ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດອິສລາມ ເປັນໄພຂົ່ມຂູ່ ໃຫຍ່ກວ່າ ກຸ່ມກໍ່ການຮ້າຍ al-Qaida


"Facebook" rahbari Mark Zukerberg Garvard universiteti bitiruvchilariga so'zladi. Zukerberg bu universitetni bitirmagan.
"Facebook" rahbari Mark Zukerberg Garvard universiteti bitiruvchilariga so'zladi. Zukerberg bu universitetni bitirmagan.

ຜູ້ອຳນວຍການ​ຕຳຫຼວດສັນຕິບານກາງ FBI ທ່ານ James Comey ກ່າວ​ວ່າ ຄວາ​ມພະຍາຍາມໃນການຮັບ​ສະໝັກ​ຄົນອາ​ເມຣິກັນ ​ທາງອິນ ​ເຕີ​ເນັດ​ຂອງ​ ກຸ່ມ​ລັດ​ອິສລາມ ​ໄດ້ເປັນ​ໄພ​ຂົ່ມຂູ່​ດ້ານ​ການ​ກໍ່​ການ​ຮ້າຍຕໍ່​ ສະຫະລັດ ໃຫຍ່ກວ່າ​ພວກ al-Qaida ອີກ.

​ໃນ​ການ​ກ່າວ​ເມື່ອຕອນແລງວັນ​ພຸດວານ​ນີ້ ທີ່​ກອງ​ປະຊຸມ​ຄວາມ​ໝັ້ນຄົງ ປະຈຳ​ປີ ​ທີ່ເມືອງ Aspen ໃນ​ລັດ ​ໂຄ​ໂລຣາ​ໂດ, ທ່ານ Comey ​ໄດ້ໃຫ້​ຄຳ​ຕັກ​ເຕືອນ ​ກ່ຽວ​ກັບ​ການ​ໂຄສະນາ​ທາງສື່
ສັງຄົມທີ່​ເພີ້ມທະວີ​ຂຶ້ນ​ຂອງ​ກຸ່ມ​ພວກ​ຫົວ​ຮຸນ​ແຮງ​ນັ້ນ.

ທ່ານ Comey ກ່າວ​ວ່າ ພວກ​ ISIL ບໍ່ແມ່ນ​ພໍ່​ແມ່​ຂອງ​ເຈົ້າ al-Qaida ​ເຊິ່ງ​ເປັນອີກ​ຊື່​ໜຶ່ງ​ສຳລັບ​ພວກ​ລັດ​ອິສລາມ. “ພວກ ISIL ກຳ​ລັງ​ວົນວຽນ​ຢູ່​ອ້ອມ​ຂ້າງ​ອ້ອມ​ແອວ​ຂອງ​ເຈົ້າ.​ ​ເຂົາ​ເຈົ້າ​ຢູ່​ຫັ້ນ​ແຫຼະ​ໃນ Twitter.”

​ໃນ​ຂະນະທີ່ພວກ al-Qaida ​ແມ່ນລະ​ມັດ​ລະວັງ​ຕໍ່​ວິທີ​ທີ່​ພວກ​ເຂົາຄັດ​ເລືອກ​ຜູ້​ປະຕິບັດ​ການ, ທ່ານ​ກ່າວ​ວ່າ ພວກ​ລັດ​ອິສລາມ​ແມ່ນ​ກະຈາຍ​ຕາໜ່າງການ​ຮັບ​ສະໝັກ​ອອກ​ໄປ​ໄກ​ກວ່າ ​ແລະ ຍິນ​ດີ​ທີ່​ຈະ​ຮັບ​ສະໝັກ “ພວກ​ທີ່​ບໍ່ມີ​ຄວາມໝັ້ນຄົງ ​ແລະ ພວກ​ມີ​ບັນຫາ​ການ​ຕິດ​ຢາ.”

ທ່ານ Comey ​ໄດ້​ກ່າວ​ວ່າ ການ​ເຊື່ອ​ມຕໍ່​ຂອງພວກ ​ລັດ​ອິສລາມ ​ຢູ່​ໃນບັນຊີ Twitter ມີ​ຄົນ​ຕິດຕາມທີ່​ໃຊ້​ພາສາ​ອັງ​ກິດ​ໃນ​ການ​ສື່ສານ ປະ ມານ 21,000 ຄົນ, ​ເຊິ່ງຮ້ອຍຫຼືພັນ​ຄົນ​ໃນ​ນັ້ນ ​ແມ່ນ​ຄົນ​ຢູ່ໃນ ສະຫະ ລັດ.

ທ່ານ​ໄດ້​ກ່າວວ່າ ຕຳຫຼວດ FBI ​ໄດ້ເລີ້ມ​ທຳ​ກາ​ນສື​ບສວນທີ່ພົວພັນກັບ​ ຊາວ ອາ​ເມຣິກັນ ທີ່​ອາດ​ຈະ​ກາຍ​ເປັນ​ພວກ​ຫົວ​ຮຸນ​ແຮງ ​ແລະ ຢາກ​ຈະເຮັດ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ.

ທ່ານ​ໄດ້​ຢືນຢັນ​ວ່າ ສຳນັກງານ FBI ບໍ່​ໄ​ດ້ຕິດຕາມ​ທ້າວ Muhammad Abdulazeez ທີ່​ໄດ້​ຖືກ​ລະ​ບຸ​ວ່າ​ ເປັນ​ມື​ປືນ​ທີ່​ໄດ້​ຍິງ ​ສັງຫານທະຫານ 5 ຄົນໃນ​ສັບປະດາ​ທີ່​ຜ່ານ​ມາ​ຢູ່ສູນກາງ ຂອງ​ກອງທັບໃນ​ລັດ Tennessee.

IS Uses Chemical Weapons in Syrian Attack
please wait

No media source currently available

0:00 0:01:29 0:00

XS
SM
MD
LG