ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດານັກຊ່ຽວຊານ ‘ໝັ້ນໃຈ​ຕື່ມຂຶ້ນ’ ວ່າ ຊິ້ນສ່ວນ ທີ່ພົບເຫັນ ແມ່ນເປັນຂອງ ຖ້ຽວບິນ MH370


ເຈົ້າໜ້າທີ່ຕຳຫລວດ ຝຣັ່ງ ຫາມເອົາຊິ້ນສ່ວນຂອງເຮືອບິນ ຂຶ້ນຈາກຫາດຊາຍ Saint-Andre ຂອງເກາະ Reunion, ວັນທີ 29 ກໍລະກົດ 2015.
ເຈົ້າໜ້າທີ່ຕຳຫລວດ ຝຣັ່ງ ຫາມເອົາຊິ້ນສ່ວນຂອງເຮືອບິນ ຂຶ້ນຈາກຫາດຊາຍ Saint-Andre ຂອງເກາະ Reunion, ວັນທີ 29 ກໍລະກົດ 2015.

ບັນດາ​ນັກ​ສືບສວນ​ ອອສ​ເຕຣ​ເລຍ ກ່າວວ່າ ພວກ​ເຂົາ​ເຈົ້າ
ມີຄວາມໝັ້ນ​ໃຈຫຼາຍຂຶ້ນວ່າ ຊິ້ນສ່ວນຊາກຫັກພັງ ຊິ້ນໜຶ່ງ
ຂອງເຮືອບິນ ທີ່ພົບ​ເຫັນວ່າ ຖືກຟອງທະ​ເລ​ພັດ​ຂຶ້ນຝັ່ງ ຢູ່ເກາະ
Reunion ນັ້ນ ​ແມ່ນ​ຊິ້ນສ່ວນ ຂອງ​ເຮືອບິນ​ໂດຍສານ​ມາ​ເລ​ເຊຍ
ຖ້ຽວ​ບິນ MH370 ທີ່ໄດ້ຫາຍ​ສາບ​ສູນ​ໄປ ​ພ້ອມ​ດ້ວຍ 239 ຄົນ
​ຢູ່​ໃນ​ເຮືອບິນ ເມື່ອ​ເດືອນມີນາ ປີ 2014.

ທ່ານ Martin Dolan ຫົວໜ້າ​ກຳ​ມາ​ທິການ ຄຸ້ມ​ຄອງ​ຄວາມ​
ປອດ​ໄພ ດ້ານ​ການ​ຂົນ​ສົ່ງ ຂອງອອສ​ເຕຣ​ເລຍ ກ່າວ​ຖະ​ແຫລ​ງ
ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ສຸກ​ມື້​ນີ້ ວ່າ ບັນ​ດາ​ເຈົ້າໜ້າ​ທີ່ ຫວັງ​ວ່າ
ຈະ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ທີ່​ມາຂອງ​ຊິ້ນສ່ວນ​ດັ່ງກ່າວ ​ໃນ​ສອງ​
ສາມ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້.

ເຈົ້າໜ້າທີ່ທ້ອງຖິ່ນ ແລະ ຕຳຫລວດ ຫາມເອົາຊິ້ນສ່ວນຂອງເຮືອບິນ ຊຶ່ງໄດ້ພົບເຫັນ ຢູ່ຫາດຊາຍ ໃນ ເຂດ Saint-Andre ຂອງເກາະ La Reunion ຢູ່ເຂດມະຫາສະມຸດ ອິນເດຍ, ວັນທີ 29 ກໍລະກົດ 2015.
ເຈົ້າໜ້າທີ່ທ້ອງຖິ່ນ ແລະ ຕຳຫລວດ ຫາມເອົາຊິ້ນສ່ວນຂອງເຮືອບິນ ຊຶ່ງໄດ້ພົບເຫັນ ຢູ່ຫາດຊາຍ ໃນ ເຂດ Saint-Andre ຂອງເກາະ La Reunion ຢູ່ເຂດມະຫາສະມຸດ ອິນເດຍ, ວັນທີ 29 ກໍລະກົດ 2015.

