ລັດຖະບານກາງ ສະຫະລັດ ແລະບັນດາເຈົ້າໜ້າທີ່ ສາທາລະ
ນະສຸກ ລັດເທັກຊັສ ໄດ້ກັກສະມາຊິກສີ່ຄອບຄົວຂອງຜູ້ຊາຍ
ຄົນນຶ່ງ ທີ່ກວດພົບວ່າຕິດເຊື້ອໄວຣັສ ອີໂອລາ ໃນຂະນະທີ່ບັນ
ດາເຈົ້າໜ້າທີ່ ໄລບີເຣຍ ກ່າວວ່າ ເຂົາເຈົ້າຈະຈັບລາວ ໃນຖານ
ຕົວະ ຢູ່ໃນໜັງສືເດີນທາງທີ່ເດີ່ນເຮືອບິນ.
ຄົນເຈັບ ທີ່ລະບຸວ່າເປັນສັນຊາດ ໄລບີເຣຍ ທ້າວ Thomas
Duncan ພວມມີອາການຮ້າຍແຮງ ແຕ່ກໍທຸ່ນທ່ຽງ ຢູ່ໃນຫ້ອງ
ໂດດດ່ຽວແຫ່ງນຶ່ງ ທີ່ໂຮງໝໍເມືອງ Dallas.
ບັນດາເຈົ້າໜ້ທີ່ໄລບີເຣຍ ກ່າວວ່າ ເຂົາເຈົ້າຈະຈັບ ທ້າວ
Duncan ຜູ້ທີ່ໄດ້ເດີນ ທາງຈາກໄລບີເຣຍແລະມາເຖິງລັດເທັກຊັສ ໃນວັນທີ 20 ເດືອນກັນຍາຜ່ານມາ ນີ້ ຖືກກ່າວຫາວ່າຕົວະຢູ່ໃນໜັງສືເດີນທາງຂອງເດີ່ນເຮືອບິນ ເວລາລາວຖືກຖາມວ່າ ລາວໄດ້ສຳຜັດກັບຜູ້ປ່ວຍຕິດເຊື້ອອີໂອບາຫຼືບໍ່. ມີລາຍງານວ່າ ທ້າວ
Duncan ໄດ້ຕອບວ່າ “ບໍ່” ເຖິງແມ່ນວ່າ ລາວໄດ້ຊ່ວຍເຫລືອຜູ້ຍິງຖືພາຄົນນຶ່ງ ຂຶ້ນລົດ
ແທັກຊີ ທີ່ເປັນຜູ້ເຄາະຮ້າຍຍ້ອນເຊື້ອອີໂອລາ ກໍຕາມ.
ໃນຂະນະດຽວກັນ ຢູ່ທີ່ໄລບີເຣຍ ມືກ້ອງຄົນນຶ່ງຂອງສະຫະລັດ ທີ່ເຮັດວຽກໃຫ້ແກ່ໂທລະ
ພາບ NBC ໄດ້ຕິດເຊື້ອອີໂບລາ. ໂທລະພາບດັ່ງກ່າວເວົ້າວ່າ ຕົນກຳລັງນຳເອົາພວກນັກ
ຂ່າວທັງໝົດກັບຄືນປະເທດ ທີ່ຈະຖືກກັກໄວ້ເພຶ່ອສັງເກດ ການເປັນເວລາ 21 ມື້.
ອົງການອະນາໄມໂລກ ລາຍງານວ່າ ຫລາຍກວ່າ 3,300 ຄົນແລ້ວໄດ້ເສຍຊີ ວິດ ແລະ
ຫລາຍກວ່າ 7000 ພັນຄົນໄດ້ຕິດເຊື້ອອີໂບລາ ຢູ່ໃນ Guinea, Liberia ແລະ Seria
Leone.
ສະຫະປະຊາຊາດ ໄດ້ເລີ້ມການປະຕິບັດງານ ໃນວັນພະຫັດວານນີ້ ເພື່ອຊ່ວຍປ້ອງກັນການແຜ່ລະບາດຂອງອີໂບລາ. ທ່ານ Anthony Banbury ຫົວໜ້າປະຕິບັດງານຮັບມື
ສຸກເສີນກັບອີໂບລາ ຫຼື UNMEER ໄດ້ເລີ້ມຢ້ຽມຢາມສາມປະເທດທີ່ຕິດເຊື້ອອີໂບລາ ໂດຍເລີ້ມທີ່ນະຄອນ Monrovia ເມືອງຫລວງຂອງ ໄລບີເຣຍ.