ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງໜ້ອຍ 25 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ທີ່ ໂຮງງານຜະລິດນຳ້ນົມ ໃນເຢເມນ


ແຜນທີ່ ເມືອງ Hodeida ຂອງເຢເມນ
ແຜນທີ່ ເມືອງ Hodeida ຂອງເຢເມນ

ເກີດ​ເຫດລະ​ເບີດແຕກ ​ຢູ່​ທີ່​ໂຮງງານ​ຜະລິດ​ນຳ້ນົມ ທາງພາກ​ຕາ​
ເວັນ​ຕົກ​ຂອງ​ປະ​ເທດ​ເຢ​ເມນ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 25 ຄົນ​ເສຍ​
ຊີວິດ​ໃນ​ວັນ​ພຸດ​ມື້​ນີ້ ​ແຕ່​ຍັງມີ​ລາຍງານ​ທີ່​ຂັດ​ແຍ້​ງກັນ ​ກ່ຽວກັບວ່າ
ມາ​ຈາກ​ກາ​ນໂຈມ​ຕີ​ທາງ​ອາກາດ​ພາຍໃຕ້ ການນຳພາຂອງຊາ​ອຸ​
ດີ ອາຣາ​ເຍຍ ຫລື​ວ່າ​ ເປັນຄວາມຮັບຜິດຊອບຂອງພວກ ​ນັກ​ລົບ
ຕໍ່​ຕ້ານ​ລັດຖະບານກັນແທ້.

ບັນດາ​ເຈົ້າໜ້າ​ທີ່​ແລະ​ຜູ້​ເຫັນ​ເຫດການກ່າວ​ວ່າ ​ໄດ້​ມີ​ກຳລັງ​ປະ
ສົມ​ໂຈມ​ຕີ​ທາງ​ອາກາດ ​ໃນຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ຢູ່​ທີ່​ເມືອງ​ທ່າ
ເຮືອ Hodeida ບ່ອນ​ທີ່​ໂຮງງານ​ຕັ້ງ​ຢູ່​ນັ້ນ. ແຫຼ່ງຂ່າວ​ອື່ນໆ​ຍັງ​
ລາຍ​ງານ​ວ່າ ການຍິງປືໃຫຍ່ໂຈມຕີຂອງພວກ​ກະບົດ​ ກໍໄດ້ຕົກໃສ່​ຂົງ​ເຂດ​ດັ່ງກ່າວ.

ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ມີພົນລະ​ເຮືອນ 93 ຄົນ​ໄດ້​ເສຍ​ຊີວິດ
​ແລະ 364 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ໄລຍະຫ້າມື້ທຳ​ອິດ​ຂອງການໂຈມຕີທາງອາກາດ ຊຶ່ງ
​ບັດ​ນີ້​ໄດ້​ກາຍ​ມາ​ເປັນ​ນຶ່ງ​ອາ​ທິດແລ້ວນັ້ນ.

ການ​ຖີ້ມລະ​ເບີດ​ໂຈມຕີ ແມ່ນເພື່ອຈະ​ຍຸດຕິ ການບຸກໂຈມຕີ ຂອງພວກກະບົດ ​ Houthi
​ທີ່ໜຸນຫລັງໂດຍອີຣ່ານ ຊຶ່ງ​ໄດ້​ເຂົ້າ​ຄວບ​ຄຸມນະຄອນ​ຫລວງ Sana’a ​ໃນ​ເດືອນ​ກັນຍາ​ທີ່
​ຜ່ານ​ມາ ​ແລະ​ບຸກ​ຄືບ​ໜ້າ​ໄປສູ່ເມືອງ ​Aden ຊຶ່ງເປັນເມືອງທີ່ ສຳຄັນ​ ທາງ​ພາກໃຕ້ຂອງ​
ເຢ​ເມນ.

Yemen
please wait
Embed

No media source currently available

0:00 0:02:22 0:00

XS
SM
MD
LG