ຊິ້ນສ່ວນ​ທີ່​ຍາວ 2 ​ແມັດ ເປັນສ່ວນປະກອບຂອງປີກຍົນ ທີ່ເອີ້ນວ່າ flaperon ນີ້ ​ແມ່ນ​ຄາດ ​ກັນ​ວ່າ ຈະ​ສົ່ງໄປ​ເຖິງ​ນະຄອນ Toulouse ປະ​ເທດ​ຝຣັ່ງ ​ເພື່ອ​ການ​ສືບສວນ​ສອບສວນ ເພີ້​ມຕື່ມ ​ໃນ​ວັນ​ເສົາ​ມື້​ອື່ນ​ນີ້. ຊິ້ນ​ສ່ວນ​ດັ່ງກ່າວ ຖືກ​ພົບ​ເຫັນ ​ໃນ​ວັນ​ພຸດ​ຜ່ານ​ມາ ຢູ່​ທີ່​ຫາດຊາຍ​ຂອງ​ເກາະ Reunion ຊຶ່ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ ຂອງເກາະມາດາ​ກາສກາ ​ແລະ ຫຼາຍກວ່າ 3,500 ກິ​ໂລ​ແມັດ ຫ່າງຈາກບ່ອນ​ທີ່ເຮືອບິນໂບອິ້ງ 777 ຖືກ​ຕິດຕາມ​ເບິ່ງ​ເທື່ອ​ສຸດ​ທ້າຍ.

ບັນດາ ​ນັກ​ສືບສວນ​ ຝຣັ່ງ ຈະ​ພະຍາຍາມ ທີ່​ຈະລົງ​ຄວາມ​ເຫັນ​ວ່າ ຕົວ​ເລກ​ທີ່ພົບ​ເຫັນ​ຢູ່​
ຊິ້ນ​ສ່ວນ​ນັ້ນ ກົງ​ກັບ​ເຮືອບິນ​ອາຍ​ພົ່ນ ​ທີ່​ຫາຍສາບ​ສູນ​ໄປ​ຢ່າງ​ລຶກລັບ ​ໃນ​ລະ​ຫວ່າງ​ບິນ​
ຈາກ​ນະຄອນຫຼວງ ກົວ​ລາ​ລຳ​ເປີ ​ໄປ​ຍັງ ນະຄອນຫຼວງປັກ​ກິ່ງ ​ເມື່ອ​ປີ​ແລ້ວ​ນີ້ຫຼືບໍ່. ບັນດາ​
ນັກຊ່ຽວຊານ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ຜົນ​ທີ່​ອອກ​ມາ​ຈະເປັນ​ໄປ​ໃນ​ທາງ​ບວກ ອີງ​
ຕາມ​ລັກສະນະ ​ແລະ ຮູ​ຕ່າງໆ ທີ່ເຊື່ອມ​ຕິດກັບສ່ວນ​ອື່ນ​ໆ​ຂອງເຮືອບິນນັ້ນ. ທ່ານ Dolan
ກ່າວ​ວ່າ ມາ​ເຖິງ​ຕອນ​ນີ້ ພວກ​ເຂົາ​ເຈົ້າ ພົບ​ເຫັນ​ວ່າ ບໍ່​ມີ​ກໍລະນີ​ອື່ນ ທີ່ເຮືອບິນໂບອິ້ງ 777 ​
ສູນ​ເສຍຊິ້ນ​ສ່ວນ flaperon ​ໃນ​ລະຫວ່າງ​ບິນ​ຢູ່​ນັ້ນ.

ທ່ານ Steve Saint Amour ນັກ​ຊ່ຽວຊານ​ເກັບ​ກູ້ເຮືອບິນ​ໂດຍສານ ກ່າວ​ວ່າ ທ່ານ​ບໍ່​ແປກ​ໃຈ​ເລີຍ​ວ່າ ​ໃນໄລຍະ​ຄວາມ​ໄກ​ນັ້ນ. ທ່ານ Amour ກ່າວ​ວ່າ ຄວາມ​ແຮງ​ຂອງ​ສາຍ​ນ້ຳ​ຢູ່​ກາງ ມະຫາ​ສະມຸດ ອິນ​ເດຍ ​ແມ່ນ​ໄຫລ​ຈາກ​ຝັ່ງ​ອອສ​ເຕຣ​ເລຍ​ທາງພາກໃຕ້​ຫາ​ພາກ​ເໜືອ ​ແລະ ຢູ່ປະມານ ​ເມືອງ​ທ່າ Hedland ​ໃນ​ເຂດ​ພາກຕາ​ເວັນ​ຕົກ​ຂອງອອສ​ເຕຣ​ເລຍ ຊຶ່ງ​ມັນ​ໄຫລ​ລ້ຽວໄປທາງພາກ​ຕາ​ເວັນ​ຕົກ ຂ້າມ​ມະຫາ​ສະມຸດ ​ອິນ​ເດຍ ​ແລະ ຕຳ​ໃສ່​ເກາະ ມາດາກາ​ສກາ.

Malaysia Plane Debris
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG