕຈິງ ແມ່ນບົ່ງບອກໃຫ້ເຫັນເຖິງເລື້ອງ​ລາວຄວາມ​ຊັດ​ເຈ​ນ ​ແລະ​ເລື້ອງໂສກ​ເສົ້າກ່ຽວ​ກັບ​ເຫດການ​ທີ່ໄດ້ເກີດຂຶ້ນ.”

ການ​ປະ​ທ້ວງ​ໄດ້​ລະເບີດຂຶ້ນບໍ່​ເທົ່າ​ໃດ​ນາທີ​ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະກາດ​ອອກ​ໄປ​ນັ້ນ.
ມີ​ພວກ​ປະ​ທ້ວງ​ບາງ​ກຸ່ມ ​ໄດ້​ບຸກເຂົ້າລັກເອົາເຄື່ອງຂອງຢູ່ຕາມທຸລະກິດໃນ ເຂດທ້ອງຖິ່ນ ​ແລະ​ແກ່ວ​ງກ້ອນ​ຫີນ​ໃສ່​ຕຳຫຼວດ, ຊຶ່ງ​ທາງ​ຕຳຫຼວດ​ກໍໄດ້​ຕອບ​ໂຕ້ດ້ວຍ​ແກ໊ສນ້ຳຕາແລະຍິງ
​ປືນທີ່ພາໃຫ້ສະຫລົບຫຼື Bean bag ເຂົ້າໃສ່ພວກປະທ້ວງ.

ບໍ່ເທົ່າໃດ​ຊົ່ວ​ໂມງ​ຕໍ່​ມາ ຜູ້ບັນຊາການຕຳຫຼວດໃນ​ເຂດ St. Louis ທ່ານ Jon Belmar ​
ໄດ້ ​ກ່າວ​ວ່າ ມີ​ຕຶກຢ່າງ​ນ້ອຍ 12 ຫຼັງ ຍັງ​ລຸກ​ໄໝ້​ເປັນ​ໄຟ​ຢູ່. ທ່ານ​ໄດ້​ກ່າວ​ວ່າ ພວກ​ຕຳຫຼວດ​ບໍ່​ໄດ້​ຍິງ​ໂຕ້​ຕອບຕ່ຍ່າງ​ໃດ ​ແຕ່​ ທ່ານ​ກ່າວ​ວ່າ ​ທ່ານ​ໄດ້​ຍິນສຽງ​ປືນ​ດ້ວຍ​ຕົວ​ເອງ ມີ​ປະມານ 150 ​ເທື່ອ ດັງຂຶ້ນຕະຫຼອດ​ທັງ​ຄືນ. ມີ​ຢ່າງ​ນ້ອຍ 29 ຄົນ ​ໄດ້​ຖືກ​ຈັບ​ກຸມ. ຍັງ​ບໍ່​ມີ​ລາຍ​ງານ​ກ່ຽວກັບ​ການ​ບາດ​ເຈັບ​ໃດ​ໆ​ເທື່ອ.

ນອກນັ້ນ ຍັງມີການ​ປະ​ທ້ວງ ຢູ່ທົ່ວ​ສະຫະລັດ. ​ທີ່ຈະຕຸລັດ Time Square ​ໃນ​ນະຄອນ New York City ພວກ​ປະ​ທ້ວງ​ທັງຫຼາຍ​ໄດ້​ພາກັນ​ຖື​ປ້າຍກ່າວ​ປະ ນາມ​ການກົດຂີ່ຂອງ
ຕຳຫຼວດ ​ແລະ​ໂຮ່ຮ້ອງເປັນ​ຈັງ​ຫວະ “ຍົກ​ມື້​ຂຶ້ນ ຫ້າມ​ຍິງ” ຊຶ່ງ​ຖື​ວ່າ ​ກາຍ​ມາເປັນ​ຄຳ​ທີ່ນິຍົມ ໃນການ​ປະ​ທ້ວງຕໍ່ຕ້ານຕຳຫຼວດ.

​ ໃນນະຄອນ Oakland ​ແລະ Chicago ພວກ​ປະ​ທ້ວງ​ໄດ້​ລຸ​ຫຼັ່ງ​ໄປຕັນທາງ​ດ່ວນ ອັດ​ການ
ສັນຈອນໄປມາຂອງລົດ ດ້ວຍ​ການ​ຍົກ​ມື​ຂຶ້ນ​ເທິງ​ອາກາດ​ແລະ​ກໍມີ​ກຸ່ມ​ປະ​ທ້ວງ​ຈຳນວນ​ນ້ອຍ​ໆໄດ້​ ຮວມຕົວ​ກັນ​ຢູ່​ຂ້າງ​ນອກ​ທຳນຽບຂາວ.

US Ferguson Obama SOTVO
please wait

No media source currently available

0:00 0:00:25 0:00

XS
SM
MD
LG