ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທະນາຄານກາງ ສະຫະລັດ ກ່າວວ່າ ອັດຕາດອກເບ້ຍ ອາດຈະສູງຂຶ້ນ ໃນກາງປີ 2015


US Fed: Interest Rates Could Rise by Middle of 2015
please wait

No media source currently available

0:00 0:02:13 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

ບັນດາເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ທະນາຄານ​ກາ​ງສະຫະລັດ ກ່າວ​ວ່າ
ພວກ​ເຂົາ​ເຈົ້າຍັງ​ຄົງຈະຮັກສາ​ໄວ້​ອັດຕາ​ດອກ​ເບ້ຍ​ທີ່​ສຳຄັນ ໃຫ້
​ຢູ່​ໃນ​ລະດັບ​ທີ່​ຕ່ຳ​ສຸດ​ຂີດ ​ແລະ ​ໃຫ້ມີຄວາມ “ອົດທົນ” ​ໃນ​ການ
ຊັ່ງຊາເບິ່ງຂໍ້​ມູນ​ເສດຖະກິດ ກ່ອນ​ໜ້າ​ທີ່​ພວກ​ເຂົາ​ເຈົ້າຈະ​ຍົກ​
ອັດຕາ​ດອກ​ເບ້ຍຂຶ້ນ.

ອັດຕາດອກ​ເບ້ຍ ​ໄດ້​ຖືກ​ຕັດ​ລົງ​ເກືອບ​ຮອດ​ສູນ ​ໃນ​ລະຫວ່າງ​
ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ສົ່ງ​ເສີມ
​ການ​ຂະຫຍາຍ​ໂຕ​ ຂອງ​ເສດຖະກິດ​ສະຫະລັດ. ໃນຂະນະທີ່​
ເສດຖະກິດ​ທີ່​ໃຫຍ່ທີ່​ສຸດ​ຂອງ​ໂລກ ກຳລັງ​ຟື້ນ​ໂຕ​ຢູ່​ນັ້ນ ການ​ຊ່ວຍ
​ເຫຼືອດັ່ງກ່າວ​ ​ແມ່ນ​ບໍ່​ມີ​ຄວາມ​ຈຳ​ເປັນ​ຕໍ່​ໄປ​ອີກ ​ແລະບັນດານັກ​
ເສດຖະສາດສ່ວຍ​ໃຫຍ່​ ຄາດກັນ​ວ່າ ອັດຕາ​ດອກ​ເບ້ຍ ຈະ​ເລີ້ມສູງ​ຂຶ້ນ​ໃນ​ກາງປີ 2015 ນີ້.

ບັນດາ​ນັກ​ລົງທຶນ ກຳລັງ​ຈັບ​ຕາ​ເບິ່ງ ຄຳ​ຖະ​ແຫລ​ງການ​ຂອງທະນາ ຄານກາງ ດ້ວຍ​ຄວາມ
​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ຕໍ່​ຄຳ​ແນະ​ນຳ ກ່ຽວ​ກັບ​ເວລາ​ໄວ​ປານ​ໃດ ​ແລະ ຈຳນວນ​ອັດຕາດອກ ​ເບ້​ຍຈະ​ເພີ້​ມຂຶ້ນຫຼາຍປານ​ໃດ​ນັ້ນ. Dow ຊຶ່ງ​ເປັນດັດ​ສະ​ນີ ຫຸ້ນສະຫະລັດ​ທີ່​ສຳຄັນ ​ເພີ້​ມສູງ​ຂຶ້ນຢ່າງ​ໜັກ ​ເມື່ອ​ຕອນ​ແລງ​ຂອງ​ວັນ​ພຸດ​ວານ​ນີ້ ​ໃນ​ຂະນະ​ທີ່ປາກົດ​ວ່າ ​ບັນດາ​ພໍ່ຄ້າ​ຫຸ້ນ ​ໄດ້​ສະ​ລຸ​ບຜົນ ​ຂອງ​ຄວາມ​ພະຍາຍາມ​ຕ່າງໆ ​ທີ່​ຈະ​ກະ​ຕຸ້ນ​ເສດຖະກິດ​ຂອງທະນາຄານ​ກາງ ທີ່​ຈະ​ສືບ​ຕໍ່​ໄປອີກ ໃນໄລຍະ​ໜຶ່ງ.

