ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄວາມຮຸນແຮງ ລະເບີດຂຶ້ນ ທີ່ເມືອງ Ferguson ຫຼັງຈາກ ຄະນະຕຸລາການ ອອກຄຳຕັດສິນ


Ferguson Grand Jury Decides Not to Indict
please wait

No media source currently available

0:00 0:02:23 0:00

ການຕັດສິນຂອງຄະນະຕຸລາການລັດ Missouri ທີ່ບໍ່ຟ້ອງຮ້ອງ
ເຈົ້າໜ້າທີ່ຕຳຫຼວດ Darren Wilson ໃນການຍິງສັງຫານທ້າວ
Michael Brown ໜຸ່ມນ້ອຍອາເມຣິກັນເຊື້ອສາຍອາຟຣິການັ້ນ ໄດ້ກໍ່ໃຫ້ເກີດຄວາມຮຸນແຮງເພີ້ມຕື່ມ ແລະການທຳລາຍທີ່ເມືອງ
Ferguson ໃນລັດ Missouri. Kane Farabaugh ຜູ້ສື່ຂ່າວວີ
ໂອເອມີລາຍງານວ່າ ເຖິງແມ່ນໄດ້ມີການຮຽກຮ້ອງ ຈາກບັນດາ
ຜູ້ນຳປະຊາຄົມກໍຕາມ ແຕ່ປະຕິກິລິຍາບໍ່ໄດ້ມີຂຶ້ນແບບສະຫງົບ
ເລີຍດັ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ເມືອງ Ferguson ລັດ Missouri ກຳລັງເກີດໄຟໄໝ້.

ປະຕິກິລິຍາ ຕໍ່ການຕັດສິນ ຂອງຄະນະຕຸລາການ ທີ່ຈະບໍ່ຟ້ອງຮ້ອງ ເຈົ້າໜ້າທີ່ຕຳຫຼວດ Darren Wilson ແມ່ນເກືອບວ່າ ໄດ້ເກີດຄວາມຮຸນແຮງຂຶ້ນ ໃນທັນທີໂລດ ໂດຍຜູ້ຄົນ ຈຳນວນນຶ່ງ ໃນຝູງຊົນທີ່ໄປເຕົ້າໂຮມກັນ ຢູ່ນອກປ້ອມຕຳຫຼວດ ໃນເມືອງ Ferguson.

ຕຳຫຼວດໄດ້ຕອບໂຕ້ ດ້ວຍລະເບີດນ້ຳຕາ.

ແລະພວກປະທ້ວງໄດ້ຕອບໂຕ້ຄືນ ໂດຍພາກັນຈູດໄຟເຜົາ.

ດັ່ງທີ່ທ່ານໄດ້ເຫັນ ລົດຕຳຫຼວດສອງຄັນ ກຳລັງລຸກໄໝ້ເປັນແປວໄຟ ແລະສິ່ງເຫຼົ່ານີ້ໄດ້ ເກີດຂຶ້ນໃນຂະນະທີ່ພວມມີການສົ່ງກຳລັງຕຳຫຼວດປາບຈະລາຈົນເຂົ້າປະຕິບັດໜ້າທີ່ຢູ່
ທີ່ນັ້ນ ແລະພ້ອມແລ້ວທີ່ຈະຮັບມືກັບແມ່ນຫຍັງກໍຕາມ ທີ່ພວກປະທ້ວງໄດ້ແກວ່ງເຂົ້າໃສ່
ເຂົາເຈົ້າ.

ຄວາມຮຸນແຮງບໍ່ແມ່ນຄວາມຕັ້ງໃຈສຳຫຼັບຊາວເມືອງ Ferguson ຜູ້ທີ່ມີຊື່ວ່າ Django.

“ຂ້ອຍຂໍພາວະນາ ສຳຫລັບສິ່ງທີ່ດີທີ່ສຸດ ເຈົ້າຄົງຮູ້ ຍ້ອນວ່າ ສ່ວນຕົວແລ້ວຂ້ອຍ ຈະບໍ່ທຳລາຍແມ່ນຫຍັງກໍຕາມ ຂ້ອຍພຽງແຕ່ຕ້ອງການຢາກໃຫ້ມັນມີຜົນອອກມາ ດີກວ່ານັ້ນ.”

ຄວາມວິຕົກກັງວົນທົ່ວໄປກໍແມ່ນວ່າຄວາມຮຸນແຮງອາດຈະເປັນເງົາບົດບັງການດຳເນີນ ຄວາມພະຍາຍາມເພື່ອແກ້ໄຂຄວາມເຄັ່ງຕຶງດ້ານເຊື້ອຊາດຜິວພັນທີ່ທ້າວ Django ເວົ້າ ວ່າຍັງມີຢູ່ລະຫວ່າງຊາວເມືອງ Ferguson ແລະກຳລັງຕຳຫຼວດ.

“ພວກເຮົາມີເຫດຜົນທີ່ພາກັນອອກມາປະທ້ວງ. ພວກເຮົາຢູ່ທີ່ນີ້ ນີ້ແມ່ນຖິ່ນຂອງ ພວກເຮົາ ດັ່ງນັ້ນຖ້າຫາກລາວພົ້ນຄວາມຜິດ ລາວກໍຈະພົ້ນຄວາມຜິດ ລາວກໍຈະ ພົ້ນຄວາມຜິດ ແລະກໍຈະພົ້ນຄວາມຜິດ.”

