ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານກາງ ສຫລ ຮັບຮູ້ ການແຕ່ງງານຂອງ ຄົນເພດດຽວກັນ ໃນອີກ 6 ລັດ


ຮູບພາບພວກນັກເຄື່ອນໄຫວ ເພດດຽວກັນ ທີ່ການໂຮມຊຸມນຸມກັນ ທີ່ສານສູງສຸດສະຫະລັດ ທີ່ນະຄອນຫຼວງວໍຊິງຕັນດີຊີ ວັນທີ 26 ມິຖຸນາ 2013.
ຮູບພາບພວກນັກເຄື່ອນໄຫວ ເພດດຽວກັນ ທີ່ການໂຮມຊຸມນຸມກັນ ທີ່ສານສູງສຸດສະຫະລັດ ທີ່ນະຄອນຫຼວງວໍຊິງຕັນດີຊີ ວັນທີ 26 ມິຖຸນາ 2013.

ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ​ສະຫະລັດ ປະກາດ​
ໃຫ້​ຮູ້​ໃນ​ວັນ​ເສົາ​ວານ​ນີ້​ວ່າ ບັດ​ນີ້ ລັດຖະບານ​ກາງຈະ​ຮັບ​ຮູ້​
ການ​ແຕ່ງງານ​ຂອງ​ພວກຄົນ​ເພດ​ດຽວ​ກັນ ​ໃນ​ອີກ 6 ລັດ ຄື:
ລັດ Alaska, Arizona, North Carolina, West Virgi
nia ​ແລະ​ Wyoming.

ບັດ​ນີ້ ​ພວກ​ຄູ່ຜົວ​ເມຍ​ເພດ​ດຽວ​ກັນ​ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ
ຫຼາຍ​ຢ່າງຈາກ​ລັດຖະບານ​ກາງ ຮວມທັງ​ການ​ຊ່ອຍ​ເຫຼືອ​ດ້ານ
ສະ​ວັດ​ດີກາ​ນສັງຄົມ ແລະນັກ​ລົບ​ເກົ່າ.

ເມື່ອ​ຕົ້ນ​ເດືອນ​ນີ້ ສານ​ສູງ​ສຸດໄດ້​ປະຕິ​ເສດ​ທີ່​ຈະຮັບ​ຟັງ​ຄຳ​ອຸທອນ
ຕໍ່​ການ​ຕັດສິນ​ຂອງ​ສານ​ຊັ້ນ​ຕົ້ນ ທີ່​ປະກາດ​ໃຫ້ການ​ແຕ່ງງານ​ຂອງ​ຜູ້​ຄົນເພດ​ດຽວ​ກັນ​ຖືກຕ້ອງ​ຕາມ​ກົດໝາຍ ຢູ່​ໃນ 6 ລັດ​ທີ່​ກ່າວ​ມາ​ນັ້ນ.

ບັດ​ນີ້ ​ລັດ​ຖານ​ກາງ​ຮັບ​ຮູ້​ການ​ແຕ່ງງານ​ຂອງ​ພວກ​ຄົນ​ເພດ​ດຽວ​ກັນ​ໃນ 32 ລັດ ​ແລະ​ນະ
ຄອນຫຼວງ​ວໍ​ຊິ​ງຕັນດີ​ຊີ.

ທ່ານ Holder ກ່າວ​ວ່າ ພ້ອມ​ກັບ​ແຕ່​ລະ​ລັດ​ໃໝ່ ​ທີ່​ຮັບ​ຮູ້ການ​ແຕ່ງງານ​ຂອງ​ພວກ​ຜູ້​ຄົນ
​ເພດ​ດຽວ​ກັນ ວ່າ​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ສະຫະລັດກໍ​ແມ່ນຫຍັບ​ເຂົ້າ​ໃກ້ ການ​ທີ່​ຈະ​ບັນລຸ​ຄວາມ​ເທົ່າ​ທຽມ​ກັນ​ຢ່າງ​ສົມບູນ ສຳລັບ​ຄົນອະ​ເມຣິກັນ​ໝົດ​ສູ່​ຄົນ.

ussamesexmarriage26october14
please wait

No media source currently available

0:00 0:00:20 0:00

XS
SM
MD
LG