ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອົງການ FBI ພວມສືບສວນ ເບິ່ງຈຸດປະສົງ ຂອງມືປືນ ທີ່ຍິງ​ໂຈມ​ຕີ ຢູ່​ລັດ Tennessee


Military Shooting
please wait
Embed

No media source currently available

0:00 0:01:29 0:00

ເຈົ້າໜ້າທີ່ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ທີ່ຮັບ
ຜິດຊອບກ່ຽວກັບຄະດີຍິງໂຈມຕີສະຖານທີ່ທາງທະຫານ 2 ແຫ່ງ
ໃນວັນພະຫັດວານນີ້ ທີ່ເມືອງ Chattanooga ໃນລັດ Tennes-
see ທາງພາກໃຕ້ຂອງສະຫະລັດ ກ່າວວ່າ ອົງການ FBI ກຳລັງ
ສືບສວນເບິ່ງຈຸດປະສົງຂອງມືປືນ.

ທ່ານ Ed Reinhold ກ່າວໃນກອງປະຊຸມຖະແຫຼງຂ່າວໃນຕອນ
ແລງ ຂອງວັນພະຫັດວານນີ້ວ່າ ພວກເຈົ້າໜ້າທີ່ສືບສວນຍັງບໍ່ມີ
ຄວາມເຫັນເທື່ອ ກ່ຽວກັບຈຸດປະສົງທີ່ຢູ່ເບື້ອງຫລັງການຍິງໂຈມ
ຕີໂດຍທ້າວ Muhammad Youssef Abdulazeez ທີ່ມີອາຍຸ
24 ປີ. ທ່ານ Reinhold ກ່າວວ່າ ຍັງບໍ່ມີຫຍັງເທື່ອໃນເວລານີ້ທີ່
ຈະຜູກມັດທ້າວ Abdulazeez ໃສ່ພວກກໍ່ການຮ້າຍນາໆຊາດ ແຕ່ຄວາມເປັນໄປໄດ້ນັ້ນ
ແມ່ນກຳລັງມີການສືບສວນກັນຢູ່.

ທະຫານມາຣີນສະຫະລັດ 4 ຄົນໄດ້ຖືກສັງຫານແລະອີກ 2 ຄົນໄດ້ຮັບບາດເຈັບໃນການ ຍິງປືນເຂົ້າໃສ່ສະຖານທີ່ທາງທະຫານ 2 ແຫ່ງ ຢູ່ໃນເມືອງ Chattanooga. ນອກນັ້ນຍັງ
ມີຕຳຫຼວດຄົນນຶ່ງໄດ້ຮັບບາດເຈັບ. ສ່ວນມືປືນໄດ້ຖືກສັງຫານໃນລະຫວ່າງການຍິງຕໍ່ສູ້ກັນ.

ເຈົ້າໜ້າທີ່ລະບຸໂຕມືປືນວ່າແມ່ນທ້າວ Abdulazeez. ຜູ້ກ່ຽວອາໄສຢູ່ທີ່ເມືອງ Hixson ໃນ ລັດ Tennessee ຊຶ່ງຕັ້ງກົງກັນຂ້າມ ຢູ່ອີກຟາກນຶ່ງ ຂອງແມ່ນ້ຳ Tennessee ກັບເມືອງ Chattanooga.

ທ້າວ Muhammad Youssef Abdulazeez
ທ້າວ Muhammad Youssef Abdulazeez

ເຈົ້າໜ້າທີ່ເວົ້າວ່າ ລາວໄດ້ຂີ່ລົດຜ່ານໄປແລ້ວກໍຍິງປືນສາດເຂົ້າ
ໃສ່ບ່ອນເກນທະຫານແຫ່ງນຶ່ງ ໃນສູນກາງການຄ້າ ບ່ອນທີ່ທະ ຫານທັງຫ້າເຫລົ່າທັບຂອງສະຫະລັດຕັ້ງຫ້ອງການຮ່ວມກັນນັ້ນ. ກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ມີການຍິງປືນເຂົ້າ
ໃສ່ທັງໝົດລະຫວ່າງ 25 ຫາ 30 ລູກແລະຜູ້ເກນທະຫານມາຣີນ ຄົນນຶ່ງໄດ້ຮັບບາດເຈັບທີ່ຂາ. ຜູ້ກ່ຽວໄດ້ເຂົ້າຮັບການປິ່ນປົວຢູ່ທີ່
ໂຮງໝໍທ້ອງຖິ່ນ ແລະເວລານີ້ກັບຄືນບ້ານແລ້ວ.

ຫລັງຈາກນັ້ນ ມືປືນກໍໄດ້ຂັບລົດໄປຍັງສູນກາງສະໜັບສະໜຸນ
ການປະຕິບັດງານຂອງກອງທັບເຮືອ ຫຼື NOSC ທີ່ຕັ້ງຢູ່ໄກປະ
ມານ 10 ຫຼັກກິໂລແມັດ ບ່ອນທີ່ຜູ້ເຫັນເຫດການ ເວົ້າວ່າ ລາວ
ໄດ້ຍິງປືນເຂົ້າໃສ່. ມີທະຫານມາຣີນ 4 ຄົນໄດ້ຖືກສັງຫານທີ່ສູນ
ກາງດັ່ງກ່າວ ແລະທະຫານເຮືອຄົນນຶ່ງໄດ້ຮັບບາດເຈັບສາຫັດ.

ເປັນທີ່ເຊື່ອກັນວ່າ ມືປືນໄດ້ຖືກສັງຫານໂດຍເຈົ້າໜ້າທີ່ຕຳຫຼວດ
ທ້ອງຖິ່ນທີ່ໄດ້ຕາມລ່າຜູ້ກ່ຽວໄປແຕ່ບ່ອນຍິງໂຈມຕີແຫ່ງທຳອິດ. ມີລາຍງານວ່າ ຕຳຫຼວດ ຄົນນຶ່ງຖືກຍິງທີ່ຈູມຄ້ອງ.

ສະມາຊິກສະພາສູງລັດ Tennessee ທ່ານ Bob Corker ກ່າວໃນວັນພະຫັດວານນີ້ວ່າ ການສັງຫານແບບບໍ່ມີສະຕິດັ່ງກ່າວໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ປະເທດຊາດຂອງ ພວກເຮົາ.

XS
SM
MD
LG