ສ່ວນ Mark Esters ຊຶ່ງເປັນຜູ້ນຶ່ງ ທີ່ອາໄສຢູ່ໃນເຂດນະຄອນ St. Louis ມີຄວາມເຫັນ
ວ່າ “ບົດຮຽນກໍແມ່ນວ່າ ພວກເຮົາທຸກຄົນ ຈຳເປັນຕ້ອງໄດ້ເຂົ້າຮ່ວມໂຕະເຈລະຈາ ແລະ ມັນກໍບໍ່ຄວນ ຈະເປັນແຕ່ພຽງຜິວພັນດຽວເທົ່ານັ້ນ ອອກມາເວົ້າ ກ່ຽວກັບຄວາມບໍ່ສະເໝີ ພາບທີ່ພວກເຮົາເຫັນ.”

US Ferguson Obama SOTVO
please wait

No media source currently available

0:00 0:00:25 0:00

Mark Esters ພົບວ່າ ລາວໄດ້ຕົກຄ້າງຢູ່ຂ້າງຫລັງ ເສັ້ນທີ່ຕຳຫຼວດຕັ້ງຂຶ້ນເພື່ອປ້ອງກັນ
ບໍ່ໃຫ້ຜູ້ຄົນເຂົ້າໄປສູ່ຈຸດສູນກາງບ່ອນທີ່ຄວາມວຸ້ນວາຍພວມທະວີຂຶ້ນຢູ່ໃນເມືອງ Fergu-
son. ເຖິງແມ່ນລາວຮູ້ສຶກເສຍໃຈ ທີ່ໄດ້ເກີດຄວາມຮຸນແຮງຂຶ້ນ ແຕ່ລາວກໍບໍ່ໄດ້ມີຄວາມ ປະຫລາດໃຈແຕ່ຢ່າງໃດເລີຍ.

“ນີ້ແມ່ນສິ່ງທີ່ມາເຖິງຈຸດສຸດຍອດໃນຄວາມບໍ່ສະເໝີພາບທີ່ມີມາເປັນເວລາຫຼາຍໆ
ປີ.”

ເຫດການ ກ່ຽວກັບການບຸກເຂົ້າໄປລັກເອົາເຄື່ອງເອົາຂອງ ແລະເມືອງ Ferguson ລຸກ ໄໝ້ເປັນແປວໄຟເຮັດໃຫ້ເຂດຊານເມືອງແຫ່ງນີ້ຂອງນະຄອນ St. Louis ຄ້າຍຄືກັນກັບ ສະໝໍລະພູມໃນສົງຄາມ ຫລາຍກວ່າຫົວເມືອງນ້ອຍໆແຫ່ງນຶ່ງ. ມັນເປັນເຫດການ ທີ່ຮຸນ ແຮງເກີນໄປສຳຫລັບນາງ Julie Cruise.

“ຂ້ອຍພໍແລ້ວ ຂ້ອຍພໍແລ້ວ ໃນການແບ່ງແຍກ ແລະການດື້ດ້ານ ກ່ຽວກັບເລື້ອງ ເຊື້ອຊາດຜິວພັນ. St. Louis ສາມາດເຮັດໄດ້ດີກວ່ານີ້.”

ເມື່ອໃດ ຫາກມີການດັບມອດໄຟ ແລະຄວາມຮຸນແຮງຍຸດຕິລົງແລ້ວ ເມືອງ Ferguson ຈຳເປັນຕ້ອງໄດ້ມີ ການບູລະນະສ້າງສາຄືນໃໝ່ ໂດຍທຳການສ້ອມແປງ ໂຄງລ່າງທີ່ໄດ້
ຮັບຄວາມເສຍຫາຍ ຖືກທຳລາຍ ຫຼືງັດແງະ ບຸກເຂົ້າໄປລັກຂະໂມຍເອົາເຄື່ອງເອົາຂອງ ແລະດ້ວຍການປັບປຸງຄວາມສຳພັນ ລະຫວ່າງກຳລັງຕຳຫຼວດ ແລະປະຊາຊົນໃນເມືອງ ດັ່ງກ່າວໃຫ້ດີຂຶ້ນ.

A decision by a Missouri Grand Jury not to charge white police officer Darren Wilson in the shooting death of African American teenager Michael Brown resulted in more violence and destruction in Ferguson, Missouri.VOA's Kane Farabaugh has more on how despite pleas from community leaders, the reaction was anything but peaceful.

Ferguson, Missouri is burning.

The reaction to the decision not to charge officer Darren Wilson was almost immediate violence by some in the crowd that assembled outside the Ferguson Police Department.

Police responded with tear gas…

… and protestors reacted by setting fires.

"As you can see behind me here two police cars are fully engulfed in flames and this is coming as riot police are fully deployed here ready to tackle whatever these protestors throw at them."

Violence was not on the agenda for the Ferguson resident who goes by the name "Django."

"I pray for the best, you know, cause me personally, I'm not going to go destroy nothing, I just wanted it to be a better outcome."

A prevailing concern was that the violence would overshadow efforts to resolve the racial tension Django says exists between Ferguson's residents, and its police force.

"We got a reason to be out here.We live here, this is our area.So if he got away with it, he gonna get away with it, he gonna get away with it, he gonna get away with it."

"The lesson is that all of us need to be at the table talking, and it shouldn't just be one race speaking up for the inequities we see."

Mark Esters found himself trapped behind a police line formed to keep people away from the heart of the escalating unrest in Ferguson.Though he was disappointed by the violence, he was not surprised.

"This is something that has been the culmination of years of inequity."

Scenes of looting and Ferguson aflame made this St. Louis suburb look more like a war zone than a small town.It was overwhelming to Julie Cruise.

"I've had enough!I've had enough! Of the racism and bigotry, and St. Louis can do better."

Once the fires are put out and the violence ends, Ferguson will need to be rebuilt, by repairing the structures that were damaged, destroyed, or looted, and by improving the relationship between the police force and its citizens.

XS
SM
MD
LG