ບັນດາ​ນັກ​ເສດຖະສາດບາງ​ສ່ວນ ກ່າວ​ວ່າ ຄວາມ​ພະ​ຍາ​ຍາມ​ຕ່າງໆ​ຂອງທະນາຄານ​ກາງ
ທີ່​ຈະ​ຊຸກຍູ້​ເສດຖະກິດ​ນັ້ນ​ ​ໄດ້​ຊ່ວຍ​ເພີ້​ມກຳລັງ​ໃຫ້ຕະຫລາດ​ຫຸ້ນຟື້ນ​ໂຕ​ຂຶ້ນ. ​ແຕ່​ຄົນ​ອື່ນໆ
​ເຕືອນ​ວ່າ ຄັນ​ຍັງ​ຄົງ​ຮັກສາ​ໄວ້ ​ອັດຕາ​ທີ່​ຕ່ຳ​ເກີນ​ໄປ​ດົນ​ໂພດ ອາດ​ຈະ​ກາຍ​ເປົ້າໝາຍ​ໄປ
​ແລະຈະກໍ່​ໃຫ້​ເກີດ​ມີ​ສະພາບເງິນ​ເຟີ້ ທີ່​ສາມາດ​ທຳລາຍ​ເສດຖະກິດ​ໄດ້.

ປະທານທະນາຄານ​ກາງ ທ່ານ​ນາງ Janet Yellen ບັນດາ​ເພື່ອນ​ຮ່ວມ​ງານ ​ໄດ້​ເຫັນ​ສະ
ພາບເງິນ​ເຟີ້​ໃໝ່​ຢູ່​ສະຫະລັດ. ຂໍ້​ມູນ​ໃໝ່​ສະ​ແດງ​ໃຫ້​ເຫັດ​ວ່າ ລາຄາ​ນ້ຳມັນ​ທີ່​ລຸດລົງ ​ໄດ້​ຕັດ
​ລາຄາ​ຕ່າງໆ ​ໃນ​ເສດຖະກິດ​ທົ່ວ​ໄປ ​ໂດຍສາມສ່ວນ​ສິບເປີ​ເຊັນ ​ໃນ​ເດືອນ​ພະຈິກ​ນີ້.
ນອກ​ອອກ​ໄປ​ຈາກ​ບໍລິ​ເວນ ​ຂອງ​ການ​ປ່ຽນ​ແປງ​ທີ່​ອ່ອນ​ໄຫວ ຂອງ​ອາຫານ ​ແລະພະລັງງານ ແລ້ວ ລາຄາ​ຕ່າງໆ​ ໃນ​ເສດຖະກິດ​ທົ່ວ​ໄປ ​ໄດ້​ເພີ້​ມຂຶ້ນນ້ອຍ​ນຶ່ງ ຄືໜຶ່ງ​ສ່ວນ​ສິບເປີ​ເຊັນ.

Falling Oil Prices Reshape Global Economics
please wait

No media source currently available

0:00 0:02:45 0:00

Top officials of the U.S. central bank have been discussing economic issues and debating for the past two days how soon and how fast to raise the key U.S. interest rate.

Interest rates were cut to nearly zero during the financial crisis in a bid to boost U.S. economic growth.With the world's largest economy recovering, such help is no longer needed and most economists expect interest rates be begin rising in the middle of 2015.

Yellen and her colleagues got a new look at U.S. inflation earlier in the day.New data show falling oil prices have cut price increases in the overall economy by three-tenths of a percent in November.Outside the volatile areas of food and energy, prices in the overall economy rose a very modest one-tenth of a percent.

XS
SM
MD
LG