ທ່ານ James Comey ຫົວໜ້າຕຳຫຼວດສັນຕິບານ FBI ຫຼື
ຫ້ອງ ການສືບສວນຂອງລັດຖະບານກາງສະຫະລັດ ກ່າວວ່າ
ຈີນແມ່ນຢູ່ໃນອັນດັບນຶ່ງ ໃນບັນຊີລາຍຊື່ປະເທດທີ່ກໍ່ອາຊະ
ຍາກຳທາງຄອມພີວເຕີ ຕໍ່ຕ້ານວົງການອຸດສາຫະກຳອາເມ
ຣິກັນ ຊຶ່ງສ້າງຄວາມເສຍຫາຍໃຫ້ຫຼາຍພັນລ້ານດອນລາ ໃນ
ແຕ່ລະປີ.
ທ່ານ Corney ກ່າວ ຢູ່ໃນລາຍການ 60 ນາທີຂອງຕາໜ່າງ
ໂທລະພາບ CBS ໃນວັນອາທິດວານນີ້ວ່າ ຈີນກຳລັງດຳເນີນ
ການຢ່າງຕັ້ງໜ້າ ແລະຢ່າງແຜ່ຫຼາຍ ໃນຄວາມພະຍາຍາມຂອງ
ຕົນເພື່ອລັກເອົາຂໍ້ມູນຄວາມລັບ ທີ່ຈະສ້າງຜົນປະໂຫຍດໃຫ້
ແກ່ວົງການທຸລະກິດ ແລະອຸດສາຫະກຳຂອງຕົນ.
ທ່ານ Corney ກ່າວຕື່ມວ່າ ຄ່າເສຍຫາຍປະຈຳປີ ຕໍ່ພວກບໍລິສັດຂອງສະຫະລັດ ແມ່ນ
“ນັບບໍ່ຖ້ວນ” ແຕ່ຈະເປັນຈຳນວນຫຼາຍຕື້ດອນລາ.
ຈີນ ແລະຄົນໃດກໍຕາມ ທີ່ລັກລອບເອົາສິດທິບັດຫຼືປະຕັງ ແລະຄວາມລັບດ້ານການຄ້າ ຈາກພວກບໍລິສັດຂອງສະຫະລັດນັ້ນ ສາມາດສົ່ງຜົນໃຫ້ມີການສູນເສຍໜ້າວຽກ ແລະ
ລາຍຮັບໃນຈຳນວນຫຼວງຫຼາຍ ຕໍ່ອຸດສາຫະກຳນັ້ນໄດ້.
ທ່ານ Corney ກ່າວວ່າ ຈຳນວນຂອງການໂຈມຕີໃນແຕ່ລະມື້ລະວັນ ຈາກພວກລັກລອບເຂົ້າເອົາຂໍ້ມູນແລະພວກກໍ່ການຮ້າຍໃນເຄື່ອງຄອມພີວເຕີ ເປັນຈຳນວນຫຼາຍເກີນກ່ວາທີ່
ຈະນັບໄດ້ ແລະວ່າພວກຄົນອາເມຣິກັນກະປະມານຕໍ່າ ເກີນໄປ ກ່ຽວກັບອັນຕະລາຍຂອງອາຊະຍາກຳທາງຄອມພີວເຕີນີ້.
ສະຫະລັດໄດ້ທຳການຟ້ອງຮ້ອງ ນັກຊ່ຽວຊານກອງທັບຈີນ 5 ຄົນໃນຂໍ້ຫາລັກລອບຂໍ້ມູນຈາກຄອມພີວເຕີ ໃນເດືອນພຶດສະພາຜ່ານມາ ເຮັດ ໃຫ້ຈີນໂກດແຄ້ນຢ່າງໃຫຍ່. ຈີນປະ
ຕິເສດຕໍ່ການລັກລອບ ເຂົ້າໄປລັກເອົາຂໍ້ມູນໃນເຄື່ອງຄອມພີວເຕີ ແລະກ່າວຫາສະຫະ
ລັດວ່າ ທຳການສອດແນມດ້ານອຸດສາຫະກຳ.