ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລມຕ ຍຸຕິທຳ ສະຫະລັດ ຈະໄປຢ້ຽມ ເມືອງ Ferguson ບ່ອນທີ່ ຊາຍໜຸ່ມຜິວດຳ ຖືກຍິງຕາຍ (ສະໄລດ໌/ວີດີໂອ)


ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ສະຫະລັດ ທ່ານ Eric Holder
ມີ​ແຜນ​ທີ່​ຈະເດີນ ທາງ​ໄປ​ເມືອງ Ferguson ລັດ Missouri ໃນເຂດພາກກາງຂອງສະຫະລັດ ​ໃນ​ວັນ​ພຸດ​ມື້​ນີ້ ບ່ອນ​ທີ່​ໄດ້
ເກີດ​ການ​ປະ​ທ້ວງຢ່າງ​ຮຸນ​ແຮງຫລັງ​ຈາກ​ຊາຍ​ໜຸ່ມ​ຜີວ​ດຳ​ຄົນ
​ນຶ່ງ​ທີ່​ບໍ່​ມີ​ອາ​ວຸດ ຖືກເຈົ້າ​ໜ້າ​ທີ່ຜິວຂາວຍິງຕາຍ.

ທ່ານ Holder ມີ​ກຳນົດ ​ທີ່​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ປະຊາຄົມ
​ເຈົ້າ​ໜ້າ​ທີ່​ສືບ ສວນ​ຂອງລັດຖະບານ​ກາງ FBI ​ແລະ​ບັນດາ​ເຈົ້າ
​ໜ້າ​ທີ່ ກຳກັບໃນເລື່ອງສິດທິ ພົນລະເມືອງ ຊຶ່ງຈະ​ສົນທະນາ​ກັນ
​ ເຖິງ​ການ​ຖືກ​ຍິງ​ຕາຍ​ຂອງທ້າວ Michael Brown ​ອາຍຸ 18 ປີ
​ໃນ​ວັນ​ທີ 9 ​ເດືອນ​ສິງຫາ​ທີ່​ຜ່ານ​ມາ. ທ່ານ Holder ​ໄດ້​ໃຫ້​ຄຳ
​ໝັ້ນ​ສັນຍາ​ແກ່ປະຊາຊົນ​ເມືອງ Furguson ວ່າຈະ​ມີ​ການ​ສື​ບສວນ “​ຢ່າງ​ເຕັມທີ່ ຍຸດຕິທຳ
​ແລະ​ເປັນ​ອິດສະຫຼະ” ​ກ່ຽວກັບ​ການ​ຍິງທ້າວ Brown.

Ferguson Calls For Justice as Anger, Violence Grips Community
please wait

No media source currently available

0:00 0:02:39 0:00

​ນອກນັ້ນແລ້ວໃນ​ວັນ​ພຸດ​ມື້​ນີ້ ຄະນະຕຸລາການ​ທີ່​ສືບສວນ​ການ​ຍິງທ້າວ Brown ກໍຄາດ
​ວ່າ​ ຈະ​ເລີ້ມ​ຮັບ​ຟັງ​ຫລັກ​ຖານ​ກ່ຽວຄະດີນີ້. ​ເຈົ້າ​ໜ້າ​ທີ່ຜູ້ຍິງທ້າວ Brown ທ່ານ Darren
Wilson ​ໄດ້​ຖືກ​ສັ່ງໃຫ້​ພັກການ ​ແລະ​ຜູ້ກ່ຽວໄດ້ໄປຫລົບລີ້ ​ໃນ​ຂະນະ​ທີ່​ຄອບຄົວ​ຂອງ
ທ້າວ Brown ​ແລະພວກ​ສະໜັບສະໜູນພາກັນ​ຮຽກຮ້ອງ​ໃຫ້​ຈັບ ​ເຈົ້າ​ໜ້າ​ທີ່​ຄົນນີ້.

ການເຄື່ອນໄຫວດັ່ງກ່າວ ແມ່ນມີຂຶ້ນຫຼັງຈາກອີກຄ່ຳຄືນນຶ່ງຂອງຄວາມ​ບໍ່​ສະ​ຫງົບ​ຢູ່​ໃນ​
ເມືອງ Furguson ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄດ້​ຈັບ 47 ຄົນ ລຸນຫລັງ​ທີ່ໄດ້ເກີດຄວາມ
​ເຄັ່ງ​ຕຶງເປັນເວລາສັ້ນໆ ​ເວລາ​ແກ້ວ​ນໍ້າ​ໄດ້ຖືກ​ແກວ່ງ​ໃສ່​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ. ຕຳຫລວດ
​ໄດ້​ສັ່ງ​ໃຫ້​ພວກ​ປະ​ທ້ວງ​ແຍກ​ຍ້າ​ຍກັນໜີເວລາ​ຄວາມ​ວຸ້ນ ວາຍ​ເກີດ​ຂື້ນ ຫລັງ​ຈາກການ
​ປະ​ທ້ວງ​ທີ່ເປັນໄປດ້ວຍຄວາມ​ສະຫງົບ.

US POLICE SHOOTING SOTVO
please wait

No media source currently available

0:00 0:01:07 0:00

XS
SM
MD
LG